ເຂດພູຮວງຊານ ໃນຈີນ ເປັນມໍລະດົກໂລກ ທາງດ້ານວັດທະນະທໍາ ແລະ ທໍາມະຊາດ

12/06/2025 22:04
Email Print 594
ຂປລ ພາຍຫລັງໄດ້ເຂົ້າຮ່ວມ ຕິດຕາມເກັບກໍາຂ່າວ ໃນກອງປະຊຸມສົ່ງເສີມ ການພົວພັນຮ່ວມມື ລະຫວ່າງ ແຂວງ ແລະເມືອງມິດຕະພາບ ຈີນ-ອາຊຽນ ທີ່ຈັດຂຶ້ນ ຢູ່ເມືອງຮວງຊານ (Huangshan) ແຂວງອານຮຸຍ (Anhui) ຂອງສປ ຈີນ ເມື່ອວັນທີ 5 ມິຖຸນາ ທີ່ຜ່ານມານີ້.

ພາຍຫລັງໄດ້ເຂົ້າຮ່ວມ ຕິດຕາມເກັບກໍາຂ່າວ ໃນກອງປະຊຸມສົ່ງເສີມ ການພົວພັນຮ່ວມມື ລະຫວ່າງ ແຂວງ ແລະເມືອງມິດຕະພາບ ຈີນ-ອາຊຽນ ທີ່ຈັດຂຶ້ນ ຢູ່ເມືອງຮວງຊານ (Huangshan) ແຂວງອານຮຸຍ (Anhui) ຂອງສປ ຈີນ ເມື່ອວັນທີ 5 ມິຖຸນາ ທີ່ຜ່ານມານີ້. ບັນດານັກຂ່າວ ຈາກປະເທດອາຊຽນ ທີ່ປະຈໍາ ຢູ່ສູນແລກປ່ຽນຂໍ້ມູນຂ່າວສານສາກົນ ນະຄອນຫລວງປັກກິ່ງ ຂອງສປ ຈີນ ລວມມີ ຈໍານວນ 10 ຄົນ ກໍ່ໄດ້ສຶບຕໍ່ ເຄື່ອນໄຫວຢ້ຽມຢາມ ສອງແຂວງ ຂອງ ສປ ຈີນ ຄື: ອານຮຸຍ (Anhui) ແລະ ຈຽງຊູ (Jiangsu), ສອງແຂວງນີ້ ໄດ້ຈັດຢູ່ໃນອັນດັບ 3 ແລະ 4 ຂອງ ສປ ຈີນ ທາງດ້ານການພັດທະນາ ເສດຖະກິດ-ສັງຄົມ, ເນື່ອງຈາກ ລະບົບພື້ນຖານໂຄງລ່າງ, ຖະໜົນຫົນທາງ ມີຄວາມສະດວກສະບາຍ ແລະ  ສະອາດສວຍງາມ, ລວມທັງ ການສົ່ງເສີມອະນຸລັກ ຮັກສາວັດທະນະທໍາ ແລະ ໃຫ້ຄວາມສໍາຄັນຕໍ່ກັບ ການປົກປັກຮັກສາ ສິ່ງແວດລ້ອມ.

ການເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ ບັນດານັກຂ່າວ ໄດ້ສໍາພັດກັບ ບັນຍາກາດ ສະພາບແວດລ້ອມຕົວຈິງ ຂອງສະຖານທີ່ທ່ອງທ່ຽວຕ່າງໆ ຢູ່ໃນ 2 ແຂວງ ທີ່ກ່າວມານັ້ນ . ໂດຍສະເພາະ ການຕ້ອນຮັບຢ່າງອົບອຸ່ນ ແລະ ການນໍາພາທ່ອງທ່ຽວໃນຄັ້ງນີ້ ຈາກທິມງານພະແນກ ຂໍ້ມູນຂ່າວສານ ແລະ ວັດທະນະທໍາ ຂອງ ຫ້ອງການພົວພັນຕ່າງປະເທດ ແຂວງອານຮຸຍ ຊຶ່ງນໍາໂດຍ ທ່ານ ເຫວນ ລ່ຽງກວາງ (Wen Liangquan) ຫົວໜ້າພະແນກດັ່ງກ່າວ, ບັນດານັກທ່ອງທ່ຽວ ໄດ້ຖ່າຍຮູບພາບທຳມະຊາດທີສວຍງາມ ເພື່ອບັນທຶກຄວາມຊົງຈໍາ ກັບ ສິ່ງມະຫັດສະຈັນຄວາມສວຍງາມຂອງແຫລ່ງທ່ອງທ່ຽວທໍາມະຊາດ ພູເຂົາຫີນຮວງຊານ (Huangshan Mountain scenic spot) ທີ່ມີພື້ນທີ່ກວ້າງໃຫຍ່ ເຖິງ 160,6 ກິໂລຕາແມັດ ແລະ ມີໜ້າຜາສູງຊັນດ້ວຍຮູບຮ່າງສວຍງາມ. ດັ່ງນັ້ນ ພູດັ່ງກ່າວ ຈຶ່ງກາຍເປັນແຫລ່ງມໍລະດົກໂລກທາງດ້ານວັດທະນະທໍາ ແລະ ທໍາມະຊາດ.

