ຂປລ
ຂປລ. ສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ກໍຄື ຂະແໜງການທີ່ກ່ຽວຂ້ອງ ເລັ່ງແກ້ໄຂຫລາຍບັນຫາສຳຄັນ ທີ່ຍັງຈັດຕັ້ງປະຕິບັດບໍ່ໄດ້ດີເທົ່າທີ່ຄວນ ໂດຍສະເພາະການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ທີ່ຍັງພົບຄວາມຫຍຸ້ງຍາກບາງດ້ານ, ການຈັດຕັ້ງປະຕິບັດວຽກງານຈໍານວນໜຶ່ງ ບໍ່ສາມາດບັນລຸຄາດໝາຍ ທີ່ສະພາແຫ່ງຊາດໄດ້ຮັບຮອງ

ຂປລ. ສະພາແຫ່ງຊາດໄດ້ສະເໜີໃຫ້ລັດຖະບານ ກໍຄື ຂະແໜງການທີ່ກ່ຽວຂ້ອງ ເລັ່ງແກ້ໄຂຫລາຍບັນຫາສຳຄັນ ທີ່ຍັງຈັດຕັ້ງປະຕິບັດບໍ່ໄດ້ດີເທົ່າທີ່ຄວນ ໂດຍສະເພາະການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ທີ່ຍັງພົບຄວາມຫຍຸ້ງຍາກບາງດ້ານ, ການຈັດຕັ້ງປະຕິບັດວຽກງານຈໍານວນໜຶ່ງ ບໍ່ສາມາດບັນລຸຄາດໝາຍ ທີ່ສະພາແຫ່ງຊາດໄດ້ຮັບຮອງ ເປັນຕົ້ນ ການເຕີບໂຕຂອງບາງຂະແໜງ ເສດຖະກິດ, ການປະຕິບັດລາຍຈ່າຍງົບປະມານ, ການປະຕິບັດນະໂຍບາຍ ການຜະລິດສິນຄ້າທົດແທນ ການນໍາເຂົ້າ ຍັງບໍ່ທັນເປັນຂະບວນການທີ່ແຂງແຮງ, ຄາດໝາຍສູ້ຊົນຈໍານວນໜຶ່ງ ໃນຂົງເຂດວັດທະນະ ທຳ-ສັງຄົມ ແລະ ການລຶບລ້າງຄວາມທຸກຍາກ ບໍ່ສາມາດບັນລຸໄດ້ຕາມແຜນ ແລະ ອື່ນໆ. ທັງນີ້, ແນໃສ່ ຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ໃຫ້ໄດ້ຮັບຜົນສຳເລັດ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ມີຄຳເຫັນ ໃນກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ມິຖຸນາ 2025 ໂດຍທ່ານໄດ້ສະເໜີ ໃຫ້ລັດຖະບານ ເລັ່ງແກ້ໄຂຫລາຍບັນຫາສຳຄັນ ຕິດພັນກັບແຕ່ລະຂະແໜງການ ເປັນຕົ້ນ ເຖິງແມ່ນວ່າ ການເຕີບໂຕທາງ ດ້ານເສດຖະກິດ ໃນ 6 ເດືອນຕົ້ນປີ ສາມາດປະຕິບັດສູງເຖິງ 4,5% ແລະ ອັດຕາເງິນ ເຟີ້ມີທ່າອ່ຽງຫລຸດລົງກໍຕາມ ແຕ່ວ່າການດໍາລົງຊີວິດຂອງພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາ ຊົນ ຍັງພົບຄວາມຫຍຸ້ງຍາກ-ຝືດເຄື່ອງ, ລາຄາສິນຄ້າ, ລາຄາໄຟຟ້າ ນັບມື້ນັບສູງຂຶ້ນເລື້ອຍໆ ເຊິ່ງໄດ້ສົ່ງຜົນກະທົບຕໍ່ແນວຄິດຈິດໃຈ, ຄວາມບຸກບືນຫ້າວຫັນ ໃນການປະຕິບັດໜ້າທີ່ວຽກງານ. ສະນັ້ນ, ຖ້າແກ່ ຍາວ ຈະເຮັດໃຫ້ລະບົບກົງຈັກລັດ ຂອງເຮົາຂາດຄວາມເຂັ້ມແຂງ ຈຶ່ງສະເໜີໃຫ້ ລັດຖະບານ ຄົ້ນຄວ້າຊອກຫາວິທີການແກ້ໄຂ. ພ້ອມທັງ ໃຫ້ເອົາໃຈໃສ່ເກັບລາຍຮັບເຂົ້າງົບປະມານ ໃຫ້ສົມຄູ່ກັບການຂະ ຫຍາຍຕົວຂອງ ລວມຍອດຜະລິດຕະພັນພາຍໃນ (GDP) ໃນລະດັບ 4,5% ໃຫ້ໄດ້ປະມານ 12%-20% ຂຶ້ນໄປຕໍ່ GDP ດ້ວຍການເກັບລາຍຮັບທີ່ມີຢູ່ໃຫ້ ຄົບຖ້ວນຕາມກົດໝາຍ ແລະ ສັນຍາການລົງ ທຶນ, ການເຊົ່າ-ສໍາປະທານ ເປັນຕົ້ນ ພາສີ-ອາກອນ, ຂາຍວັດຖຸດິບດ້ານແຮ່ທາດ, ລາຍຮັບບໍລິສັດ-ລັດວິສາຫະກິດ, ຄ່າເຊົ່າທີ່ດິນ, ການທ່ອງທ່ຽວ, ການຄ້າດີຈິຕອນ ແລະ ຄ່າບໍລິການອື່ນໆ.
ສະເໜີໃຫ້ລັດຖະບານ ສຸມທຶນຮອນໃສ່ການຜະລິດ, ການດຶງດູດການລົງທຶນຂອງພາກເອກະຊົນ ເຂົ້າໃສ່ການຜະລິດກະສິກຳ ທີ່ຍັງບໍ່ທັນເຂັ້ມແຂງ ແລະ ບໍ່ທັນສາມາດຕອບສະໜອງ ຕໍ່ກັບຄວາມຕ້ອງການຕົວຈິງ ໂດຍສະເພາະ ການສົ່ງເສີມດ້ານຝຸ່ນ, ປຸ໋ຍ ແລະ ອາຫານສັດ ຍັງມີການນໍາເຂົ້າເປັນຈໍານວນຫລາຍ ສົ່ງຜົນເຮັດໃຫ້ຕົ້ນທຶນການຜະລິດສູງ. ສະເໜີໃຫ້ລັດຖະບານ ເອົາໃຈໃສ່ສົ່ງເສີມ, ການຈັດ ຕັ້ງການຜະລິດ ເປັນຕົ້ນ ສະຫະກອນກະເສດ, ກຸ່ມຜະລິດຂະໜາດນ້ອຍ, ຂະໜາດກາງ ຕາມກົດໝາຍ ເພື່ອສ້າງຄວາມເຂັ້ມແຂງໃຫ້ຊາວກະສິກອນ, ຍູ້ແຮງການ ຜະລິດກະສິກຳໃຫ້ຫລາຍຂຶ້ນ ໂດຍເພີ່ມທະ ວີຍົກລະດັບເຕັກນິກ-ວິຊາການ, ເຕັກໂນໂລຊີ ແລະ ຫັນເປັນທັນສະໄໝ ເພື່ອຍົກລະດັບຜົນຜະລິດໃຫ້ສູງຂຶ້ນກວ່າເກົ່າ ແລະ ສ້າງໃຫ້ມີໂຄງການຕົວແບບໃນການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໃຫ້ມີຄວາມເຂັ້ມແຂງ. ພ້ອມທັງສຸມໃສ່ຈັດສັນເຂດປູກ, ເຂດລ້ຽງໃຫ້ຊັດເຈນ ແລະ ມີມາດຕະການຈຳກັດການ ນໍາເຂົ້າສິນຄ້າທີ່ສາມາດຜະລິດໄດ້ພາຍໃນຢ່າງເຂັ້ມງວດ; ເອົາໃຈໃສ່ປັບປຸງ ແລະ ກະກຽມຄວາມພ້ອມ ດ້ານຊົນລະປະທານ ຮັບໃຊ້ການຜະລິດໃນລະດູແລ້ງ ໄດ້ຕາມຄາດໝາຍ; ຄວນມີ ການຕີລາຄາປະເມີນການຈັດສັນເຂດປູກ, ລ້ຽງ ແລະ ມີທິດທາງຈັດສັນຄືນໃຫ້ເໝາະສົມ. ໃຫ້ລັດຖະ ບານຮີບຮ້ອນ ກຳນົດລາຍການສິນຄ້າ ທີ່ຜະລິດໄດ້ຢູ່ພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ເພີ່ມທະວີການຈັດຕັ້ງປະຕິບັດມາດຕະການ ຈຳກັດການນໍາເຂົ້າສິນຄ້າຟຸມເຟືອຍ ແລະ ໃຫ້ອົາໃຈໃສ່ຊຸກຍູ້ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ, ກາງ ໃນການເຂົ້າເຖິງສິນເຊື່ອຂອງທະນາຄານທຸລະກິດ ໃຫ້ຫລາຍຂຶ້ນ ເພື່ອກະຕຸ້ນການຜະລິດຂອງປະຊາຊົນ ໃຫ້ຫລາຍຂຶ້ນ.
ພ້ອມນີ້, ຍັງສະເໜີ ລັດຖະບານ ຮີບຮ້ອນສ້ອມແປງ ແລະ ຟື້ນຟູ ບັນດາເສັ້ນທາງທີ່ເປ່ເພໜັກ ເປັນຕົ້ນ ເສັ້ນທາງເລກທີ 13 ເໜືອ ແລະ ເສັ້ນທາງເຂດພາກເໜືອ ໃຫ້ສາມາດສັນຈອນ ໄປ-ມາ ໄດ້ຢ່າງປົກກະຕິ ແລະ ເອົາໃຈໃສ່ຕິດຕາມກວດກາ ການກໍ່ສ້າງເສັ້ນທາງໃຫ້ມີຄຸນນະພາບ. ການຄຸ້ມຄອງນໍ້າໜັກລົດບັນທຸກສິນຄ້າ ເຫັນວ່າ ມີຄວາມຈໍາເປັນຕ້ອງໄດ້ເອົາໃຈໃສ່ ດ້ວຍການຕັ້ງສະຖານີຊິງຊັ່ງນໍ້າໜັກ, ມີມາດຕະການທີ່ເຂັ້ມງວດ ແລະ ເດັດຂາດ ຕໍ່ການບັນທຸກນໍ້າໜັກເກີນກວ່າ ທີ່ນິຕິກຳໄດ້ກຳນົດ, ເນື່ອງຈາກວ່າ ເປັນບັນຫາສ້າງຄວາມເສຍຫາຍຕໍ່ຫົນທາງ. ພ້ອມນັ້ນ, ກໍສະເໜີໃຫ້ແບ່ງລາຍຮັບທີ່ໄດ້ ຈາກຄ່າປັບໄໝບັນທຸກນໍ້າໜັກເກີນ ໃຫ້ທ້ອງຖິ່ນ ເພື່ອນຳມາສ້ອມແປງເສັ້ນທາງທີ່ເປ່ເພ; ໃຫ້ລັດຖະບານ ພິຈາ ລະນາ-ຄົ້ນຄວ້າຄືນ ກ່ຽວກັບການກຳນົດນະໂຍບາຍ ແລະ ໂຄງສ້າງລາຄາໄຟຟ້າ ທີ່ນໍາໃຊ້ໃນປັດຈຸບັນ ເຫັນວ່າ ມີລາຄາສູງເກີນໄປ ເຮັດໃຫ້ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ການຜະລິດໃນພາກກະສິກຳ ແລະ ອຸດສາຫະກຳ ຂອງຫົວໜ່ວຍທຸລະກິດ ຂະໜາດນ້ອຍ-ຂະໜາດກາງ ເພື່ອສົ່ງ ເສີມການຜະລິດພາຍໃນ ແລະ ຮັກສາບໍ່ໃຫ້ທຸລະກິດ, ໂຮງຈັກໂຮງງານຕ່າງໆປິດຕົວລົງ; ລັດຖະບານ ໂຈະການພິຈາລະນາໂຄງການ ແຮ່ທາດໃໝ່ທຸກປະເພດ (ແຮ່ໂລຫະ, ແຮ່ອະໂລຫະ ແລະ ແຮ່ຫີນທຸກຊະ ນິດທີ່ບໍ່ແມ່ນຫີນຮັບໃຊ້ໃນການກໍ່ສ້າງ), ສຸມໃສ່ຕິດຕາມກວດກາ ແລະ ປະເມີນໂຄງການ ທີ່ໄດ້ຮັບອະນຸຍາດຜ່ານມາ, ໂຄງການມີຄວາມຄືບໜ້າຊ້າ, ບໍ່ປະຕິບັດຕາມສັນຍາ, ສົ່ງຜົນກະທົບດ້ານລົບ ຕໍ່ສິ່ງແວດ ລ້ອມ, ສັງຄົມ ແລະ ທຳມະຊາດ ແມ່ນຕ້ອງນໍາໃຊ້ມາດຕະການ ຕາມກົດໝາຍກຳນົດ ຢ່າງເດັດຂາດ. ກວດກາຄືນກົນໄກການຈັດເກັບລາຍຮັບ ຈາກ ໂຄງການພັດທະນາດ້ານແຮ່ທາດ ເຂົ້າງົບປະມານແຫ່ງລັດ ເນື່ອງຈາກວ່າໃນໄລຍະຜ່ານມາ ໄດ້ມີການອະນຸຍາດ ໃຫ້ຈັດຕັ້ງປະຕິບັດຫລາຍໂຄງການ ແຕ່ການເກັບພັນທະເຂົ້າງົບປະມານ ຂອງລັດ ຈໍານວນໜຶ່ງຍັງບໍ່ທັນປະຕິບັດ ໄດ້ຕາມກົດໝາຍກຳນົດ ແລະ ໃຫ້ລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ ໃນການແກ້ໄຂບັນຫາການປະລະການຮຽນ, ຄຸນນະພາບການສຶກສາ ໃຫ້ສາມາດຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່, ຄົ້ນຄວ້າການຈັດສັນງົບປະມານ ໃຫ້ແກ່ຂົງເຂດການສຶກສາ, ສາທາລະນສຸກ ໃຫ້ສົມຄູ່ກັບຄວາມສໍາຄັນ ຂອງວຽກງານ, ເອົາໃຈໃສ່ການໃຫ້ບໍລິການດ້ານສາທາລະນະສຸກ ໃຫ້ແກ່ພໍ່ແມ່ປະຊາຊົນ ມີຄຸນນະພາບສູງຂຶ້ນຕື່ມ; ເພີ່ມທະວີຄວາມເຂັ້ມງວດຕາມກົດໝາຍ ຕໍ່ການຄຸ້ມຄອງຮ້ານບັນເທີງ, ຮ້ານເສີມສວຍທີ່ຕິດພັນກັບ ການເຮັດສັນຍະກໍາ ຊຶ່ງມີຄວາມສ່ຽງຕໍ່ສຸຂະພາບ ແລະ ອື່ນໆ.
ຂ່າວ: ທະນູທອງ
ພາບ: ອ່າຍຄຳ
KPL