7063

03/07/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ເປີດງານວາງສະແດງ...ີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຮອງນາຍົກ...ົ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຫສນຍ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ປະເທດແອັດສະປາຍ. ໃນພາກ ພິທີເປີດກອງປະຊຸມ, ເຈົ້າຊີວິດ ຟິ ລິບເປ ທີ 4 (Filipe IV) ຂອງ ແອັດສະປາຍ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ກ່າວສູນທອນພົດຕໍ່ພິທີ. ຈາກ ນັ້ນ, ພິທີເປີດກອງປະຊຸມ ໄດ້ສືບຕໍ່ ດໍາເນີນການໂດຍການເປັນປະທານ ຮ່ວມຂອງ ທ່ານ ເປໂດຣ ຊານເຊ (Pedro Sanchez) ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກ ແອັດສະປາຍ ແລະ ທ່ານ ອັນ ໂຕນີໂອ ກູເຕຣເຣສ (Antonio Guterres) ເລຂາທິການໃຫຍ່ ສປຊ, ມີບັນດາປະມຸກລັດ, ຫົວໜ້າ ລັດຖະບານ, ການນໍາຂັ້ນສູງແລະ ຜູ້ ຕາງໜ້າຈາກປະເທດຕ່າງໆຫລາຍ ກວ່າ 179 ປະເທດ ຈາກທັງໝົດ 193 ປະເທດ ສະມາຊິກ ສປຊ ເຂົ້າຮ່ວມ. ກອງປະຊຸມສາກົນດັ່ງກ່າວ ໄດ້ ແບ່ງອອກເປັນສອງພາກ ຄື: ພາກ ອະພິປາຍທົ່ວໄປ ແລະ ກອງປະຊຸມ ໂຕະມົນລະດັບສູງ 6 ຫົວຂໍ້ສະ ເພາະ, ພ້ອມທັງມີກອງປະຊຸມປິ່ນ ອ້ອມລະດັບສູງອີກຈຳນວນໜຶ່ງ ໂດຍມີຈຸດປະສົງ ເພື່ອເປີດໂອກາດ ໃຫ້ບັນດາປະເທດສະມາຊິກ ສປຊ ເເລະ ຄູ່ຮ່ວມພັດທະນາ ໄດ້ປຶກສາ ຫາລື, ກໍານົດວຽກບຸລິມະສິດ, ສິ່ງ ທ້າທາຍ ແລະ ວິທີການເລັ່ງລັດ ຂະບວນການສະໜອງທຶນ ເພື່ອ ການພັດທະນາ ໃຫ້ສາມາດຕອບ ສະໜອງໄດ້ຕາມຄວາມຮຽກຮ້ອງ ຕ້ອງການຕົວຈິງຂອງສາກົນ, ລວມ ທັງການຮັບຮອງເອກະສານການ ຮ່ວມມືສາກົນສະບັບໃໝ່ ກໍຄື ຜົນ ກອງປະຊຸມ ເພື່ອຮັບປະກັນການ ສະໜອງທຶນໃຫ້ເເກ່ການພັດທະນາ ທີ່ຍືນຍົງ ເເລະ ການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ. ໃນພາກບ່າຍວັນທີ 30 ມິຖຸນາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ກ່າວຄຳເຫັນໃນກອງ ປະຊຸມໂຕະມົນລະດັບສູງ ໃນຫົວຂໍ້ ທີ 1 ຄື: ການລະດົມ ແລະ ການຈັດ ສັນງົບປະມານ ພາຍໃນ. ໃນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ ເນັ້ນໜັກເຖິງຄວາມສໍາຄັນຂອງ ການລະດົມ ແລະ ການຈັດສັນງົບ ປະມານພາຍໃນຢ່າງມີປະສິດທິ ພາບ ເພື່ອການພັດທະນາທີ່ຍືນຍົງ ແລະ ເປັນການຫລຸດຜ່ອນການ ເອື່ອຍອີງການສະໜອງທຶນຈາກ ພາຍນອກ ໂດຍສະເພາະປະເທດ ດ້ອຍພັດທະນາ ລວມທັງ ສປປ ລາວ. ທ່ານໄດ້ຍົກໃຫ້ເຫັນເຖິງ ຄວາມພະຍາຍາມຂອງ ສປປ ລາວ ໃນການປະຕິຮູບລະບົບການຄຸ້ມ ຄອງການເງິນຂອງລັດ, ຄຸ້ມຄອງ ດ້ານງົບປະມານ ແລະ ເກັບກໍາລາຍ ຮັບຈາກການເກັບພາສີ-ອາກອນ ແລະ ຈາກການລົງທຶນຂອງລັດ ລວມທັງນໍາໃຊ້ເຕັກໂນໂລຊີ ທີ່ທັນ ສະໄໝ ແລະ ເສີມສ້າງຂີດຄວາມ ສາມາດ ໂດຍມີເປົ້າໝາຍເພີ່ມລາຍ ຮັບຈາກອາກອນໃຫ້ໄດ້ເຖິງ 20% ພາຍໃນປີ 2030. ໃນພາກທ້າຍ, ທ່ານຮອງນາຍົກລັດຖະມົນຕີ ໄດ້ ຮຽກຮ້ອງໃຫ້ບັນດາປະເທດຄູ່ຮ່ວມ ພັດທະນາ ແລະ ວົງຄະນະຍາດສາ ກົນ ເພີ່ມທະວີຄວາມໝາຍໝັ້ນໃນ ການສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບອາກອນ ຂອງບັນດາປະເທດ ດ້ອຍພັດທະນາ ຜ່ານການສະໜັບ ສະໜູນທາງດ້ານທຶນຮອນ ແລະ ເຕັກນິກວິຊາການ, ສ້າງຂີດຄວາມ ສາມາດ ໃຫ້ເເກ່ພະນັກງານ ແລະ ສ້າງຄວາມເຂັ້ມແຂງໃນການຮ່ວມ ມືທາງດ້ານອາກອນ ລະຫວ່າງ ສາກົນ. ໃນກອງປະຊຸມອະພິປາຍທົ່ວ ໄປ ວັນທີ 1 ກໍລະກົດ 2025, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ ຂຶ້ນກ່າວປາໄສໃນນາມບັນດາປະ ເທດສະມາຊິກອາຊຽນ ແລະ ໃນ ນາມ ສປປ ລາວ ເຊິ່ງອາຊຽນ ໄດ້ ຕີລາຄາສູງຕໍ່ການຮັບຮອງເອົາ ເອ ກະສານຄວາມໝາຍໝັ້ນ ເຊວິລ ເຊິ່ງເປັນເອກະສານທີ່ມີຄວາມ ໝາຍຄວາມສໍາຄັນ ເພື່ອຮັບປະກັນ ຄໍາໝາຍໝັ້ນຂອງບັນດາປະເທດ ສະມາຊິກ ໃນການສະໜອງທຶນ ເພື່ອການພັດທະນາ. ພ້ອມນັ້ນ, ທ່ານຮອງນາຍົກລັດຖະມົນຕີຍັງ ໄດ້ເນັ້ນເຖິງ 3 ຈຸດສໍາຄັນ ຄື: ການ ສ້າງເສດຖະກິດທີ່ມີຄວາມພ້ອມ ໃນການຮັບມືກັບອະນາຄົດ ໂດຍ ຜ່ານການມີສ່ວນຮ່ວມຢ່າງທົ່ວ ເຖິງ ແລະ ການພັດທະນາທີ່ຍືນຍົງ; ການສະໜັບສະໜູນລະບົບຫລັກ ການພື້ນຖານການຄ້າຫລາຍຝ່າຍ ພາຍໃຕ້ຫລັກການຂອງອົງການ ການຄ້າໂລກ; ການຂົນຂວາຍຊັບ ພະຍາກອນ ໃນການພັດທະນາອຸດ ສາຫະກໍາພາກພື້ນ ແລະ ການເຊື່ອມ ຈອດທາງດ້ານພະລັງງານ. ໃນວາລະດຽວກັນ, ທ່ານຍັງໄດ້ ສືບຕໍ່ກ່າວຄໍາເຫັນໃນນາມ ສປປ ລາວ ໂດຍແຈ້ງຕໍ່ທີ່ປະຊຸມກ່ຽວກັບ ຄວາມພະຍາຍາມຂອງ ສປປ ລາວ ໃນການຫລຸດພົ້ນອອກຈາກສະ ຖານະພາບປະເທດດ້ອຍພັດທະນາ ແລະ ຄວາມພະຍາຍາມໃນການ ເຊື່ອມໂຍງເສດຖະກິດຂອງ ສປປ ລາວ ກັບພາກພື້ນ ຜ່ານການຈັດຕັ້ງ ປະຕິບັດຍຸດທະສາດແຫ່ງຊາດ ໃຫ້ ສອດຄ່ອງກັບເປົ້າໝາຍຂອງສາ ກົນ. ພ້ອມນີ້, ທ່ານຮອງນາຍົກລັດ ຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງ ບັນດາຄູ່ຮ່ວມພັດທະນາ ແລະ ວົງ ຄະນະຍາດສາກົນ ໃຫ້ສືບຕໍ່ເພີ່ມທະ ວີການຮ່ວມມື ແລະ ການສະໜັບ ສະໜູນ ເພື່ອຮັບປະກັນການສະ ໜອງທຶນເພື່ອການພັດທະນາ ກໍຄື ການບັນລຸ ວາລະ 2030 ສຳລັບ ການພັດທະນາທີ່ຍືນຍົງ. ກອງປະຊຸມສາກົນວ່າດ້ວຍ ການສະໜອງທຶນເພື່ອການພັດທະ ນາ ຄັ້ງທີ 1 ໄດ້ຈັດຂຶ້ນໃນປີ 2002 ທີ່ ປະເທດເມັກຊິກ; ຄັ້ງທີ 2 ໃນປີ 2008 ທີ່ ປະເທດກາຕາ ເເລະ ຄັ້ງ ທີ 3 ຈັດຂຶ້ນໃນປີ 2015 ທີ່ປະເທດ ເອທີໂອປີ. ໃນປີ 2025 ນີ້, ກອງ ປະຊຸມ FFD4 ຈະໄດ້ຮັບຮອງເອ ກະສານຄວາມໝາຍໝັ້ນ ເຊວິລ ໃນວັນທີ 3 ກໍລະກົດ 2025 ເຊິ່ງ ເນື້ອໃນຂອງເອກະສານ ໄດ້ກໍານົດ ບັນດາມາດຕະການ ແລະ ໜ້າວຽກ ແນໃສ່ຫລຸດຜ່ອນ ຊ່ອງວ່າງດ້ານ ການສະໜອງທຶນ, ແກ້ໄຂບັນຫາ ຄວາມບໍ່ເທົ່າທຽມທົ່ວໂລກ ແລະ ສົ່ງເສີມການພັດທະນາແບບຍືນຍົງ ໂດຍຜ່ານການຮ່ວມມືກັນໃນຂອບ ຫລາຍຝ່າຍ. ພ້ອມນັ້ນ, ຄະນະຜູ້ ແທນ ສປປ ລາວ ຈະສືບຕໍ່ຕິດຕາມ ເຂົ້າຮ່ວມກອງປະຊຸມຕ່າງໆ ເປັນ ຕົ້ນ ກອງປະຊຸມປິ່ນອ້ອມລະດັບ ສູງ ໄປຈົນເຖິງວັນທີ 3 ກໍລະກົດ 2025. ຂ່າວ: ກົມອົງການຈັດຕັ້ງສາກົນ, ກະຊວງ ຕປທ. ພາບ: ກົມປະຊາສຳພັນ ຫສນຍ ທ່ານ ນາງ ວິລະສະຕີ ສົມບູນຂັນ ຫົວໜ້າກົມປະຊາສໍາພັນ (ຜູ້ເກົ່າ) ແລະ ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມປະຊາສຳພັນ (ຜູ້ໃໝ່) ໂດຍມີທ່ານ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ລັດຖະ ມົນຕີ, ຫົວໜ້າຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ ແລະ ທ່ານ ພົຈວ ນາງ ລີວົງ ລາວລີ ກຳມະການສຳຮອງສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ, ມີບັນດາຫົວໜ້າ ກົມ, ຮອງກົມ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ. ໃນພິທີ, ບັນດາຫົວໜ້າກົມ ຜູ້ ເກົ່າ (ກົມບໍລິຫານ-ພິທີການ ແລະ ການເງິນ, ຫົວໜ້າກົມນິຕິກຳ ແລະ ຫົວໜ້າກົມປະຊາສຳພັນ) ໄດ້ຜ່ານ ບົດລາຍງານໂດຍຫຍໍ້ກ່ຽວກັບການ ຈັດຕັ້ງປະຕິບັດວຽກງານຂອງກົມ ໃນໄລຍະຜ່ານມາ. ຫລັງຈາກນັ້ນ, ກໍໄດ້ມີພິທີເຊັນບົດບັນທຶກ ມອບຮັບ ກົງຈັກການຈັດຕັ້ງ ແລະ ບຸກຄະ ລາກອນ ພາຍຫລັງການໂຮມວຽກ ງານຈໍານວນໜຶ່ງ ຂອງກະຊວງພາຍ ໃນ ມາຂຶ້ນກັບຫ້ອງວ່າການສໍານັກ ງານນາຍົກລັດຖະມົນຕີ ລະຫວ່າງ ທ່ານບົວຄົງ ນາມມະວົງ ແລະ ທ່ານ ພົຈວ ນາງ ລີວົງ ລາວລີ ຕື່ມອີກ. ໂອກາດນີ້, ທ່ານ ບົວຄົງ ນາມ ມະວົງ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ ຕີລາຄາສູງ ແລະ ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາ ທ່ານຫົວໜ້າກົມ ຜູ້ເກົ່າ ຍາດມາ ໄດ້ໃນໄລຍະຜ່ານມາ, ພ້ອມທັງ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້, ຄວາມ ສາມາດ, ບົດຮຽນແລະປະສົບການ ຂອງບັນດາທ່ານທີ່ໄດ້ຮັບການ ແຕ່ງຕັ້ງໃໝ່ ພ້ອມກັບໝູ່ຄະນະ ຈະ ສືບຕໍ່ນໍາພາພະນັກງານ-ລັດຖະ ກອນ ປະຕິບັດວຽກງານຮອບດ້ານ ຂອງກົມຕົນ, ຍູ້ແຮງຂະບວນການ ດ້ານຕ່າງໆໃຫ້ສືບຕໍ່ຂະຫຍາຍຕົວ, ເຮັດໃຫ້ວຽກງານພາຍໃນກົມ ສືບ ຕໍ່ເຂັ້ມແຂງຢ່າງຮອບດ້ານ. ພ້ອມ ນີ້, ທ່ານໄດ້ມີຄໍາເຫັນເນັ້ນໜັກ ໃຫ້ ສືບຕໍ່ເອົາໃຈໃສ່ວຽກງານໃນຕໍ່ ໜ້າ ເປັນຕົ້ນ ສືບຕໍ່ສຶກສາອົບຮົມ ວຽກງານການເມືອງ-ແນວຄິດ ຢ່າງຕໍ່ເນື່ອງ ໃຫ້ພະນັກງານ-ລັດ ຖະກອນ ກຳແໜ້ນແນວທາງ, ນະ ໂຍບາຍ, ກົດໝາຍ, ລະບຽບການ ຢ່າງເລິກເຊິ່ງ, ເຊື່ອມຊຶມພາລະ ບົດບາດ ແລະ ໜ້າທີ່ ຂອງຫ້ອງ ວ່າການສຳນັກງານນາຍົກລັດຖະ ມົນຕີ ພ້ອມກັບບັນດານິຕິກຳກ່ຽວ ຂ້ອງຕ່າງໆ; ກຳແໜ້ນແນວຄິດພະ ນັກງານ-ລັດຖະກອນ; ສືບຕໍ່ປັບ ປຸງການກຳນົດຕໍາແໜ່ງງານຂອງ ບັນດາກົມ, ປັບປຸງກົງຈັກການ ຈັດຕັ້ງໃຫ້ມີຄວາມປອດໃສ, ເຂັ້ມ ແຂງ ແລະ ໜັກແໜ້ນ ຕິດພັນກັບ ການສັບຊ້ອນ-ຈັດວາງບຸກຄະລາ ກອນໃຫ້ແທດເໝາະກັບຕົວຈິງ ແລະ ມີຄວາມໂປ່ງໃສ ພ້ອມທັງ ແຜນກຳນົດພະນັກງານນຳພາຄຸ້ມຄອງ ຕິດພັນກັບການກະກຽມ ກອງປະຊຸມໃຫຍ່ຂອງອົງຄະນະພັກ ຫສນຍ; ປັບປຸງກົນໄກ ແບບແຜນ ວິທີເຮັດວຽກຄືນໃໝ່ ເພື່ອເຮັດໃຫ້ ການປະຕິບັດໜ້າທີ່ວຽກງານມີ ຄວາມໂລ່ງລ່ຽນຂຶ້ນ, ເພີ່ມທະວີ ຄວາມຮັບຜິດຊອບຕໍ່ການປະຕິບັດ ວຽກງານ, ຮັບປະກັນຄຸນນະພາບ, ປະສິດທິພາບ, ປະສິດທິຜົນຂອງ ວຽກງານ ແລະ ຈັດຕັ້ງປະຕິບັດໃຫ້ ຖືກຕາມແນວທາງ, ນະໂຍບາຍ, ກົດໝາຍ ແລະ ລະບຽບການ ທີ່ ກຳນົດໄວ້; ສືບຕໍ່ເຕົ້າໂຮມຄວາມ ສາມັກຄີພາຍໃນເປັນປຶກແຜ່ນ, ຄວາມເປັນເອກະພາບ, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ; ເອົາໃຈໃສ່ການ ກະກຽມດໍາເນີນກອງປະຊຸມໃຫຍ່ ຂອງໜ່ວຍພັກຮາກຖານກົມ ແລະ ກອງປະຊຸມໃຫຍ່ຂອງອົງຄະນະ ພັກ ຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ ໃຫ້ສຳເລັດຕາມ ແຜນທີ່ວາງໄວ້. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ຜະລິດຕະພັນຈາກເເຂວງຢູນນານ, ວາງສະແດງສິນຄ້າ ແລະ ອື່ນໆ. ງານວາງສະແດງດັ່ງກ່າວ, ບໍ່ພຽງ ແຕ່ເປັນການສືບຕໍ່ການຮ່ວມມືທາງ ເສດຖະກິດ ແລະ ການຄ້າ ລາວຈີນ ຢ່າງມີຄຸນນະພາບ, ແຕ່ຍັງເປັນ ການສົ່ງເສີມຕ່ອງໂສ້ອຸດສາຫະກຳ ພາຍໃນພາກພື້ນ ອີກດ້ວຍ. ໂອກາດນີ້, ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນ ການ ແລະ ການລົງທຶນ ນະຄອນ ຫລວງວຽງຈັນ ໃຫ້ຮູ້ວ່າ: ງານ ວາງສະແດງໃນຄັ້ງນີ້, ບໍ່ພຽງແຕ່ ເປັນການວາງສະແດງສິນຄ້າ ແລະ ເຕັກໂນໂລຊີ ເທົ່ານັ້ນ ແຕ່ຍັງເປັັນ ເວທີແລກປ່ຽນປະສົບການ ແລະ ຄົ້ນຄວ້າກາລະໂອກາດ ໃນການ ຮ່ວມມືກັນດ້ານການຄ້າ-ການລົງ ທຶນໃນຕໍ່ໜ້າ. ພ້ອມນີ້, ທ່ານຍັງໄດ້ ຍົກໃຫ້ເຫັນເຖິງຜົນສຳເລັດໃນການ ໂອກາດດຽວກັນ, ຜູ້ຕາງໜ້າ ຈາກບັນດາບໍລິສັດ ທີ່ເຂົ້າຮ່ວມ ງານວາງສະແດງໃນຄັ້ງນີ້, ຕ່າງກໍ ສະແດງຄວາມເຫັນວ່າ ຈະອາໄສ ທ່າເເຮງນີ້ ກໍຄື ງານວາງສະແດງ ແລະ ການແລກປ່ຽນບົດຮຽນ, ປະສົບການເຊິ່ງກັນ ແລະ ກັນ ໃນ ຄັ້ງນີ້, ເພື່ອຂະຫຍາຍໝາກຜົນຕະ ຫລາດໃນລາວ, ລວມທັງອາຊຽນ ແລະ ຜັກດັນເຮັດໃຫ້ການຜະລິດ ໃນແຂວງຢຸນນານ ກ້າວສູ່ລະດັບ ສາກົນ ແລະ ໃນອະນາຄົດ ບໍລິສັດ ຈະນຳໃຊ້ລະບົບໂລຈິສຕິກຂອງ ທາງລົດໄຟ ລາວ-ຈີນ ໃນການ ຂະຫຍາຍຕະຫລາດໄປສູ່ພູມີພາກ ອາຊຽນ ແລະ ພັດທະນາແນວ ທາງບັນຈຸພັນ ໄດ້ຢ່າງເປັນມິດກັບ ສິ່ງແວດລ້ອມ ໃຫ້ກັບຕະຫລາດ ລາວ. ຂ່າວ: ທະນູທອງ; ພາບ: ເກດ ສະໜາ ນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ເຂົ້າໃນການຂົນສົ່ງສິນຄ້າ ເຊິ່ງ ຖືກຂະໜານນາມວ່າເປັນ “ສາຍ ທາງຄໍາ” ກໍເກີດຂຶ້ນໃນຍຸກການ ພັດທະນາ ເຊິ່ງໄດ້ເຮັດໃຫ້ຂະແໜງ ຄົມມະນາຄົມ-ຂົນສົ່ງ ຂະຫຍາຍ ຕົວຢ່າງກວ້າງຂວາງ, ສິນຄ້າ, ຜະລິດຕະພັນທາງດ້ານອຸດສາຫະ ກຳ ແລະ ເຕັກໂນໂລຊີໃໝ່ໆ ໄດ້ຖືກ ກະຈາຍອອກໄປ ບໍ່ສະເພາະ ແຕ່ 2 ປະເທດ ລາວ-ຈີນ ເທົ່ານັ້ນ, ແຕ່ ຍັງລວມໄປເຖິງ ລະດັບພູມມິພາກ ອາຊຽນ ແລະ ອາຊີອາຄະເນ ເຊິ່ງ ໄດ້ນໍາຜົນປະໂຫຍດອັນມະຫາສານ ມາສູ່ສອງປະເທດ ລາວ-ຈີນ. ທ່ານ ນາງ ບົວວອນ ສຸກລາ ແສງ ຍັງໄດ້ເນັ້ນໃຫ້ຜູ້ປະກອບ ການ, ນັກທຸລະກິດ ແລະ ບໍລິສັດ ລາວ-ຈີນ ຮ່ວມມືກັນນໍາໃຊ້ “ປັນ ຍາປະດິດ” ຫລື ເອໄອ ເພື່ອໃຫ້ເກີດ ຜົນປະໂຫຍດທາງດ້ານການຄ້າການລົງທຶນ ໂດຍສະເພາະແມ່ນ ລະບົບການຂົນສົ່ງສິນຄ້າ (ໂລຈິສ ຕິກ) ແລະ ການຊຳລະສິນຄ້າ ລະ ຫວ່າງປະເທດ ໂດຍນໍາໃຊ້ເສັ້ນທາງ ຄົມມະນາຄົມທີ່ມີຢູ່ ເປັນຕົ້ນ ທາງ ບົກ, ທາງນໍ້າ ແລະ ທາງອາກາດ, ລວມເຖິງລະບົບໂປແກຣມຕ່າງໆ ເຊິ່ງພວກເຮົາມີພື້ນຖານຈໍານວນ ໜຶ່ງແລ້ວ, ພ້ອມທັງໃຫ້ພ້ອມກັນ ຄົ້ນຄວ້າການນໍາໃຊ້ພະລັງງານ ໃໝ່ໆ ແລະ ສ້າງເສດຖະກິດສີຂຽວ ເປັນຕົ້ນ ພະລັງງານສະອາດ, ລວມ ໄປເຖິງການສ້າງເຂດການຜະລິດ ກາກບອນຕໍ່າ ແລະ ພ້ອມກັນຊຸກຍູ້ ການຂະຫຍາຍຕົວ ຂອງຕ່ອງໂສ້ ອຸດສາຫະກຳ ໂດຍສົ່ງເສີມໃຫ້ ບໍລິສັດ ລາວ-ຈີນ ມີການແລກປ່ຽນ ແລະ ຖ່າຍທອດເຕັກໂນໂລຊີ ລະ ຫວ່າງກັນ ເພື່ອເຮັດໃຫ້ເກີດຕ່ອງ ໂສ້ອຸດສາຫະກຳຕົ້ນນໍ້າ-ປາຍນໍ້າ ເຊື່ອມຈອດກັນ.

RkJQdWJsaXNoZXIy MTc3MTYxMQ==