ຂປລ
ຄຽງຄູ່ກັບ ລົດໄຟ ຂົນສົ່ງສິນຄ້າ ລະຫວ່າງ ສປ ຈີນ-ເອີຣົບ ໝາຍເລກ 75052 ໄດ້ອອກເດີນທາງ ຈາກສະຖານີ ຈ່ຽວໂຈ່ວ ໃນນະຄອນ ຊິ່ງຕາວ ແຂວງຊ່ານຕົ່ງຂອງ ສປ ຈີນ, ເຮັດໃຫ້ລົດໄຟ ຂົນສົ່ງສິນຄ້າ ລະຫວ່າງ ສປ ຈີນ-ເອີຣົບ ແລ່ນລົດ ໄດ້ທັງໝົດ 111.000 ຖ້ຽວ ເຮັດໃຫ້ ຍອດມູນຄ່າ ສິນຄ້າ ທີ່ຂົນສົ່ງ ຜ່ານລົດໄຟ ດັ່ງກ່າວ ຫລາຍກວ່າ 450 ຕື້ໂດລາ ໂດລາສະຫະລັດ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 10 ມິຖຸນານີ້, ຄຽງຄູ່ກັບ ລົດໄຟ ຂົນສົ່ງສິນຄ້າ ລະຫວ່າງ ສປ ຈີນ-ເອີຣົບ ໝາຍເລກ 75052 ໄດ້ອອກເດີນທາງ ຈາກສະຖານີ ຈ່ຽວໂຈ່ວ ໃນນະຄອນ ຊິ່ງຕາວ ແຂວງຊ່ານຕົ່ງຂອງ ສປ ຈີນ, ເຮັດໃຫ້ລົດໄຟ ຂົນສົ່ງສິນຄ້າ ລະຫວ່າງ ສປ ຈີນ-ເອີຣົບ ແລ່ນລົດ ໄດ້ທັງໝົດ 111.000 ຖ້ຽວ ເຮັດໃຫ້ ຍອດມູນຄ່າ ສິນຄ້າ ທີ່ຂົນສົ່ງ ຜ່ານລົດໄຟ ດັ່ງກ່າວ ຫລາຍກວ່າ 450 ຕື້ໂດລາ ໂດລາສະຫະລັດ. ປັດຈຸບັນນີ້, 128 ຕົວເມືອງ ຢູ່ ສປ ຈີນ ໄດ້ເປີດ ບໍລິການ ລົດໄຟ ຂົນສົ່ງສິນຄ້າ ລະຫວ່າງ ສປ ຈີນ-ເອີຣົບ ໄປຮອດ 229 ຕົວເມືອງຢູ່ 26 ປະເທດ ໃນເອີຣົບ ແລະ ຫລາຍກວ່າ 100 ຕົວເມືອງຢູ່ 11 ປະເທດໃນອາຊີ. ລົດໄຟຂົນສົ່ງສິນຄ້າ ລະຫວ່າງ ສປ ຈີນ-ເອີຣົບ ໄດ້ອຳນວຍ ຄວາມສະດວກໃຫ້ແກ່ ການຄ້າ ຂອງບັນດາ ປະເທດ ທີ່ຢູ່ລຽບຕາມ ເສັ້ນທາງລົດໄຟ, ທັງໄດ້ຂະຫຍາຍ ຕະຫລາດ ໃຫ້ໃຫຍ່ກວ່າເກົ່າ ສຳລັບ ການຄ້າ ລະຫວ່າງ ປະເທດ ໃນອາຊີ ແລະ ເອີຣົບ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL