ຮ້ານແມ່ຕິກ ຂາຍເບ້ຍໄມ້ຄຸນນະພາບດີ ມີອັດຕາການລອດຕາຍສູງ

03/06/2025 09:43
Email Print 700
ຂປລ ທຸລະກິດຮ້ານຂາຍເບ້ຍໄມ້ ເປັນອີກທຸລະກິດໜຶ່ງທີ່ມີການເຕີບໃຫຍ່ຂະຫຍາຍໂຕຢ່າງກວ້າງຂວາງ ເພື່ອຕອບໂຈດຄວາມຕ້ອງການຂອງຄົນໃນເມືອງທີ່ມັກຕົບແຕ່ງອາຄານບ້ານເຮືອນ, ສໍານັກງານຫ້ອງການໃຫ້ມີຄວາມສວຍງາມ.

   *ທຸລະກິດຮ້ານຂາຍເບ້ຍໄມ້ ເປັນອີກທຸລະກິດໜຶ່ງທີ່ມີການເຕີບໃຫຍ່ຂະຫຍາຍໂຕຢ່າງກວ້າງຂວາງ  ເພື່ອຕອບໂຈດຄວາມຕ້ອງການຂອງຄົນໃນເມືອງທີ່ມັກຕົບແຕ່ງອາຄານບ້ານເຮືອນ, ສໍານັກງານຫ້ອງການໃຫ້ມີຄວາມສວຍງາມ. ຂະນະດຽວກັນການປູກໄມ້ກິນໝາກດ້ວຍການສຽບຍອດ, ຕໍ່ກິ່ງກໍໄດ້ຮັບຄວາມນິຍົມຫລາຍເພາະປູກແລ້ວໄດ້ກິນໄວບໍ່ໃຊ້ເວລາດົນແຕ່ຜົນຜະລິດດີດ້ວຍເຫດນີ້ ປະຊາຊົນ ຈຶ່ງນິຍົມປູກເພື່ອເປັນສິນຄ້າໃນການສ້າງເສດຖະກິດຄອບຄົວດັ່ງນັ້ນ, ເມື່ອຄວາມຕ້ອງການຂອງສັງຄົມເພີ່ມຂຶ້ນກໍເປັນຜົນດີຕໍ່ຜູ້ປະກອບການທີ່ເຮັດອາຊີບຂາຍເບ້ຍໄມ້ ເໝືອນທ່ານ ນາງ ວຽງມະນີ ສີອໍານວຍ ເຈົ້າຂອງສວນກ້າເບ້ຍໄມ້ແມ່ຕິກ  ທີ່ສ້າງລາຍຮັບໄດ້ຫລາຍລ້ານກີບຕໍ່ເດືອນຈາກການຂາຍເບ້ຍໄມ້ປະດັບ ແລະ ໄມ້ກິນໝາກ.

    ທ່ານ ນາງ ວຽງມະນີ ສີອໍານວຍ ເຈົ້າຂອງສວນກ້າເບ້ຍໄມ້ແມ່ຕິກເວົ້າສູ່ຟັງວ່າ:  ຈຸດເລີ່ມຕົ້ນທີ່ໄດ້ມາເຮັດອາຊີບນີ້ຍ້ອນຄວາມມັກ ແລະ ໄດ້ມີໂອກາດໄປຊ່ວຍວຽກໃນຮ້ານຂາຍເບ້ຍໄມ້ນໍາພີ່ນ້ອງຫລາຍປີກໍໄດ້ສຶກສາລາຍລະອຽດຕ່າງໆພໍສົມຄວນ ຫລັງຈາກມີປະສົບການແລ້ວຈຶ່ງມາກ້າເບ້ຍໄມ້ເອງເທື່ອລະເລັກລະໜ້ອຍເມື່ອມີຕົ້ນໄມ້ຈຳນວນຫລາຍແລ້ວກໍໄດ້ນໍາໄປຂາຍຢູ່ໄອເຕັກປະມານ 3 ປີ ແລະ ຕໍ່ມາກໍໄດ້ມາຂາຍຢູ່ຕໍ່ໜ້າປໍ້ານໍ້າມັນພຣັດ ບ້ານຈອມມະນີ ໃນປີ 2020 ເປັນຕົ້ນມາ. ສໍາລັບຕົ້ນໄມ້ພາຍໃນຮ້ານ ກໍມີຫລາກຫລາຍຊະນິດ ຈາກຫລາຍບ່ອນທັງຄົນລາວເຮົາຜະລິດເອງ ແລະ ນຳເຂົ້າມາຈາກປະເທດເພື່ອນບ້ານກໍມີ. ນອກຈາກນີ້, ກໍມີການຂະຫຍາຍພັນເບ້ຍໄມ້ທີ່ມີຢູ່ໃນຮ້ານ ແລະ ຕົ້ນໄມ້ຊະນິດໃດບໍ່ມີກໍ່ຊື້ເຂົ້າມາຕື່ມໃຫ້ສວນມີຄວາມຫລາກຫລາຍ. ສໍາລັບປະເພດເບ້ຍ ໄມ້ຫລັກໆ ກໍຈະມີໄມ້ປະດັບ ແລະ ໄມ້ກິນໝາກ ແບບກ້າແກ່ນ ແລະ  ສຽບຍອດ, ຕໍ່ກິ່ງ ແລະ ອື່ນໆ ໂດຍ ລາຄາຂາຍ  ຈະຂຶ້ນຢູ່ກັບພັນເບ້ຍໄມ້,  ຄວາມສູງ ແລະ  ຄວາມໃຫຍ່ອີກ ດ້ວຍ. ສ່ວນເບ້ຍໄມ້ທີ່ຄົນນິຍົມປູກ ໃນປັດຈຸບັນ ແມ່ນຕົ້ນໄມ້ກິນໝາກໄດ້ແກ່: ໝາກເງາະ,ຖົ່ວລຽນ, ອາໄວກາໂດ້ ,  ຕົ້ນອາບິວສາຍພັນໄຕ້ຫວັນ ແລະ ອ່ືນໆອີກຫລາຍຊະນິດ.

