ຂປລ
ຂປລ. ໃນພາກບ່າຍຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຕາງໜ້າໃຫ້ຄະນະຮັບຜິດຊອບ ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໄດ້ສະເໜີຮ່າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ

ຂປລ. ໃນພາກບ່າຍຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຕາງໜ້າໃຫ້ຄະນະຮັບຜິດຊອບ ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໄດ້ສະເໜີຮ່າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ ຮ່າງແຜນພັດທະນາດັ່ງກ່າວ ໂດຍລວມແລ້ວແມ່ນເຫັນດີ ເປັນເອກະພາບຕໍ່ໂຄງຮ່າງ ແລະ ເນື້ອໃນ.

ທ່ານ ເພັດ ພົມພິພັກ ໄດ້ກ່າວວ່າ: ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແມ່ນມີບົດບາດສໍາຄັນຢ່າງຍິ່ງ ໃນການສືບຕໍ່ຜັນຂະຫຍາຍວິໄສທັດຮອດປີ 2030, ແຜນຍຸດທະສາດການຂ້າມຜ່ານ ຂອງ ສປປ ລາວ ເພື່ອອອກຈາກສະຖານະພາບ ປະເທດດ້ອຍພັດທະນາໃນປີ 2026 ແລະ ຫລັງປີ 2026, ຍຸດທະສາດການເຕີບໂຕສີຂຽວ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຮອດປີ 2030. ນອກຈາກນີ້, ກໍຍັງເປັນແຜນສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ກໍຄື ການຜັນຂະຫຍາຍມະຕິ 04/ກມສພ ວ່າດ້ວຍ ການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນ ປະຕິວັດລາວ ແລະ ຍຸດທະສາດການພັດທະນາ ເສດຖະກິດ-ສັງຄົມ ຮອດປີ 2035 ແລະ ວິໄສທັດຮອດປີ 2045 ໃຫ້ສຳເລັດຕາມຄາດ ໝາຍວາງໄວ້ ເພື່ອສ້າງພື້ນຖານການພັດທະນາປະເທດຢ່າງໜັກແໜ້ນ ໃນການຫລຸດພົ້ນອອກຈາກ ສະຖານະພາບ ປະເທດດ້ອຍພັດທະນາໄດ້ຢ່າງໂລ່ງລຽນ, ກາຍເປັນປະເທດກຳລັງພັດທະນາ ທີ່ມີລາຍຮັບປານກາງສູງ ຕາມທິດເສດຖະກິດ-ສັງຄົມ ພູມປັນຍາ, ສີຂຽວ ແລະ ຍືນຍົງ ໃນຕໍ່ໜ້າ. ນອກນັ້ນ, ຍັງໄດ້ກຳນົດກາລະໂອກາດ, ສິ່ງທ້າທາຍ ແລະ ທ່າແຮງບົ່ມຊ້ອນໃນການພັດທະນາ ເສດຖະກິດ-ສັງຄົມ, ພ້ອມທັງໄດ້ວາງຄຳຂັວນ ຂອງ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຄື: “ຕັ້ງໜ້າສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ, ນຳໃຊ້ທຸກທ່າແຮງຢ່າງມີປະສິດທິຜົນ, ພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ”.

ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໄດ້ກໍານົດ 6 ເປົ້າໝາຍໃຫຍ່ຄື: ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ດ້ວຍການນຳໃຊ້ ທ່າແຮງເພື່ອເຮັດໃຫ້ເສດຖະກິດມີສະ ຖຽນລະພາບ ແລະ ສະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ; ພັດທະນາຊັບ ພະຍາກອນມະນຸດ ໃຫ້ມີຄຸນນະພາບສູງຂຶ້ນ ແລະ ສາມາດຮູ້ນ້ຳໃຊ້ເຕັກໂນໂລຊີທີ່ທັນສະໄໝ; ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ, ຕົວເມືອງ ແລະ ເຂດຊົນນະບົດ ໄດ້ຮັບການພັດທະນາຢ່າງສົມຄູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ຫລຸດລົງເທື່ອລະກ້າວ; ປົກປັກຮັກສາຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ ແລະ ສາມາດກຽມພ້ອມຮັບມືກັບ ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ; ການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນຢ່າງກວ້າງຂວາງ ແລະ ມີປະສິດທິຜົນ; ການຄຸ້ມຄອງການບໍລິຫານລັດ ໃຫ້ມີປະສິດທິພາບ, ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຍຸຕິທຳ ແລະ ສີວິໄລ.
ຂ່າວ: ກິດຕາ
ພາບ: ອ່າຍຄຳ
KPL