ຂ່າວຕ່າງປະເທດ8/21/2025 4:31:48 PM
ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການ ສູນກາງພັກ ກອມມູນິດຈີນ ໄດ້ຮ່ວມກັບ ພະນັກງານ ແລະ ປະຊາຊົນ ບັນດາເຜົ່າ ຂອງເຂດຊີ່ຈ້າງ ປະມານ 20.000 ຄົນ ເຂົ້າຮ່ວມ ພິທີສະເຫລີມ ສະຫລອງ ວັນສ້າງຕັ້ງ ເຂດປົກຄອງຕົນເອງ ຊີ່ຈ້າງ ຄົບຮອບ 60 ປີ ຢ່າງສຸດໃຈ.
ຂ່າວຕ່າງປະເທດ8/21/2025 4:31:44 PM
ອົງການ ປະສານງານ ບັນດາການເຄື່ອນໄຫວ ຂອງລັດຖະບານ ອິດສະຣາແອັນ ຢູ່ເຂດດິນແດນ (COGAT) ໃຫ້ຮູ້ວ່າ ມີລົດຂົນສົ່ງ ເຄື່ອງຊ່ວຍເຫລືອ ມະນຸດ ສະທຳ ປະມານ 370 ຄັນໄດ້ເຂົ້າເຂດ ກາຊາ ຜ່ານບັນດາ ດ່ານຊາຍແດນ Kerem Shalom ແລະ Zikim
ຂ່າວຕ່າງປະເທດ8/20/2025 4:34:26 PM
ທ່ານ ວາງຢີ້ ກຳມະການ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ລັດຖະມົນຕີ ກະຊວງການຕ່າງປະເທດຈີນ ໄດ້ພົບປະເຈລະຈາ ກັບ ທ່ານ ຊູ ທ່ານ ຊູບຣາມັນຢາມ ໃຈຊານຄາ ລັດຖະມົນຕີ ກະຊວງການຕ່າງປະເທດ ອິນເດຍ ຢູ່ນະຄອນຫລວງ ນິວແດນລີ ຂອງອິນເດຍ ເຊິ່ງໄດ້ຮັບຜົນສຳເລັດ ຫລາຍຢ່າງ
ຂ່າວຕ່າງປະເທດ8/20/2025 4:14:29 PM
ເຮືອຕຳຫລວດ 53101, 53108 ແລະ 53109 ຂອງຝ່າຍ ສປ ຈີນ ໄດ້ອອກເດີນທາງ ຈາກທ່າເຮືອຕຳຫລວດ ຈິງຮ່າຂອງກິ່ງແຂວງ ສິບສອງພັ່ນນາ ແຂວງຢູນນານຈີນ ເພື່ອລົງໄປເຂດ ລ່ອງແມ່ນ້ຳຂອງ ທີ່ກຳນົດໄວ້ ຮ່ວມກັບ ພາກສ່ວນປະຕິບັດ ກົດໝາຍ ທີ່ກ່ຽວຂ້ອງ ຈາກ ສປປ ລາວ, ມຽນມາ ແລະ ໄທ
ຂ່າວຕ່າງປະເທດ8/20/2025 3:58:06 PM
ສ.ອາເມລິກາ ຍົກເລີກ ວີຊານັກສຶກສາ ຕ່າງປະເທດ ໄປແລ້ວ ຫລາຍກວ່າ 6.000ຄົນ ໃນປີນີ້ ຕາມນະໂຍບາຍ ຂອງລັດຖະບານ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ. ອາເມລິກາ ໃນການປາບປາມ ນັກສຶກສາຕ່າງປະເທດ ທີ່ເຮັດຜິດກົດໝາຍ
ຂ່າວຕ່າງປະເທດ8/20/2025 3:57:30 PM
ປາກິດສະຖານ ແລະ ອິນເດຍ ຕ້ອງຜະເຊີນກັບ ສະພາບ ນ້ຳຖ້ວມ ຮອບໃໝ່ ຫລັງຈາກ ຝົນຕົກໜັກ ຢ່າງຕໍ່ເນື່ອງ ເຮັດໃຫ້ ປະລິມານ ນ້ຳຝົນ ເພີ່ມຂຶ້ນ ຢ່າງວ່ອງໄວເຖິງ 145 ມີລິແມັດ, ເກີດໄຟຟ້າດັບ ຫລາຍພື້ນທີ່.
ຂ່າວຕ່າງປະເທດ8/20/2025 2:56:32 PM
ຫ້ອງການ ຖະແຫລງຂ່າວ ລັດຖະບານຈີນ ໄດ້ຈັດກອງປະຊຸມ ຖະແຫລງຂ່າວ ເພື່ອແຈ້ງ ສະພາບການ ທີ່ກ່ຽວຂ້ອງ ໃນການກະກຽມ ພິທີສວນ ສະໜາມ ທີ່ຈະຈັດຂຶ້ນ ໃນວັນທີ 3 ກັນຍາໜ້ານີ້.