ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ XI ໄຂຂຶ້ນດ້ວຍບັນຍາກາດຟົດຟື້ນ

10/06/2025 09:59
Email Print 342
ຂປລ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໄດ້ໄຂຂຶ້ນ ແລະ ດໍາເນີນຢ່າງຟົດຟື້ນທ່າມກາງສະພາບອາກາດປອດໂປ່ງໃນຕອນເຊົ້າວັນທີ 9 ມິຖຸນາ 2025.

 *ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໄດ້ໄຂຂຶ້ນ ແລະ ດໍາເນີນຢ່າງຟົດຟື້ນທ່າມກາງສະພາບອາກາດປອດໂປ່ງໃນຕອນເຊົ້າວັນທີ 9 ມິຖຸນາ 2025 ເຊິ່ງນັບແຕ່ເວລາ 7:30 ໂມງ ບັນດາການນໍາພັກ-ລັດ, ອະດີດການນໍາ, ສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງ, ແຂກຖືກເຊີນ, ນັກຮຽນຮູ້ປັນຍາຊົນຕ່າງກໍ່ທະຍ່ອຍເຂົ້າສູ່ຫໍສະພາແຫ່ງຊາດດ້ວຍຂະບວນລົດນໍາໜ້າຂອງເຈົ້າໜ້າທີ່ ແລະ ເວລາ 8:00 ໂມງ ຄະນະປະທານກໍ່ໄດ້ກ້າວສູ່ເວທີກອງປະຊຸມຢ່າງເປັນທາງການ ເພື່ອດຳເນີນກອງປະຊຸມຄັ້ງນີ້ໃຫ້ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້. 

   ນັບວ່າກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ  IX ມີບັນຍາດຟົດຟື້ນເປັນພິເສດເຕັມໄປດ້ວຍຄວາມຍີ້ມແຍ້ມແຈ່ມໃສ ໂດຍສະເພາະບັນດາການນໍາ, ສະມາຊິກສະພາເມື່ອໄດ້ພົບໜ້າພໍ້ຕາກັນກໍ່ໄດ້ທັກທາຍສະບາຍດີດ້ວຍຄວາມແຈ່ມໃສ, ຖາມຂ່າວເຊິ່ງກັນ ແລະ ກັນດ້ວຍຄວາມອົບອຸ່ນ. ຂະນະທີ່ທາງໃນຫ້ອງປະຊຸມຖືກຕົກແຕ່ງປະດັບປະດາດ້ວຍດອກໄມ້ຢ່າງສວຍງາມ, ຄິດຄໍາຂວັນການດໍາເນີນກອງປະຊຸມ, ໂຕະ, ຕັ່ງກໍ່ຖືກຈັດເປັນລະບຽບ, ຕິດຊື່ການນໍາແຕ່ລະທ່ານ, ຊື່ບັນດາສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງຢ່າງເປັນລະບຽບຈົບງາມ.

