ຄຳມ່ວນ ເປີດຂະບວນການ ວສຊ ກຳຈັດ ພະຍາດໝາກແດງໃຫຍ່-ໝາກແດງນ້ອຍ

20/05/2024 13:53
Email Print 2659
ຂປລ ຂປລ. ແຂວງຄຳມ່ວນ ເປີດຂະບວນການວັນສັກຢາແຫ່ງຊາດ (ວສຊ) ເພື່ອກຳຈັດພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ໃນວັນທີ 20 ພຶດສະພາ 2024 ພາຍໃຕ້ການສະໜັບສະໜູນ ຂອງອົງການອຸຍນີເຊບ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ໂດຍມີຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງ, ພ້ອມດ້ວຍມວນຊົນ ເຂົ້າຮ່ວມຢ່າງເປັນຂະບວນ.



ຂປລ. ແຂວງຄຳມ່ວນ ເປີດຂະບວນການວັນສັກຢາແຫ່ງຊາດ (ວສຊ) ເພື່ອກຳຈັດພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ໃນວັນທີ
20 ພຶດສະພາ 2024 ພາຍໃຕ້ການສະໜັບສະໜູນ ຂອງອົງການອຸຍນີເຊບ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ໂດຍມີຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງ, ພ້ອມດ້ວຍມວນຊົນ ເຂົ້າຮ່ວມຢ່າງເປັນຂະບວນ.



ໂອກາດນີ້
, ທ່ານ ແກ້ວອຸດອນ ບຸດສິງຂອນ ເຈົ້າແຂວງຄຳມ່ວນ ໄດ້ໃຫ້ຮູ້ວ່າ: ແຂວງຄຳມ່ວນ ຂະບວນການວັນສັກຢາປ້ອງກັນພະຍາດແຫ່ງຊາດ ໄດ້ກຳນົດເອົາວັນທີ 20-29 ພຶດສະພາ 2024 ເຊິ່ງການກະກຽມ ຄວາມພ້ອມ ແມ່ນໄດ້ຈັດກອງປະຊຸມຊີ້ແຈງ ໃຫ້ແກ່ຄະນະກໍາມາທິການ ເພື່ອສຸຂະພາບແມ່ ແລະ ເດັກ ຂັ້ນແຂວງ, ຂັ້ນເມືອງ, ຄະນະຮັກສາສຸຂະພາບຂັ້ນບ້ານ, ມີການຝຶກອົບຮົມ ທາງດ້ານເຕັກນິກວິຊາການ ພ້ອມທັງໄດ້ກຳນົດຈຸດສັກຢາຄົງທີ່ ຕາມໂຮງໝໍແຂວງ, ໂຮງໝໍເມືອງ, ໂຮງໝໍນ້ອຍຊຸມຊົນ, ສຸກສາລາ ທັງໝົດ 102 ຈຸດ. ນອກນີ້, ຍັງມີຈຸດສັກຢາແບບເຄື່ອນທີ່ ເພື່ອບໍລິການໃຫ້ທົ່ວເຖິງ ເປົ້າໝາຍຢ່າງກວ້າງຂວາງ. ໃນທົ່ວແຂວງຄຳມ່ວນ ມີເປົ້າໝາຍໃນການສັກວັກຊີນປ້ອງກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ທັງໝົດ 31.985 ຄົນ.



