ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

24/06/2025 10:02
Email Print 651
ຂປລ ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    *ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ ເນື່ອງຈາກວ່າອ້ອມຮອບໄປ ດ້ວຍພູຜາປ່າໄມ້ ແລະ ສາຍນໍ້າ ຂອງເຮັດໃຫ້ອາກາດສົດຊື່ນເຢັນສະບາຍຕະຫລອດປີ ຈຶ່ງເໝາະແກ່ການໄປພັກຜ່ອນຢ່ອນໃຈຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. 

    ທ່ານ ເກດ ທິບພະຈັນ ຜູ້ບໍລິຫານເລີແກຣນ ປາກແບງຣີສອດ ໃຫ້ຮູ້ວ່າ : ໃນເມື່ອກ່ອນເຈົ້າຂອງ ເລີແກຣນ ປາກແບງ ຣີສອດ ໄດ້ເລີ່ມກິດຈະການ ບໍລິສັດ ທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ ເຊິ່ງເປັນບໍລິສັດໜຶ່ງທີ່ຖືເອົາການບໍລິການທ່ອງທ່ຽວເປັນຫລັກ ແລະ ໄດ້ສຶກສາ, ຄົ້ນຄວ້າ ແລະ ຮັບຂໍ້ມູນຂ່າວສານ ກ່ຽວກັບການບໍລິການ- ການທ່ອງທ່ຽວຢູ່ເມືອງປາກແບງ ເຊິ່ງເຫັນວ່າເມືອງປາກແບງ ມີທ່າແຮງທາງດ້ານການບໍລິການ-ການທ່ອງທ່ຽວ ແລະ ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ ແລະ ພັກແຮມ.  ມາຮອດ ປີ 2009 ຈຶ່ງໄດ້ມາສໍາຫລວດຄວາມເປັນໄປໄດ້ການລົງທຶນກໍ່ສ້າງຣີສອດ ເພື່ອຮອງຮັບນັກທ່ອງທ່ຽວ. ສະນັ້ນ, ມາຮອດປີ 2010 ໄດ້ເລີ່ມຕົ້ນລົງມືກໍ່ສ້າງ ເລີແກຣນ ປາກແບງ ຣີສອດ ຢູ່ເມືອງປາກແບງ ໃຊ້ເວລາໃນການກໍ່ສ້າງຫລາຍປີສົມຄວນ ເຊິ່ງປະກອບ ມີເຮືອນພັກ 45 ຫລັງ ມີ 45 ຫ້ອງ, ມີ 64 ຕຽງນອນ ແລະ ຮ້ານອາຫານ 1 ຫລັງ, ສະລອຍນ້ຳ 1 ແຫ່ງ ລວມມູນຄ່າການກໍ່ສ້າງ 7.600.000 ໂດລາສະຫະລັດ ແລະ ໄດ້ຊື້ອຸປະກອນຕ່າງໆປະກອບເຂົ້າໃນຣີສອດ ມູນຄ່າ 600.000 ໂດລາສະຫະລັດ ລວມມູນຄ່າທັງໝົດ 8.200.000 ໂດລາສະຫະລັດ, ເປັນເງິນກີບປະມານ 172 ຕື້ກວ່າກີບ. ພາຍຫລັງສ້າງຕັ້ງສໍາເລັດແລ້ວ ໄດ້ຕັ້ງຊື່ວ່າ: “ເລີແກຣນ ປາກແບງ ຣີສອດ” ເຊິ່ງໄດ້ເຮັດໜ້າທີ່ບໍລິການທີ່ພັກ ແລະ ຮ້ານອາຫານເພື່ອຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ອງທ່ຽວ ຢູ່ເມືອງ ປາກແບງ. ນອກຈາກນີ້ ກໍ່ໄດ້ສ້າງກິດຈະກໍາການທ່ອງທ່ຽວຈຳນວນໜຶ່ງ ເຊັ່ນ: ສ້າງກິດຈະກໍາຢ້ຽມຢາມບ້ານຊົນເຜົ່າ ໂດຍໃຫ້ປະຊາຊົນມີສ່ວນຮ່ວມ; ສ້າງກິດຈະກໍາທ່ຽວເບິ່ງຊາພັນປີຢູ່ບ້ານມົກເເຄະ ແລະ ສ້າງ ກິດຈະກໍາທ່ຽວຕະຫລາດ, ທ່ຽວຊົມວັດວາອາຣາມ ແລະ ວິຖີຊີວິດຂອງຊາວເມືອງປາກແບງ. ເລີແກຣນ ປາກແບງ ຣີສອດ ເປີດຮັບໃຊ້ການບໍລິການນັກທ່ອງທ່ຽວຢ່າງເປັນທາງການ ເລີ່ມແຕ່ 12 ທັນວາ 2018 ເປັນຕົ້ນມາ  ມີພະນັກງານບໍລິການພາຍໃນຣີສອດທັງໝົດ 25 ຄົນ, ຍິງ 18 ຄົນ. 

