ຂປລ
ຂປລ. ໃນວັນທີ 12 ມິຖຸນາ 2025 ນີ້, ສະພາແຫ່ງຊາດ (ສພຊ) ໄດ້ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກ-ພະນັກງານ ພາຍໃນສະພາແຫ່ງຊາດ ທີ່ມີຜົນງານຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະຜ່ານມາ.

ຂປລ. ໃນວັນທີ 12 ມິຖຸນາ 2025 ນີ້, ສະພາແຫ່ງຊາດ (ສພຊ) ໄດ້ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກ-ພະນັກງານ ພາຍໃນສະພາແຫ່ງຊາດ ທີ່ມີຜົນງານຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະຜ່ານມາ. ໃນນັ້ນ, ມອບໃຫ້ສະມາຊິກພັກບຳນານ 27 ສະຫາຍ, ຍິງ 7 ສະຫາຍ, ສະມາຊິກພັກ ປະຈຳ ການ 22 ສະຫາຍ, ຍິງ 4 ສະຫາຍ, ຕາງໜ້າມອບໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ, ປະທານສະພາແຫ່ງຊາດ ແລະ ສະຫາຍ ຄຳໃບ ດຳລັດ ກຳມະການສູນກາງພັກ, ຄະນະປະຈຳພັກ, ປະທານກວດກາພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ.
ໂອກາດດັ່ງກ່າວ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນສະຫາຍ ສະມາຊິກພັກ, ພະນັກງານຂອງສະພາແຫ່ງຊາດ ທັງປະຈຳການ ແລະ ພະນັກງານອາວຸໂສບຳນານ ທີ່ມີຜົນງານຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ໃນໄລຍະຜ່ານມາ, ປະກອບສ່ວນເຮັດໃຫ້ວຽກງານດ້ານຕ່າງໆ ພາຍໃນສະພາແຫ່ງຊາດ ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.

ສະຫາຍ ໄຊສົມພອນ ພົມວິຫານ ຍັງໄດ້ຍົກໃຫ້ເຫັນປະຫວັດສາດ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ພັກປະຊາຊົນ ປະຕິວັດລາວ ໃນໄລຍະ 70 ປີທີ່ຜ່ານມາ, ພ້ອມທັງ ຍົກໃຫ້ເຫັນການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ນັບແຕ່ສ້າງຕັ້ງໃນວັນທີ 2 ທັນວາ 1975 ມາຮອດປັດຈຸບັນ ເຊິ່ງຕະຫລອດໄລຍະເວລາທີ່ຜ່ານມາ ຄະນະບໍລິຫານງານພັກສະພາແຫ່ງຊາດ ໄດ້ຍົກສູງບົດບາດການນໍາພາຂອງຕົນ ເຂົ້າໃນການປັບປຸງກົງຈັກ ການຈັດຕັ້ງຂອງສະພາແຫ່ງຊາດ ໃຫ້ເປັນລະ ບົບຄົບຊຸດເທື່ອລະກ້າວ, ນໍາພາການເຄື່ອນໄຫວ ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຕາມທີ່ໄດ້ກຳນົດໄວ້ໃນ ລັດຖະທຳມະນູນ ແລະ ກົດໝາຍ ໃຫ້ນັບມື້ມີຄຸນນະພາບ ແລະ ມີປະສິດທິຜົນ, ນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ກໍຄື ປະຊາຊົນບັນດາເຜົ່າ. ອັນພົ້ນເດັ່ນ, ສະພາແຫ່ງຊາດ ໄດ້ພິຈາ ລະນາຮັບຮອງເອົາ ລັດຖະທຳມະນູນ ສະບັບທຳອິດຂອງ ສປປ ລາວ ໃນປີ 1991 ແລະ ໄດ້ສືບຕໍ່ປັບປຸງ ໃນປີ 2003, 2015 ແລະ 2025 ເຮັດໃຫ້ລັດຖະທຳມະນູນ ເປັນກົດໝາຍພື້ນຖານຂອງຊາດ; ການສ້າງ ແລະ ປັບປຸງກົດໝາຍ ໄດ້ຈໍານວນ 170 ສະບັບ; ການພິຈາລະນາບັນຫາສໍາຄັນຂອງປະເທດຊາດ ມີຄວາມສອດຄ່ອງກັບ ແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ, ຮັບປະກັນສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ; ການຕິດຕາມກວດກາການຈັດຕັ້ງປະຕິບັດ ລັດຖະທຳມະນູນ, ກົດໝາຍ ມີຄວາມເຂັ້ມງວດ, ອັນໄດ້ສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍໃຫ້ແກ່ສັງຄົມ; ໄດ້ສຳເລັດການສ້າງຕັ້ງ ສະພາປະຊາຊົນຂັ້ນແຂວງ ຊຶ່ງໄດ້ເຮັດໃຫ້ປະຊາຊົນບັນດາເຜົ່າ ໄດ້ມີອົງການຕົວແທນຂອງຕົນຢູ່ໃກ້ຊິດ ໃນທົ່ວປະເທດ. ຜົນສໍາເລັດທີ່ມີຄວາມສໍາຄັນດັ່ງກ່າວ ແມ່ນເກີດມາຈາກການ ນໍາພາຂອງຄະນະບໍລິຫານງານພັກສະພາແຫ່ງຊາດ, ບັນດາຮາກຖານພັກ, ບັນດາສະຫາຍສະມາຊິກພັກ ທີ່ເປັນການນໍາຂອງສະພາແຫ່ງຊາດ ໃນ 9 ສະໄໝ ຂອງສະພາແຫ່ງຊາດ ຜ່ານມາ.

ຂ່າວ: ທະນູທອງ
ພາບ: ເກດສະໜາ
KPL