   ທ່ານນາງ ວຽງມະນີ ເວົ້າຕື່ມວ່າ: ການເຮັດອາຊີບນີ້ບໍ່ແມ່ນເລື່ອງງ່າຍ ຕ້ອງມີຄວາມມັກຄວາມອົດທົນດຸໝັ້ນ ຈຶ່ງເຮັດໄດ້ເພາະການເບິ່ງແຍ່ງຕົ້ນໄມ້ຈໍານວນຫລາຍ ໃຫ້ມີຄວາມສວຍງາມເວລາລູກຄ້າເບິ່ງແລ້ວຢາກຊື້ມັນຕ້ອງໄດ້ເອົາໃຈໃສ່ແທ້ໆ ຄືຂ້າພະເຈົ້າເຮັດເອງຄົນດຽວໄລຍະນີ້ຫາຄົນຊ່ວຍວຽກບໍ່ໄດ້ ເພາະແຮງງານສ່ວນຫລາຍແມ່ນໄປເຮັດວຽກຢູ່ປະເທດເພື່ອນບ້ານ ເຊ່ິງໄລຍະຜ່ານມາກ່ໍມີຄົນມາເຮັດນໍາແຕ່ເຂົາເຈົ້າບໍ່ອົດທົນຄືເຮົາ ແລະ ການເບິ່ງແຍງກໍ່ເອົາໃຈໃສ່ກໍບ່ໍຄືເຮົາ ໂດຍສະເພາະແມ່ນການຫົດນໍ້າ ເພາະຖ້າຫົດບໍ່ພໍມັນກໍຈະຕາຍ.

   ເຖິງແນວໃດກໍດີ, ຍ້ອນຄວາມມັກ  ແລະ ຄວາມເອົາໃຈໃສ່ແທ້ໆ ຈຶ່ງເຮັດໃຫ້ຕົ້ນໄມ້ໃນສວນຂອງຂ້າພະເຈົ້າມີການຈະເລີນເຕີບໃຫຍ່ທີ່ສົມບູນ ເມ່ືອນໍາໄປປູກແລ້ວຮັບຮອງວ່າອັດຕາການລອດຕາຍສູງ. ສໍາລັບວັນປູກຕົ້ນໄມ້ປີນີ້ແມ່ນບໍ່ຄຶກຄື້ນປານໃດ ເນື່ອງຈາກວ່າປັດຈຸບັນ ມີຫລາຍຮ້ານທີ່ຂາຍເບ້ຍໄມ້ແບບນີ້.ເອົາເປັນວ່າທ່ານໃດທີ່ມີແຜນຕົບແຕ່ງອາຄານບ້ານເຮືອນ ຫລື ປູກໄມ້ກິນໝາກກໍໍສາມາດເຂົ້າມາເບິ່ງທີ່ສວນໄດ້ຕັ້ງຢູ່ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຫລື ຕິດຕໍ່ໄດ້ທີ່ເບີ 02055901908.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top