ຂປລ
ຂປລ. ໃນພາກບ່າຍວັນທີ 12 ມິຖຸນາ 2025 ຂອງການດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ທ່ານ ນາງ ປິ່ງຄຳ ລາຊະສິມມາ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ຕາງໜ້າໃຫ້ຄະນະປະຈຳ ສະພາແຫ່ງຊາດ ປະກອບຄຳຄິດຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະ ຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ

ຂປລ. ໃນພາກບ່າຍວັນທີ 12 ມິຖຸນາ 2025 ຂອງການດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ທ່ານ ນາງ ປິ່ງຄຳ ລາຊະສິມມາ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ຕາງໜ້າໃຫ້ຄະນະປະຈຳ ສະພາແຫ່ງຊາດ ປະກອບຄຳຄິດຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະ ຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ ເຊິ່ງຜ່ານການຕິດຕາມກວດກາ ເຫັນວ່າການຄຸ້ມຄອງ ແລະ ການພັດທະນາພະລັງງານ ໄຟຟ້າ ຍັງມີຫລາຍບັນຫາທີ່ຈະຕ້ອງປັບປຸງ ແລະ ແກ້ໄຂ. ສະນັ້ນ, ຈຶ່ງສະເໜີໃຫ້ລັດຖະບານ ປັບປຸງລະບົບພະລັງງານໄຟຟ້າ ໃຫ້ມີຄວາມໝັ້ນຄົງ, ມີຄວາມພ້ອມໃນການສະໜອງໄຟຟ້າ ໃຫ້ພຽງພໍຕໍ່ຄວາມຕ້ອງການ ທັງພາຍໃນ ແລະ ສົ່ງອອກຕ່າງປະເທດ ໂດຍການພິຈາລະນາພັດທະນາ ໄຟຟ້າພະລັງງານຄວາມຮ້ອນ ຫລື ພະລັງງານໄຟຟ້າອື່ນ ເພື່ອຮັບປະກັນການພັດທະນາລະບົບພະລັງງານໄຟຟ້າ ໃຫ້ມີຄວາມສະຖຽນ, ໝັ້ນຄົງ ແລະ ຜູ້ຊົມໃຊ້ ສາມາດເຂົ້າເຖິງດ້ວຍລາຄາ ທີ່ເໝາະສົມ, ເປັນທໍາ.
ພ້ອມນີ້, ຍັງສະເໜີໃຫ້ລັດຖະບານ ໃຫ້ກວດກາຄືນບັນດາໂຄງການລົງທຶນ ດ້ານພະລັງງານໄຟຟ້າ ທີ່ໄດ້ເຊັນສັນຍາສຳປະທານກັບລັດຖະບານ; ເອົາໃຈໃສ່ໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນການມອບເງິນພັນທະຕ່າງໆ ຂອງຜູ້ພັດທະນາໂຄງການ ໂດຍໃຫ້ສອດຄ່ອງກັບກົດໝາຍ, ສັນຍາສຳປະທານ; ຫລຸດຜ່ອນການສະເໜີຂໍຍົກເວັ້ນ ແລະ ຜ່ອນຜັນການປະຕິບັດບາງເນື້ອໃນ, ບາງມາດຕາຂອງກົດໝາຍທີ່ພົວພັບ ກັບການປະຕິບັດພັນທະດ້ານພາສີ, ອາກອນ; ການພັດທະນາພະລັງງານໄຟຟ້າ ຕ້ອງເລັ່ງໃສ່ຮັບປະກັນການສະໜອງໄຟຟ້າ ໃຫ້ສອດຄ່ອງກັບຄວາມຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມ ກໍຄື ຮັບປະກັນການຕອບສະໜອງຄວາມຕ້ອງການຂອງປະຊາຊົນ ແລະ ການວາງແຜນພັດທະນາພະລັງງານໄຟຟ້າ ຕ້ອງໃຫ້ສົມຄູ່, ສອດຄ່ອງ ແລະ ຄຽງຄູ່ກັບການພັດທະນາ ຂະແໜງການອື່ນທີ່ກ່ຽວຂ້ອງ; ການເກັບກຳຂໍ້ມູນ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດ ຕ້ອງລະອຽດຊັດເຈນ, ປະຊາຊົນທີ່ຖືກຜົນກະທົບຕ້ອງມີສ່ວນຮ່ວມ ແລະ ມີປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ຢ່າງກົມກຽວຕໍ່ເນື່ອງ; ປະເມີນຄືນ, ສ້າງ ແລະ ປັບປຸງ ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໃຫ້ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວ ຂອງເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ, ປັບປຸງຂອດປະສານງານ ໃຫ້ມີຄວາມກົມກຽວ, ພ້ອມທັງຄົ້ນຄວ້າ ແລະ ກໍານົດເອົາພະລັງງານທົດແທນອື່ນ ເຊັ່ນ: ພະລັງງານລົມ, ພະລັງງານແສງຕາເວັນ ແລະ ອື່ນໆ ເຂົ້າໃນກົດໝາຍວ່າດ້ວຍ ພະລັງງານໄຟຟ້າ ເພື່ອເປັນບ່ອນອີງໃຫ້ແກ່ ການຈັດຕັ້ງປະຕິບັດວຽກງານຕົວຈິງ; ລົງທຶນ ແລະ ລະດົມທຶນ ເຂົ້າໃນການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ ແຕ່ເໜືອຮອດໃຕ້ ໃຫ້ສາມາດຮອງຮັບເອົາກະແສໄຟຈາກເຂື່ອນຕ່າງໆ ເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ, ໃຫ້ພິຈາລະນາລວມເອົາສາຍສົ່ງໄຟຟ້າ ໄປຕ່າງປະເທດເຂົ້າໃນລະບົບດັ່ງກ່າວ, ບໍ່ຄວນອະນຸຍາດໃຫ້ບັນດາ ໂຄງການລົງທຶນກໍ່ສ້າງສາຍສົ່ງໄຟຟ້າ ເປັນຂອງຕົນເອງ; ສືບຕໍ່ຄົ້ນຄວ້າປັບປຸງ ຍຸດທະສາດການພັດທະນາພະລັງງານໄຟຟ້ານໍ້າຕົກ ຄວນສຸມໃສ່ທິດທາງໃດ ເພື່ອໃຫ້ມີການປະສານສົມທົບກັນຢ່າງກົມກຽວ ລະຫວ່າງ ເສດຖະກິດ, ສິ່ງແວດລ້ອມ ແລະ ສັງຄົມ; ຢຸດຕິການກໍ່ສ້າງ ເຂື່ອນໄຟຟ້າພະລັງງານນໍ້າຂະໜາດນ້ອຍ, ຫລຸດຜ່ອນການພັດທະນາ ພະລັງງານໄຟຟ້າ ຈາກເຂື່ອນໄຟຟ້ານໍ້າຕົກ ແລະ ຫັນໄປສູ່ພະລັງງານໄຟຟ້າ, ພະລັງງານທົດແທນໃນຮູບແບບອື່ນ, ຄົ້ນຄວ້າປັບປຸງໂຄງສ້າງລາຄາໄຟຟ້າ ຕ້ອງໃຫ້ສ່ອງຄອດກັບ ສະພາບການດຳລົງຊີວິດ ຂອງປະ ຊາຊົນ ແລະ ການດຳເນີນທຸລະກິດ ຂອງລັດວິສາຫະກິດໄຟຟ້າລາວ; ການແບ່ງຂັ້ນຄຸ້ມຄອງ ຢ່າງຈະແຈ້ງ ຄື ກະຊວງ, ອົງການຂັ້ນສູນກາງ ດຳເນີນໜ້າທີ່ຄຸ້ມຄອງມະຫາພາກ ມອບຄວາມຮັບຜິດຊອບໃນການ ຈັດຕັ້ງປະຕິບັດໂຄງການໃຫ້ຄະນະພັກ ອົງການປົກຄອງທ້ອງຖິ່ນ, ສະພາປະຊາຊົນແຂວງ ແລະ ພະ ແນກການທີ່ກ່ຽວຂ້ອງ; ສ້າງ ແລະ ຍົກລະດັບບຸກຄະລາກອນ ໃນຂະແໜງການໄຟຟ້າ ໃຫ້ມີຄວາມຮູ້, ຄວາມສາມາດ ແລະ ຊຳນານງານ ເພື່ອກະກຽມຄວາມພ້ອມ ໃນການຄຸ້ມຄອງ ແລະ ບໍລິຫານຈັດການ ບັນດາໂຄງການພະລັງງານ ໄຟຟ້ານໍ້າຕົກ ທີ່ຈະສົ່ງມອບຄືນໃຫ້ລັດຖະບານ
ຂ່າວ: ກິດຕາ
ພາບ: ສຸກສະຫວັນ
KPL