ປັດໃຈພື້ນຖານເຮັດໃຫ້ກອງພັນທີ 2 ຜ່າວົງປິດລ້ອມສັດຕູຢ່າງມີໄຊ

19/05/2025 11:51
Email Print 240
ຂປລ ການຜ່າວົງປິດລ້ອມຂອງສັດຕູໄດ້ຢ່າງມີໄຊຂອງກອງພັນທີ 2 ໃນ ວັນທີ18 ພຶດສະພາ 1959 ແມ່ນໄຊຊະນະອັນຍິ່ງໃຫຍ່ແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ.

     *ການຜ່າວົງປິດລ້ອມຂອງສັດຕູໄດ້ຢ່າງມີໄຊຂອງກອງພັນທີ 2 ໃນ ວັນທີ18 ພຶດສະພາ 1959 ແມ່ນໄຊຊະນະອັນຍິ່ງໃຫຍ່ແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ຖືເປັນການເປີດສັງກາດໃໝ່ແຫ່ງການຕໍ່ສູ້ປົດປ່ອຍປະເທດຊາ ດອອກຈາກແອກປົກຄອງຂອງພວກຈັກກະພັດ ແລະ ກ້າວສູ່ການປົດປ່ອຍປະເທດຊາດໄດ້ຢ່າງມີໄຊໃນວັນທີ 2 ທັນວາ 1975. ການຕໍ່ສູ້ດັ່ງກ່າວ ສາມາດຍາດໄຊຊະນະໄດ້ຢ່າງມີໄຊ ນັ້ນມີຫລາຍປັດໄຈພື້ນຖານທີ່ເປັນອັນຕັດສິນ.

     ໃນນັ້ນ ສິ່ງທີ່ເປັນປັດ ໄຈຕົ້ນຕໍແມ່ນຍ້ອນມີການນຳພາ ອັນຖືກຕ້ອງຂອງພັກປະຊາຊົນ ປະຕິວັດລາວ ບວກກັບພະນັກງານ, ສະມາຊິກພັກ ແລະ ນັກຮົບກອງ ພັນທີ 2 ໄດ້ຮັບການສຶກສາອົບຮົມການເມືອງແນວຄິດເປັນຢ່າງດີ, ອັນໄດ້ເຮັດໃຫ້ທຸກຄົນມີຄວາມຈົງຮັກພັກດີຕ່ໍພັກຕ່ໍປະເທດຊາດ, ຕ່ປະຊາຊົນ, ບໍ່ຫວັ່ນໄຫວຄອນແຄນຕໍ່ອຸປະສັກຫຍຸ້ງຍາກ, ສິ່ງທົດສອບທ້າທາຍຫລາຍປະການ. ພາຍໃນມີຄວາມສາມັກຄີເປັນເອກະພາບມີນໍ້າໃຈສູ້ຮົບເດັດດ່ຽວອາດຫານ, ປະຕິບັດລະບຽບວິໄນ ແລະ ຄໍາສັ່ງເຂັ້ມງວດ, ຮັກສາຄວາມລັບຢ່າງເດັດຂາດ. ທິດທາງການນຳພາຂອງພັກໃນການຕໍ່ສູ້ກອບກູ້ເອົາ ປະເທດຊາດນັ້ນນອກຈາກຈະຕໍ່ສູ້ດ້ວຍອາວຸດຍຸດໂທປະກອນແລ້ວຍັງມີການປະສານສົມທົບກັບການປຸກລະດົມຂົນຂວາຍ ໂດຍຍາມໃດກໍໄດ້ເອົາໃຈໃສ່ເຮັດວຽກງານລົງກໍ່ສ້າງຮາກຖານການເມືອງ, ປຸກລະດົມຂົນຂວາຍປະຊາຊົນ ກໍຄືຂົນຂວາຍກໍາລັງຂອງຝ່າຍກົງກັນຂ້າມ.

    ສະນັ້ນ, ຈິ່ງໄດ້ຮັບການສະ ໜັບສະໜູນຊ່ວຍເຫລືອຈາກອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ. ການຜ່າວົງປິດລ້ອມຂອງກອງພັນທີ 2 ມີການຈັດຕັ້ງນໍາ ພາ-ບັນຊາທ່ີໜັກແໜ້ນ, ເດັດດ່ຽວເດັດຂາດ, ເສີມຂະຫຍາຍຫົວຄິດປະດິດສ້າງຂອງໝົດທຸກຄົນ, ກໍາແໜ້ນກາລະໂອກາດອັນເໝາະສົມ ແລະ ມີວິທີຫລອກຫລວງສັດຕູຢ່າງມີໄຫວພິບພ້ອມນີ້ຍັງໄດ້ຮັບການສະໜັບສະໜູນຊ່ວຍເຫລືອຢ່າງໝົດຈິດໝົດໃຈຈາກກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ. ສັງລວມແລ້ວ, ການຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນດ່ັງກ່າວສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບ່ຄອນແຄນຕໍ່ການນາບຂູ່, ຫລອກຫລວງຂອງສັດຕູ. ນໍ້າໃຈສູ້ຮົບພິລະອາດຫານ ແລະ ມີໄຫວພິບຂອງ ກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າໃຫ້ແກ່ຂະບວນການປະຕິວັດ ເພ່ືອຕີຊະນະກັບຈັກກະພັດຜູ້ຮຸກຮານ. ພ້ອມດຽວກັນນ້ັນກໍເຮັດໃຫ້ກໍາລັງປະຕິວັດ, ໂດຍສະເພາະແມ່ນກໍາລັງປະກອບອາວຸດປະຊາຊົນນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ.

KPL

ຂ່າວອື່ນໆ

ads
ads

Top