    ທ່ານ ເກດ ທິບພະຈັນ ໃຫ້ຮູ້ຕື່ມວ່າ: ບັນດານັກທ່ອງທ່ຽວທີ່ມາພັກ- ເຊົາ ເລີແກຣນ ປາກແບງ ຣີສອດ ສ່ວນຫລາຍແມ່ນ ແຂກຂອງບໍລິສັດ ທ່ອງທ່ຽວ ຢູ່ພາຍໃນປະເທດ, ຈາກຢູໂຣບ ແລະ ອາຊີຈໍານວນໜຶ່ງ. ໂດຍສະເລ່ຍແລ້ວບໍ່ຕໍ່າກວ່າ 160 ຄົນຕ່ໍ ເດືອນ, ລາຄາຫ້ອງຄືນໜຶ່ງ 70 ໂດລາສະຫະລັດ, ສະເລ່ຍແລ້ວລາຍຮັບ 1 ເດືອນ ໄດ້ປະມານ 150 ລ້ານກີບ. ໃນ 1 ປີ ສາມາດສ້າງລາຍຮັບໄດ້ປະມານ 1,8 ກວ່າຕື້ກີບ, ໃນນີ້, ຈ່າຍຈັດຊື້-ຈັດຈ້າງ, ຄ່າສ້ີນເປືອງ, ພັນທະຕ່າງໆ ແລະ ເງິນເດືອນຂອງພະນັກງານລວມທັງໝົດ ປະມານ 100 ກວ່າລ້ານກີບຕໍ່ເດືອນ ຕໍ່ມາໃນໄລຍະປີ 2019-2022 ແມ່ນຖືກໄລຍະການລະບາດຂອງພະຍາດໂຄວິດ-19 ເຫັນວ່າ ບໍ່ມີແຂກເຂ້ົາມາພັກແຮມ, ມາໃນໄລຍະ ປີ 2023-2024 ແຂກເລີ່ມມາທ່ຽວ ແລະ ພັກແຮມ ເພີ່ມຂຶ້ນ. ຜ່ານການດໍາເນີນທຸລະກິດ ໄດ້ເຮັດໃຫ້ເລີແກຣນ ປາກແບງ ຣີສອດ ຄ່ອຍໆຂະຫຍາຍຕົວດີຂຶ້ນ ແລະ ພະນັກງານໃນບໍລິສັດມີຊີວິດການເປັນຢູ່ດີຂຶ້ນ, ສາມາດຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ຜ່ານການດໍາເນີນທຸລະກິດຂອງ ເລີແກຣນ ປາກແບງ ຣີສອດ ຢູ່ເມືອງປາກແບງ ເປັນໄລຍະ 6 ກວ່າ ປີຜ່ານມາເຫັນວ່າການນຳເມືອງ ກໍ່ຄືຂະແໜງການທີ່ກ່ຽວຂ້ອງຂັ້ນ ເມືອງກໍ່ໄດ້ໃຫ້ການໃກ້ຊິດຕິດແທດອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດເປັນຕົ້ນແມ່ນທາງດ້ານວິຊາການ, ຄວາມເປັນລະບຽບຮຽບຮ້ອຍ ແລະ ອື່ນໆຈຶງສາມາດເຮັດໃຫ້ ເລີແກຣນ ປາກແບງ ຣີສອດ ດໍາເນີນມາດ້ວຍດີ ແລະ ມີການຂະຫຍາຍຕົວເປັນກ້າວໆມາ.

ໂດຍ: ອ່ຽງຄຳ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

    • ປູກຜັກປະສົມປະສານສ້າງລາຍຮັບເຂົ້າຄອບຄົວ ກວ່າ 500 ລ້ານກີບບົດ-ສາລະຄະດີ

      ປູກຜັກປະສົມປະສານສ້າງລາຍຮັບເຂົ້າຄອບຄົວ ກວ່າ 500 ລ້ານກີບ

      6/16/2025 5:59:31 PM

      ການປູກຜັກປະສົມປະສານ ກໍ່ແມ່ນອີກທ່າແຮງໜຶ່ງໃນການສ້າງລາຍຮັບເປັນກອບເປັນກຳໃຫ້ແກ່ຜູ້ມັກຮັກອາຊີບກະສິກຳ ເນື່ອງຈາກໄດ້ເກັບຜົນຜະລິດຂາຍຕໍ່ເນື່ອງ ຫລື ຕະຫລອດປີ.

ads
ads

Top