ລົງນາມຮ່ວມມືໂຄງການສົ່ງເສີມການສຶກສາ ທັກສະຊີວິດ ເພື່ອຄວາມສະເໝີພາບຍິງ-ຊາຍ

01/07/2025 13:04
ຂປລ ຂປລ. ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ (ສສກ) ຕາງໜ້າໂດຍກົມຮ່ວມມືກັບຕ່າງປະເທດ ແລະ ອົງການຣູມທູຣີດ ປະຈໍາ ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການສົ່ງເສີມ ການສຶກສາທັກສະຊີວິດ ເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ຊຶ່ງຈະເລີ່ມຈັດຕັ້ງປະຕິບັດ ໃນເດືອນກໍລະກົດ 2025 ຫາ ເດືອນມິຖຸນາ 2029 ຢູ່ໃນ 1 ນະຄອນ ແລະ 7 ເມືອງຂອງ 2 ແຂວງ



ຂປລ. ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ (ສສກ) ຕາງໜ້າໂດຍກົມຮ່ວມມືກັບຕ່າງປະເທດ ແລະ ອົງການຣູມທູຣີດ ປະຈໍາ ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການສົ່ງເສີມ ການສຶກສາທັກສະຊີວິດ ເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ຊຶ່ງຈະເລີ່ມຈັດຕັ້ງປະຕິບັດ ໃນເດືອນກໍລະກົດ 2025 ຫາ ເດືອນມິຖຸນາ 2029 ຢູ່ໃນ 1 ນະຄອນ ແລະ 7 ເມືອງຂອງ 2 ແຂວງເປົ້າໝາຍຄື: ແຂວງຫລວງພະບາງ ປະກອບມີ ນະຄອນຫລວງພະບາງ
, ເມືອງຊຽງເງິນ, ເມືອງນານ ແລະ ເມືອງປາກອູ. ສ່ວນແຂວງຈຳປາສັກ ປະກອບມີ: ເມືອງສຸຂຸມາ, ເມືອງມຸນລະປາໂມກ, ເມືອງປະທຸມພອນ ແລະ ເມືອງບາຈຽງຈະເລີນສຸກ, ລວມງົບປະມານຂອງໂຄງການທັງໝົດ 34 ຕື້ກວ່າກີບ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ນາງ ສິລິນທອນ ສັກລໍຄຳ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ໜໍ່ຄຳ ສຸພານຸວົງ ຜູ້ອຳນວຍການອົງການຣູມທູຣີດ ປະຈຳ ສປປ ລາວ ໂດຍມີ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຜູ້ຕາງໜ້າກົມ, ສະຖາບັນ, ພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານວິຊາການຣູມທູຣີດ ເຂົ້າຮ່ວມ.




ໂອກາດນີ້, ທ່ານ ນາງ ສິລິນທອນ ສັກລໍຄໍາ ໄດ້ກ່າວວ່າ: ໃນຕະຫລອດ ໄລຍະ 20 ປີ ທີ່ຜ່ານມາອົງການຣູມທູຣີດ ປະຈໍາ ສປປ ລາວ ໄດ້ເອົາໃຈໃສ່ໃຫ້ການຊ່ວຍເຫລືອ ດ້ານການພັດທະນາ ຊັບພະຍາກອນມະນຸດ ຂອງຂະແໜງການສຶກສາ ແລະ ກິລາ ຂອງ ສປປ ລາວ ທີ່ມີມູນຄ່າງົບ ປະມານມະຫາສານ
, ມີຈໍານວນຫລາຍພັນຄົນທີ່ໄດ້ຮັບຜົນປະໂຫຍດ ເລີ່ມແຕ່ມື້ໄດ້ຮັບການສ້າງຕັ້ງຢູ່ ສປປ ລາວ ເປັນຕົ້ນມາຈົນເຖິງປັດຈຸບັນ ເພື່ອເຮັດໃຫ້ບັນລຸເປົ້າໝາຍພັດທະນາ ຂອງຂະແໜງການສຶກສາ ແລະ ກິລາໃນແຕ່ລະໄລຍະ ໂດຍສະເພາະ ແມ່ນຍົກສູງຄຸນນະພາບ ຂອງການຮຽນ-ການສອນ ໃນຊັ້ນປະຖົມສຶກສາ ແລະ ມັດທະຍົມສຶກສາ. ສະນັ້ນ, ຕາງໜ້າການນໍາກະຊວງ ສສກ ຂໍຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຮ່ວມກັນຈັດຕັ້ງປະຕິບັດ ໂຄງການສົ່ງເສີມການສຶກສາທັກສະຊີວິດ ເພື່ອຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ໃຫ້ມີປະສິດທິພາບ ແລະ  ມີຜົນສໍາເລັດສູງ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

ທ່ານ ນາງ ໜໍ່ຄຳ ສຸພານຸວົງ ກໍໄດ້ມີຄໍາເຫັນວ່າ: ອົງການຣູມທູຣີດພວກເຮົາ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງການສຶກສາທັກສະຊີວິດ ສໍາລັບນັກຮຽນໃນຊັ້ນມັດທະຍົມສຶກສາ ທີ່ຈະຊ່ວຍໃຫ້ເຂົາເຈົ້າສາມາດດໍາລົງຊີວິດໃນສັງຄົມຍຸກໃໝ່ໄດ້ຢ່າງໝັ້ນໃຈ ແລະ ມີຄວາມປອດໄພໃນຊີວິດ ເປັນຕົ້ນ ທັກສະໃນການປັບຕົວເຂົ້າກັບ ສະພາບແວດລ້ອມຕ່າງໆເຊັ່ນ: ການເປັນຜູ້ນໍາ, ການຮ່ວມມື, ການສື່ສານ, ການຄິດວິເຄາະ ແລະ ການຕັດສິນໃຈ. ອົງການ ຣູມທູຣີດ ຫວັງຢ່າງຍິ່ງວ່າ ການຊ່ວຍເຫລືອດ້ານວິຊາການຄັ້ງນີ້, ຈະຊ່ວຍປັບປຸງຄຸນນະພາບ ການຮຽນ-ການສອນ ໃນລະບົບສາມັນສຶກສາ ກໍຄື ວຽກງານພັດທະນາຄູແບບຍືນຍົງ.

ຂ່າວ-ພາບ: ບຸນທະວີ ນະວົງສາ

KPL

ຂ່າວອື່ນໆ

ads
ads

Top