lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 03/07/2025 xtgmf]k; ປະທານປະເທດ... ຂປລ. ໃນວັນທີ 2 ກໍລະກົດ 2025 ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຍື່ນສານຕາຕັ້ງ ຂອງ ບັນດາທູດຕ່າງປະເທດ ຈໍານວນ 4 ທ່ານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ປະຈໍາ ສປປ ລາວ. ບັນດາທູດທີ່ເຂົ້າຍື່ນສານຕາຕັ້ງ ຄັ້ງນີ້, ປະກອບມີ: ທ່ານນາງ ໂອຢ່າ ຢ່າຊາຣ (Oya Yazar) ເອກອັກ ຄະລັດຖະທູດ ວິສາມັນຜູ້ມີອໍານາດ ເຕັມ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາ ສປປ ລາວ, ມີສຳນັກງານ ຕັ້ງຢູ່ນະຄອນຫລວງວຽງຈັນ; ທ່ານ ນາງ ອີລີສະເບດ ຕັນ ເຕ (Elizabeth Tan Te) ເອກ ອັກຄະລັດຖະທູດວິສາມັນຜູ້ມີອໍາ ນາດເຕັມ ແຫ່ງ ສາທາລະນະລັດ ຟິລິບປິນ ປະຈໍາ ສປປ ລາວ, ມີ ສຳນັກງານຕັ້ງຢູ່ນະຄອນຫລວງ ວຽງຈັນ; ທ່ານ ມາຣຕິນ ມາຄູ ຣູຣູ (Martin Makururu) ເອກ ອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສາທາລະນະ ລັດ ຊິມບໍາເວ ປະຈໍາ ສປປ ລາວ, ມີສຳນັກງານຕັ້ງຢູ່ຈາກາກຕາ, ອິນໂດເນເຊຍ; ທ່ານ ອັນໂຕນິໂອສ ປາປາໂກສຕາສ (Antonios Papakostas) ເອກອັກຄະລັດ ຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ເກຣັກ ປະ ຈໍາ ສປປ ລາວ, ມີສຳນັກງານຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ. ໂອກາດນີ້, ທ່ານ ທອງລຸນ ສີສຸ ລິດ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຊົມເຊີຍ ບັນດາທູດ ທີ່ໄດ້ ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ ເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະ ແດງຄວາມເຊື່ອໝັ້ນວ່າ ດ້ວຍປະ ສົບການທາງດ້ານການທູດ, ບົດ ຮຽນ ແລະ ຄວາມຮູ້, ຄວາມສາ ມາດທີ່ອຸດົມສົມບູນຂອງບັນດາ ທ່ານທູດ ຈະຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທັງໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍ ໃຫ້ນັບ ມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ຊຸກຍູ້ການແລກປ່ຽນຢ້ຽມຢາມເຊິ່ງ ກັນ ແລະ ກັນ ຂອງບັນດາການນຳ ຂັ້ນສູງ ຈົນເຖິງການໄປມາຫາສູ່ ລະຫວ່າງປະຊາຊົນດ້ວຍກັນ, ເສີມ ຂະຫຍາຍການຮ່ວມມື ດ້ານການ ຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆທີ່ມີທ່າ ແຮງນຳກັນ, ຊຸກຍູ້ການຈັດຕັ້ງປະ ຕິບັດບັນດາບົດບັນທຶກຄວາມເຂົ້າ ໃຈ ທີ່ສອງຝ່າຍໄດ້ຮ່ວມກັນລົງ ນາມ ໃຫ້ປະກົດຜົນເປັນຈິງ. ພ້ອມ ນີ້, ກໍສະເໜີໃຫ້ບັນດາທູດ ໄປຢ້ຽມ ຢາມບັນດາແຂວງຂອງ ສປປ ລາວ ເພື່ອເບິ່ງການພັດທະນາຕົວຈິງ ຂອງແຂວງ, ຊ່ວຍຍາດແຍ່ງ ແລະ ຂົນຂວາຍບັນດານັກທຸລະກິດນັກລົງທຶນ ທີ່ມີຄວາມສົນໃຈ ໃຫ້ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ ຫລາຍຂຶ້ນ. ໃນຂະນະດຽວກັນ, ບັນດາທູດ ຕ່າງປະເທດປະຈໍາລາວ ກໍໄດ້ສະ ແດງຄວາມຂອບໃຈຕໍ່ຄຳເວົ້າອັນ ຈົບງາມ ແລະ ການຕ້ອນຮັບອັນ ອົບອຸ່ນຈາກທ່ານປະທານປະເທດ ແຫ່ງ ສປປ ລາວ, ພ້ອມທັງສະແດງ ຄວາມໝາຍໝັ້ນ ຈະສືບຕໍ່ຊຸກຍູ້ ສົ່ງ ເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ໃຫ້ປາກົດຜົນ ເປັນຈິງ ແລະ ມີປະສິດທິຜົນສູງສຸດ ເພື່ອນຳເອົາຜົນປະໂຫຍດມາສູ່ປະ ເທດຊາດ ກໍຄື ປະຊາຊົນຂອງທັງ ສອງປະເທດ. ໃນວັນດຽວກັນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ມອບສານຕາຕັ້ງໃຫ້ ແກ່ບັນດາທູດຂອງ ສປປ ລາວ ເພື່ອ ໄປຮັບໜ້າທີ່ປະຈຳຢູ່ຕ່າງປະເທດ ຈໍານວນ 2 ທ່ານ, ປະກອບມີ ທ່ານ ພູໂຂງ ສີສຸລາດ ໄປຮັບໜ້າທີ່ເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສະຫະລັດ ອາເມລິກາ ແລະ ການາດາ;ທ່ານ ກາລະມົງຄຸນ ສຸພານຸວົງ ໄປຮັບໜ້າທີ່ເປັນ ເອກ ອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ຝຣັ່ງ ແລະ ເອກອັກຄະລັດຖະທູດ ຜູ້ຕາງໜ້າ ຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການ ຝຣັງໂກໂຟນີ. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍ ແລະ ມີຄໍາ ເຫັນຊີ້ນຳ ຕໍ່ທ່ານເອກອັກຄະລັດຖະ ທູດ ທັງ 2 ທ່ານ ທີ່ຈະໄປປະຕິບັດ ໜ້າທີ່ການທູດຢູ່ຕ່າງປະເທດ ຈົ່ງ ສືບຕໍ່ປະກອບສ່ວນສຸມທຸກເຫື່ອ ແຮງ ແລະ ຄວາມຮູ້ຄວາມສາມາດ ຂອງຕົນ ເຂົ້າໃນການເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ປະເທດເພື່ອນມິດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ຍາດແຍ່ງເອົາການຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫລືອ ດ້ານຕ່າງໆຈາກສາກົນ, ເອົາໃຈ ໃສ່ໂຄສະນາຂົນຂວາຍບັນດານັກ ລົງທຶນ, ນັກທຸລະກິດ ແລະ ນັກທ່ອງ ທ່ຽວຕ່າງປະເທດ ໃຫ້ເຂົ້າມາ ສປປ ລາວ ຫລາຍຂຶ້ນ ເພື່ອນຳເອົາຜົນ ປະໂຫຍດສູງສຸດມາສູ່ປະຊາຊົນ ລາວບັນດາເຜົ່າ, ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ຂອງ ສປປ ລາວ ໃນການລຶບລ້າງຄວາມທຸກຍາກ ໃຫ້ແກ່ປະຊາຊົນລາວ ແລະ ໃຫ້ສາ ມາດນຳພາປະເທດຊາດຫລຸດພົ້ນ ອອກຈາກສະຖານະພາບດ້ອຍພັດ ທະນາ ຕາມເປົ້າໝາຍທີ່ວາງໄວ້. ພາບ: ເກດສະໜາ ສະແດງໃຫ້ເຫັນ ໃນ 3 ຂະແໜງ ການຫລັກ ຄື: ຂະແໜງກະສິກຳ ແລະ ປ່າໄມ້ ມີການເຕີບໂຕທາງ ດ້ານການປູກຝັງ, ລ້ຽງສັດ ເພີ່ມ ຂຶ້ນ; ຂະແໜງອຸດສາຫະກຳ-ພະລັງ ງານໄຟຟ້າ ແລະ ບໍ່ແຮ່ ໄດ້ມີການ ເຄື່ອນໄຫວດຳເນີນການຜະລິດເປັນ ປົກກະຕິ ແລະ ຂະແໜງບໍລິການ, ການຄ້າ ແລະ ຄົມມະນາຄົມຂົນສົ່ງ ກໍໄດ້ມີການຈັດຕັ້ງປະຕິບັດໄປຕາມ ແຜນການວາງໄວ້ມີທ່ວງທ່າດີຂຶ້ນ ເປັນລໍາດັບເຊັ່ນ: ການຄ້າຂາຍຍົກຂາຍຍ່ອຍ, ການຂົນສົ່ງໂດຍສານ, ໂຮງແຮມ, ຮ້ານອາຫານ, ຣີສອດ, ບ້ານພັກ, ແຫລ່ງທ່ອງທ່ຽວ ໂດຍ ຄາດຄະເນໝົດປີ 2025 ຈະເຮັດ ໃຫ້ລວມຍອດຜະລິດຕະພັນພາຍໃນ ບັນລຸໃນລະດັບ 6,2%. ນອກນັ້ນ, ການເກັບລາຍຮັບ ແລະ ການປະຕິ ບັດລາຍຈ່າຍງົບປະມານ ກໍມີການ ຄຸ້ມຄອງ, ຈັດຕັ້ງຢ່າງເຂັ້ມງວດ. ພ້ອມນີ້, ການກະກຽມ ແລະ ດຳ ເນີນກອງປະຊຸມໃຫຍ່ 3 ຂັ້ນຂອງ ພັກ ເຊິ່ງມາຮອດປັດຈຸບັນ, ການ ດໍາເນີນກອງປະຊຸມໃຫຍ່ອົງຄະນະ ພັກເມືອງ 4 ເມືອງ ແລະ ກອງ ປະຊຸມໃຫຍ່ອົງຄະນະພັກ 2 ກຳລັງ ປະກອບອາວຸດ (ປກຊ, ປກສ) ແມ່ນສໍາເລັດ 100%, ພ້ອມທັງສໍາ ເລັດການແບ່ງງານ-ແບ່ງຄວາມ ຮັບຜິດຊອບພາຍໃນຄະນະພັກ ຖືກ ຕ້ອງສອດຄ່ອງຕາມພາລະບົດບາດ ທັງວຽກງານພັກ ແລະ ວຽກລັດ. ສ່ວນການດໍາເນີນກອງປະຊຸມໃຫຍ່ ຂັ້ນຮາກຖານພັກອ້ອມຂ້າງແຂວງ ແມ່ນສໍາເລັດ 93,25%; ສໍາລັບ ຂັ້ນອົງການຈັດຕັ້ງມະຫາຊົນແມ່ນ ສຳເລັດ 100%; ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຄັ້ງ ທີ XI ຂອງອົງຄະນະພັກແຂວງ ເຊກອງ ທີ່ໄດ້ວາງຄາດໝາຍ ຈະ ເປີດຂຶ້ນໃນເດືອນສິງຫາຕໍ່ໜ້ານີ້ ໂດຍດ້ານເນື້ອໃນແມ່ນໄດ້ລົງເຄື່ອນ ໄຫວລະດົມຄວາມຄິດເຫັນໃສ່ຮ່າງ ເນື້ອໃນບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ X, ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ 20262030 ຢູ່ 4 ເມືອງ ແລະ ບັນດາພະ ແນກການອ້ອມຂ້າງແຂວງ ສຳ ເລັດ; ສ່ວນດ້ານໂຄງປະກອບບຸກ ຄະລາກອນ ແມ່ນຢູ່ໃນຂັ້ນຕອນກະ ກຽມລົງທາບທາມ ຈະໃຫ້ສຳເລັດ ໃນທ້າຍເດືອນກໍລະກົດ 2025 ນີ້. ພາຍຫລັງຮັບຟັງລາຍງານ ແລ້ວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ ນໍາວ່າ: ການນໍາພາ-ຊີ້ນໍາ ຂອງ ຄະນະບໍລິຫານງານພັກແຂວງເຊ ກອງ ກໍຄື ພະນັກງານຫລັກແຫລ່ງ ຂັ້ນພະແນກການຕ່າງໆພາຍໃນ ແຂວງ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ວຽກງານຕາມພາລະບົດບາດຂອງ ຕົນ ໂດຍສະເພາະໃນປີ 2025 ມາຮອດໄລຍະນີ້ ກໍນັບໄດ້ວ່າເຄິ່ງປີ ແລ້ວ ທີ່ໄດ້ເອົາໃຈໃສ່ປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ, ວຽກງານຈຸດສຸມໃນແຕ່ຂົງເຂດ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ມີຜົນສໍາເລັດຕາມ ຄາດໝາຍ. ທັງໝົດນັ້ນ, ຍ້ອນການ ນໍາພາ-ຊີ້ນໍາຢ່າງໃກ້ຊິດ, ດ້ວຍ ຄວາມສາມັກຄີ ເປັນເອກະພາບສູງ ຂອງຄະນະພັກ-ຄະນະນໍາ ທຸກຂັ້ນ ລວມທັງການປະກອບສ່ວນຂອງ ປະຊາຊົນບັນດາເຜົ່າແຂວງເຊ ກອງ ທີ່ໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ເຂົ້້າໃນການປະຕິບັດ ໜ້າທີ່ຂອງຕົນຢ່າງເຕັມກຳລັງ. ໃນ ຕໍ່ໜ້ານີ້ ກໍຄື 6 ເດືອນທ້າຍປີ, ຂໍໃຫ້ ຄະນະພັກ-ຄະນະນໍາທຸກຂັ້ນ ພ້ອມ ກັນເອົາໃຈໃສ່ປະຕິບັດໜ້າທີ່ຂອງ ຕົນ ດ້ວຍການເພີ່ມທະວີຂອດການ ນໍາພາ-ຊີ້ນໍາໃຫ້ສູງຂຶ້ນ, ຫັນລົງກໍ່ ສ້າງຮາກຖານການເມືອງ, ພັດທະ ນາຊົນນະບົດຮອບດ້ານ, ກໍ່ສ້າງ ພັກ-ພະນັກງານຕາມທິດປອດໃສ, ເຂັ້ມແຂງໜັກແໜ້ນ; ເດັດດ່ຽວ ສະກັດກັ້ນ ແລະ ແກ້ໄຂບັນດາປາ ກົດການຫຍໍ້ທໍ້ທາງດ້ານສັງຄົມໃຫ້ ຫລຸດລົງ ເປັນຕົ້ນ ອຸບັດເຫດ, ຂີ້ລັກ ງັດແງະ, ຄ້າຂາຍຢາເສບຕິດ, ຄ້າ ຂາຍເຖື່ອນຕ່າງໆ ແລະ ການພະນັນ ຜິດກົດໝາຍ. ພ້ອມນີ້, ກໍໃຫ້ເພີ່ມ ທະວີການສຶກສາອົບຮົມວຽກງານ ການເມືອງ-ແນວຄິດ ເພື່ອສ້າງ ການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃຫ້ແກ່ສະມາຊິກພັກພະນັກງານ, ປັບປຸງກົງຈັກການຈັດ ຕັ້ງໃຫ້ຖືກຕ້ອງ, ສອດຄ່ອງກັບໜ້າ ທີ່ວິຊາສະເພາະ ແລະ ຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ການ ເມືອງ ໃນໄລຍະໃໝ່; ເປັນເຈົ້າການ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃນການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ ໂດຍໃຫ້ສຸມ ໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍ ໃນແຂວງ ເພື່ອມາພັດທະນາເສດ ຖະກິດຂອງແຂວງ ໂດຍສະເພາະ ພື້ນຖານໂຄງລ່າງຄົມມະນາຄົມ ຂົນສົ່ງ ໃຫ້ມີຄວາມສະດວກໃນ ການໄປ-ມາ, ພ້ອມທັງເອົາໃຈໃສ່ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນບັນດາເຜົ່າໃຫ້ຫລຸດໜ້ອຍຖອຍ ລົງ; ເຊື່ອໝັ້ນວ່າ ພາຍໃຕ້ການນໍາ ພາ-ຊີ້ ນໍາຂອງອົງຄະນະພັກແຂວງ ບວກກັບກຳລັງແຮງຂອງພະນັກ ງານ-ລັດຖະກອນ, ປະຊາຊົນບັນ ດາເຜົ່າ ຈະເຮັດໃຫ້ແຂວງເຊກອງ ມີການພັັດທະນາກ້າວຂຶ້ນຢ່າງບໍ່ ຢຸດຢັ້ງ. ຂ່າວ-ພາບ: ອັດສະວິນ ອົງການປົກຄອງ...ົົ ແບບໄຮ້ຮອຍຕໍ່ ໃນລະຫວ່າງການ ເຮັດທຸລະກຳ ກັບບັນດາທະນາ ຄານຕ່າງໆທີ່ເປັນສະມາຊິກຂອງ LAPNet ຫາ ເອັມມັນນີເອັກ. ນອກຈາກນັ້ນ, ກະເປົາເອັມມັນນີ ເອັກ ຍັງສາມາດໂອນເຂົ້າທຸກບັນຊີ ທະນາຄານ ທີ່ເປັນສະມາຊິກໄດ້ ເຊັ່ນກັນ ລວມເຖິງການສະແກນ ຊຳລະສິນຄ້າຕ່າງໆດ້ວຍຄິວອາ ໂຄດ (QR Code) ທີ່ເປັນລາວ ຄິວອາ (Lao QR) ສາມາດນຳ ໃຊ້ໄດ້ທຸກຮ້ານຄ້າທົ່ວປະເທດລາວ. ເອັມມັນນີເອັກ ເຂົ້າເປັນສະມາ ຊິກ LAPNet ຖືເປັນບາດກ້າວ ສຳຄັນໃນການພັດທະນາລະບົບ ຫລື ແອັບພິເຄຊັນ ດ້ານການເງິນ ດີຈິຕອນ ຂອງລາວ ເຊິ່ງເປັນເຄືອ ຂ່າຍລະບົບຊຳລະເງິນ ລະຫວ່າງ ສະຖາບັນການເງິນ (Interbank Payment Network) ທີ່ຖືກ ພັດທະນາໂດຍທະນາຄານແຫ່ງ ສປປ ລາວ ເພື່ອສ້າງລະບົບການ ໂອນເງິນລະຫວ່າງທະນາຄານ ແລະ ພາກສ່ວນບໍລິການການເງິນດີຈິ ຕອນໃຫ້ເປັນມາດຕະຖານ ມີຄວາມ ປອດໄພ ແລະ ຄວາມໄວສູງ. ການ ຮ່ວມມືໃນຄັ້ງນີ້, ບໍ່ແມ່ນພຽງແຕ່ ການເຊັນສັນຍາ ແຕ່ເປັນການປູ ທາງສໍາລັບການຮ່ວມມືໄລຍະຍາວ ລະຫວ່າງ ແລະ ເອັມມັນນີເອັກທີ່ຈະ ນໍາເອົານະວັດຕະກຳທາງການເງິນ ແລະ ບໍລິການທີ່ສະດວກປອດໄພ ມາໃຫ້ປະຊາຊົນລາວຢ່າງທົ່ວເຖິງ. ນອກນັ້ນ, ເອັມມັນນີເອັກ ຍັງ ມີການອັບເດດລະບົບ ໃຫ້ກາຍເປັນ ເອັມມັນນີ ຊຸບເປີເອັກ (Mmoney SuperX) ເຊິ່ງເປັນສູນລວມຈາກ ທຸກບໍລິການຂອງໂທລະຄົມ ມາເປີດ ບໍລິການທີ່ລະບົບ MmoneyX. ນອກຈາກນັ້ນ, ຍັງສາມາດຮອງຮັບ ກະເປົາການເງິນ ສຳລັບນັກທ່ອງ ທ່ຽວ ໂດຍການເຊື່ອມກັບລະບົບ ຂອງວີຊາ(Visa) ແລະ ມາດເຕີ ຄາດ (Mastercard), ການບໍລິ ການຮັບເງິນໂອນຈາກຕ່າງປະ ເທດ ໂດຍຜ່ານລະບົບ ມັນນີແກັມ (Money Gram) ໂດຍບໍ່ມີຄ່າ ທຳນຽມ. ນາຍົກລັດຖະມົນຕີ...ົັົີ ເອັມມັນນີເອັກ...