ໃນໄລຍະການເດີນທາງ ເພື່ອໄປເຖິງຈຸດຊົມວິວ ຢູ່ເທິງຈອມພູສູງສຸດ, ບັນດານັກທ່ອງທ່ຽວ ຫລາຍພັນຄົນ ທັງຊາວຈີນ ແລະ ຊາວຕ່າງປະເທດ ກໍ່ຄື ຄະນະນັກຂ່າວ ພວກເຮົາ ໄດ້ພາກັນຂຶ້ນນັ່ງລົດນໍາທ່ຽວ ຊົມວິວທິວທັດ ທໍາມະຊາດ ຂຽວອຸ່ມທຸ່ມ ເປັນຕົ້ນ: ຕົ້ນໄມ້ແປກ, ໄມ້ໄຜ່ (ໄມ້ປ່ອງ) ແລະ ຕົ້ນໄມ້ຊະນິດອື່ນໆ ປະຈໍາພື້ນທີ່ດັ່ງກ່າວ ເຊິ່ງລຽນແຖວຢ່າງເປັນ ລະບຽບຮຽບຮ້ອຍ ຢູ່ສອງຟາກທາງ ໂດຍຜູ້ຂຽນໄດ້ສັງເກດ ເຫັນວ່າ: ຕາມເສັ້ນທາງມີຄວາມສະອາດ ບໍ່ມີເສດຂີ້ເຫຍື້ອຖິ້ມຢ່າງຊະຊາຍ ຕາມຈຸດຕ່າງໆ ແລະ ບໍ່ມີຕົ້ນໄມ້ຊະນິດໃດ ຖືກຕັດ ຫລື ຖືກທໍາລາຍ.

ບັນຍາກາດໃນພື້ນທີ່ດັ່ງກ່າວ ສາມາດເຮັດໃຫ້ ຜູ້ມາຢ້ຽມຢາມ ເກີດມີຄວາມຮູ້ສືກວ່າ: ໄດ້ສໍາພັດກັບອາກາດສົດ ແລະ ຄວາມຊຸ່ມຊື່ນ ເຢັນສະບາຍ ແລະ ຜ່ອນຄາຍ, ກ່ອນຈະໄປເຖິງຈຸດທີ່ເປັນບ່ອນບໍລິການຮັບ-ສົ່ງນັກທ່ອງທ່ຽວ ຫລື ຈຸດຂີ່ລົດກະຕ່າໄຟຟ້າທີ່ຫ້ອຍແລ່ນໄປຕາມສາຍໄຍເຫລັກ ທີ່ມີກະແສໄຟຟ້າ ເປັນຕົວຊ່ວຍຂັບເຄື່ອນ ນໍາພາກະຕ່າຂຶ້ນໄປຫາຈຸດສູງ ອີກຈຸດໜຶ່ງຂອງພູ. ເມື່ອໄປຮອດຈຸດເປົ້າໝາຍແລ້ວ, ກໍສືບຕໍ່ຍ່າງຂຶ້ນຕາມທາງຍ່າງຂຶ້ນພູ ທີ່ເປັນຂັ້ນໄດເຮັດດ້ວຍເບຕົງ ແລະ ມີຮາວຈັບ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວໃຫ້ໄປເຖິງຈຸດຊົມວິດສູງສຸດ ຢ່າງສະດວກສະບາຍ ແລະ ປອດໄພ.

ເມື່ອມາຮອດຈຸດຊົມວິວສູງສຸດຂອງຈອມພູ ແລ້ວ, ບັນດານັກທ່ອງທ່ຽວ ກໍ່ຄື ທິມນັກຂ່າວພວກເຮົາ ກໍ່ໄດ້ສໍາພັດກັບບັນຍາກາດ ທໍາມະຊາດສວຍງາມ ຢູ່ເທິງຈອມພູ ເຊິ່ງມີລົມພັດຄ່ອຍໆ ແລະ ແຮງເປັນບາງຄັ້ງຄາວ, ມີໝອກຄວັນບາງໆ ເຮັດໃຫ້ນັກທ່ອງທ່ຽວທັງຫລາຍ ກໍ່ຄື ຜູ້ຂຽນເອງ ມີຄວາມຮູ້ສຶກປະທັບໃຈ ຕໍ່ບັນຍາກາດນີ້.  ສະນັ້ນ ຖ້າທ່ານໃດ ຫາກມີໂອກາດມາສໍາພັດ ກັບ ບັນຍາກາດນີ້ ດ້ວຍຕົນເອງ ທ່ານຈະມີຄວາມຮູ້ສຶກເຊັ່ນດຽວກັນກັບຜູ້ຂຽນ.  /

KPL

ຂ່າວອື່ນໆ

ads
ads

Top