ເພີ່ມທະວີຄວາມເປັນເຈົ້າການ ແລະ ພ້ອມກັນປົກປັກຮັກສາສິ່ງແວດລ້ອມໃຫ້ໄປຕາມທິດຍືນຍົງ ແລະ ສີຂຽວ

04/06/2025 10:33
Email Print 672
ຂປລ ເມື່ອຮອດວັນທີ 5 ຂອງທຸກໆປີ ສປປ ລາວ ໄດ້ຮ່ວມກັບບັນດາປະເທດໃນທົ່ວໂລກຈັດພິທີສະເຫລີມສະຫລອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ເຊິ່ງປີນີ້ມີຄຳຂວັນ “ຫລຸດຜ່ອນການໃຊ້ປຣາສຕິກ ເພື່ອສິ່ງແວດລ້ອມທີ່ສະອາດ ແລະ ສົດໃສ”.

   *ເມື່ອຮອດວັນທີ 5 ຂອງທຸກໆປີ  ສປປ ລາວ ໄດ້ຮ່ວມກັບບັນດາປະເທດໃນທົ່ວໂລກຈັດພິທີສະເຫລີມສະຫລອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ເຊິ່ງປີນີ້ມີຄຳຂວັນ “ຫລຸດຜ່ອນການໃຊ້ປຣາສຕິກ ເພື່ອສິ່ງແວດລ້ອມທີ່ສະອາດ ແລະ ສົດໃສ”.  ການສະເຫລີມສະຫລອງວັນດັ່ງກ່າວດຳເນີນໄປພ້ອມກັບຂະບວນການປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ເຊິ່ງໄດ້ຖືເອົາວັນສຳຄັນດັ່ງກ່າວ ເພື່ອປູກຈິດສຳນຶກ ແລະ ທັງເປັນການປຸກລະດົມໃຫ້ທຸກພາກສ່ວນໃນສັງຄົມທັງພາກລັດ, ເອກະ ຊົນ, ອົງການຈັດຕັ້ງທາງສັງຄົມ, ປະຊາຊົນບັນດາເຜົ່າ ແລະ ອົງການຈັດຕັ້ງສາກົນ, ເປັນການເພ່ີມທະວີຄວາມເປັນເຈ້ົາການ ແລະ ພ້ອມກັນປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດໄປ ຕາມທິດຍືນຍົງ ແລະ ສີຂຽວ, ຄຸ້ມຄອງສິ່ງ ແວດລ້ອມຂອງພວກເຮົາໃຫ້ມີສິ່ງແວດລ້ອມທີ່ດີ, ປາສະຈາກມົນລະພິດເປັນຕ້ົນອາກາດທີ່ດີ, ສາຍນໍ້າທີ່ໄສສະອາດ, ປ່າໄມ້ທີ່ອຸດົມສົມບູນ, ຊີວະນາໆພັນທີ່ມີຄວາມຫລາກຫລາຍ, ດິນ, ຊັບພະຍາກອນ, ແຮ່ທາດທີ່ມີຄວາມອຸດົມສົມບູນ ແລະ ຍືນຍົງໄວ້ຮອດເຊັ່ນລູກ ເຊັ່ນຫລານ ແລະ ເພື່ອເປັນການປຸກລະດົມບຸກຄົນ, ສົ່ງເສີມປົກປັກຮັກສາສ່ິງແວດລ້ອມ, ຮັບຮູ້ເຖິງຜົນປະໂຫຍດຄວາມສຳຄັນຂອງປ່າໄມ້ທີ່ເປັນຊັບພະຍາກອນທຳມະຊາດອັນລ້ຳຄ່າ ແລະ ຮຽກຮ້ອງການຈັດຕັ້ງທຸກພາກສ່ວນຈົ່ງພ້ອມກັນຮັກສາປ່າໄມ້ທຳ ມະຊາດເພື່ອຕ້ານໂລກຮ້ອນ ແລະ ຕ້ານອຸທົກກະໄພ, ຮັກສາເບ້ຍໄມ້ທີ່ປູກໃຫ້ຈະເລີນເຕີບໂຕງອກງາມ, ເອົາໃຈໃສ່ບົວລະບັດຮັກສາເບ້ຍໄມ້ບໍ່ໃຫ້ຫ່ຽວແຫ້ງ ແບ່ງຄວາມຮັບຜິດຊອບໃນການຄຸ້ມຄອງ, ໃສ່ຝຸ່ນພູນດິນ, ຫົດນ້ຳ ແລະ ປູກທົດແທນຕົ້ນໄມ້ທີ່ຕາຍໄປແລ້ວເພື່ອເຮັດໃຫ້ສຳນັກງານຫ້ອງການ, ບ້ານມີຄວາມຮົ່ມເຢັນເຮັດໃຫ້ທົ່ວເມືອງມີຕົ້ນໄມ້, ປ່າໄມ້ຂຽວງາມ, ຫລຸດພາວະໂລກຮ້ອນ ແລະ ຮັກສາຄວາມສົມບູນຂອງທຳມະຊາດ.

     ປັດຈຸບັນ, ສິ່ງແວດລ້ອມທໍາມະຊາດກໍາລັງຖືກທໍາລາຍ, ລະບົບນິເວດກໍາລັງຊຸດໂຊມລົງຊຶ່ງມີສາເຫດມາຈາກສະພາບການປ່ຽນແປງຂອງດິນຟ້າອາກາດ ອັນໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ປະຊາກອນໂລກໃນປັດຈຸບັນ ແລະ ອາດຈະສົ່ງຜົນກະທົບແກ່ຍາວໄປສູ່ຄົນຮຸ່ນຫລັງໃນອະນາຄົດ. ສຳລັບປະເທດພວກເຮົາກໍເຊັ່ນດຽວກັນແມ່ນກຳລັງຜະເຊີນໜ້າກັບຜົນກະທົບຕໍ່ສິ່ງແວດລ້ອມທີ່ເກີດຈາກໄຟໄໝ້ປ່າ, ນໍ້າເປື້ອນ ແລະ ບັນຫາຂີ້ເຫຍື້ອໂດຍສະເພາະແມ່ນຂີ້ເຫຍື້ອປລາສຕິກທີ່ນັບມ້ືນັບເພີ່ມຂຶ້ນຈາກການຊົມໃຊ້ ແລະ ການຖິ້ມຊະຊາຍຕາມຊຸມຊົນ, ຖະໜົນຫົນທາງ, ຕາມຕົວເມືອງໃຫຍ່, ຕົວເມືອງນ້ອຍຍ້ອນການກໍາຈັດ ແລະ ຫລຸດຜ່ອນຍັງເຮັດໄດ້ໜ້ອຍ. 

   ສະນັ້ນ,  ພັກ ແລະ ລັດຖະບານກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ເພື່ອສ້າງໃຫ້ປະເທດລາວ ເປັນປະເທດຂຽວສະອາດງາມຕາ ໂດຍໃຫ້ມີນິຕິກໍາ, ຄູ່ມື, ຄໍາແນະນໍາຕ່າງໆ ແລະ ໃຫ້ໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກ ໃຫ້ທົ່ວສັງຄົມພ້ອມກັນປະກອບສ່ວນ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດ ໂດຍສະເພາະການແກ້ໄຂບັນຫາຂີ້ເຫຍື້ອ ທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ກໍ່ຄືການຫລຸດຜ່ອນຂີ້ເຫຍື້ອ ແລະ ການສ້າງສະໜາມຂີ້ເຫຍື້ອ ເພື່ອຮອງຮັບສິ່ງເສດເຫລືອຈາກການຊົມໃຊ້ທີ່ເພີ່ມຂຶ້ນພ້ອມ ທັງສ້າງຕົວເມືອງໃຫ້ສະອາດງາມຕາ ປາສະຈາກມົນລະພິດ.

ໂດຍ: ແສງສະຫວັນ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top