ຂປລ
ທະນາຄານກາງ ເອີຣົບ ໄດ້ເຜີຍແຜ່ ບົດລາຍງານ ປະຈໍາປີ ພາຍໃຕ້ຫົວຂໍ້ “ສະຖານະພາບ ເງິນເອີໂຣ ໃນສາກົນ” ໂດຍຊີ້ໃຫ້ເຫັນວ່າ: ເນື່ອງຈາກ ໄດ້ຮັບຜົນກະທົບ ຈາກປັດໄຈ ຫລາຍຢ່າງ, ທະນາຄານກາງ ຂອງຫລາຍປະເທດ ໄດ້ຊື້ຄໍາ ຢ່າງຫລວງຫລາຍ ເຮັດໃຫ້ຄໍາ ໄດ້ເຂົ້າມາ ປ່ຽນແທນ ເງິນເອີໂຣ ແລະ ກາຍເປັນຄັງຊັບສິນສໍາຮອງ ໃຫຍ່ອັນດັບ 2 ຂອງໂລກ, ຖັດຈາກ ເງິນໂດລາສະຫະລັດ.

ຂປລ.ຕາມຂ່າວຈາກ CGTN, ເມື່ອບໍ່ດົນມານີ້, ທະນາຄານກາງ ເອີຣົບ ໄດ້ເຜີຍແຜ່ ບົດລາຍງານ ປະຈໍາປີ ພາຍໃຕ້ຫົວຂໍ້ “ສະຖານະພາບ ເງິນເອີໂຣ ໃນສາກົນ” ໂດຍຊີ້ໃຫ້ເຫັນວ່າ: ເນື່ອງຈາກ ໄດ້ຮັບຜົນກະທົບ ຈາກປັດໄຈ ຫລາຍຢ່າງ, ທະນາຄານກາງ ຂອງຫລາຍປະເທດ ໄດ້ຊື້ຄໍາ ຢ່າງຫລວງຫລາຍ ເຮັດໃຫ້ຄໍາ ໄດ້ເຂົ້າມາ ປ່ຽນແທນ ເງິນເອີໂຣ ແລະ ກາຍເປັນຄັງຊັບສິນສໍາຮອງ ໃຫຍ່ອັນດັບ 2 ຂອງໂລກ, ຖັດຈາກ ເງິນໂດລາສະຫະລັດ.ບົດລາຍງານ ສະບັບ ດັ່ງກ່າວ ລະບຸວ່າ: ຄໍາ ມີອັດຕາສ່ວນເພີ່ມຂຶ້ນ ຢ່າງພົ້ນເດັ່ນ ໃນຄັງສໍາຮອງ ເງິນຕາ ຕ່າງປະເທດ ຂອງປະເທດຕ່າງໆ ໂດຍໄດ້ກວມເອົາ 20% ໃນຄັງຊັບສິນ ສໍາຮອງໂລກ ໃນປີ 2024, ຫລາຍກວ່າເງິນເອີໂຣ ທີ່ມີອັດຕາ ສ່ວນກວມເອົາ 16%, ແຕ່ຕໍ່າກວ່າເງິນໂດລາ ທີ່ມີອັດຕາສ່ວນເຖິງ 46%. ນອກນີ້, ບົດລາຍງານ ຍັງລະບຸຕື່ມວ່າ: ປະລິມານການຊື້ຄໍາ ຂອງທະນາຄານກາງຕ່າງໆໃນໂລກ ໄດ້ລື່ນກາຍ 1.000 ໂຕນເປັນເວລາ 3 ປີຕິດຕໍ່ກັນ, ເພີ່ມຂຶ້ນ 1 ເທົ່າ ເມື່ອທຽບໃສ່ ລະດັບ ຄິດສະເລ່ຍ ຕໍ່ປີຂອງຊຸມປີ 2010 ແລະ ເປັນລະດັບ ສູງສຸດ ໃນປະຫວັດສາດ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL