ປະເທດ ເປຣູ

28/04/2025 14:01
Email Print 4035
ຂປລ ປະເທດເປຣູ (Peru) ທີ່ມີຊື່ທາງການຄື ສາທາລະນະລັດ ເປຣູ(Republic Of Peru), ມີນະຄອນຫລວງຊື່ວ່າ ລີມາ(Lima), ຕັ້ງຢູ່ທາງຕາເວັນຕົກຂອງທະວີບ ອາເມລິກາໃຕ້ ມີຊາຍແດນທິດເໜືອຕິດກັບ ເອກວາດໍ ແລະ ໂກໂລມບີ , ທິດຕາເວັນອອກຕິດກັບ ບຣາຊິນ ແລະ ໂບລີວີ, ທິດໃຕ້ຕິດກັບ ຊີເລ ແລະ ທິດຕາເວັນຕົກຕິດກັບ ມະຫາສະໝຸດປາຊີຟິກ. ມີເນື້ອທີ່ທັງໝົດ1.285.000 ກິໂລຕາແມັດ, ກວມເອົາປະຊາກອນ 33,85 ລ້ານຄົນ(ໃນປີ 2023)

ປະ​ເທດ​ເປ​ຣູ (Peru) ທີ່​ມີ​ຊື່​ທາງ​ການ​ຄື ສາ​ທາ​ລະ​ນະ​ລັດ ເປ​ຣູ(Republic Of Peru), ມີນະ​ຄອນ​ຫລວງ​ຊື່​ວ່າ ລີ​ມາ(Lima), ​ຕັ້ງ​ຢູ່​ທາງ​ຕາ​ເວັນຕົກ​ຂອງ​ທະ​ວີບ ອາ​ເມ​ລິ​ກາ​ໃຕ້ ມີ​ຊາຍ​ແດນ​ທິດ​ເໜືອ​ຕິດ​ກັບ ເອກວາ​ດໍ ແລະ ໂກ​ໂລມ​ບີ , ທິດ​ຕາ​ເວັນ​ອອກ​ຕິດ​ກັບ ບ​ຣາ​ຊິນ ແລະ ໂບ​ລີ​ວີ, ທິດ​ໃຕ້​ຕິດ​ກັບ ​ຊີ​ເລ  ແລະ ທິດ​ຕາ​ເວັນ​ຕົກ​ຕິດ​ກັບ ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ. ມີເນື້ອ​ທີ່​ທັງ​ໝົດ1.285.000 ກິ​ໂລ​ຕາ​ແມັດ, ກວມ​ເອົາ​ປະ​ຊາ​ກອນ 33,85 ລ້ານ​ຄົນ(ໃນ​ປີ 2023), ໃຊ້​ພາ​ສາ​ສະ​ເປນ​ ເປັນ​ພາ​ສາ​ທາງ​ການ; ສະ​ກຸນ​ເງິນ​ແມ່ນ ນວຍ​ໂວ​​ໂຊລ (nuevo sol), ປະ​ຊາ​ຊົນ​ສ່ວນ​ໃຫຍ່​ຖື​ສາ​ສະ​ໜາ ຄ​ຣິ​ສ​ນິ​ກາຍ ​ໂຣ​ມັນ​ຄາ​ທໍ​ລິກ ກວມ​ເອົາ 81% ​ແລະ ນິກາຍ​ອື່ນໆ 10%. ສ່ວນ​ວັນ​ຊາດ​ແມ່ນ​ວັນ​ທີ 28 ກໍລະກົດ.  ປະ​ເທ​ດ ​ເປຣູ ແລະ ປະ​ເທດ ​ສ.ປ​ປລາວ​ ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ ທາງ​ການ​ທູດ​ຮ່ວມ​ກັນ​ ນັບ​ແຕ່​ວັນ​ທີ 27.4.1989 ເປັນ​ຕົ້ນ​ມາ  ຫລັງ​ຈາກນັ້ນ ​ສອງ​ປະ​ເທດ ກໍໄດ້​ເພີ່ມທະວີຮ່ວມ​ມືກັນ ​ໃຫ້​ນັບ​ມື້​ຂະຫຍາຍຕົວ ຢ່າງແໜ້ນ​ແຟ້ນ ​ແລະ ບໍ່​ຢຸດຢັ້ງ.

ເປ​ຣູ ມີ​ນະ​ໂຍບາຍ​ເສດຖະກິດ ​ແບບ​ເສລີ​ນິຍົມ ​ແນໃສ່​ການ​ເປີດ​ເສລີ​ ທາງ​ການ​ຄ້າ ​ແລະ ​ເສດຖະກິດ, ເປັນ​ປະ​ເທດ​ທີ່​ມີ​ອຸ​ດົມ​ສົມ​ບູນ​ ​ເຕັມໄປ​ດ້ວຍ​ຊັບ​ພະ​ຍາ​ກອນ​ແຮ່​ທາດ​ ທີ່​ສຳ​ຄັນ​ຫລາຍ​ສະ​ນິດຈຶ່ງ​ກາຍ​ເປັນ​ຜູ້​ຜະ​ລິດ​ແຮ່​ທາດ​​ ຂະ​ໜາດໃຫຍ່​ຂອງ​ໂລກ​ເຊັ່ນ: ກົ່ວ, ທອງ​ແດງ, ສັງ​ກະ​ສີ, ດີ​ບຸກ ແລະ ເງິນ, ນ້ຳ​ມັນ ແລະ ແກັ​ສ​ທຳ​ມະ​ຊາດ. ​ໂດຍ​ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນປະ​ເທດ(GDP) ບັນ​ລຸ 267,6 ຕື້ໂດ​ລາ​ສະ​ຫະ​ລັດ(ໃນ​ປີ 2023), ສະ​ເລ່ຍ​ຕໍ່​ຫົວ​ຄົນເກືອບ 8.000 ໂດ​ລາ​ສະ​ຫະ​ລັດຕໍ່​ປີ; ອັດ​ຕາ​ການ​ຈະ​ເລີ​ນ​ເຕີບ​ໂຕ​ທາງ​ເສດຖະກິດ     -0,6% ຕໍ່ປີ. ສິນ​ຄ້າ​ທີ່​ສົ່ງ​ອອກ​ຕົ້ນ​ແມ່ນ ​ທອງ​ແດງ, ຄຳ, ສັງ​ກະ​ສີ, ປິ​ໂຕ​ລຽມ​ດິບ ແລະ ຜະ​ລິດ​ຕະ​ພັນ​ປິ​ໂຕ​ລຽມ, ກາ​ເຟ. ​ສິນ​ຄ້າ​ທີ່​ນຳ​ເຂົ້າ​​ເຊັ່ນ: ຜະ​ລິດ​ຕະ​ພັນ​ເຄ​ມີ, ຢາງ, ເຄື່ອງ​ຈັກ, ຍານ​ພາ​ຫະ​ນະ, ອຸ​ປະ​ກອນ​ ຄົມ​ມະ​ນາ​ຄົມ ແລະ ອຶ່ນໆ. ສ່ວນປະ​ເທດ​ຄູ່ການ​ຄ້າ​ທີ່​ສຳ​ຄັນມີ: ສປຈີນ, ກາ​ນາ​ດາ, ເມັກ​ຊິກ, ເອກວາ​ດໍ,  ບ​ຣາ​ຊິນ ແລະ ຍີ່​ປຸ່ນ ຕາມ​ລຳ​ດັບ.

ນອກນີ້ ຍັງ​ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ ອັນ​ສວຍ​ງາມ ​​ໂດຍ​ສະ​ເພາະ ເມືອງກຸ​ສ​ໂກ(Cusco) ເປັນ​​ເມືອງ​ທ່ອງ​ທ່ຽວ​ ທີ່ມີ​ຊື່​ສຽງ ເຊັ່ນ: ມາ​ຊູ​ປິກ​ຊູ;ພ​ລາ​ຊ່າ ເດ​ອາ​ຣ​ມາ​ສ ແຫ່ງ​ກຸ​ສ​ໂກ ​ມີ​ຂະ​ໜາດ​ໃຫຍ່​ກາງ​ເມືອງ ອ້ອມ​ຮອບ​ໄປ​ດ້ວຍ​ສະ​  ຖາ​ນ​ທີ່​ສຳ​ຄັນ​ຫລາຍ​ແຫ່ງ​ຄື: ຮ້ານ​ອາ​ຫານ, ຮ້າ​ນ​ຄ້າ, ຮ້າຍ​ຂາຍ​ເຄື່ອງ​ປະດັບ, ຕົວ​ແທນ​ທຸລະ​ກິດ​ການທ່ອງທ່ຽວ ​ແລະ ວິຫານ​ກຸສ​ໂກ ອື່ນ​ໆ ທີ່​ເປັນ​ແຫ​ລ່ງດຶງ​ດູດ ​ນັກ​ທ່ອງ​ທ່ຽວ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໃຫ້​ເຂົ້າ​ມາ ທ່ຽວຊົມຢ່າງ​ຫລວງຫລາຍ./.

