ສປ ຈີນ ເລັ່ງເກັບກ່ຽວເຂົ້າບາເລ ໄດ້ຫລາຍກວ່າ70%

11/06/2025 17:22
Email Print 595
ຂປລ ຄຽງ​ຄູ່​ກັບ ​ການ​ເກັບ​ກ່ຽວ ​ເຂົ້າບາ​ເລ ດ້ວຍ​ເຄື່ອງ​ຈັກ ​ຢູ່​ແຂວງ​ອ່ານ​ຮຸຍ ແລະ ແຂວງ​​ເຮີ​ນານ​​ ສຳ​ເລັດ​ລົງ​ ຕາມ​ລຳ​ດັບ, ການ​ເກັບ​ກ່ຽວ​ເຂົ້າບາ​ເລ​ໃນ​ລະ​ດູ​ຮ້ອນ​​​ ໃນ​ທົ່ວ​ປະ​ເທດ​ຈີນ​ ໄດ້​ກ້າວ​ເຂົ້າ​ສູ່​ ໄລ​ຍະ​ສູງ​ ຂຸ້ນ​ຂ້ຽວ​ ທີ່​ສຸດ ແລະ ໄດ້​ສຳ​ເລັດ ​ການ​ເກັບ​ກ່ຽວ ​ຫລາຍກວ່າ 70%.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ຄຽງ​ຄູ່​ກັບ ​ການ​ເກັບ​ກ່ຽວ ​ເຂົ້າບາ​ເລ ດ້ວຍ​ເຄື່ອງ​ຈັກ ​ຢູ່​ແຂວງ​ອ່ານ​ຮຸຍ ແລະ ແຂວງ​​ເຮີ​ນານ​​ ສຳ​ເລັດ​ລົງ​ ຕາມ​ລຳ​ດັບ, ການ​ເກັບ​ກ່ຽວ​ເຂົ້າບາ​ເລ​ໃນ​ລະ​ດູ​ຮ້ອນ​​​ ໃນ​ທົ່ວ​ປະ​ເທດ​ຈີນ​ ໄດ້​ກ້າວ​ເຂົ້າ​ສູ່​ ໄລ​ຍະ​ສູງ​ ຂຸ້ນ​ຂ້ຽວ​ ທີ່​ສຸດ ແລະ ໄດ້​ສຳ​ເລັດ ​ການ​ເກັບ​ກ່ຽວ ​ຫລາຍກວ່າ 70%. ກະ​ຊວງ​ກະ​ສິ​ກຳ ແລະ ຊົນ​ນະ​ບົດ​ຈີນ ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ມາ​ຮອດ ​ວັນ​ທີ 10 ມິ​ຖຸ​ນາ​ນີ້, ທົ່ວ​ປະ​ເທດ​ຈີນ​ ໄດ້​ເກັບ​ກ່ຽວ ​ເຂົ້າບາ​ເລ ​ຫລາຍກວ່າ 17 ລ້ານ​ເຮັກ​ຕາ, ການ​ເກັບ​ກ່ຽວ ​ເຂົ້າບາ​ເລ ​ດ້ວຍ​ເຄື່ອງ​​ຈັກ​ ຕົ້ນ​ຕໍ​ ໄດ້​ນຳ​ໃຊ້ ​ຢູ່​ເຂດ​ສ່ວນ​ຫລາຍ​ຂອງ​ແຂວງ​ຊ່ານ​ຕຸ່ງ, ພາກ​ເໜືອ​ ຂອງ​ແຂວງ​ຈ່ຽງ​ຊູ ແລະ ພາກ​ກາງ​ ຂອງ​ແຂວງ​ສ້ານ​ຊີ່ ຂອງ ສປ ຈີນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top