    ສຳລັບຢູ່ດ້ານນອກຫໍປະຊຸມສະພາແຫ່ງຊາດ ກໍ່ໄດ້ມີການປ້ອງຄວາມປອດໄພຈາກອ້າຍນ້ອງກໍາລັງ ປກສ-ປກຊ ຢູ່ຕະຫລອດເວລາເພື່ອເຮັດໃຫ້ກອງປະຊຸມໄດ້ດຳເນີນໄປດ້ວຍຄວາມປອດໄພ ແລະ ປະສົບຜົນສຳເລັດຕາມແຜນທີ່ວາງໄວ້. ຂະນະທີ່ນັກຮົບສື່ມວນຊົນແຕ່ລະສຳນັກ ບໍ່ວ່ານັກຮົບສື່ມວນຊົນໜັງສືພິມ, ວິທະຍຸ, ໂທລະພາບຕ່າງກໍ່ໄດ້ກຽມຄວາມພ້ອມທາງດ້ານອຸປະກອນໃນວິຊາຊີບຂອງຕົນ ເປັນຕົ້ນກ້ອງຖ່າຍພາບນິ້ງ-ກ້ອງວິດີໂອ, ປື້ມ, ບິກ-ສໍ, ເຄື່ອງບັນທຶກສຽງ, ຄອມພິວເຕີເຂົ້າຮັບໃຊ້ກອງປະຊຸມຢ່າງຈູບຈ້າວຫ້າວຫັນ, ຜູ້ຮັບໜ້າທີ່ຖ່າຍພາບກໍ່ໄດ້ຕັ້ງໃຈເຮັດໜ້າທີ່ຖ່າຍພາບຈາກມູນນີ້ສູ່ມູນນັ້ນ ເພື່ອໄດ້ພາບທີ່ໄດ້ມາດຖານຕາມຄວາມຕ້ອງການຂອງບັນນາທິການຕົນສັງກັດ. ນອກນີ້, ຜູ້ເຮັດໜ້າທ່ີຂຽນຂ່າວ-ຂຽນບົດຕ່າງກ່ໍໄດ້ລົງມືເປີດຄອມພິວເຕີ, ຈົດແຕ້ມຂໍ້ມູນ, ບັນທຶກສຽງເພື່ອຂຽນຂ່າວ- ບົດລາຍງານໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ ໃນໄລຍະດຳເນີນກອງປະຊຸມນັບແຕ່ມື້ເປີດຫາມື້ປິດ.  ສ່ວນໜ່ວຍງານສາຍດ່ວນໃນກອງປະຊຸມສະພາແຫ່ງຊາດກ່ໍພ້ອມທີ່ຈະຮັບເອົາຄໍາສະເໜີຕ່າງໆຈາກປະຊາຊົນ, ພະນັກງານ, ທະຫານ-ຕໍາຫລວດທີ່ໂທຜ່ານສາຍດ່ວນ 156 ໄປຍັງກອງປະຊຸມເພື່ອໃຫ້ລັດຖະບານກໍ່ຄືພາກສ່ວນກ່ຽວຂ້ອງພິຈາລະນາແກ້ໄຂໃນກອງປະຊຸມກໍ່ຄືໃນຕໍ່ໜ້າ. 

    ຢ່າງໃດກໍ່ດີ ພາຍຫລັງຄະນະປະທານກອງປະຊຸມເຂົ້າສູ່ເວທີກອງປະຊຸມໃນເວລາ 8:00 ໂມງ ກ່ໍໄດ້ບັນເລງເພງຊາດ ແລະ ເຄົາລົບທຸງຊາດ, ຈາກນັ້ນທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ກໍ່ໄດ້ກ່າວສູນທອນພົດເປີດກອງປະຊຸມຢ່າງເປັນທາງການ. ນອກຈາກນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກໍ່ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດ ສຸມ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະ ແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ. ຫລັງຈາກນັ້ນ, ກໍ່ດໍາເນີນໄປຕາມວາລະກອງປະຊຸມໂດຍຈະດໍາເນີນແຕ່ວັນທີ 9-26 ມິຖຸນາ 2025 ນີ້, ເຊິ່ງຕະ ຫລອດໄລຍະຂອງກອງປະຊຸມບັນດາສະມາຊິກສະພາແຫ່ງຊາດ ແຕ່ລະເຂດກ່ໍຈະໄດ້ພ້ອມກັນສຸມສະຕິປັນຍາປະກອບຄຳຄິດຄຳເຫັນຕໍ່ບົດລາຍງານຂອງລັດຖະບານ, ຂອງຊາດດ້ວຍຄວາມຮັບຜິດຊອບສູງພ້ອມທັງຈະນໍາເອົາຄຳສະເໜີຕ່າງໆຂອງປະຊາຊົນໃນເຂດເລືອກຕັ້ງຕົນສະເໜີຕໍ່ກອງປະຊຸມຄັ້ງນີ້ ເພື່ອໃຫ້ໄດ້ຮັບການແກ້ໄຂຕາມຄວາມເໝາະສົມ ແລະ ພິຈາລະນາຮັບຮອງເອົາບັນຫາສຳຄັນຂອງຊາດ. 

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top