 

ໂດຍ: ດາ​ວັນ

KPL

ຂ່າວອື່ນໆ

    • ປະເທດ ເນປານອາຊຽນ ASEAN

      ປະເທດ ເນປານ

      5/20/2025 7:51:05 PM

      ປະເທດເນປານ(Nepal) ຫລືຊື່ ທາງການວ່າ ສະຫະພັນ ສາທາລະນະລັດປະຊາທິປະໄຕ ເນປານ(Federal Democratic Republic of Nepal) ມີນະຄອນຫລວງຊື່ວ່າ: ກັດມັນດູ(Kathmandu). ເນປານ ເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ໃນອາຊີຕາເວັນອອກສ່ຽງໃຕ້

    • ອາຊຽນ ຂຶ້ນແຜນການສ້າງຕັ້ງກອງທຶນເງິນຕາສະເພາະອາຊຽນ ASEAN

      ອາຊຽນ ຂຶ້ນແຜນການສ້າງຕັ້ງກອງທຶນເງິນຕາສະເພາະ

      5/19/2025 9:38:26 PM

      ບັນດາ ປະເທດ ສະມາຊິກ ອາຊຽນ ພວມປະຕິບັດ ບັນດາ ບາດກ້າວ ຟື້ນຕົວ ແນວຄວາມຄິດ ສ້າງຕັ້ງກອງທຶນ ເງິນຕາ ສະເພາະ, ໃນສະພາບການຄວນຍູ້ແຮງ ການຫັນປ່ຽນ, ພິເສດ ໃນຂົງເຂດການເງິນ

    • ປະເທດ ຕັງຊານີອາຊຽນ ASEAN

      ປະເທດ ຕັງຊານີ

      5/15/2025 11:21:50 AM

      ປະເທດ ຕັງຊານີ(Tanzania) ຫລື ຊື່ທາງການ ສະຫະສາທາລະນະລັດ ຕັງຊານີ(United Republic of Tanzania) ມີນະຄອນຫລວງຊື່ ໂດໂດມາ(Dodoma), ຕັງຊານີ ເປັນປະເທດໜຶ່ງ ຕັ້ງຢູ່ແຄມຝັ່ງ ພາກຕາເວັນອອກ ຂອງອາຟຣິກກາ, ມີອານາເຂດ ທາງທິດເໜືອ ຕິດກັບ ເຄັນຍາ ແລະ ອູກັນດາ, ທາງຕາເວັນຕົກ ຕິດກັບ ຣູວັນດາ, ບູຣຸນດີ ແລະ ກົງໂກ, ທາງທິດໃຕ້ ຕິດກັບ ຊຳບີ, ມາລາວີ ແລະ ໂມຊຳບິກ

    • ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33ອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

      4/28/2025 9:27:05 AM

      ຂປລ. ໃນລະຫວ່າງວັນທີ 22-26 ເມສາ 2025 ທີ່ເມືອງກຸຈິງ ແຂວງສາລະວັກ ປະເທດມາເລເຊຍ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      4/25/2025 11:59:37 AM

      ປະເທດຈີນ(China) ມີຊື່ຢ່າງເປັນທາງການວ່າ: ສາທາລະນະລັດ ປະຊາຊົນຈີນ(People’s Republic of China), ມີນະຄອນ ຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ; ເປັນປະເທດທີ່ມີ ປະຊາກອນ ຫລາຍທີ່ ສຸດໃນໂລກ 1,411 ຕື້ກວ່າຄົນ(ໃນປີ 2023)

ads
ads

Top