ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 03.07.2025 ປີທີ 24 ສະບັບທີ 6.218ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ຂອງ ທ່ານ ່ າຸ ນີ ສຸລິດ່ ງ້ ອັ ບົ້ າື່ ນັ້ ງ່ າ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ຕວັກກີ ່ າ່ າັ ກັ ດູ ດິ ສັ ນູ້ ມີອໍາັ ມ່ ງັ ດັ ກີ ປະຈໍາ ສປປ ລາວໍ າ -q ,g-u p;a olh k'8A 'ra dxt-k-q o xt8y ;a f]k; 7q [Iv[ 70 xu 1j k'l5 f.9K gxu f'ko;k'ltcf'ly o7h kv5 flkstde c]t dkoIj ;,,n fh kodko7h k ]k;{9u o slop ,v[{Ia [ |h kmuj sq ;|h kdq , rkps]a 'leg]a fdkoxa [x5 'dq '9a ddko9a f8A ' sa f4tde8=j ks6 d8y fra oda [c,j py '[h korA o 9kdvk-u [leIv'dkpgxa o]kpIa [s]a d xtmkoxtgmf 8h voIa [m6 f8j k'xtgmfpn j olko c]t ,v[lko8k8A '.sh m6 f]k; wxxt9e16j 8j k'xtgmf gva ,,a oou gva d pq d]tfa [ dko.sh [= ]y dkom5 ]tdemk'dkog'o ຊີ້ນຳຮອບດ້ານ ແລະ ການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ແລະ ການກະກຽມກອງປະ ຂປລ. ໃນໂອກາດລົງເຄື່ອນ ໄຫວວຽກງານຢູ່ແຂວງເຊກອງ ໃນຕອນບ່າຍວັນທີ 1 ກໍລະກົດ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມພະນັກງານ ການນໍາຫລັກແຫລ່ງແຂວງເຊກອງ ແລະ ຊຸກຍູ້ການກະກຽມດຳເນີນ ກອງປະຊຸມໃຫຍ່ຂອງອົງຄະນະພັກ ແຂວງ ຢູ່ທີ່ສະໂມສອນໃຫຍ່ຫ້ອງ ວ່າການແຂວງ. ກ່ອນການໂອ້ລົມ, ທ່ານ ບຸນ ຫລາຍ ບຸດທິ ຮັກສາການເລຂາ ຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງເຊກອງ ໄດ້ ລາຍງານກ່ຽວກັບການນຳພາຊຸມໃຫຍ່ອົງຄະນະພັກແຂວງວ່າ: ໄລຍະ 6 ເດືອນຜ່ານມາ, ການ ພັດທະນາເສດຖະກິດ-ສັງຄົມ ມີ ທ່າກ້າວຂະຫຍາຍຕົວດີຂຶ້ນ ໂດຍ ຂປລ. ໃນລະຫວ່າງວັນທີ 30 ມິຖຸນາ ຫາ 03 ກໍລະກົດ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນ ສູງ ເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍການສະໜອງທຶນເພື່ອການ ພັດທະນາ ຄັ້ງທີ 4 ຢູ່ເມືອງເຊີວີລ, ຂປລ. ໃນວັນທີ 30 ມິຖຸນາ 2025 ຜ່ານມານີ້, ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີມອບ-ຮັບໜ້າ ທີ່ ລະຫວ່າງ ທ່ານ ຈັນທະພອນ ແກ້ວມາລາວົງ ຫົວໜ້າບໍລິຫານ, ພິທີການ ແລະ ການເງິນ ຫສນຍ (ຜູ້ເກົ່າ) ແລະ ທ່ານ ນາງ ວິລະ ສະຕີ ສົມບູນຂັນ ຫົວໜ້າບໍລິຫານ ງານ, ພິທີການ ແລະ ການເງິນ (ຜູ້ ຂປລ. ງານວາງສະແດງສິນ ຄ້າອຸດສາຫະກຳ ແລະ ການຮ່ວມມື ດ້ານການຄ້າ ລາວ-ຈີນ ປະຈຳປີ 2025 ຈັດຂຶ້ນໃນລະຫວ່າງວັນທີ 1-3 ກໍລະກົດ 2025 ຢູ່ສູນການ ຄ້າວຽງຈັນເຊັນເຕີ ນະຄອນຫລວງ ວຽງຈັນ ໂດຍມີຕົວແທນວິສາຫະ ກິດ ຈາກແຂວງຢຸນນານ ສປ ຈີນ 20 ກວ່າບໍລິສັດ ແລະ ຜູ້ປະກອບ ການຈາກ ສປປ ລາວ ຈຳນວນ ໜຶ່ງໄດ້ນຳເອົາຜະລິດຕະພັນມາ ຮ່ວມວາງສະແດງ. ໃນນັ້ນ, ປະ ກອບມີ 6 ຂະແໜງການຄື: ເຄື່ອງ ຈັກກະສິກຳ, ເຄື່ອງຈັກແປຮູບອາ ຫານ, ພະລັງງານທົດແທນ (ພະ ລັງງານແສງອາທິດ, ລະບົບການ ກັກເກັບພະລັງງານ), ການຂົນສົ່ງ ຂ້າມປະເທດ, ການຄ້າອອນລາຍ, ລວມເຖິງການ ທ່ອງທ່ຽວທາງ ດ້ານວັດທະນະທຳ ແລະ ອື່ນໆ. ງານວາງສະແດງໃນຄັ້ງນີ້, ແນໃສ່ຂະຫຍາຍການຮ່ວມມືດ້ານ ອຸດສາຫະກຳ ແລະ ການຄ້າ ລະ ຫວ່າງ ລາວ-ຈີນ ໃຫ້ໄດ້ຮັບການ ພັດທະນາ, ທັງເປັນການຈັບຄູ່ທາງ ດ້ານທຸລະກິດ ແລະ ແລກປ່ຽນ ທາງການຄ້າ-ການລົງທຶນ ລະ ຫວ່າງວິສາຫະກິດ ລາວ-ຈີນ ເຊິ່ງ ພາຍໃນງານ ໄດ້ຈັດໃຫ້ມີຫລາຍ ກິດຈະກຳ ເປັນຕົ້ນ ກອງປະຊຸມຈັບ ຄູ່ທຸລະກິດອຸດສາຫະກຳ, ການຊີມ ໃໝ່); ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມນິຕິກໍາ (ຜູ້ເກົ່າ) ແລະ ທ່ານ ປາດຖະໜາ ສຸກອາລຸນ ຮັກ ສາການຫົວໜ້າກົມນິຕິກໍາ ແລະ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 6່ າໍ່ ໜ້າ ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ບໍລິສັດ ລາວໂມບາຍ ມັນນີ ຈຳກັດຜູ້ດຽວ ຫລື ເອັມມັນ ນີເອັກ ໄດ້ເຊັນສັນຍາເຂົ້າເປັນ ສະມາຊິກ ຂອງບໍລິສັດ ລາວເນ ເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (LAPNet) ໂດຍການລົງນາມ ລະຫວ່າງ ທ່ານ ສີສະໝອນ ສຣິດ ທິຣາດ ຜູ້ອຳນວຍການ ບໍລິສັດ LAPNet ກັບ ທ່ານ ອາລຸນນະ ເດດ ບານຈິດ ອຳນວຍການ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ (MmoneyX) ໂດຍມີ ທ່ານ ບໍ່ ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການ ສື່ສານ, ມີຮອງລັດຖະມົນຕີ, ຮອງ ຂປລ. ກອງປະຊຸມອົງການ ປົກຄອງ ນະຄອນຫລວງວຽງຈັນ (ນວ) ຄັ້ງທີ 48 ເປີດກວ້າງ ຈັດຂຶ້ນ ວັນທີ 1 ກໍລະກົດ 2025 ໂດຍການ ເປັນປະທານຂອງ ທ່ານ ອາດສະ ພັງທອງ ສີພັນດອນ ເຈົ້າຄອງນະ ຄອນຫລວງວຽງຈັນ, ມີຮອງເຈົ້າ ຄອງ, ຫົວໜ້າພະແນກ, ເຈົ້າເມືອງ ແລະ ອົງການທຽບເທົ່າ ນະຄອນ ຫລວງວຽງຈັນ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ສຸມໃສ່ ພິຈາລະນາຄົ້ນຄວ້າ ແລະ ປະກອບ ຄຳເຫັນຫລາຍບັນຫາສໍາຄັນກ່ຽວ ກັບວຽກງານຂອງອົງການປົກ ຄອງນະຄອນຫລວງວຽງຈັນ ຜ່ານ ມາ ແລະ ໃນຕໍ່ໜ້າໃຫ້ມີຜົນສຳເລັດ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະຫາຊົນ ແລະ ພາກສ່ວນກ່ຽວຂ້ອງ ຂອງທັງສອງ ຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ການ ເ ຊັນສັນຍາ ໃນຄັ້ງນີ້ , ເປັນການເຊື່ອມຕໍ່ເອັມມັນນີເອັກ ເຂົ້າຮ່ວມເປັນສະມາຊິກໃໝ່ຂອງ LAPNet ຢ່າງເປັນທາງການ ເຊິ່ງ ເອັມມັນນີເອັກ ເປັນກະເປົາເງິນ ເອເລັກໂຕຣນິກ ອັນດັບທຳອິດ ທີ່ ໄດ້ຮັບຮອງເປັນສະມາຊິກ ຂອງ LAPNet ແລະ ເປັນບາດກ້າວສໍາ ຄັນທີ່ ເອັມມັນນີເອັກ ໃນການຍົກ ລະດັບການໃຫ້ບໍລິການໂອນເງິນ ເປັນຕົ້ນ ຮັບຟັງການລາຍງານກ່ຽວ ກັບການປັບປຸງກົງຈັກການຈັດຕັ້ງ ຈຳນວນໜຶ່ງຂອງອົງການປົກຄອງ ນະຄອນຫລວງ ແລະ ອົງການປົກ ຄອງເມືອງຢູ່ນະຄອນຫລວງວຽງ ຈັນ, ຮັບຟັງບົດລາຍງານຂອງ ທ່ານເຈົ້າຄອງນະຄອນຫລວງວຽງ ຈັນ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມ ແຜນງົບປະມານ 6 ເດືອນຕົ້ນ ປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2025 ຂອງ ນວ, ການດັດ ແກ້ງົບປະມານແຫ່ງລັດ ປະຈຳປີ ຕໍ່ກອງປະຊຸມສະໄໝສາມັນເທື່ອ ທີ 9 ຂອງ ສະພາປະຊາຊົນ ນວ, F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ມອບສານຕາຕັ້ງໃຫ້ທ່ານ ພູໂຂງ ສີສຸລາດ ຸ່ີຸິ່ັູ້້່ີຸ ໄປຮັບໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສະຫະລັດ ອາເມລິກາ ແລະ ການາດາັ້ີ່ັັັູ່ັິ y Iv'okpq d]a f4t,q o8u g0Q kIj ;,dv'xt-5 ,lkdq o ;j kfh ;pdkolt|v'mb o grnj vdkora fmtok okpq d]a f4t,q o8u rq [xt3vh ]q , dkooec0;'g-dv' vq 'dkoxq d7v' o; ry 9k]tok s]kp;Pd'kole7a o
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 03/07/2025 xtgmf]k; ປະທານປະເທດ... ຂປລ. ໃນວັນທີ 2 ກໍລະກົດ 2025 ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຍື່ນສານຕາຕັ້ງ ຂອງ ບັນດາທູດຕ່າງປະເທດ ຈໍານວນ 4 ທ່ານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ປະຈໍາ ສປປ ລາວ. ບັນດາທູດທີ່ເຂົ້າຍື່ນສານຕາຕັ້ງ ຄັ້ງນີ້, ປະກອບມີ: ທ່ານນາງ ໂອຢ່າ ຢ່າຊາຣ (Oya Yazar) ເອກອັກ ຄະລັດຖະທູດ ວິສາມັນຜູ້ມີອໍານາດ ເຕັມ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາ ສປປ ລາວ, ມີສຳນັກງານ ຕັ້ງຢູ່ນະຄອນຫລວງວຽງຈັນ; ທ່ານ ນາງ ອີລີສະເບດ ຕັນ ເຕ (Elizabeth Tan Te) ເອກ ອັກຄະລັດຖະທູດວິສາມັນຜູ້ມີອໍາ ນາດເຕັມ ແຫ່ງ ສາທາລະນະລັດ ຟິລິບປິນ ປະຈໍາ ສປປ ລາວ, ມີ ສຳນັກງານຕັ້ງຢູ່ນະຄອນຫລວງ ວຽງຈັນ; ທ່ານ ມາຣຕິນ ມາຄູ ຣູຣູ (Martin Makururu) ເອກ ອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສາທາລະນະ ລັດ ຊິມບໍາເວ ປະຈໍາ ສປປ ລາວ, ມີສຳນັກງານຕັ້ງຢູ່ຈາກາກຕາ, ອິນໂດເນເຊຍ; ທ່ານ ອັນໂຕນິໂອສ ປາປາໂກສຕາສ (Antonios Papakostas) ເອກອັກຄະລັດ ຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ເກຣັກ ປະ ຈໍາ ສປປ ລາວ, ມີສຳນັກງານຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ. ໂອກາດນີ້, ທ່ານ ທອງລຸນ ສີສຸ ລິດ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຊົມເຊີຍ ບັນດາທູດ ທີ່ໄດ້ ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ ເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະ ແດງຄວາມເຊື່ອໝັ້ນວ່າ ດ້ວຍປະ ສົບການທາງດ້ານການທູດ, ບົດ ຮຽນ ແລະ ຄວາມຮູ້, ຄວາມສາ ມາດທີ່ອຸດົມສົມບູນຂອງບັນດາ ທ່ານທູດ ຈະຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທັງໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍ ໃຫ້ນັບ ມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ຊຸກຍູ້ການແລກປ່ຽນຢ້ຽມຢາມເຊິ່ງ ກັນ ແລະ ກັນ ຂອງບັນດາການນຳ ຂັ້ນສູງ ຈົນເຖິງການໄປມາຫາສູ່ ລະຫວ່າງປະຊາຊົນດ້ວຍກັນ, ເສີມ ຂະຫຍາຍການຮ່ວມມື ດ້ານການ ຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆທີ່ມີທ່າ ແຮງນຳກັນ, ຊຸກຍູ້ການຈັດຕັ້ງປະ ຕິບັດບັນດາບົດບັນທຶກຄວາມເຂົ້າ ໃຈ ທີ່ສອງຝ່າຍໄດ້ຮ່ວມກັນລົງ ນາມ ໃຫ້ປະກົດຜົນເປັນຈິງ. ພ້ອມ ນີ້, ກໍສະເໜີໃຫ້ບັນດາທູດ ໄປຢ້ຽມ ຢາມບັນດາແຂວງຂອງ ສປປ ລາວ ເພື່ອເບິ່ງການພັດທະນາຕົວຈິງ ຂອງແຂວງ, ຊ່ວຍຍາດແຍ່ງ ແລະ ຂົນຂວາຍບັນດານັກທຸລະກິດນັກລົງທຶນ ທີ່ມີຄວາມສົນໃຈ ໃຫ້ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ ຫລາຍຂຶ້ນ. ໃນຂະນະດຽວກັນ, ບັນດາທູດ ຕ່າງປະເທດປະຈໍາລາວ ກໍໄດ້ສະ ແດງຄວາມຂອບໃຈຕໍ່ຄຳເວົ້າອັນ ຈົບງາມ ແລະ ການຕ້ອນຮັບອັນ ອົບອຸ່ນຈາກທ່ານປະທານປະເທດ ແຫ່ງ ສປປ ລາວ, ພ້ອມທັງສະແດງ ຄວາມໝາຍໝັ້ນ ຈະສືບຕໍ່ຊຸກຍູ້ ສົ່ງ ເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ໃຫ້ປາກົດຜົນ ເປັນຈິງ ແລະ ມີປະສິດທິຜົນສູງສຸດ ເພື່ອນຳເອົາຜົນປະໂຫຍດມາສູ່ປະ ເທດຊາດ ກໍຄື ປະຊາຊົນຂອງທັງ ສອງປະເທດ. ໃນວັນດຽວກັນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ມອບສານຕາຕັ້ງໃຫ້ ແກ່ບັນດາທູດຂອງ ສປປ ລາວ ເພື່ອ ໄປຮັບໜ້າທີ່ປະຈຳຢູ່ຕ່າງປະເທດ ຈໍານວນ 2 ທ່ານ, ປະກອບມີ ທ່ານ ພູໂຂງ ສີສຸລາດ ໄປຮັບໜ້າທີ່ເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສະຫະລັດ ອາເມລິກາ ແລະ ການາດາ;ທ່ານ ກາລະມົງຄຸນ ສຸພານຸວົງ ໄປຮັບໜ້າທີ່ເປັນ ເອກ ອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ຝຣັ່ງ ແລະ ເອກອັກຄະລັດຖະທູດ ຜູ້ຕາງໜ້າ ຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການ ຝຣັງໂກໂຟນີ. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍ ແລະ ມີຄໍາ ເຫັນຊີ້ນຳ ຕໍ່ທ່ານເອກອັກຄະລັດຖະ ທູດ ທັງ 2 ທ່ານ ທີ່ຈະໄປປະຕິບັດ ໜ້າທີ່ການທູດຢູ່ຕ່າງປະເທດ ຈົ່ງ ສືບຕໍ່ປະກອບສ່ວນສຸມທຸກເຫື່ອ ແຮງ ແລະ ຄວາມຮູ້ຄວາມສາມາດ ຂອງຕົນ ເຂົ້າໃນການເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ປະເທດເພື່ອນມິດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ຍາດແຍ່ງເອົາການຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫລືອ ດ້ານຕ່າງໆຈາກສາກົນ, ເອົາໃຈ ໃສ່ໂຄສະນາຂົນຂວາຍບັນດານັກ ລົງທຶນ, ນັກທຸລະກິດ ແລະ ນັກທ່ອງ ທ່ຽວຕ່າງປະເທດ ໃຫ້ເຂົ້າມາ ສປປ ລາວ ຫລາຍຂຶ້ນ ເພື່ອນຳເອົາຜົນ ປະໂຫຍດສູງສຸດມາສູ່ປະຊາຊົນ ລາວບັນດາເຜົ່າ, ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ຂອງ ສປປ ລາວ ໃນການລຶບລ້າງຄວາມທຸກຍາກ ໃຫ້ແກ່ປະຊາຊົນລາວ ແລະ ໃຫ້ສາ ມາດນຳພາປະເທດຊາດຫລຸດພົ້ນ ອອກຈາກສະຖານະພາບດ້ອຍພັດ ທະນາ ຕາມເປົ້າໝາຍທີ່ວາງໄວ້. ພາບ: ເກດສະໜາ ສະແດງໃຫ້ເຫັນ ໃນ 3 ຂະແໜງ ການຫລັກ ຄື: ຂະແໜງກະສິກຳ ແລະ ປ່າໄມ້ ມີການເຕີບໂຕທາງ ດ້ານການປູກຝັງ, ລ້ຽງສັດ ເພີ່ມ ຂຶ້ນ; ຂະແໜງອຸດສາຫະກຳ-ພະລັງ ງານໄຟຟ້າ ແລະ ບໍ່ແຮ່ ໄດ້ມີການ ເຄື່ອນໄຫວດຳເນີນການຜະລິດເປັນ ປົກກະຕິ ແລະ ຂະແໜງບໍລິການ, ການຄ້າ ແລະ ຄົມມະນາຄົມຂົນສົ່ງ ກໍໄດ້ມີການຈັດຕັ້ງປະຕິບັດໄປຕາມ ແຜນການວາງໄວ້ມີທ່ວງທ່າດີຂຶ້ນ ເປັນລໍາດັບເຊັ່ນ: ການຄ້າຂາຍຍົກຂາຍຍ່ອຍ, ການຂົນສົ່ງໂດຍສານ, ໂຮງແຮມ, ຮ້ານອາຫານ, ຣີສອດ, ບ້ານພັກ, ແຫລ່ງທ່ອງທ່ຽວ ໂດຍ ຄາດຄະເນໝົດປີ 2025 ຈະເຮັດ ໃຫ້ລວມຍອດຜະລິດຕະພັນພາຍໃນ ບັນລຸໃນລະດັບ 6,2%. ນອກນັ້ນ, ການເກັບລາຍຮັບ ແລະ ການປະຕິ ບັດລາຍຈ່າຍງົບປະມານ ກໍມີການ ຄຸ້ມຄອງ, ຈັດຕັ້ງຢ່າງເຂັ້ມງວດ. ພ້ອມນີ້, ການກະກຽມ ແລະ ດຳ ເນີນກອງປະຊຸມໃຫຍ່ 3 ຂັ້ນຂອງ ພັກ ເຊິ່ງມາຮອດປັດຈຸບັນ, ການ ດໍາເນີນກອງປະຊຸມໃຫຍ່ອົງຄະນະ ພັກເມືອງ 4 ເມືອງ ແລະ ກອງ ປະຊຸມໃຫຍ່ອົງຄະນະພັກ 2 ກຳລັງ ປະກອບອາວຸດ (ປກຊ, ປກສ) ແມ່ນສໍາເລັດ 100%, ພ້ອມທັງສໍາ ເລັດການແບ່ງງານ-ແບ່ງຄວາມ ຮັບຜິດຊອບພາຍໃນຄະນະພັກ ຖືກ ຕ້ອງສອດຄ່ອງຕາມພາລະບົດບາດ ທັງວຽກງານພັກ ແລະ ວຽກລັດ. ສ່ວນການດໍາເນີນກອງປະຊຸມໃຫຍ່ ຂັ້ນຮາກຖານພັກອ້ອມຂ້າງແຂວງ ແມ່ນສໍາເລັດ 93,25%; ສໍາລັບ ຂັ້ນອົງການຈັດຕັ້ງມະຫາຊົນແມ່ນ ສຳເລັດ 100%; ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຄັ້ງ ທີ XI ຂອງອົງຄະນະພັກແຂວງ ເຊກອງ ທີ່ໄດ້ວາງຄາດໝາຍ ຈະ ເປີດຂຶ້ນໃນເດືອນສິງຫາຕໍ່ໜ້ານີ້ ໂດຍດ້ານເນື້ອໃນແມ່ນໄດ້ລົງເຄື່ອນ ໄຫວລະດົມຄວາມຄິດເຫັນໃສ່ຮ່າງ ເນື້ອໃນບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ X, ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ 20262030 ຢູ່ 4 ເມືອງ ແລະ ບັນດາພະ ແນກການອ້ອມຂ້າງແຂວງ ສຳ ເລັດ; ສ່ວນດ້ານໂຄງປະກອບບຸກ ຄະລາກອນ ແມ່ນຢູ່ໃນຂັ້ນຕອນກະ ກຽມລົງທາບທາມ ຈະໃຫ້ສຳເລັດ ໃນທ້າຍເດືອນກໍລະກົດ 2025 ນີ້. ພາຍຫລັງຮັບຟັງລາຍງານ ແລ້ວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ ນໍາວ່າ: ການນໍາພາ-ຊີ້ນໍາ ຂອງ ຄະນະບໍລິຫານງານພັກແຂວງເຊ ກອງ ກໍຄື ພະນັກງານຫລັກແຫລ່ງ ຂັ້ນພະແນກການຕ່າງໆພາຍໃນ ແຂວງ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ວຽກງານຕາມພາລະບົດບາດຂອງ ຕົນ ໂດຍສະເພາະໃນປີ 2025 ມາຮອດໄລຍະນີ້ ກໍນັບໄດ້ວ່າເຄິ່ງປີ ແລ້ວ ທີ່ໄດ້ເອົາໃຈໃສ່ປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ, ວຽກງານຈຸດສຸມໃນແຕ່ຂົງເຂດ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ມີຜົນສໍາເລັດຕາມ ຄາດໝາຍ. ທັງໝົດນັ້ນ, ຍ້ອນການ ນໍາພາ-ຊີ້ນໍາຢ່າງໃກ້ຊິດ, ດ້ວຍ ຄວາມສາມັກຄີ ເປັນເອກະພາບສູງ ຂອງຄະນະພັກ-ຄະນະນໍາ ທຸກຂັ້ນ ລວມທັງການປະກອບສ່ວນຂອງ ປະຊາຊົນບັນດາເຜົ່າແຂວງເຊ ກອງ ທີ່ໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ເຂົ້້າໃນການປະຕິບັດ ໜ້າທີ່ຂອງຕົນຢ່າງເຕັມກຳລັງ. ໃນ ຕໍ່ໜ້ານີ້ ກໍຄື 6 ເດືອນທ້າຍປີ, ຂໍໃຫ້ ຄະນະພັກ-ຄະນະນໍາທຸກຂັ້ນ ພ້ອມ ກັນເອົາໃຈໃສ່ປະຕິບັດໜ້າທີ່ຂອງ ຕົນ ດ້ວຍການເພີ່ມທະວີຂອດການ ນໍາພາ-ຊີ້ນໍາໃຫ້ສູງຂຶ້ນ, ຫັນລົງກໍ່ ສ້າງຮາກຖານການເມືອງ, ພັດທະ ນາຊົນນະບົດຮອບດ້ານ, ກໍ່ສ້າງ ພັກ-ພະນັກງານຕາມທິດປອດໃສ, ເຂັ້ມແຂງໜັກແໜ້ນ; ເດັດດ່ຽວ ສະກັດກັ້ນ ແລະ ແກ້ໄຂບັນດາປາ ກົດການຫຍໍ້ທໍ້ທາງດ້ານສັງຄົມໃຫ້ ຫລຸດລົງ ເປັນຕົ້ນ ອຸບັດເຫດ, ຂີ້ລັກ ງັດແງະ, ຄ້າຂາຍຢາເສບຕິດ, ຄ້າ ຂາຍເຖື່ອນຕ່າງໆ ແລະ ການພະນັນ ຜິດກົດໝາຍ. ພ້ອມນີ້, ກໍໃຫ້ເພີ່ມ ທະວີການສຶກສາອົບຮົມວຽກງານ ການເມືອງ-ແນວຄິດ ເພື່ອສ້າງ ການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃຫ້ແກ່ສະມາຊິກພັກພະນັກງານ, ປັບປຸງກົງຈັກການຈັດ ຕັ້ງໃຫ້ຖືກຕ້ອງ, ສອດຄ່ອງກັບໜ້າ ທີ່ວິຊາສະເພາະ ແລະ ຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ການ ເມືອງ ໃນໄລຍະໃໝ່; ເປັນເຈົ້າການ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃນການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ ໂດຍໃຫ້ສຸມ ໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍ ໃນແຂວງ ເພື່ອມາພັດທະນາເສດ ຖະກິດຂອງແຂວງ ໂດຍສະເພາະ ພື້ນຖານໂຄງລ່າງຄົມມະນາຄົມ ຂົນສົ່ງ ໃຫ້ມີຄວາມສະດວກໃນ ການໄປ-ມາ, ພ້ອມທັງເອົາໃຈໃສ່ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນບັນດາເຜົ່າໃຫ້ຫລຸດໜ້ອຍຖອຍ ລົງ; ເຊື່ອໝັ້ນວ່າ ພາຍໃຕ້ການນໍາ ພາ-ຊີ້ ນໍາຂອງອົງຄະນະພັກແຂວງ ບວກກັບກຳລັງແຮງຂອງພະນັກ ງານ-ລັດຖະກອນ, ປະຊາຊົນບັນ ດາເຜົ່າ ຈະເຮັດໃຫ້ແຂວງເຊກອງ ມີການພັັດທະນາກ້າວຂຶ້ນຢ່າງບໍ່ ຢຸດຢັ້ງ. ຂ່າວ-ພາບ: ອັດສະວິນ ອົງການປົກຄອງ...ົົ ແບບໄຮ້ຮອຍຕໍ່ ໃນລະຫວ່າງການ ເຮັດທຸລະກຳ ກັບບັນດາທະນາ ຄານຕ່າງໆທີ່ເປັນສະມາຊິກຂອງ LAPNet ຫາ ເອັມມັນນີເອັກ. ນອກຈາກນັ້ນ, ກະເປົາເອັມມັນນີ ເອັກ ຍັງສາມາດໂອນເຂົ້າທຸກບັນຊີ ທະນາຄານ ທີ່ເປັນສະມາຊິກໄດ້ ເຊັ່ນກັນ ລວມເຖິງການສະແກນ ຊຳລະສິນຄ້າຕ່າງໆດ້ວຍຄິວອາ ໂຄດ (QR Code) ທີ່ເປັນລາວ ຄິວອາ (Lao QR) ສາມາດນຳ ໃຊ້ໄດ້ທຸກຮ້ານຄ້າທົ່ວປະເທດລາວ. ເອັມມັນນີເອັກ ເຂົ້າເປັນສະມາ ຊິກ LAPNet ຖືເປັນບາດກ້າວ ສຳຄັນໃນການພັດທະນາລະບົບ ຫລື ແອັບພິເຄຊັນ ດ້ານການເງິນ ດີຈິຕອນ ຂອງລາວ ເຊິ່ງເປັນເຄືອ ຂ່າຍລະບົບຊຳລະເງິນ ລະຫວ່າງ ສະຖາບັນການເງິນ (Interbank Payment Network) ທີ່ຖືກ ພັດທະນາໂດຍທະນາຄານແຫ່ງ ສປປ ລາວ ເພື່ອສ້າງລະບົບການ ໂອນເງິນລະຫວ່າງທະນາຄານ ແລະ ພາກສ່ວນບໍລິການການເງິນດີຈິ ຕອນໃຫ້ເປັນມາດຕະຖານ ມີຄວາມ ປອດໄພ ແລະ ຄວາມໄວສູງ. ການ ຮ່ວມມືໃນຄັ້ງນີ້, ບໍ່ແມ່ນພຽງແຕ່ ການເຊັນສັນຍາ ແຕ່ເປັນການປູ ທາງສໍາລັບການຮ່ວມມືໄລຍະຍາວ ລະຫວ່າງ ແລະ ເອັມມັນນີເອັກທີ່ຈະ ນໍາເອົານະວັດຕະກຳທາງການເງິນ ແລະ ບໍລິການທີ່ສະດວກປອດໄພ ມາໃຫ້ປະຊາຊົນລາວຢ່າງທົ່ວເຖິງ. ນອກນັ້ນ, ເອັມມັນນີເອັກ ຍັງ ມີການອັບເດດລະບົບ ໃຫ້ກາຍເປັນ ເອັມມັນນີ ຊຸບເປີເອັກ (Mmoney SuperX) ເຊິ່ງເປັນສູນລວມຈາກ ທຸກບໍລິການຂອງໂທລະຄົມ ມາເປີດ ບໍລິການທີ່ລະບົບ MmoneyX. ນອກຈາກນັ້ນ, ຍັງສາມາດຮອງຮັບ ກະເປົາການເງິນ ສຳລັບນັກທ່ອງ ທ່ຽວ ໂດຍການເຊື່ອມກັບລະບົບ ຂອງວີຊາ(Visa) ແລະ ມາດເຕີ ຄາດ (Mastercard), ການບໍລິ ການຮັບເງິນໂອນຈາກຕ່າງປະ ເທດ ໂດຍຜ່ານລະບົບ ມັນນີແກັມ (Money Gram) ໂດຍບໍ່ມີຄ່າ ທຳນຽມ. ນາຍົກລັດຖະມົນຕີ...ົັົີ ເອັມມັນນີເອັກ...ັັີັ ທ່ານ ອາລຸນນະເດດ ບານ ຈິດ ຜູ້ອຳນວຍການ ບໍລິສັດ ລາວ ໂມບາຍມັນນີ ຈຳກັດຜູ້ດຽວ ຫລື MmoneyX ໃຫ້ຮູ້ວ່າ: ການ ຮ່ວມມືຄັ້ງນີ້, ເພື່ອຮັບຮອງເອົາ ການເຂົ້າ ເປັນສະມາຊິກຂອງ LAPNet ຢ່າງເປັນທາງການ ແນ ໃສ່ສົ່ງເສີມການພັດທະນາວົງການ ບໍລິການການເງິນດີຈິຕອນ ຜ່ານ ກະເປົາເງິນເທິງມືຖື ຂອງ ສປປ ລາວ ແລະ ເພື່ອຕອບສະໜອງ ການ ຫັນເປັນທັນສະໄໝ ໃນການຊຳລະ ສະສາງດ້ານການເງິນ, ການຫັນ ເປັນທັນສະໄໝຕາມວິໄສທັດຂອງ ລັດຖະບານ ກໍຄື ທິດການເຫັນເປັນ ດີຈິຕອນ ຂອງກະຊວງເຕັກໂນໂລ ຊີ ແລະ ການສື່ສານ ວາງອອກ ແລະ ການເຂົ້າເຖິງການບໍລິການ ທາງດ້ານການເງິນໃນທົ່ວປະເທດ (Financial Inclusion) ຕາມ ທິດຂອງທະນາຄານແຫ່ງ ສປປ ລາວ ຜ່ານບໍລິການກະເປົາເງິນເທິງ ມືຖື MmoneyX ທີ່ສາມາດເຊື່ອມ ໂຍງບັນດາທະນາຄານ, ບໍລິສັດ ຟິນເທັກ (Fintech) ທັງພາຍໃນ ແລະ ສາກົນ ໂດຍຜ່ານເຄືອຂ່າຍ ຂອງ LAPNet. ເພື່ອອຳນວຍ ຄວມສະດວກໃຫ້ແກ່ພໍ່ແມ່ປະຊາຊົນ ໃນການນຳໃຊ້ລະບົບ MmoneyX ແບບບໍ່ຈຳກັດ ພຽງແຕ່ມີສັນຍານ ອິນເຕີເນັດ ກໍສາມາດເຮັດທຸລະກຳ ທາງການເງິນໄດ້ຄົບໃນລະບົບ ດຽວ. ຂ່າວ-ພາບ: ລາວໂທລະຄົມ ຮັບຟັງການລາຍງານກ່ຽວກັບ ແຜນການປ້ອງກັນ ແລະ ຄວບຄຸມ ໄພພິບັດ(ຕ້ານນໍ້າຖ້ວມ) ປະຈຳປີ 2025 ຢູ່ ນວ, ລາຍງານກ່ຽວກັບ ແຜນການກະກຽມງານມະຫະກຳ ກິລາແຫ່ງຊາດ ຄັ້ງທີ XII ທີ່ນະ ຄອນຫລວງວຽງຈັນ ຈະເປັນເຈົ້າ ພາບ, ຮັບຟັງການລາຍງານກ່ຽວ ກັບການກະກຽມແຜນຜັງການຈັດ ງານວາງສະແດງສິນຄ້າ ໃນງານ ບຸນນະມັດສະການພະທາດຫລວງ ວຽງຈັນປະຈຳປີ2025, ການລາຍ ງານກ່ຽວກັບການສະເໜີຂໍເພີ່ມ ອາຍຸສຳປະທານທີ່ດິນບໍລິເວນຄູກັນ ນໍ້າຖ້ວມແຄມຂອງ ຕື່ມອີກ 20 ປີ (ຈາກອາຍຸເດີມ 30 ປີ ເພີ່ມອີກ 20 ປີເປັນ 50 ປີ) ຂອງລັດວິສາຫະກິດ ສ່ວນບຸກຄົນຟູຈິວາລະ ແລະ ຮັບຟັງ ການລາຍງານກ່ຽວກັບ ບົດສະ ຫລຸບສະພາບພົ້ນເດັ່ນປະຈຳ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ ປະຈຳ 6 ເດືອນທ້າຍປີ 2025 ຂອງ ອົງການປົກຄອງ ນວ ຈຳນວນໜຶ່ງ. ໃນຕອນທ້າຍປະຊຸມ, ຍັງໄດ້ ຮັບຟັງການໂອ້ລົມຈາກທ່ານເຈົ້າ ຄອງນະຄອນຫລວງວຽງຈັນ ເພື່ອ ໃຫ້ຊີ້ນຳ ແລະ ເປັນທິດທາງໃຫ້ ແກ່ການຈັດຕັ້ງປະຕິບັດວຽກງານ ແຕ່ລະຂົງເຂດ ກໍຄື ການດໍາເນີນ ວຽກງານຕ່າງໆໃນຕໍ່ໜ້າໃຫ້ມີຜົນ ສຳເລັດ. ຂ່າວ: ໜັງສືພິມວຽງຈັນໃໝ່
