ຂປລ
ຂປລ. ໃນວັນທີ 9 ມິຖຸນາ 2025 ນີ້, ສູນກາງແນວລາວສ້າງຊາດ ຮ່ວມກັບ ໂຮງຮຽນວັດທະ ນະທຳຊົນເຜົ່າກອງທັບ (ຮວຜທ) ກະຊວງປ້ອງກັນປະເທດ ຈັດກິດຈະກຳການປູກຕົ້ນໄມ້ ເນື່ອງໃນໂອ ກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ

ຂປລ. ໃນວັນທີ 9 ມິຖຸນາ 2025 ນີ້, ສູນກາງແນວລາວສ້າງຊາດ ຮ່ວມກັບ ໂຮງຮຽນວັດທະ ນະທຳຊົນເຜົ່າກອງທັບ (ຮວຜທ) ກະຊວງປ້ອງກັນປະເທດ ຈັດກິດຈະກຳການປູກຕົ້ນໄມ້ ເນື່ອງໃນໂອ ກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (1 ມິຖຸນາ 1980-1 ມິຖຸນາ 2025) ໂດຍການເຂົ້າຮ່ວມ ທ່ານ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ, ມີ ທ່ານ ນາງ ວິໄລວອນ ຈັນທະລາຕີ ເຈົ້າເມືອງໄຊເສດຖາ, ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງເປັນຂະບວນ.
ພິທີປູກຕົ້ນໄມ້ຄັ້ງນີ້, ເປັນການສ້າງກິດຈະກໍາຮ່ວມກັນ ລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໃຫ້ມີຄວາມໝາຍສໍາຄັນ ເພາະເປັນການຈັດຕັ້ງຜັນຂະ ຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດຖະບານ, ທັງເປັນການສ້າງສັນຍາລັກ ຄວາມສາມັກຄີ ຮັກແພງ ລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ກອງທັບປະຊາຊົນລາວ ໂດຍສະເພາະ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ.

ທ່ານ ອ໋ອດ ພົງສະຫວັນ ໄດ້ມີຄໍາເຫັນໃນພິທີຄັ້ງນີ້ວ່າ: ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ເປັນວັນທີ່ມີຄວາມໝາຍຄວາມສໍາຄັນ ເພື່ອທົດແທນຕົ້ນໄມ້ທີ່ຊຸດໂຊມ ຖືກ ທໍາລາຍຈາກການຖາງປ່າເຮັດໄຮ່, ເກີດອັກຄີໄພ ແລະ ອື່ນໆ. ດັ່ງນັ້ນ, ພວກເຮົາຕ້ອງ ພ້ອມກັນປູກຕົ້ນໄມ້ ເພື່ອປົກປັກຮັກສາ, ປັບປຸງລະບົບນິເວດ, ສ້າງສະພາບແວດລ້ອມໃຫ້ມີຄວາມຂຽວງາມ ແລະ ຮົ່ມເຢັນ. ພ້ອມນີ້, ທ່ານຍັງໄດ້ຕ່າງໜ້າສູນການແນວລາວສ້າງຊາດ ມອບຕົ້ນໄມ້ຈຳນວນໜຶ່ງ ປະກອບມີ ຕົ້ນໄມ້ດູ່ 10 ຕົ້ນ, ຝຸ່ນຄອກ 10 ເປົາ ແລະ ອຸປະກອນບົວລະບັດຕົ້ນໄມ້ ລວມມູນຄ່າ 20 ລ້ານກີບ ໃຫ້ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ.
ຈາກນັ້ນ, ຄະນະນໍາທັງສອງຝ່າຍ ກໍໄດ້ຮ່ວມກັນປູກຕົ້ນໄມ້ ເພື່ອເປັນສັນຍາລັກແຫ່ງຄວາມຮ່ວມມື ແລະ ຄວາມສາມັກຄີທີ່ແໜ້ນແຟ້ນລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ.
ຂ່າວ: ໂອລິນ ມິ່ງມີໄຊ
KPL