ຝຶກອົບຮົມເຕັກນິກການປູກ ແລະ ການບົວລະບັດຮັກສາໝາກມ່ວງ

09/06/2025 09:31
Email Print 361
ຂປລ ຂປລ. ກະຊວງກະສິກຳ ແລະ ປ່າໄມ້, ອົງການຮ່ວມມືສາກົນ ສ ເກົາຫລີ (KOICA) ແລະ ອົງການສົ່ງ ເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA) ຈັດງານວາງສະແດງສິນຄ້າ ແລະ ຜະລິດຕະພັນກະສິກຳ ລາວ-ເກົາຫລີ 2025 ໃນວັນທີ 6-7 ມິຖຸນາ 2025



ຂປລ. ກະຊວງກະສິກຳ ແລະ ປ່າໄມ້, ອົງການຮ່ວມມືສາກົນ ສ ເກົາຫລີ (KOICA) ແລະ ອົງການສົ່ງ ເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA) ຈັດງານວາງສະແດງ ສິນຄ້າ ແລະ ຜະລິດຕະພັນກະສິກຳ ລາວ-ເກົາຫລີ 2025 ໃນວັນທີ 6-7 ມິຖຸນາ 2025 ຢູ່ສູນການຄ້າລາວ-ໄອເຕັກ ເພື່ອເປັນການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ຄົບຮອບ 30 ປີ, ແນໃສ່ຮັດແໜ້ນການພົວພັນດ້ານກະສິກຳແບບຍືນຍົງແລະ ການສ້າງລາຍຮັບໃນເຂດຊົນນະບົດ ລະຫວ່າງສອງປະເທດ.

ໃນງານຄັ້ງນີ້, ມີຊາວກະສິກອນ, ບັນດາອົງການຈັດຕັ້ງທາງສັງຄົມ ທີ່ບໍ່ຂຶ້ນກັບລັດຖະບານ (NGOs) ຂອງເກົາຫລີ, ໂຄງການເກົາຫລີ ກ່ຽວກັບກະສິກຳສາກົນ (KOPIA), ມູນນິທິ Saemaul, ບັນດາບໍລິສັດ ກ່ຽວກັບ ການ ກະເສດ ແລະ ອາຫານ ໄດ້ນຳເອົາສິນຄ້າ ແລະ ຜະລິດຕະພັນຂອງຕົນເຂົ້າມາຮ່ວມວາງສະແດງ ເຊິ່ງງານດັ່ງກ່າວ ແນໃສ່ການພັດທະນາຊົນນະບົດ, ການສ້າງຄວາມເຂັ້ມແຂງຂອງຊຸມຊົນ, ການສ້າງລາຍຮັບຂອງກະສິກອນ, ການເຊື່ອມໂຍງທຸລະກິດ ລະຫວ່າງ ວິສາຫະກິດກະສິກຳຂອງລາວ ແລະ ສ ເກົາຫລີ.


          ໂອກາດນີ້, ອົງການ KOICA ໄດ້ນຳເອົາຜະລິດຕະພັນ ກະສິກຳຈາກໂຄງການການສ້າງແຜນປະຕິບັດງານ ສ້າງລາຍຮັບຊົນນະບົດ ໃນຂົງເຂດພາກເໜືອ ແລະ ພາກກາງຂອງ ສປປ ລາວ (2021-2025)ເຊິ່ງຈັດຕັ້ງປະຕິບັດ ຢູ່ 14 ບ້ານ ບ້ານເປົ້າໝາຍ ຂອງແຂວງ ຊຽງຂວາງ ວຽງຈັນ ແລະ  ບໍລິຄຳໄຊ ມາວາງສະແດງ ແລະ ຈຳໜ່າຍ ສະແດງໃຫ້ເຫັນທ່າແຮງການຄ້າຂອງທ້ອງຖິ່ນ ແລະການກະສິກໍາຂະໜາດນ້ອຍ ເຊິ່ງໂຄງການດັ່ງກ່າວ, ຮ່ວມຈັດຕັ້ງປະຕິ ບັດໂດຍ ກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້ ແລະ ສະຖາບັນຍຸດທະສາດການພັດທະນາເກົາຫລີ (KDS) ແນໃສ່ການພັດທະນາຊົມຊົນເປັນຫລັກ. ສ່ວນອົງການ KOTRA ເປັນຝ່າຍອຳນວຍຄວາມສະດວກ ໃນການນຳເຂົ້າສິນຄ້າການກະເສດ ຂອງບັນດາຜູ້ຈຳໜ່າຍ ສິນຄ້າຂອງ ສ ເກົາຫລີ ໃນປະເທດລາວກວ່າ 11 ຮ້ານວາງສະແດງ. ນອກນັ້ນ, ຍັງມີບໍລິສັດ GUBI Co., Ltd. ແລະ NEXUS SOLE Co., Ltd. ໄດ້ນຳເອົາ ອາຫານເສີມ ເພື່ອສຸຂະພາບ, ເຄື່ອງດື່ມ ແລະ ອາຫານຫວ່າງມາວາງສະແດງ ແລະ ຈຳໜ່າຍໃນງານ.

          ພິທີເປີດງານຢ່າງເປັນທາງການ ຈັດຂຶ້ນໃນວັນທີ 6 ມິຖຸນາ 2025 ໂດຍມີ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫລີ ປະຈຳລາວ, ທ່ານ  ຊຸງຊູ ໂອ (Mr Sungsoo Oh) ຜູ້ອໍານວຍການ KOICA ປະຈໍາ ສປປ ລາວ, ທ່ານ ປັກ ຈຸນກິວ (Mr. Jungwe Park) ຜູ້ອໍານວຍການໃຫຍ່ KOTRA ວຽງຈັນ  ແລະ ບັນດາທ່ານຮອງເຈົ້າແຂວງຊຽງຂວາງ ແລະ ວຽງຈັນ ເຂົ້າຮ່ວມ.


ໂອກາດນີ້, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄດ້ໄດ້ມີຄໍາເຫັນວ່າ: ງານ ວາງສະແດງຜະລິດຕະພັນກະສິກຳລາວ-ສ ເກົາຫລີ ເປັນເວທີ ເພື່ອໃຫ້ກະສິກອນ ແລະ ພາກສ່ວນກ່ຽວຂ້ອງ ໄດ້ມີໂອກາດແລກປ່ຽນຄວາມຮູ້ ແລະ ນະວັດຕະກໍາ, ທັງເປັນໂອກາດທີ່ມີຄວາມໝາຍເພື່ອໃຫ້ປະຊາຊົນ ສ ເກົາຫລີແລະ ລາວໄດ້ສະແດງໃຫ້ເຫັນຄວາມເຂັ້ມແຂງແລະ ສະທ້ອນເຖິງການຮ່ວມມື ທີ່ແໜ້ນແຟ້ນໃນ ຕະຫລອດໄລຍະ ເວລາ 30 ປີ.


          ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫລີ ປະຈຳລາວ ກໍໄດ້ມີຄໍາເຫັນວ່າ: ການສະເຫລີມສະຫລອງ 30 ປີ ແຫ່ງສາຍພົວພັນທາງການທູດ ສ ເກົາຫລີ ແລະ ສປປ ລາວ ໄດ້ສະເຫລີມສະຫລອງ ການພົວພັນຄູ່ຮ່ວມມືຮອບດ້ານ  ເພື່ອແນໃສ່ຊຸກຍູ້ການພັດທະນາກະສິກຳ ແລະ ຊົນນະບົດ ເຊິ່ງທັງສອງປະເທດ ສືບຕໍ່​​ພົວພັນຄູ່ຮ່ວມມືແບບທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

          ພາຍໃນງານ KOTRA ໄດ້ມອບລາງວັນໃຫ້ 3 ຮ້ານວາງສະແດງ ທີ່ໄດ້ຮັບຄວາມນິຍົມ ຈາກທັງໝົດໃນ 11 ຮ້ານທີ່ເຂົ້າຮ່ວມໃນງານວາງສະແດງ ເຊິ່ງ ລາງວັນທີ 1 ແມ່ນ ບໍລິສັດ Nexus Sole ຈຳກັດ, ລາງວັນທີ 2 ແມ່ນ Vone ແບຣນເນມ ແລະ  ລາງວັນທີ 3 ແມ່ນ ບໍລິສັດ AK Trading ຈຳກັດ.

KPL

ຂ່າວອື່ນໆ

ads
ads

Top