03/07/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ບົດສະເໜີົີ s;o7n odkog8u [.spj 0tspkp8q ;0v'7totrq ;ra o8j k'xtgmfl6 odk'ra d *ໃນທ່າມກາງບັນຍາກາດທີ່ ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມ ແຂ່ງຂັນສ້າງຜົນງານຂ່ຳນັບຮັບ ຕ້ອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນ ໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະນັກງານທົ່ວຄະນະພົວພັນ ຕ່າງປະເທດສູນກາງພັກ ພວມ ກະກຽມໄຂກອງປະຊຸມໃຫຍ່ ຄັ້ງ ທີ III ຂອງຕົນ ເຊິ່ງກໍພໍດີຖືກກັບ ໂອກາດວັນສ້າງຕັ້ງຄະນະພົວພັນ ຕ່າງປະເທດສູນກາງພັກ ທີ່ໄດ້ໝູນ ວຽນບັນຈົບ ຄົບຮອບ 42 ປີ ໃນ ວັນທີ 29 ມິຖຸນາ 2025 ໂດຍເປັນ ອີກໜຶ່ງວັນທີ່ມີຄວາມໝາຍຄວາມ ສຳຄັນຕໍ່ຄະນະພົວພັນຕ່າງປະເທດ ສູນກາງພັກ ກໍຄື ຂະແໜງການຕ່າງ ປະເທດໃນທົ່ວປະເທດ. ຄະນະພົວພັນຕ່າງປະເທດສູນ ກາງພັກ ເປັນອົງການຈັດຕັ້ງໜຶ່ງ ຂອງພັກ ຂຶ້ນກັບຄະນະບໍລິຫານ ງານສູນກາງພັກ, ມີຖານະທຽບ ເທົ່າຄະນະຂອງພັກຂັ້ນສູນກາງ, ມີ ພາລະບົດບາດເປັນເສນາທິການ ໃຫ້ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ໃນການຄົ້ນຄວ້າແຜນຍຸດທະສາດ, ແນວທາງນະໂຍບາຍການພົວພັນ ຕ່າງປະເທດຂອງພັກ; ຕາງໜ້າ ສູນກາງພັກ ໃນການພົວພັນຮ່ວມມື ກັບພັກການເມືອງຂອງຕ່າງປະເທດ ໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍຕາມການມອບໝາຍຂອງກົມ ການເມືອງສູນກາງພັກ ແລະ ຄະນະ ເລຂາທິການສູນກາງພັກ ພ້ອມ (ຂໍ້ມູນໜັງສືພິມບໍລິຄຳໄຊ)ໍູ້ັືິໍິ *ປາແດກ ແມ່ນອີກໜຶ່ງອາຫານ ຫລື ເຄື່ອງປຸງອາຫານທີ່ຕິດພັນກັບ ຊີວິດເປັນຢູ່ຂອງຊາດມາແຕ່ດົນ ນານ ເຊິ່ງໃນສະໄໝກ່ອນໆການ ເຮັດ ຫລື ຜະລິດປາແດກ ແມ່ນ ຍັງເຮັດກິນພາຍໃນຄອບຄົວໃຜ ລາວ, ແຕ່ມາຮອດປັດຈຸບັນໂດຍ ອີງໃສ່ຄວາມອຸດົມສົມບູນທາງດ້ານ ວັດຖຸດິບ ແລະ ຄວາມຕ້ອງການ ຂອງສັງຄົມເພີ່ມຂຶ້ນ ຈຶ່ງເກີດມີການ ຜະລິດຈາກເລັກນ້ອຍ ຄືເມື່ອກ່ອນ ໄປສູ່ການນຳໃຊ້ໂຮງງານຜະລິດ ເພື່ອສະໜອງຄວາມຕ້ອງການທັງ ໄດ້ກາຍເປັນຜະລິດຕະພັນໜຶ່ງເມືອງ ໜຶ່ງຜະລິດຕະພັນຕາມແນວທາງ ທີ່ພັກ-ລັດຖະບານວາງອອກ. ດັ່ງເມື່ອມໍ່ໆນີ້ ຢູ່ໂຮງງານບ້ານ ຫ້ວຍສຽດ ເມືອງປາກຊັນ ແຂວງ ບໍລິຄຳໄຊ ໄດ້ປະກາດຮັບຮອງ ເອົາປາແດກຕົ້ມສຸກສຳເລັດຮູບກາ g,n v'xkd-a o Ia [Iv'zt]y f8tra oxkcfddk 3 fk; gxa oly o7h k3vfa v[ 3 ດາວ ເປັນສິນຄ້າໜຶ່ງເມືອງໜຶ່ງ ຜະລິດຕະພັນ (ໂອດັອບ) ໂດຍ ເປັນກຽດເຂົ້າຮ່ວມຂອງທ່ານ ສຸ ລິຈັນ ທ່ຽງຈັນໄຊ ຮັກສາການ ຮອງເຈົ້າເມືອງປາກຊັນ, ທ່ານ ນາງ ມະນີທອງ ອ້ວນລາສີ ຮອງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຜູ້ປະກອບການ ທຸລະກິດ, ຕາງໜ້າພະແນກການ ເຂົ້າຮ່ວມ. ທ່ານນາງ ວິໄລວັນ ພູນສະລິດ ເຈົ້າຂອງທຸລະກິດໂຮງງານປາແດກ ຕົ້ມສຸກສຳເລັດຮູບກາ 3 ດາວກ່າວ ວ່າ: ໂດຍປະຕິບັດຕາມແນວທາງ ນະໂຍບາຍຂອງພັກ-ລັດ ທີ່ໄດ້ຊຸກຍູ້ ສົ່ງເສີມການຜະລິດທຸລະກິດຕາມ ກົນໄກຕະຫລາດ ແລະ ຫັນເປັນ ອຸດສາຫະກຳທັນສະໄໝ, ຕົນເອງ ຈຶ່ງໄດ້ເລີ່ມສຶກສາພ້ອມຂຽນບົດ ວິພາກເສດຖະກິດ ແລະ ໄດ້ຮັບ ອະນຸຍາດສ້າງຕັ້ງໂຮງງານໃນປີ 2023 ໄດ້ຮັບທະບຽນວິສາຫະກິດ ແລະ ຢັ້ງຢືນການຂຶ້ນທະບຽນ ອາຫານ ປີ 2024 ພ້ອມທັງເລີ່ມ ຜະລິດໂດຍມີພະນັກງານວິຊາການ ແລະ ເຄື່ອງຈັກທີ່ທັນສະໄໝເຂົ້າ ໃນບາດກ້າວຂັ້ນຕອນການຜະລິດ ໂດຍການຜະລິດຄັ້ງ 1 ໄດ້ 2.000 ລິດ, ບັນຈຸໄດ້ປະມານ 5.700 ກວ່າ ຕຸກ ເທົ່າກັບ 470 ກວ່າແພັກ, ແພັກ ລະ 12 ຕຸກ, ໃນປະລິມານຕຸກລະ 360 ມິນລີລິດ, ລັກສະນະຂອງ ຜະລິດຕະພັນປາແດກຕົ້ມສຸກເປັນ ນໍ້າເຂັ້ມຂຸ້ນເໝາະແກ່ການປຸງແຕ່ງ ອາຫານ. ສຳລັບວັດຖຸດິບທີ່ສະໜອງ ນຳເຂົ້າໃນການຜະລິດແມ່ນນຳໃຊ້ ປາເກັດສົດຈາກທຳມະຊາດໂດຍມີ ແມ່ຄ້າພາຍໃນແຂວງສະໜອງໃຫ້ ປະມານ 800 ກິໂລຕໍ່ວັນ. ແນວໃດກໍດີສຳລັບການຈຳ ໜ່າຍແມ່ນສົ່ງຕາມຮ້ານຄ້າທ້ອງ ຕະຫລາດ ແລະ ຮ້ານສະດວກຊື້ ພາຍໃນແຂວງ, ນອກຈາກນີ້ ໄດ້ ສົ່ງອອກຕ່າງແຂວງຈຳນວນໜຶ່ງ; ປະກອບມີ 2 ສູດ ຝາແດງ ແລະ ຝາ ເຫລືອງ, ປັດຈຸບັນມີການຜະລິດຢ່າງ ຕໍ່ເນື່ອງ. ຂະນະທີ່ສັງຄົມມີຄວາມ ຕ້ອງການຫລາຍ ແລະ ຕະຫລາດ ຮັບຮອງຄື: ຕະຫລາດພາຍໃນ ເມືອງ, ແຂວງ 25%, ຕະຫລາດ ຕ່າງແຂວງ 75%. ຜ່ານການເກັບ ກຳຂໍ້ມູນຂອງອຸດສາຫະກຳ ແລະ ການຄ້າເມືອງປາກຊັນ ໂດຍອີງໃສ່ ບົດວິພາກເສດຖະກິດ, ການຜະລິດ ແລະ ການຈຳໜ່າຍມີຈໍານວນເພີ່ມ ຂຶ້ນຢ່າງຕໍ່ເນື່ອງເຈົ້າເມືອງປາກຊັນ ຈຶ່ງໄດ້ຕົກລົງຮັບຮອງຫົວໜ່ວຍ ໂຮງງານປາແດກຕົ້ມສຸກສຳເລັດ ຮູບກາ 3 ດາວ ເປັນຜະລິດຕະພັນ ທີ່ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ເປັນ ຫົວໜ່ວຍທີ 3 ຂອງເມືອງປາກຊັນ. ທ່ານ ນາງ ວິໄລວັນ ພູນສະລິດ ກ່າວ. ໃຫ້ກຽດມອບໃບຢັ້ງຢືນໂດຍ ທ່ານ ສຸລິຈັນ ທ່ຽງຈັນໄຊ ຮັກສາ ການຮອງເຈົ້າເມືອງປາກຊັນ, ມີແຂກ ຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ. (ເນື່ອງໃນໂອກາດວັນສ້າງຕັ້ງ ຄຕພ ຄົບຮອບ 42 ປີ 29/6/1983 - 29/6/2025)ື່ັ້ັ້ົີ ທັງເປັນເຈົ້າການຊີ້ນໍາ, ຄຸ້ມຄອງ ການເຄື່ອນໄຫວວຽກງານພົວພັນ ຕ່າງປະເທດຂອງອົງການຈັດຕັ້ງ ພັກ ແລະ ການທູດປະຊາຊົນໃຫ້ມີ ຄວາມເປັນເອກະພາບ ໂດຍຜ່ານ ປະຕູດຽວ. ເມື່ອຫວນຄືນເບິ່ງຂະບວນການ ເຕີບໃຫຍ່ຂະຫຍາຍຕົວຂອງຄະນະ ພົວພັນຕ່າງປະເທດສູນກາງພັກ ຈະເຫັນໄດ້ວ່າວຽກງານການຕ່າງ ປະເທດເປັນໜຶ່ງໃນຂະແໜງການ ທີ່ສຳຄັນ ທີ່ໄດ້ຮັບການເອົາໃຈໃສ່ ຢ່າງໃກ້ຊິດຈາກສູນກາງພັກ ແລະ ໄດ້ຕິດພັນກັບພາລະກິດປະຕິວັດ ຂອງພັກ ໃນຕະຫລອດໄລຍະທີ່ຜ່ານ ມາ ໂດຍໃນໄລຍະການປະຕິວັດຕໍ່ ສູ້ກູ້ຊາດ ຈົນຮອດໄລຍະປົດປ່ອຍ ຊາດໃນປີ 1975, ອົງການທີ່ເຮັດ ວຽກງານຕ່າງປະເທດທັງສາຍພັກ ແລະ ສາຍລັດ ໄດ້ລວມສູນຢູ່ບ່ອນ ດຽວ, ນັ້ນຄື: ຫ້ອງການຕໍ່ສູ້ການ ເມືອງ ແລະ ຕ່າງປະເທດຂອງແນວ ລາວສ້າງຊາດມີສໍານັກງານຢູ່ເມືອງ ວຽງໄຊ, ແຂວງຫົວພັນ. ພາຍຫລັງ ການສະຖາປະນາ ສປປ ລາວ ໃນ ປີ 1975 ຮອດປີ 1983, ກະຊວງ ການຕ່າງປະເທດ ຮັບຜິດຊອບ ວຽກງານພົວພັນຕ່າງປະເທດ ທັງ ສາຍພັກ, ລັດ ແລະ ອົງການຈັດຕັ້ງ ມະຫາຊົນ. ຕໍ່ມາພາຍໃຕ້ແນວທາງ ການປ່ຽນແປງໃໝ່ ແລະ ເພື່ອເປີດ ກວ້າງການພົວພັນຕ່າງປະເທດ ບວກກັບບໍລິມາດວຽກງານນັບມື້ນັບ ຫລາຍຂຶ້ນ, ກົມການເມືອງສູນກາງ ພັກ ຈຶ່ງໄດ້ອອກມະຕິຕົກລົງສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງ ພັກ ໃນເດືອນມິຖຸນາ 1983 ແລະ ກົດລະບຽບສະບັບທຳອິດຂອງຄະ ນະພົວພັນຕ່າງປະເທດສູນກາງພັກ ໄດ້ຖືກຮັບຮອງ ໃນວັນທີ 29 ມິຖຸນາ 1983 ຊຶ່ງເປັນວັນສ້າງຕັ້ງຄະນະ ພົວພັນຕ່າງປະເທດສູນກາງພັກ ຂຶ້ນ ຢ່າງເປັນທາງການ. ຕະຫລອດໄລຍະ 42 ປີ ຜ່ານ ມາ, ຄະນະພົວພັນຕ່າງປະເທດ ສູນກາງພັກ ໄດ້ເຕີບໃຫຍ່ຂະຫຍາຍ ຕົວທາງດ້ານປະລິມານ ແລະ ຄຸນ ນະພາບ, ໂຄງປະກອບການຈັດຕັ້ງ ແລະ ພາລະບົດບາດກໍ່ໄດ້ມີການ ປັບປຸງໃຫ້ເຕີບໃຫຍ່ເຂັ້ມແຂງ ເພື່ອ ແບກຫາບໜ້າທີ່ການເມືອງ ແລະ ສອດຄ່ອງກັບສະພາບການຕົວຈິງ ໂດຍໄດ້ແບ່ງອອກເປັນ 5 ໄລຍະ ດັ່ງນີ້: ໄລຍະທີ 1: ແຕ່ປີ 19831993: ສະຫາຍ ພູນ ສີປະເສີດ ກຳ ມະການກົມການເມືອງສູນກາງພັກ ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງ ພັກຜູ້ທຳອິດ, ທັງເປັນຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ, ໄລຍະນີ້ປະກອບ ມີ 3 ກົມ ຄື : ຫ້ອງການ, ກົມຄົ້ນ ຄວ້າສັງລວມການພົວພັນລະຫວ່າງ ພັກກັບພັກ ແລະ ກົມຊີ້ນຳການ ເຄື່ອນໄຫວສາກົນຂອງອົງການຈັດ ຕັ້ງມະຫາຊົນ. ໄລຍະທີ 2: ແຕ່ປີ 19932006: ສະຫາຍ ສົມສະຫວາດ ເລັ່ງສະຫວັດ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ເປັນຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ ທັງ ເປັນລັດຖະມົນຕີກະຊວງການຕ່າງ ປະເທດ, ໃນໄລຍະນີ້ ໂດຍປະຕິບັດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກ ແລະ ມະຕິຕົກລົງຂອງ ກົມການເມືອງສູນກາງພັກ ໄດ້ໂອນ ຄະນະກຳມະການເພື່ອສັນຕິພາບ ແລະ ສາມັກຄີຂອງ ລາວ ແລະ ຄະນະຄົ້ນຄວ້າວິໄຈການເມືອງເຂົ້າ ມາສັງກັດຢູ່ໃນຄະນະພົວພັນຕ່າງ ປະເທດສູນກາງພັກ; ໃນໄລຍະນີ້ ໄດ້ປັບປຸງກົງຈັກການຈັດຕັ້ງເປັນ 4 ກົມ ຄື : ຫ້ອງການ, ກົມຄົ້ນຄວ້າ ສັງລວມ, ກົມພົວພັນພັກ ແລະ ກົມ ພົວພັນຄົນເຊື້ອຊາດລາວ ຢູ່ຕ່າງ ປະເທດ; ຕົກມາຮອດປີ 2002, ເພື່ອໃຫ້ການເຄື່ອນໄຫວຂອງຄະນະ ພົວພັນຕ່າງປະເທດສູນກາງພັກ ສອດຄ່ອງກັບສະພາບການໃນໄລ ຍະໃໝ່, ຈຶ່ງຂະຫຍາຍເປັນ 5 ກົມ, ເພີ່ມກົມພົວພັນສາກົນຂອງອົງການ ຈັດຕັ້ງມະຫາຊົນ. ໄລຍະທີ 3: ແຕ່ປີ 20062015: ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ ໄດ້ຮັບ ການແຕ່ງຕັ້ງເປັນເລຂາຄະນະພັກ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງ ພັກ, ທັງເປັນຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ແລະ ລັດຖະມົນຕີກະຊວງການຕ່າງປະ ເທດ, ໄລຍະນີ້ ກົງຈັກການຈັດຕັ້ງ ຂອງຄະນະພົວພັນຕ່າງປະເທດ ໄດ້ ປັບປຸງຈາກ 5 ກົມ ເຫລືອພຽງ 3 ກົມ ຄື: ຫ້ອງການ, ກົມພົວພັນພັກ ແລະ ກົມພົວພັນສາກົນຂອງອົງ ການຈັດຕັ້ງມະຫາຊົນ. ໄລຍະທີ 4: ແຕ່ປີ 20152020: ຍ້ອນການເຕີບໃຫຍ່ຂະ ຫຍາຍຕົວຂອງວຽກງານການຕ່າງ ປະເທດຂອງປະເທດເຮົານັບມື້ນັບ ກວ້າງຂວາງ, ເລິກເຊິ່ງບໍລິມາດ ການຊີ້ນຳ-ນຳພາຂອງຄະນະພັກ ຂະແໜງການຕ່າງປະເທດ ນັບມື້ ນັບຫລາຍຂຶ້ນ, ຄະນະເລຂາທິການ ສູນກາງພັກ ຈຶ່ງໄດ້ຕົກລົງແຍກ ອົງຄະນະພັກກະຊວງການຕ່າງ ປະເທດ ແລະ ຄະນະພົວພັນຕ່າງ ປະເທດສູນກາງພັກອອກເປັນ 2 ອົງຄະນະພັກເອກະລາດ ຕາມມະຕິ ຕົກລົງຂອງຄະນະເລຂາທິການ ສູນກາງພັກ ສະບັບເລກທີ 42/ ຄລສພ, ລົງວັນທີ 4 ພຶດສະພາ 2015, ສະຫາຍ ນາງ ສູນທອນ ໄຊຍະຈັກ ກໍາມະການສູນກາງ ພັກ ໄດ້ຮັບການແຕ່ງຕັ້ງເປັນເລຂາ ຄະນະບໍລິຫານງານພັກ, ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງ ພັກ. ໄລຍະນີ້ ກົງຈັກການຈັດຕັ້ງ ໄດ້ປັບປຸງຄືນປະກອບມີ 6 ກົມ ຄື : ຫ້ອງການ, ກົມຄົ້ນຄວ້າ-ສັງລວມ, ກົມອາຊີ-ປາຊີຟິກ ແລະ ອາຟຣິກ ກາ, ກົມເອີຣົບ-ອາເມລິກາ ແລະ ກົມພົວພັນສາກົນຂອງອົງການຈັດ ຕັ້ງມະຫາຊົນ. ໄລຍະທີ 5: ແຕ່ປີ 2021 ເປັນ ຕົ້ນມາ : ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງ ພັກ, ເປັນເລຂາຄະນະບໍລິຫານ ງານພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ. ໄລຍະນີ້ ໂຄງປະກອບການຈັດຕັ້ງຍັງຮັກສາ ໄວ້ 6 ກົມຄືເກົ່າ, ແຕ່ອີງໃສ່ການ ປະຕິບັດວຽກງານຕົວຈິງ ແລະ ເພື່ອ ໃຫ້ສອດຄ່ອງກັບວຽກງານໄລຍະ ໃໝ່ ມາຮອດປີ 2023, ໄດ້ປັບປຸງ ປ່ຽນຊື່ໃໝ່ 2 ກົມ ຄື ກົມຄົ້ນຄວ້າສັງລວມ ເປັນກົມຄົ້ນຄວ້າ ແລະ ພົວພັນຫລາຍຝ່າຍ, ກົມພົວພັນສາ ກົນຂອງອົງການຈັດຕັ້ງມະຫາຊົນ ປ່ຽນເປັນກົມການທູດປະຊາຊົນ. ເດືອນພະຈິກ 2024, ກົມການ ເມືອງສູນກາງພັກ ໄດ້ແຕ່ງຕັ້ງ ສະຫາຍ ບຸນເຫລືອ ພັນດານຸວົງ ເປັນຮັກສາການເລຂາຄະນະພັກ, ຮັກສາການຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ເພື່ອສືບຕໍ່ ນຳພາ-ຊີ້ນຳວຽກງານຂອງຄະນະ ພົວພັນຕ່າງປະເທດສູນກາງພັກ ເຊິ່ງປັດຈຸບັນ ຄະນະພົວພັນຕ່າງ ປະເທດສູນກາງພັກ ມີພະນັກງານ ທັງໝົດ 140 ກວ່າຄົນ ແລະ ພວມ ກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກຂອງຕົນ ໃນໄວໆນີ້. ປັດຈຸບັນ, ຄະນະພົວພັນຕ່າງ ປະເທດສູນກາງພັກ ໄດ້ເຄື່ອນໄຫວ ໜ້າທີ່ການເມືອງ ໂດຍປະຕິບັດຕາມ ແນວທາງການຕ່າງປະເທດ ຂອງ ພັກ ຕິດພັນກັບຍຸດທະສາດລວມ ຂອງການພົວພັນກັບຕ່າງປະເທດ ແລະ ເພື່ອປະຕິບັດສອງໜ້າທີ່ ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໃນ ຖານະເປັນເສນາທິການໃຫ້ສູນກາງ ພັກປະຊາຊົນ ປະຕິວັດລາວ ແລະ ໂດຍຍຶດໝັ້ນນະໂຍບາຍການຕ່າງ ປະເທດຂອງພັກວາງອອກໃນແຕ່ລະ ສະໄໝ, ຄະນະພົວພັນຕ່າງປະເທດ ສູນກາງພັກ ໄດ້ຕັ້ງໜ້າເຄື່ອນໄຫວ ຕ່າງປະເທດສາຍພັກ ແລະ ການທູດ ປະຊາຊົນ ໂດຍເສີມຂະຫຍາຍສາຍ ພົວພັນທີ່ເປັນມູນເຊື້ອກັບບັນດາພັກ ການເມືອງໃນພາກພື້ນຕ່າງໆຂອງ ໂລກບົນພື້ນຖານ 5 ຫລັກການຢູ່ ຮ່ວມກັນໂດຍສັນຕິ, ບໍ່ຈໍາແນກລະ ບອບການເມືອງທີ່ແຕກຕ່າງກັນ; ໃນນັ້ນ, ໄດ້ໃຫ້ຄວາມສຳຄັນສູງຕໍ່ ການພົວພັນກັບບັນດາພັກເພື່ອນ ມິດຍຸດທະສາດ ຄື: ພັກກອມມູນິດ ຫວຽດນາມ, ພັກກອມມູນິດຈີນ, ພັກແຮງງານເກົາຫລີ ແລະ ພັກ ກອມມູນິດກູບາ ຊຶ່ງໄດ້ມີການພົວພັນ ອັນສະໜິດແໜ້ນຢ່າງເປັນປົກກະຕິ ແລະ ມີກົນໄກການໄປມາຫາສູ່ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລວມທັງວຽກງານກໍ່ສ້າງພັກພະນັກງານ ແລະ ການສຳມະນາ ທິດສະດີຮ່ວມກັນ.
RkJQdWJsaXNoZXIy MTc3MTYxMQ==