ພ້ອມນີ້
, ຍັງຍົກໃຫ້ເຫັນເຖິງຄວາມຮ້າຍແຮງ ຂອງພະຍາດໝາກແດງໃຫຍ່ ແມ່ນເປັນເຊື້ອຈຸລະໂລກ ຫລື ໄວຣັສ ທີ່ສາມາດຕິດຕໍ່ໄດ້ໄວຈາກຄົນສູ່ຄົນ ໂດຍຜ່ານທາງລະບົບຫາຍໃຈ ພາໃຫ້ເກີດມີການເຈັບເປັນ ແລະ ເສຍຊີວິດ ເປັນຈຳນວນຫລາຍ ຖ້າເດັກທີ່ຕິດເຊື້ອພະຍາດດັ່ງກ່າວ, ຈະເຮັດໃຫ້ພູມຕ້ານທານ ຂອງຮ່າງກາຍຫລຸດລົງ ແລະ ເກີດມີອາການສົນ ເຊັ່ນ: ໄຂ້, ຫາຍໃຈບໍ່ສະດວກ, ອັກເສບປອດຮຸນແຮງ, ຖອກທ້ອງ, ອັກເສບຫລອດສຽງ, ສະໝອງອັກເສບ ແລະ ອື່ນໆ. ສຳລັບພະຍາດໝາກແດງນ້ອຍ ໂດຍສະເພາະແມ່ນ ການຕິດເຊື້ອໃນແມ່ຍິງຖືພາ ໃນໄລຍະ 3 ເດືອນທໍາອິດ, ຖ້າແມ່ຕິດເຊື້ອດັ່ງກ່າວ ຈະເຮັດໃຫ້ເດັກອ່ອນ ທີ່ຢູ່ໃນທ້ອງມີຜົນກະທົບສູງ ຈະເຮັດໃຫ້ການຈະເລີນເຕີບໂຕ ຂອງສະໜອງບໍ່ປົກກະຕິ, ສະໝອງເຊື່ອມ, ເຮັດໃຫ້ເດັກທີ່ເກີດມາພິການ ເຊັ່ນ: ຫູໜວກ, ຕາບອດ ຮ້າຍແຮງໄປກວ່ານັ້ນແມ່ນ ຈະພາໃຫ້ເດັກເສຍ ຊີວິດຢູ່ໃນທ້ອງ, ພະຍາດທັງສອງຊະນິດນີ້, ແມ່ນສາມາດປ້ອງກັນດ້ວຍວັກຊີນ. ສະນັ້ນ, ໃນຂະບວນການສັກຢາກັນ ພະຍາດແຫ່ງຊາດ ຫລື ວສຊ ຈຶ່ງມີຄວາມຈຳເປັນທີ່ສຸດ ທີ່ຈະຕ້ອງໄດ້ໃຫ້ເດັກທີ່ຢູ່ ໃນເກນສັກຢາກັນພະຍາດທຸກຄົນ ໄປສັກວັກຊີນ ເພື່ອສ້າງພູມຄຸ້ມກັນໃຫ້ກວມ ເປັນຈຳນວນຫລາຍ ກາຍເປັນພູມຄຸ້ມກັນແບບລວມໝູ່ ເພື່ອບໍ່ໃຫ້ພະຍາດແຊກແຊງ ເຂົ້າຫາບຸກຄົນໄດ້ ແລະ  ພະຍາດໝາກແດງ ຍັງໄດ້ສົ່ງກະທົບເຖິງຊີວິດ ແລະ ການເຈັບເປັນຂອງລູກ-ຫລານ ໂດຍສະ ເພາະ ມ່ນເດັກທີ່ມີອາຍຸຕໍ່າກວ່າ 5 ປີ ທີ່ມີຄວາມສ່ຽງສູງ ໃນການຕິດເຊື້ອດັ່ງກ່າວ ແລະ ເນື່ອງຈາກວ່າອັດຕາ ການສັກຢາກັນພະຍາດດັ່ງກ່າວ ຢູ່ແຂວງຄໍາມ່ວນ ຍັງບໍ່ທັນບັນລຸໄດ້ຕາມຕົວເລກຄາດໝາຍ ໃນປີທີ່ຜ່ານມາ ເຮັດໃຫ້ອັດຕາການປົກຄຸມ ໃນການສັກວັກຊີນກັນພະຍາດດັ່ງກ່າວຍັງບໍ່ສູງ ເຊິ່ງເປັນສາເຫດ ແລະ ມີຄວາມສ່ຽງສູງທີ່ ຈະພາໃຫ້ເກີດມີການລະບາດໃນຕໍ່ໜ້າ.



 
ພ້ອມກັນນີ້
, ທ່ານ ແກ້ວອຸດອນ ບຸດສິງຂອນ ຍັງໄດ້ຮຽກຮ້ອງມາຍັງຜູ້ປົກຄອງເດັກ ຈົ່ງນຳລູກ-ຫລານຂອງຕົນເຂົ້າຮ່ວມ ໃນວັນສັກຢາປ້ອງກັນພະຍາດ ໝາກແດງໃຫຍ່-ໝາຍແດງນ້ອຍ ຢ່າງເປັນຂະບວນຟົດຟື້ນ ກໍຄື ເດັກລຸ່ມ 5 ປີ ໃຫ້ກວມເອົາ 95% ເພື່ອສ້າງພູມຄຸ້ມກັນ, ປ້ອງກັນບໍ່ໃຫ້ລູກ-ຫລານ ເຈັບເປັນດ້ວຍພະຍາດດັ່ງກ່າວ ແລະ ເພື່ອປ້ອງກັນບໍ່ໃຫ້ເກີດມີການແພ່ລະບາດໃຫຍ່ ຢູ່ພາຍໃນແຂວງ, ຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ຈົ່ງໄດ້ໃຫ້ຄວາມສຳຄັນ ໃຫ້ການຮ່ວມມື ແລະ ປະກອບສ່ວນເຂົ້າໃນຂະບວນການ ວສຊ ໃນຄັ້ງນີ້.

ຂ່າວ-ພາບ: ວຽງສະຫວັນ

KPL

ຂ່າວອື່ນໆ

ads
ads

Top