ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

01/07/2025 13:26
Email Print 153
ຂປລ ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,



ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື
AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ, ພ້ອມດ້ວຍຄະນະສະມາຄົມ ການສຶກສາພາກເອກະຊົນ, ຄະນະຈາກສະຖາບັນມາດຕະຖານ ວຸທິປັນຍາປະດິດແຫ່ງປະເທດໄທ, ມີຜູ້ປະກອບການ, ຜູ້ບໍລິຫານ, ຜູ້ອໍານວຍການໂຮງຮຽນ ແລະ ພະນັກງານຄູ-ອາຈານທີ່ມາຈາກໂຮງຮຽນເອກະຊົນ ໃນນະຄອນຫລວງວຽງຈັນ ແລະ ມາຈາກແຂວງວຽງຈັນ, ຊຽງຂວາງ, ບໍ່ແກ້ວ, ຫລວງນ້ຳທາ, ບໍລິຄຳໄຊ ແລະ ແຂວງຫລວງພະບາງ ເຂົ້າຮ່ວມ.




ທ່ານ ຄຳແສນ ສີສະວົງ ໄດ້ໃຫ້ຮູ້ວ່າ: ການຈັດຝຶກອົບຮົມການນໍາໃຊ້
AI ເພື່ອພັດທະນາວຽກງານການສຶກສາ ຄັ້ງນີ້ເປັນຄັ້ງທຳອິດ ເພື່ອຍົກສູງຄວາມຮູ້ເບື້ອງຕົ້ນກ່ຽວກັບ AI ໃຫ້ແກ່ບັນດາໂຮງຮຽນເອກະຊົນ ພາຍໃນລາວ ຊຶ່ງເປັນກອງປະຊຸມທີ່ມີຄວາມສຳຄັນຫລາຍໃຫ້ແກ່ບັນດາ ໂຮງຮຽນເອກະຊົນ ຊ່ວຍເຂົ້າໃນການຮຽນ-ການສອນ ພາຍໃນໂຮງຮຽນໃນຂອບເຂດທົ່ວປະເທດ. ຫລັງຈາກຝຶກອົບຮົມແລ້ວ ຈະໄດ້ຄົ້ນຄວ້າລົງເລິກວ່າຈະເອົາ AI ເຂົ້າໄປຊ່ວຍໃນວິຊາໃດ, ຂະແໜງການໃດ ເພື່ອໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ພິເສດແມ່ນເພື່ອຊ່ວຍໃຫ້ນັກຮຽນ ສາມາດຄົ້ນຄວ້າ, ວິເຄາະ, ວິໄຈ, ຫາຂໍ້ມູນຄຳຖາມ-ຄຳຕອບໄດ້ງ່າຍຂຶ້ນ ແລະ ໃຫ້ທັນຍຸກທັນສະໄໝ.

 

ການຝຶກອົບຮົມຄັ້ງນີ້
, ສໍາມະນາກອນໄດ້ຮຽນຮູ້ກ່ຽວກັບ ຍຸດທະສາດການພັດທະນາຈິດໃຈ ເພື່ອສ້າງແຮງຈູງໃຈທີ່ສູງ; ສຸດຍອດເຄັດລັບ ລວມ AI ຟຣີ ເພື່ອນໍາໃຊ້ໃນຊີວິດປະຈໍາວັນ; ກົດໝາຍສາກົນກ່ຽວກັບ AI; ສູດລັບ AI ສ້າງແຜນການສອນ, ສ້າງຄວາມຮູ້, ສ້າງຂໍ້ສອບ ພ້ອມຄໍາຕອບ; ຍຸດທະສາດການພັດທະນາ AI ເພື່ອການສຶກສາ; ສຸດຍອດອັດສະລິຍະ AI  ສ້າງສື່ການສອນ, ສ້າງຮູບພາບ, ແຕ່ງເພງ ແລະ ຕັດຕໍ່ວິດີໂອ; ສູດລັດ AI ເຮັດການວິໄຈຫ້ອງຮຽນ ແລະ ການວິເຄາະຂໍ້ມູນວິໄຈ ແລະ ສ້າງສະໄລ້ນໍາສະເໜີ ສະຫລຸບຜົນຂອງຜູ້ເຂົ້າຮ່ວມການຝຶກອົບຮົມ ແບບອັດສະລິຍະ ຕື່ມອີກ.

ຂ່າວ-ພາບ: ບົວລະພາ

KPL

ຂ່າວອື່ນໆ

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

ads
ads

Top