ັັີັ ທ່ານ ອາລຸນນະເດດ ບານ ຈິດ ຜູ້ອຳນວຍການ ບໍລິສັດ ລາວ ໂມບາຍມັນນີ ຈຳກັດຜູ້ດຽວ ຫລື MmoneyX ໃຫ້ຮູ້ວ່າ: ການ ຮ່ວມມືຄັ້ງນີ້, ເພື່ອຮັບຮອງເອົາ ການເຂົ້າ ເປັນສະມາຊິກຂອງ LAPNet ຢ່າງເປັນທາງການ ແນ ໃສ່ສົ່ງເສີມການພັດທະນາວົງການ ບໍລິການການເງິນດີຈິຕອນ ຜ່ານ ກະເປົາເງິນເທິງມືຖື ຂອງ ສປປ ລາວ ແລະ ເພື່ອຕອບສະໜອງ ການ ຫັນເປັນທັນສະໄໝ ໃນການຊຳລະ ສະສາງດ້ານການເງິນ, ການຫັນ ເປັນທັນສະໄໝຕາມວິໄສທັດຂອງ ລັດຖະບານ ກໍຄື ທິດການເຫັນເປັນ ດີຈິຕອນ ຂອງກະຊວງເຕັກໂນໂລ ຊີ ແລະ ການສື່ສານ ວາງອອກ ແລະ ການເຂົ້າເຖິງການບໍລິການ ທາງດ້ານການເງິນໃນທົ່ວປະເທດ (Financial Inclusion) ຕາມ ທິດຂອງທະນາຄານແຫ່ງ ສປປ ລາວ ຜ່ານບໍລິການກະເປົາເງິນເທິງ ມືຖື MmoneyX ທີ່ສາມາດເຊື່ອມ ໂຍງບັນດາທະນາຄານ, ບໍລິສັດ ຟິນເທັກ (Fintech) ທັງພາຍໃນ ແລະ ສາກົນ ໂດຍຜ່ານເຄືອຂ່າຍ ຂອງ LAPNet. ເພື່ອອຳນວຍ ຄວມສະດວກໃຫ້ແກ່ພໍ່ແມ່ປະຊາຊົນ ໃນການນຳໃຊ້ລະບົບ MmoneyX ແບບບໍ່ຈຳກັດ ພຽງແຕ່ມີສັນຍານ ອິນເຕີເນັດ ກໍສາມາດເຮັດທຸລະກຳ ທາງການເງິນໄດ້ຄົບໃນລະບົບ ດຽວ. ຂ່າວ-ພາບ: ລາວໂທລະຄົມ ຮັບຟັງການລາຍງານກ່ຽວກັບ ແຜນການປ້ອງກັນ ແລະ ຄວບຄຸມ ໄພພິບັດ(ຕ້ານນໍ້າຖ້ວມ) ປະຈຳປີ 2025 ຢູ່ ນວ, ລາຍງານກ່ຽວກັບ ແຜນການກະກຽມງານມະຫະກຳ ກິລາແຫ່ງຊາດ ຄັ້ງທີ XII ທີ່ນະ ຄອນຫລວງວຽງຈັນ ຈະເປັນເຈົ້າ ພາບ, ຮັບຟັງການລາຍງານກ່ຽວ ກັບການກະກຽມແຜນຜັງການຈັດ ງານວາງສະແດງສິນຄ້າ ໃນງານ ບຸນນະມັດສະການພະທາດຫລວງ ວຽງຈັນປະຈຳປີ2025, ການລາຍ ງານກ່ຽວກັບການສະເໜີຂໍເພີ່ມ ອາຍຸສຳປະທານທີ່ດິນບໍລິເວນຄູກັນ ນໍ້າຖ້ວມແຄມຂອງ ຕື່ມອີກ 20 ປີ (ຈາກອາຍຸເດີມ 30 ປີ ເພີ່ມອີກ 20 ປີເປັນ 50 ປີ) ຂອງລັດວິສາຫະກິດ ສ່ວນບຸກຄົນຟູຈິວາລະ ແລະ ຮັບຟັງ ການລາຍງານກ່ຽວກັບ ບົດສະ ຫລຸບສະພາບພົ້ນເດັ່ນປະຈຳ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ ປະຈຳ 6 ເດືອນທ້າຍປີ 2025 ຂອງ ອົງການປົກຄອງ ນວ ຈຳນວນໜຶ່ງ. ໃນຕອນທ້າຍປະຊຸມ, ຍັງໄດ້ ຮັບຟັງການໂອ້ລົມຈາກທ່ານເຈົ້າ ຄອງນະຄອນຫລວງວຽງຈັນ ເພື່ອ ໃຫ້ຊີ້ນຳ ແລະ ເປັນທິດທາງໃຫ້ ແກ່ການຈັດຕັ້ງປະຕິບັດວຽກງານ ແຕ່ລະຂົງເຂດ ກໍຄື ການດໍາເນີນ ວຽກງານຕ່າງໆໃນຕໍ່ໜ້າໃຫ້ມີຜົນ ສຳເລັດ. ຂ່າວ: ໜັງສືພິມວຽງຈັນໃໝ່
RkJQdWJsaXNoZXIy MTc3MTYxMQ==