ຂປລ
ຂປລ. ໃນຕອນເຊົ້າວັນທີ 9 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດພາເຂົ້າຮັບ ປະທານອາຫານເຊົ້າ ແບບເຮັດວຽກກັບທ່ານບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດແຫ່ງ ສສ ຫວຽດນາມ ແລະ ທ່ານ ປຣາກໂຊຄົນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ຣາຊະອານາຈັກກໍາປູເຈຍ

ຂປລ. ໃນຕອນເຊົ້າວັນທີ 9 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດພາເຂົ້າຮັບ ປະທານອາຫານເຊົ້າ ແບບເຮັດວຽກກັບທ່ານບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດແຫ່ງ ສສ ຫວຽດນາມ ແລະ ທ່ານ ປຣາກໂຊຄົນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ຣາຊະອານາຈັກກໍາປູເຈຍ ເພື່ອປຶກສາຫາລືແລະ ຊຸກຍູ້ການຮ່ວມມືສາມຝ່າຍ ໃນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດອາ ຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ກົວລາລໍາເປີ, ມາເລເຊຍ.

ໃນໂອກາດນີ້, ສາມຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ທີ່ເປັນມູນເຊື້ອອັນດີງາມລະ ຫວ່າງສາມປະເທດ ທີ່ສືບຕໍ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ການພົບປະດັ່ງ ກ່າວໄດ້ເປັນການສະແດງໃຫ້ເຫັນເຖິງ ມູນເຊື້ອຄວາມສາມັກຄີຮັກແພງ ຂອງສາມຊາດອິນດູຈີນ ທີ່ມີມາແຕ່ດົນນານ. ສາມຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະຕ່າງໆ ຮ່ວມກັນຢ່າງກົງໄປກົງມາ ໃນຫລາຍບັນຫາ ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍ ຜົນການພົບປະຂອງຜູ້ນຳສາມປະເທດ ກໍຄື ຜົນການພົບປະຂອງສາມນາຍົກລັດຖະມົນຕີ ໃນທ້າຍເດືອນກຸມພາ 2025 ທີ່ຫວຽດນາມ ແລະ ໃນເດືອນພຶດສະພາ 2025 ທີ່ມາເລເຊຍ ໃຫ້ປະກົດຜົນເປັນຮູບປະທຳ.
ພ້ອມນີ້, ສາມຝ່າຍຍັງເຫັນດີສືບຕໍ່ປະສານສົມທົບກັນ ຢ່າງໃກ້ຊິດ ເພື່ອເປັນເສນາທິການໃຫ້ແກ່ ຂັ້ນເທິງໃນການຕິດຕາມ, ຊຸກຍູ້ໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຂອງສາມປະເທດສືບຕໍ່ຈັດຕັ້ງຜັນ ຂະຫຍາຍຜົນການພົບປະ ຂອງການນໍາຂັ້ນສູງຂອງສາມພັກ, ສາມລັດ ເປັນຕົ້ນ ການ ຮ່ວມມືວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊຸກຍູ້ການເຊື່ອມໂຍງດ້ານພື້ນຖານເສດຖະ ກິດ, ການເຊື່ອມໂຍງດ້ານການທ່ອງທ່ຽວ, ການແລກປ່ຽນຂໍ້ມູນຂ່າວສານຢ່າງເປັນປົກກະຕິ, ລວມເຖິງການສະໜັບສະໜູນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ. ນອກນີ້, ສາມຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ບັນຫາພາກພື້ນ ແລະ ສາກົນທີ່ສາມຝ່າຍມີຄວາມສົນໃຈຮ່ວມກັນ.

ໃນຕອນທ້າຍ, ສາມຝ່າຍຕ່າງກໍ່ສະແດງຄວາມຂອບໃຈຕໍ່ກັນ ທີ່ຍາມໃດກໍໃຫ້ຄວາມເອົາໃຈ ໃສ່ ແລະ ປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສາມປະເທດ ໃຫ້ສືບຕໍ່ແຕກດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ, ພ້ອມທັງອວຍພອນໃຫ້ການພົວພັນຮ່ວມມື ລະຫວ່າງສາມປະເທດ ກໍຄື ສາມກະຊວງການຕ່າງ ປະເທດທີ່ມີມູນເຊື້ອອັນດີງາມ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອນຳເອົາຜົນປະ ໂຫຍດຕົວຈິງມາສູ່ ປະຊາຊົນສາມຊາດລາວ-ຫວຽດນາມ-ກໍາປູເຈຍ.
KPL