ສປ ຈີນ-ສ.ອາເມລິກາ ປຶກສາຫາລືການຮ່ວມມືດ້ານເສດຖະກິດ ການຄ້າ

10/06/2025 17:04
Email Print 331
ຂປລ ທ່ານ​ ເຮີ​ ລີ້​ເຟິ່ງ(He Lifeng), ກຳ​ມະ​ການ ​ກົມ​ການ​ເມືອງ​ ສູນ​ກາງ​ພັກ ​ກອມ​ມູ​ນິດ​ຈີນ, ຮອງ​ນາ​ຍົກ​ ລັດ​ຖະ​ມົນ​ຕີ​ຈີນ​ ພ້ອມດ້ວຍຄະນະ ໄດ້​ພົບປະກັບ ທ່ານ ສະກອດ ເບສເຊັນ (Scott Bessent), ລັດຖະມົນຕີ ກະຊວງການເງິນ, ທ່ານ ຮາວເວີດ ລັກນິກ(Howard Lutnick), ລັດຖະມົນຕີ ກະຊວງການຄ້າ ພ້ອມດ້ວຍ ຜູ້ຕາງໜ້າ ດ້ານການຄ້າຂອງ ສ.ອາເມລິກາ ຈັດ​ກອງ​ປະ​ຊຸມ​ ຄັ້ງ​ທຳ​ອິດ​ ຂອງ​ກົນ​ໄກ ​ປຶກ​ສາ​ຫາ​ລື ດ້ານ​ເສດ​ຖະ​ກິດ ​ການ​ຄ້າ​ ລະ​ຫວ່າງ ສປ ​ຈີນ-ສ.ອາ​ເມ​ລິ​ກາ​ ຢູ່​ນະ​ຄອນຫລວງ ​ລອນດອນ​ ຂອງ​ອັງ​ກິດ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນ​ທີ 9 ມິ​ຖຸ​ນາ​ນີ້, ທ່ານ​ ເຮີ​ ລີ້​ເຟິ່ງ(He Lifeng), ກຳ​ມະ​ການ ​ກົມ​ການ​ເມືອງ​ ສູນ​ກາງ​ພັກ ​ກອມ​ມູ​ນິດ​ຈີນ, ຮອງ​ນາ​ຍົກ​ ລັດ​ຖະ​ມົນ​ຕີ​ຈີນ​ ພ້ອມດ້ວຍຄະນະ ໄດ້​ພົບປະກັບ ທ່ານ ສະກອດ ເບສເຊັນ (Scott Bessent), ລັດຖະມົນຕີ ກະຊວງການເງິນ, ທ່ານ ຮາວເວີດ ລັກນິກ(Howard Lutnick), ລັດຖະມົນຕີ ກະຊວງການຄ້າ ພ້ອມດ້ວຍ ຜູ້ຕາງໜ້າ ດ້ານການຄ້າຂອງ ສ.ອາເມລິກາ ຈັດ​ກອງ​ປະ​ຊຸມ​ ຄັ້ງ​ທຳ​ອິດ​ ຂອງ​ກົນ​ໄກ ​ປຶກ​ສາ​ຫາ​ລື ດ້ານ​ເສດ​ຖະ​ກິດ ​ການ​ຄ້າ​ ລະ​ຫວ່າງ ສປ ​ຈີນ-ສ.ອາ​ເມ​ລິ​ກາ​ ຢູ່​ນະ​ຄອນຫລວງ ​ລອນດອນ​ ຂອງ​ອັງ​ກິດ. ກອງ​ປະ​ຊຸມ​ດັ່ງ​ກ່າວ​​ ໄດ້​ສືບ​ຕໍ່​ດຳ​ເດ​ີນ​ໄປ ຈົນຮອດ ວັນ​ທີ 10 ມິ​ຖຸ​ນາ​ນີ້. ເປົ້າໝາຍ ຂອງຮອບເຈລະຈາ ຄັ້ງນີ້ ເພື່ອຮັກສາ ແລະ ຊຸກຍູ້ ຄຳສັ່ງຢຸດຕິ ຄວາມເຄັ່ງຕຶງ ດ້ານການຄ້າ ພາຍຫລັງ ສອງປະເທດ ໄດ້ເຫັນດີ ຫລຸດຜ່ອນ ອັດຕາພາສີທີ່ສຳຄັນ ໃນເວລາ 90 ວັນຢູ່ ເຊີແນວ. ເຖິງວ່າ ບັນລຸໄດ້ບາງຄວາມຄືບໜ້າ ໃນເບື້ອງຕົ້ນ ແຕ່ຂໍ້ຕົກລົງ ເຊີແນວ ຍັງບໍ່ທັນແກ້ໄຂ ຄວາມບໍ່ລົງລອຍກັນ ເລິກເຊິ່ງ ລະຫວ່າງ ສອງຝ່າຍໄດ້. ໃນວົງການ ນັກລົງທຶນ ສາກົນ ພວມຕິດຕາມ ຢ່າງແໜ້ນແຟ້ນ ການຜັນແປ ຂອງຮອບເຈລະຈາ ຢູ່ ລອນດອນ ໃນສະພາວະ ຕະຫລາດ ການເງິນ ມີສັນຍານ ຟື້ນຟູ ຍ້ອນມີ ຄວາມຫວັງ ຈະຫລຸດຜ່ອນ ຄວາມເຄັ່ງຕຶງ ດ້ານການຄ້າ ທົ່ວໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top