ຂປລ
ພິທີໂຮມຊຸມນຸມສະເຫລີມ ສະຫລອງວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ (2/9/1945- 2/9/2025) ໄດ້ຈັດຂຶ້ນໃນວັນທີ 30 ສິງຫາ 2025 ທີ່ນະຄອນຫລວງວຽງຈັນ.
ຂປລ. ພິທີໂຮມຊຸມນຸມສະເຫລີມ ສະຫລອງວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ (2/9/1945- 2/9/2025) ໄດ້ຈັດຂຶ້ນໃນວັນທີ 30 ສິງຫາ 2025 ທີ່ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍມີ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍບັນດາການນຳຈາກບັນດາອົງການຈັດຕ້ັງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ, ອະດີດປະທານປະເທດ ແລະ ອະດີດການນຳພັກ, ລັດເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ຂຶ້ນກ່າວຄຳປາໄສໂດຍໄດ້ຫວນຄືນໃຫ້ເຫັນເຖິງການກຳເນີດຂອງພັກກອມມູນິດອິນດູຈີນ ໂດຍແມ່ນປະທານ ໂຮ່ຈີມິງ ຜູ້ນຳທີ່ຍິ່ງໃຫຍ່ ເປັນຜູ້ກໍ່ຕັ້ງຂຶ້ນໃນປີ 1930 ເຊິ່ງເປັນຕົ້ນກຳເນີດຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວໃນປັດຈຸບັນ, ເຊິ່ງພັກກອມມູນິດຫວຽດນາມ ໄດ້ກາຍເປັນຄັນທຸງນໍາພາປະຊາຊົນຫວຽດນາມ ພ້ອມກັນລຸກຮືຂຶ້ນຍາດເອົາໄຊຊະນະອັນເປັນປະຫວັດສາດຂອງຊາດ ຄື: ດໍາເນີນການປະຕິວັດເດືອນສິງຫາສໍາເລັດຜົນ ແລະ ສະ ຖາປະນາສາທາລະນະລັດ ປະຊາທິປະໄຕ ຫວຽດນາມຢ່າງສະຫງ່າ ຜ່າເຜີຍໃນວັນທີ 2 ກັນຍາ 1945. ພາຍຫລັງປົດປ່ອຍປະເທດຊາດໄດ້ ຢ່າງສົມບູນ, ພັກ, ລັດ ແລະ ປຊາຊົນຫວຽດນາມອ້າຍນ້ອງໄດ້ສືຕ່ໍພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດສັງຄົມນິຍົມ, ໂດຍມີຄວາມສະດຸ້ງໄວຕໍ່ສະພາບການ, ໃນຊຸມປີ 80, ພັກກອມມູນິດຫວຽດນາມ ໄດ້ມີການນໍາພາລິເລີ່ມພາລະກິດປ່ຽນແປງໃໝ່ຢ່າງທັນການ, ມີຫລັກການ, ມີບາດກ້າວ ທີ່ເໝາະສົມ ແລະ ມີການປະສານສົມທົບຢ່າງກົມກຽວລະຫວ່າງ ການປ່ຽນແປງໃໝ່ກັບການຮັກສາສະຖຽນລະພາບທາງການເມືອງ, ຖືເອົາການສ້າງສາພັດທະນາເສດຖະກິດເປັນໜ້າທີ່ໃຈກາງ, ເອົາການສ້າງພັກເປັນອັນຕັດສິນ, ເອົາການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ການສ້າງກໍາລັງແຮງສັງລວມໃຫ້ແກ່ປະເທດຊາດເປັນໄມ້ຫລາວັດແທກຜົນສໍາເລັດຂອງການປ່ຽນແປງໃໝ່. ມາຮອດກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກໃນປີ 1991, ພັກໄດ້ ຮັບຮອງເອົາໂຄງການການເມືອງ ແຫ່ງການສ້າງປະເທດຊາດໃນໄລຍະຂ້າມຜ່ານໄປສູ່ສັງຄົມນິຍົມ.
ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າສະແດງ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ເຊິ່ງຍາມໃດກໍໄດ້ໃຫ້ການສະໜັບສະໜູນແບບໝົດຈິດ ໝົດໃຈ ແລະ ການຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນແກ່ພາລະກິດຕໍ່ສູ້ປົດປ່ອຍໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງປະຊາຊົນລາວໃນປັດຈຸບັນ. ພ້ອມທັງຢືນຢັນວ່າຈະສືບຕໍ່ຮ່ວມກັບ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງສືບຕໍ່ປົກປັກ ຮັກສາ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານທີ່ຫາຍາກໃນການ ພົວພັນສາກົນນີ້ ໃຫ້ຈະເລີນງອກ ງາມຕະຫລອດໄປ ແລະ ຖ່າຍທອດ ໃຫ້ແກ່ຮຸ່ນລູກຮຸ່ນຫລານຂອງພວກ ເຮົາສືບທອດຕໍ່ໆໄປ.
ສະຫາຍ ຫງວຽນ ມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ກໍໄດ້ສະແດງຄວາມຮູ້ ບຸນຄຸນຢ່າງຈິງໃຈ ແລະ ເລິກເຊ່ິງ ມາຍັງພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງທີ່ໄດ້ໃຫ້ຄວາມຮັກແພງ ອັນເລິກເຊິ່ງ ແລະ ຄວາມເອົາໃຈໃສ່ເປັນພິເສດແກ່ຫວຽດນາມ ຜ່ານການຈັດພິທີໂຮມຊຸມນຸມຢ່າງສົມກຽດ ແລະ ເຕັມໄປດ້ວຍໄມຕີຈິດຖານອ້າຍນ້ອງເລືອດເນື້ອເຊື້ອດຽວ ໃນຄັ້ງນີ້, ອາດເວົ້າໄດ້ວ່າ: ມີແຕ່ປະເທດລາວເປັນປະເທດດຽວທີ່ຈັດພິທີ ໂຮມຊຸມນຸມສະເຫລີມສະຫລອງ, ເຊ່ິງເຮັດໃຫ້ພວກຂ້າພະເຈ້ົາຮັບຮູ້ ຢ່າງເລິກເຊິ່ງກ່ຽວກັບຄວາມສໍາຄັນ ແລະ ຄວາມໝາຍຍຸດທະສາດຂອງສາຍພົວພັນ ຫວຽດນາມ- ລາວ. ພ້ອມນ້ີ, ສະຫາຍຍັງຍົກໃຫ້ ເຫັນແຕ່ລະໄຊຊະນະ ແລະ ຜົນງານທີ່ປະຊາຊົນຫວຽດນາມຍາດມາໄດ້ ໃນຕະຫລອດໄລຍະ 80 ປີທີ່ຜ່ານ ມາ, ລ້ວນແລ້ວແຕ່ໄດ້ມີການສະໜັບ ສະໜູນ, ຊ່ວຍເຫລືອອັນລໍ້າຄ່າຂອງ ເພື່ອນມິດສາກົນ, ພິເສດແມ່ນຄວາມ ສາມັກຄີ ແລະ ການຊ່ວຍເຫລືອອັນ ໃຫຍ່ຫລວງ, ສຸດອົກສຸດໃຈຂອງ ພັກ, ລັດ ແລະ ປະຊາຊົນລາວອ້າຍ ນ້ອງ, ໂດຍມີຊາຕາກຳທີ່ມີລັກສະນະ ປະຫວັດສາດດຽວກັນ, ຮ່ວມສາຍພູ ຫລວງທີ່ໃຫຍ່ໂຕມະໂຫຖານ, ຮ່ວມ ດື່ມນໍ້າຈາກແມ່ນໍ້າຂອງ, ສອງຊາດ ຫວຽດນາມ-ລາວ ຍາມໃດກໍໄດ້ຄຽງບ່າຄຽງໄຫລ່ກັນໃນການຕໍ່ສູ້ ປົດປ່ອຍຊາດ ກໍຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃຫ້ໝັ້ນຄົງຂະໜົງແກ່ນ ແລະ ໄດ້ຮັບການພັດທະນາໃຫ້ຈະເລີນຮຸ່ງເຮືອງຈົນມາຮອດປັດຈຸບັນ.
ຂ່າວ: ທະນູທອງ, ພາບ: ຂັນໄຊ
KPL