ເຜີຍແຜ່ວຽກຕິດຕາມກວດກາຄ້າຍຄຸມຂັງ -ດັດສ້າງ ແລະ ການໃຫ້ອະໄພຍະໂທດ

11/06/2025 19:57
Email Print 385
ຂປລ ຂປລ. ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມພົບປະກັບປະຊາຊົນ ເພື່ອຕອບປະເດັນກ່ຽວກັບກົດໝາຍ ທີ່ພົວພັນກັບວຽກງານຕິດຕາມກວດ ກາຄ້າຍຄຸມຂັງ-ດັດສ້າງ ແລະ ການໃຫ້ອະໄພຍະໂທດ ໃນວັນທີ 10 ມິຖຸນາ 2025

ຂປລ. ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມພົບປະກັບປະຊາຊົນ ເພື່ອຕອບປະເດັນກ່ຽວກັບກົດໝາຍ ທີ່ພົວພັນກັບວຽກງານຕິດຕາມກວດ ກາຄ້າຍຄຸມຂັງ-ດັດສ້າງ ແລະ ການໃຫ້ອະໄພຍະໂທດ ໃນວັນທີ 10 ມິຖຸນາ 2025 ໂດຍການເປັນປະ ທານຂອງ ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກ, ຫົວໜ້າກົມຕິດຕາມກວດກາ ຄ້າຍຄຸມຂັງ-ດັດສ້າງ, ມີບັນດາຮອງຫົວໜ້າກົມ, ຄະນະພະແນກ, ພະນັກງານວິຊາການ ທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນ ທີ່ເປັນເຈົ້າຂອງຄໍາຮ້ອງ ແລະ ຜູ້ຕ່າງໜ້າ ເຈົ້າຂອງຄໍາຮ້ອງ ເຂົ້າຮ່ວມ.

 ການພົບປະກັບປະຊາຊົນໃນຄັ້ງນີ້, ໄດ້ນຳສະເໜີບັນຫາກ່ຽວກັບການຄ້ຳປະກັນ ເພື່ອປ່ອຍຕົວພາງ ຕາມເງື່ອນໄຂ ແລະ ແຕ່ລະກໍລະນີທີ່ກໍານົດໄວ້ໃນກົດໝາຍ, ການຈັດຕັ້ງປະຕິບັດໂທດ, ການຄິດ ໄລ່ໂທດທາງອາຍາ ແມ່ນພາກສ່ວນໃດປະຕິບັດຕົວຈິງ. ນອກນີ້, ຍັງມີການຍົກເຫດຍົກຜົນ ແລະ ຊີ້ແຈງໃນກໍລະນີມີການກັກຂັງເກີນ ໃຫ້ພໍ່ແມ່ ແລະ ຍາດຕິພີ່ນ້ອງຜູ້ຖືກຫາ ຊາບເຖິງວິທີແກ້ໄຂ ແລະ ເຂົ້າໃຈບັນຫາດັ່ງກ່າວ, ພ້ອມທັງຖອດຖອນບົດຮຽນ, ຟັງຄໍາຄິດເຫັນ ຈາກເຈົ້າຂອງຄໍາຮ້ອງ ແລະ ຜູ້ເຂົ້າຮ່ວມ ເຊິ່ງໄດ້ມີການແລກປ່ຽນຄໍາເຫັນ ຢ່າງກົງໄປກົງມາ ໂດຍອີງໃສ່ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.

ທ່ານ ບົວລີ ເພັດມີໄຊ ໄດ້ໃຫ້ຮູ້ວ່າ: ການແຈ້ງຕອບ ແລະ ການພົບປະກັບປະຊາຊົນ ແມ່ນການ ເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ໃນລະບົບອົງການໄອຍະການປະຊາຊົນ ເພື່ອອໍານວຍຄວາມສະ ດວກ ແກ່ສັງຄົມຢ່າງໂປ່ງໃສ, ຍຸຕິທໍາ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ເຮັດໃຫ້ຜູ້ທີ່ມາພົວພັນວຽກງານກ່ຽວກັບຄະດີ ແລະ ຄໍາຮ້ອງ ເຂົ້າໃຈເຖິງຂັ້ນຕອນ ແລະ ກໍານົດເວລາການແກ້ໄຂຄະດີ ຂອງອົງການໄອຍະການປະຊາຊົນ ແລະ ເປັນການເພີ່ມທະວີຄວາມເຂັ້ມງວດ ໃຫ້ແກ່ພະນັກງານໄອຍະການປະຊາຊົນ ໃຫ້ປະຕິບັດໜ້າທີ່ຕາມກົດໝາຍ ແລະ ໃນຕໍ່ໜ້ານີ້, ພໍ່ແມ່ປະຊາຊົນ, ອົງການຈັດຕັ້ງລັດ, ສັງຄົມ, ນິຕິ ບຸກຄົນໃນທົ່ວສັງຄົມ ທີ່ມີຄວາມສົນໃຈ ໂດຍສະເພາະ ແມ່ນຂັ້ນຕອນການພິຈາລະນາແກ້ໄຂຄະດີ, ຄໍາຮ້ອງ ແລະ ບັນຫາອື່ນໆ ທີ່ກ່ຽວຂ້ອງກັບອົງການໄອຍະການປະຊາຊົນ ແມ່ນສາມາດຍື່ນຄໍາຮ້ອງ, ຄໍາສະເໜີຕໍ່ຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ເພື່ອພົບປະ, ຄົ້ນຄວ້າພິຈາລະນາບັນຫາຕ່າງໆ ຕາມກົດໝາຍ ແລະ ລະບຽບການທີ່ກໍານົດໄວ້.

ຂ່າວ-ພາບ: ອອປສ

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top