ຂປລ
ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ ເຟີດີນານ ມາຄໍສ (Ferdinand Marcos Jr)ປະທານາທິບໍດີ ຟີລິບປິນ ໄດ້ພົບປະກັນ ແລະ ຕີລາຄາສູງ ບັນດາຄວາມຄືບໜ້າ ທີ່ດີໃນການພົວພັນ ລະຫວ່າງ ຟີລິບປິນ ແລະ ສສ ຫວຽດນາມ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 26ພຶດສະພານີ້, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ ເຟີດີນານ ມາຄໍສ (Ferdinand Marcos Jr)ປະທານາທິບໍດີ ຟີລິບປິນ ໄດ້ພົບປະກັນ ແລະ ຕີລາຄາສູງ ບັນດາຄວາມຄືບໜ້າ ທີ່ດີໃນການພົວພັນ ລະຫວ່າງ ຟີລິບປິນ ແລະ ສສ ຫວຽດນາມ; ໂດຍຖືວ່າ ສອງຝ່າຍ ມີຄວາມສາມາດ ບົ່ມຊ້ອນ ຫລາຍຢ່າງ ໃນການຮ່ວມມື ດ້ານເສດຖະກິດ, ການຄ້າ, ການປ້ອງກັນຊາດ -ປ້ອງກັນ ຄວາມສະຫງົບ, ກະສິກຳ, ການສົ່ງອອກ ເຂົ້າສານ, ພະລັງງານ ທົດແທນ. ຈາກນັ້ນ ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ສະເໜີ ໃຫ້ສອງຝ່າຍ ຕັ້ງໜ້າ ຊຸກຍູ້ ບາງເນື້ອໃນ ຮ່ວມມື ຈຸດສຸມ ໃນໄລຍະ ຈະມາເຖິງ, ໃນນັ້ນ ໃຫ້ບຸລິມະສິດສູງ ແກ່ບັນດາ ການເຄື່ອນໄຫວ ແລກປ່ຽນ ຄະນະ ຜູ້ແທນ ຂັ້ນສູງ ແລະ ທຸກຂັ້ນ; ອຳນວຍ ຄວາມສະດວກ ໃນການແລກປ່ຽນການຄ້າ, ສູ້ຊົນ ຍົກວົງເງິນ ການຄ້າ ສອງຝ່າຍ ໃຫ້ບັນລຸ 10 ຕື້ໂດລາສະຫະລັດ ໂດຍໄວ; ເພີ່ມທະວີ ການຮ່ວມມື ເພື່ອຮັບປະກັນ ຄວາມໝັ້ນຄົງ ດ້ານສະບຽງ ອາຫານ, ຕ້ານການປ່ຽນແປງ ຂອງດິນຟ້າອາກາດ. ນອກຈາກນັ້ນແລ້ວ, ການນຳສອງປະ ເທດ ກໍໄດ້ແລກປ່ຽນ ກ່ຽວກັບ ບັນດາ ບັນຫາ ສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍ ຕ່າງມີຄວາມສົນໃຈ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL