03/07/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ບົດສະເໜີົີ s;o7n odkog8u [.spj 0tspkp8q ;0v'7totrq ;ra o8j k'xtgmfl6 odk'ra d *ໃນທ່າມກາງບັນຍາກາດທີ່ ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມ ແຂ່ງຂັນສ້າງຜົນງານຂ່ຳນັບຮັບ ຕ້ອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນ ໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະນັກງານທົ່ວຄະນະພົວພັນ ຕ່າງປະເທດສູນກາງພັກ ພວມ ກະກຽມໄຂກອງປະຊຸມໃຫຍ່ ຄັ້ງ ທີ III ຂອງຕົນ ເຊິ່ງກໍພໍດີຖືກກັບ ໂອກາດວັນສ້າງຕັ້ງຄະນະພົວພັນ ຕ່າງປະເທດສູນກາງພັກ ທີ່ໄດ້ໝູນ ວຽນບັນຈົບ ຄົບຮອບ 42 ປີ ໃນ ວັນທີ 29 ມິຖຸນາ 2025 ໂດຍເປັນ ອີກໜຶ່ງວັນທີ່ມີຄວາມໝາຍຄວາມ ສຳຄັນຕໍ່ຄະນະພົວພັນຕ່າງປະເທດ ສູນກາງພັກ ກໍຄື ຂະແໜງການຕ່າງ ປະເທດໃນທົ່ວປະເທດ. ຄະນະພົວພັນຕ່າງປະເທດສູນ ກາງພັກ ເປັນອົງການຈັດຕັ້ງໜຶ່ງ ຂອງພັກ ຂຶ້ນກັບຄະນະບໍລິຫານ ງານສູນກາງພັກ, ມີຖານະທຽບ ເທົ່າຄະນະຂອງພັກຂັ້ນສູນກາງ, ມີ ພາລະບົດບາດເປັນເສນາທິການ ໃຫ້ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ໃນການຄົ້ນຄວ້າແຜນຍຸດທະສາດ, ແນວທາງນະໂຍບາຍການພົວພັນ ຕ່າງປະເທດຂອງພັກ; ຕາງໜ້າ ສູນກາງພັກ ໃນການພົວພັນຮ່ວມມື ກັບພັກການເມືອງຂອງຕ່າງປະເທດ ໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍຕາມການມອບໝາຍຂອງກົມ ການເມືອງສູນກາງພັກ ແລະ ຄະນະ ເລຂາທິການສູນກາງພັກ ພ້ອມ (ຂໍ້ມູນໜັງສືພິມບໍລິຄຳໄຊ)ໍູ້ັືິໍິ *ປາແດກ ແມ່ນອີກໜຶ່ງອາຫານ ຫລື ເຄື່ອງປຸງອາຫານທີ່ຕິດພັນກັບ ຊີວິດເປັນຢູ່ຂອງຊາດມາແຕ່ດົນ ນານ ເຊິ່ງໃນສະໄໝກ່ອນໆການ ເຮັດ ຫລື ຜະລິດປາແດກ ແມ່ນ ຍັງເຮັດກິນພາຍໃນຄອບຄົວໃຜ ລາວ, ແຕ່ມາຮອດປັດຈຸບັນໂດຍ ອີງໃສ່ຄວາມອຸດົມສົມບູນທາງດ້ານ ວັດຖຸດິບ ແລະ ຄວາມຕ້ອງການ ຂອງສັງຄົມເພີ່ມຂຶ້ນ ຈຶ່ງເກີດມີການ ຜະລິດຈາກເລັກນ້ອຍ ຄືເມື່ອກ່ອນ ໄປສູ່ການນຳໃຊ້ໂຮງງານຜະລິດ ເພື່ອສະໜອງຄວາມຕ້ອງການທັງ ໄດ້ກາຍເປັນຜະລິດຕະພັນໜຶ່ງເມືອງ ໜຶ່ງຜະລິດຕະພັນຕາມແນວທາງ ທີ່ພັກ-ລັດຖະບານວາງອອກ. ດັ່ງເມື່ອມໍ່ໆນີ້ ຢູ່ໂຮງງານບ້ານ ຫ້ວຍສຽດ ເມືອງປາກຊັນ ແຂວງ ບໍລິຄຳໄຊ ໄດ້ປະກາດຮັບຮອງ ເອົາປາແດກຕົ້ມສຸກສຳເລັດຮູບກາ g,n v'xkd-a o Ia [Iv'zt]y f8tra oxkcfddk 3 fk; gxa oly o7h k3vfa v[ 3 ດາວ ເປັນສິນຄ້າໜຶ່ງເມືອງໜຶ່ງ ຜະລິດຕະພັນ (ໂອດັອບ) ໂດຍ ເປັນກຽດເຂົ້າຮ່ວມຂອງທ່ານ ສຸ ລິຈັນ ທ່ຽງຈັນໄຊ ຮັກສາການ ຮອງເຈົ້າເມືອງປາກຊັນ, ທ່ານ ນາງ ມະນີທອງ ອ້ວນລາສີ ຮອງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຜູ້ປະກອບການ ທຸລະກິດ, ຕາງໜ້າພະແນກການ ເຂົ້າຮ່ວມ. ທ່ານນາງ ວິໄລວັນ ພູນສະລິດ ເຈົ້າຂອງທຸລະກິດໂຮງງານປາແດກ ຕົ້ມສຸກສຳເລັດຮູບກາ 3 ດາວກ່າວ ວ່າ: ໂດຍປະຕິບັດຕາມແນວທາງ ນະໂຍບາຍຂອງພັກ-ລັດ ທີ່ໄດ້ຊຸກຍູ້ ສົ່ງເສີມການຜະລິດທຸລະກິດຕາມ ກົນໄກຕະຫລາດ ແລະ ຫັນເປັນ ອຸດສາຫະກຳທັນສະໄໝ, ຕົນເອງ ຈຶ່ງໄດ້ເລີ່ມສຶກສາພ້ອມຂຽນບົດ ວິພາກເສດຖະກິດ ແລະ ໄດ້ຮັບ ອະນຸຍາດສ້າງຕັ້ງໂຮງງານໃນປີ 2023 ໄດ້ຮັບທະບຽນວິສາຫະກິດ ແລະ ຢັ້ງຢືນການຂຶ້ນທະບຽນ ອາຫານ ປີ 2024 ພ້ອມທັງເລີ່ມ ຜະລິດໂດຍມີພະນັກງານວິຊາການ ແລະ ເຄື່ອງຈັກທີ່ທັນສະໄໝເຂົ້າ ໃນບາດກ້າວຂັ້ນຕອນການຜະລິດ ໂດຍການຜະລິດຄັ້ງ 1 ໄດ້ 2.000 ລິດ, ບັນຈຸໄດ້ປະມານ 5.700 ກວ່າ ຕຸກ ເທົ່າກັບ 470 ກວ່າແພັກ, ແພັກ ລະ 12 ຕຸກ, ໃນປະລິມານຕຸກລະ 360 ມິນລີລິດ, ລັກສະນະຂອງ ຜະລິດຕະພັນປາແດກຕົ້ມສຸກເປັນ ນໍ້າເຂັ້ມຂຸ້ນເໝາະແກ່ການປຸງແຕ່ງ ອາຫານ. ສຳລັບວັດຖຸດິບທີ່ສະໜອງ ນຳເຂົ້າໃນການຜະລິດແມ່ນນຳໃຊ້ ປາເກັດສົດຈາກທຳມະຊາດໂດຍມີ ແມ່ຄ້າພາຍໃນແຂວງສະໜອງໃຫ້ ປະມານ 800 ກິໂລຕໍ່ວັນ. ແນວໃດກໍດີສຳລັບການຈຳ ໜ່າຍແມ່ນສົ່ງຕາມຮ້ານຄ້າທ້ອງ ຕະຫລາດ ແລະ ຮ້ານສະດວກຊື້ ພາຍໃນແຂວງ, ນອກຈາກນີ້ ໄດ້ ສົ່ງອອກຕ່າງແຂວງຈຳນວນໜຶ່ງ; ປະກອບມີ 2 ສູດ ຝາແດງ ແລະ ຝາ ເຫລືອງ, ປັດຈຸບັນມີການຜະລິດຢ່າງ ຕໍ່ເນື່ອງ. ຂະນະທີ່ສັງຄົມມີຄວາມ ຕ້ອງການຫລາຍ ແລະ ຕະຫລາດ ຮັບຮອງຄື: ຕະຫລາດພາຍໃນ ເມືອງ, ແຂວງ 25%, ຕະຫລາດ ຕ່າງແຂວງ 75%. ຜ່ານການເກັບ ກຳຂໍ້ມູນຂອງອຸດສາຫະກຳ ແລະ ການຄ້າເມືອງປາກຊັນ ໂດຍອີງໃສ່ ບົດວິພາກເສດຖະກິດ, ການຜະລິດ ແລະ ການຈຳໜ່າຍມີຈໍານວນເພີ່ມ ຂຶ້ນຢ່າງຕໍ່ເນື່ອງເຈົ້າເມືອງປາກຊັນ ຈຶ່ງໄດ້ຕົກລົງຮັບຮອງຫົວໜ່ວຍ ໂຮງງານປາແດກຕົ້ມສຸກສຳເລັດ ຮູບກາ 3 ດາວ ເປັນຜະລິດຕະພັນ ທີ່ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ເປັນ ຫົວໜ່ວຍທີ 3 ຂອງເມືອງປາກຊັນ. ທ່ານ ນາງ ວິໄລວັນ ພູນສະລິດ ກ່າວ. ໃຫ້ກຽດມອບໃບຢັ້ງຢືນໂດຍ ທ່ານ ສຸລິຈັນ ທ່ຽງຈັນໄຊ ຮັກສາ ການຮອງເຈົ້າເມືອງປາກຊັນ, ມີແຂກ ຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ. (ເນື່ອງໃນໂອກາດວັນສ້າງຕັ້ງ ຄຕພ ຄົບຮອບ 42 ປີ 29/6/1983 - 29/6/2025)ື່ັ້ັ້ົີ ທັງເປັນເຈົ້າການຊີ້ນໍາ, ຄຸ້ມຄອງ ການເຄື່ອນໄຫວວຽກງານພົວພັນ ຕ່າງປະເທດຂອງອົງການຈັດຕັ້ງ ພັກ ແລະ ການທູດປະຊາຊົນໃຫ້ມີ ຄວາມເປັນເອກະພາບ ໂດຍຜ່ານ ປະຕູດຽວ. ເມື່ອຫວນຄືນເບິ່ງຂະບວນການ ເຕີບໃຫຍ່ຂະຫຍາຍຕົວຂອງຄະນະ ພົວພັນຕ່າງປະເທດສູນກາງພັກ ຈະເຫັນໄດ້ວ່າວຽກງານການຕ່າງ ປະເທດເປັນໜຶ່ງໃນຂະແໜງການ ທີ່ສຳຄັນ ທີ່ໄດ້ຮັບການເອົາໃຈໃສ່ ຢ່າງໃກ້ຊິດຈາກສູນກາງພັກ ແລະ ໄດ້ຕິດພັນກັບພາລະກິດປະຕິວັດ ຂອງພັກ ໃນຕະຫລອດໄລຍະທີ່ຜ່ານ ມາ ໂດຍໃນໄລຍະການປະຕິວັດຕໍ່ ສູ້ກູ້ຊາດ ຈົນຮອດໄລຍະປົດປ່ອຍ ຊາດໃນປີ 1975, ອົງການທີ່ເຮັດ ວຽກງານຕ່າງປະເທດທັງສາຍພັກ ແລະ ສາຍລັດ ໄດ້ລວມສູນຢູ່ບ່ອນ ດຽວ, ນັ້ນຄື: ຫ້ອງການຕໍ່ສູ້ການ ເມືອງ ແລະ ຕ່າງປະເທດຂອງແນວ ລາວສ້າງຊາດມີສໍານັກງານຢູ່ເມືອງ ວຽງໄຊ, ແຂວງຫົວພັນ. ພາຍຫລັງ ການສະຖາປະນາ ສປປ ລາວ ໃນ ປີ 1975 ຮອດປີ 1983, ກະຊວງ ການຕ່າງປະເທດ ຮັບຜິດຊອບ ວຽກງານພົວພັນຕ່າງປະເທດ ທັງ ສາຍພັກ, ລັດ ແລະ ອົງການຈັດຕັ້ງ ມະຫາຊົນ. ຕໍ່ມາພາຍໃຕ້ແນວທາງ ການປ່ຽນແປງໃໝ່ ແລະ ເພື່ອເປີດ ກວ້າງການພົວພັນຕ່າງປະເທດ ບວກກັບບໍລິມາດວຽກງານນັບມື້ນັບ ຫລາຍຂຶ້ນ, ກົມການເມືອງສູນກາງ ພັກ ຈຶ່ງໄດ້ອອກມະຕິຕົກລົງສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງ ພັກ ໃນເດືອນມິຖຸນາ 1983 ແລະ ກົດລະບຽບສະບັບທຳອິດຂອງຄະ ນະພົວພັນຕ່າງປະເທດສູນກາງພັກ ໄດ້ຖືກຮັບຮອງ ໃນວັນທີ 29 ມິຖຸນາ 1983 ຊຶ່ງເປັນວັນສ້າງຕັ້ງຄະນະ ພົວພັນຕ່າງປະເທດສູນກາງພັກ ຂຶ້ນ ຢ່າງເປັນທາງການ. ຕະຫລອດໄລຍະ 42 ປີ ຜ່ານ ມາ, ຄະນະພົວພັນຕ່າງປະເທດ ສູນກາງພັກ ໄດ້ເຕີບໃຫຍ່ຂະຫຍາຍ ຕົວທາງດ້ານປະລິມານ ແລະ ຄຸນ ນະພາບ, ໂຄງປະກອບການຈັດຕັ້ງ ແລະ ພາລະບົດບາດກໍ່ໄດ້ມີການ ປັບປຸງໃຫ້ເຕີບໃຫຍ່ເຂັ້ມແຂງ ເພື່ອ ແບກຫາບໜ້າທີ່ການເມືອງ ແລະ ສອດຄ່ອງກັບສະພາບການຕົວຈິງ ໂດຍໄດ້ແບ່ງອອກເປັນ 5 ໄລຍະ ດັ່ງນີ້: ໄລຍະທີ 1: ແຕ່ປີ 19831993: ສະຫາຍ ພູນ ສີປະເສີດ ກຳ ມະການກົມການເມືອງສູນກາງພັກ ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງ ພັກຜູ້ທຳອິດ, ທັງເປັນຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ, ໄລຍະນີ້ປະກອບ ມີ 3 ກົມ ຄື : ຫ້ອງການ, ກົມຄົ້ນ ຄວ້າສັງລວມການພົວພັນລະຫວ່າງ ພັກກັບພັກ ແລະ ກົມຊີ້ນຳການ ເຄື່ອນໄຫວສາກົນຂອງອົງການຈັດ ຕັ້ງມະຫາຊົນ. ໄລຍະທີ 2: ແຕ່ປີ 19932006: ສະຫາຍ ສົມສະຫວາດ ເລັ່ງສະຫວັດ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ເປັນຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ ທັງ ເປັນລັດຖະມົນຕີກະຊວງການຕ່າງ ປະເທດ, ໃນໄລຍະນີ້ ໂດຍປະຕິບັດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກ ແລະ ມະຕິຕົກລົງຂອງ ກົມການເມືອງສູນກາງພັກ ໄດ້ໂອນ ຄະນະກຳມະການເພື່ອສັນຕິພາບ ແລະ ສາມັກຄີຂອງ ລາວ ແລະ ຄະນະຄົ້ນຄວ້າວິໄຈການເມືອງເຂົ້າ ມາສັງກັດຢູ່ໃນຄະນະພົວພັນຕ່າງ ປະເທດສູນກາງພັກ; ໃນໄລຍະນີ້ ໄດ້ປັບປຸງກົງຈັກການຈັດຕັ້ງເປັນ 4 ກົມ ຄື : ຫ້ອງການ, ກົມຄົ້ນຄວ້າ ສັງລວມ, ກົມພົວພັນພັກ ແລະ ກົມ ພົວພັນຄົນເຊື້ອຊາດລາວ ຢູ່ຕ່າງ ປະເທດ; ຕົກມາຮອດປີ 2002, ເພື່ອໃຫ້ການເຄື່ອນໄຫວຂອງຄະນະ ພົວພັນຕ່າງປະເທດສູນກາງພັກ ສອດຄ່ອງກັບສະພາບການໃນໄລ ຍະໃໝ່, ຈຶ່ງຂະຫຍາຍເປັນ 5 ກົມ, ເພີ່ມກົມພົວພັນສາກົນຂອງອົງການ ຈັດຕັ້ງມະຫາຊົນ. ໄລຍະທີ 3: ແຕ່ປີ 20062015: ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ ໄດ້ຮັບ ການແຕ່ງຕັ້ງເປັນເລຂາຄະນະພັກ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງ ພັກ, ທັງເປັນຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ແລະ ລັດຖະມົນຕີກະຊວງການຕ່າງປະ ເທດ, ໄລຍະນີ້ ກົງຈັກການຈັດຕັ້ງ ຂອງຄະນະພົວພັນຕ່າງປະເທດ ໄດ້ ປັບປຸງຈາກ 5 ກົມ ເຫລືອພຽງ 3 ກົມ ຄື: ຫ້ອງການ, ກົມພົວພັນພັກ ແລະ ກົມພົວພັນສາກົນຂອງອົງ ການຈັດຕັ້ງມະຫາຊົນ. ໄລຍະທີ 4: ແຕ່ປີ 20152020: ຍ້ອນການເຕີບໃຫຍ່ຂະ ຫຍາຍຕົວຂອງວຽກງານການຕ່າງ ປະເທດຂອງປະເທດເຮົານັບມື້ນັບ ກວ້າງຂວາງ, ເລິກເຊິ່ງບໍລິມາດ ການຊີ້ນຳ-ນຳພາຂອງຄະນະພັກ ຂະແໜງການຕ່າງປະເທດ ນັບມື້ ນັບຫລາຍຂຶ້ນ, ຄະນະເລຂາທິການ ສູນກາງພັກ ຈຶ່ງໄດ້ຕົກລົງແຍກ ອົງຄະນະພັກກະຊວງການຕ່າງ ປະເທດ ແລະ ຄະນະພົວພັນຕ່າງ ປະເທດສູນກາງພັກອອກເປັນ 2 ອົງຄະນະພັກເອກະລາດ ຕາມມະຕິ ຕົກລົງຂອງຄະນະເລຂາທິການ ສູນກາງພັກ ສະບັບເລກທີ 42/ ຄລສພ, ລົງວັນທີ 4 ພຶດສະພາ 2015, ສະຫາຍ ນາງ ສູນທອນ ໄຊຍະຈັກ ກໍາມະການສູນກາງ ພັກ ໄດ້ຮັບການແຕ່ງຕັ້ງເປັນເລຂາ ຄະນະບໍລິຫານງານພັກ, ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງ ພັກ. ໄລຍະນີ້ ກົງຈັກການຈັດຕັ້ງ ໄດ້ປັບປຸງຄືນປະກອບມີ 6 ກົມ ຄື : ຫ້ອງການ, ກົມຄົ້ນຄວ້າ-ສັງລວມ, ກົມອາຊີ-ປາຊີຟິກ ແລະ ອາຟຣິກ ກາ, ກົມເອີຣົບ-ອາເມລິກາ ແລະ ກົມພົວພັນສາກົນຂອງອົງການຈັດ ຕັ້ງມະຫາຊົນ. ໄລຍະທີ 5: ແຕ່ປີ 2021 ເປັນ ຕົ້ນມາ : ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງ ພັກ, ເປັນເລຂາຄະນະບໍລິຫານ ງານພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ. ໄລຍະນີ້ ໂຄງປະກອບການຈັດຕັ້ງຍັງຮັກສາ ໄວ້ 6 ກົມຄືເກົ່າ, ແຕ່ອີງໃສ່ການ ປະຕິບັດວຽກງານຕົວຈິງ ແລະ ເພື່ອ ໃຫ້ສອດຄ່ອງກັບວຽກງານໄລຍະ ໃໝ່ ມາຮອດປີ 2023, ໄດ້ປັບປຸງ ປ່ຽນຊື່ໃໝ່ 2 ກົມ ຄື ກົມຄົ້ນຄວ້າສັງລວມ ເປັນກົມຄົ້ນຄວ້າ ແລະ ພົວພັນຫລາຍຝ່າຍ, ກົມພົວພັນສາ ກົນຂອງອົງການຈັດຕັ້ງມະຫາຊົນ ປ່ຽນເປັນກົມການທູດປະຊາຊົນ. ເດືອນພະຈິກ 2024, ກົມການ ເມືອງສູນກາງພັກ ໄດ້ແຕ່ງຕັ້ງ ສະຫາຍ ບຸນເຫລືອ ພັນດານຸວົງ ເປັນຮັກສາການເລຂາຄະນະພັກ, ຮັກສາການຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ເພື່ອສືບຕໍ່ ນຳພາ-ຊີ້ນຳວຽກງານຂອງຄະນະ ພົວພັນຕ່າງປະເທດສູນກາງພັກ ເຊິ່ງປັດຈຸບັນ ຄະນະພົວພັນຕ່າງ ປະເທດສູນກາງພັກ ມີພະນັກງານ ທັງໝົດ 140 ກວ່າຄົນ ແລະ ພວມ ກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກຂອງຕົນ ໃນໄວໆນີ້. ປັດຈຸບັນ, ຄະນະພົວພັນຕ່າງ ປະເທດສູນກາງພັກ ໄດ້ເຄື່ອນໄຫວ ໜ້າທີ່ການເມືອງ ໂດຍປະຕິບັດຕາມ ແນວທາງການຕ່າງປະເທດ ຂອງ ພັກ ຕິດພັນກັບຍຸດທະສາດລວມ ຂອງການພົວພັນກັບຕ່າງປະເທດ ແລະ ເພື່ອປະຕິບັດສອງໜ້າທີ່ ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໃນ ຖານະເປັນເສນາທິການໃຫ້ສູນກາງ ພັກປະຊາຊົນ ປະຕິວັດລາວ ແລະ ໂດຍຍຶດໝັ້ນນະໂຍບາຍການຕ່າງ ປະເທດຂອງພັກວາງອອກໃນແຕ່ລະ ສະໄໝ, ຄະນະພົວພັນຕ່າງປະເທດ ສູນກາງພັກ ໄດ້ຕັ້ງໜ້າເຄື່ອນໄຫວ ຕ່າງປະເທດສາຍພັກ ແລະ ການທູດ ປະຊາຊົນ ໂດຍເສີມຂະຫຍາຍສາຍ ພົວພັນທີ່ເປັນມູນເຊື້ອກັບບັນດາພັກ ການເມືອງໃນພາກພື້ນຕ່າງໆຂອງ ໂລກບົນພື້ນຖານ 5 ຫລັກການຢູ່ ຮ່ວມກັນໂດຍສັນຕິ, ບໍ່ຈໍາແນກລະ ບອບການເມືອງທີ່ແຕກຕ່າງກັນ; ໃນນັ້ນ, ໄດ້ໃຫ້ຄວາມສຳຄັນສູງຕໍ່ ການພົວພັນກັບບັນດາພັກເພື່ອນ ມິດຍຸດທະສາດ ຄື: ພັກກອມມູນິດ ຫວຽດນາມ, ພັກກອມມູນິດຈີນ, ພັກແຮງງານເກົາຫລີ ແລະ ພັກ ກອມມູນິດກູບາ ຊຶ່ງໄດ້ມີການພົວພັນ ອັນສະໜິດແໜ້ນຢ່າງເປັນປົກກະຕິ ແລະ ມີກົນໄກການໄປມາຫາສູ່ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລວມທັງວຽກງານກໍ່ສ້າງພັກພະນັກງານ ແລະ ການສຳມະນາ ທິດສະດີຮ່ວມກັນ.
RkJQdWJsaXNoZXIy MTc3MTYxMQ==