ເກີດອຸບັດຕິເຫດເຮືອບິນຕົກຢູ່ອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ290ຄົນ

13/06/2025 13:16
Email Print 209
ຂປລ ເຮືອບິນໂດຍສານໂບອິງ-787ລຳໜຶ່ງ ຂອງບໍລິສັດການບິນ ຂອງອິນເດຍ ໄດ້ເກີດອຸບັດເຫດຕົກ ພາຍຫລັງ ບິນຂຶ້ນຈາກລັດກູຈາຣັດ ທາງພາກຕາເວັນຕົກຂອງອິນເດຍ. ເຮືອບິນ ລຳດັ່ງກ່າວ ໄດ້ບັນທຸກ 242 ຄົນ. ນອກຈາກຜູ້ໂດຍສານ ແລະ ຈຸບິນແລ້ວ, ອຸບັດຕິເຫດຄັ້ງນີ້ ຍັງເຮັດໃຫ້ມີ ຜູ້ເສຍຊີວິດ ແລະ ບາດເຈັບ ຢູ່ພາກພື້ນດິນ ອີກດ້ວຍ.

ຂປລ.ຕາມຂ່າວຈາກ CGTN, ເຮືອບິນໂດຍສານໂບອິງ-787ລຳໜຶ່ງ ຂອງບໍລິສັດການບິນ ຂອງອິນເດຍ ໄດ້ເກີດອຸບັດເຫດຕົກ ພາຍຫລັງ ບິນຂຶ້ນຈາກລັດກູຈາຣັດ ທາງພາກຕາເວັນຕົກຂອງອິນເດຍ. ເຮືອບິນ ລຳດັ່ງກ່າວ ໄດ້ບັນທຸກ 242 ຄົນ. ນອກຈາກຜູ້ໂດຍສານ ແລະ ຈຸບິນແລ້ວ, ອຸບັດຕິເຫດຄັ້ງນີ້ ຍັງເຮັດໃຫ້ມີ ຜູ້ເສຍຊີວິດ ແລະ ບາດເຈັບ ຢູ່ພາກພື້ນດິນ ອີກດ້ວຍ. ຕາມຕົວເລກຂໍ້ມູນຫລ້າສຸດ ທີ່ເຈົ້າໜ້າທີ່ ຕຳຫລວດ ອິນເດຍ ເປີດເຜີຍໃຫ້ຮູ້ວ່າ: ອຸບັດຕິເຫດຄັ້ງນີ້ ໄດ້ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 290 ຄົນ. ທ່ານ ອາມິດ ຊາຣ ລັດຖະມົນຕີກະຊວງພາຍໃນອິນເດຍ ໄດ້ຢືນຢັນວ່າ: ຢູ່ເຮືອບິນທີ່ເກີດເຫດ ມີຜູ້ໂດຍສານ ລອດຊີວິດ ພຽງຄົນດຽວ, ພາກສ່ວນທີ່ກ່ຽວຂ້ອງ ພວມເກັບກຳຕົວຢ່າງ DNA ຂອງສະມາຊິກ ໃນຄົບຄົວຜູ້ໂດຍສານ ແລະ ຈຸບິນໃນເຮືອບິນ ດັ່ງກ່າວ ແລະ ຈະເປີດເຜີຍລາຍຊື່ ຜູ້ເສຍຊີວິດ ພາຍຫລັງ ສຳເລັດ ການກວດກາDNA. ວັນທີ 13 ມິຖຸນານີ້, ກະຊວງ ການບິນ ພົນລະເຮືອນອິນເດຍ ໄດ້ປະກາດວ່າ ການຊອກຄົ້ນ ແລະ ຊ່ວຍເຫລືອ ຢູ່ສະຖານທີ່ ເກີດອຸບັດຕິເຫດຄັ້ງນີ້ ໄດ້ສຳເລັດລົງແລ້ວ./. 

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top