ສະຫະພັນກຳມະບານ ນວ ເປີດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ IX

19/05/2025 15:16
Email Print 388
ຂປລ ຂປລ. ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ IX ສະຫະພັນກຳມະບານ ນະຄອນຫລວງວຽງຈັນ (ນວ) ຈັດຂຶ້ນໃນທ້າຍອາທິດຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ດາວເພັດ ອາລຸນ ປະທານກຳມະບານ ນວ, ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ



ຂປລ. ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ
IX ສະຫະພັນກຳມະບານ ນະຄອນຫລວງວຽງຈັນ (ນວ) ຈັດຂຶ້ນໃນທ້າຍອາທິດຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ດາວເພັດ ອາລຸນ ປະທານກຳມະບານ ນວ, ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ສະຫາຍ ເລັດ ໄຊຍະພອນ ປະທານຄະນະບໍລິຫານ ສູນກາງສະຫະພັນກຳມະບານລາວ, ພ້ອມດ້ວຍຜູ້ແທນສະຫະພັນກຳມະບານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານບົດລາຍງານການເມືອງ ໂດຍຍົກໃຫ້ເຫັນຜົນງານ ການເຄື່ອໄຫວໄລຍະ 5 ປີຜ່ານມາ ໂດຍສະເພາະ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ. ພ້ອມນີ້, ຍັງໄດ້ປະດັບທຸງໄຊ ຂໍ້ແຂ່ງ ຂັນ 5 ເປັນເຈົ້າ ໃຫ້ແກ່ສະຫະພັນກຳມະບານ ນວ, ປະດັບຫລຽນກາກຳມະບານ ໃຫ້ ສະຫາຍ ເຈົ້າຄອງ ນວ ແລະ ຄະນະບໍລິຫານງານກຳມະບານຊຸດເກົ່າ, ພ້ອມທັງມອບໃບຮັບຮອງໃຫ້ສະຫະພັັນກຳມະບານ ນວ ເປັນສະຫະພັນກຳມະບານ 5 ເປັນເຈົ້າ ແລະ ເປີດປ້າຍ 5 ເປັນເຈົ້າ ມອບໂດຍສະຫາຍ ເລັດ ໄຊຍະພອນ.

ພ້ອມນີ້, ກອງປະຊຸມ ຍັງໄດ້ຜ່ານຮ່າງສຳຫລວດການນຳພາລວມ ຂອງຄະນະຊຸດເກົ່າ, ພ້ອມທັງປ່ອນບັດເລືອກຕັ້ງ ເອົາຄະນະນະບໍລິຫານງານຊຸດໃໝ່ ເຊິ່ງມີຜູ້ສະໝັກ 42 ສະຫາຍ, ເລືອກເອົາ 39 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກ ໄດ້ເຫັນດີເປັນເອກະພາບ ເລືອກເອົາ ສະຫາຍ ດາວເພັດ ອາລຸນ ເປັນປະທານຄະນະບໍລິຫານງານ ສະຫະພັນກຳມະບານ ນວ, ສະຫາຍ ນາງ ພູວັນ ເພັດຊົມພູ ເປັນຮອງ ແລະ ສະຫາຍ ນາງ ບົວລະພັນ ທິລະສັກ ເປັນຮອງ, ທັງເປັນປະທານກວດກາ ສະຫະພັນກຳມະບານ ນວ. ພ້ອມກັນນັ້ນ, ກໍໄດ້ເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນສູນກາງສະຫະພັນ ກຳມະບານລາວທົ່ວປະເທດ ຄັ້ງທີ IX, ພ້ອມທັງຮັບຟັງການໂອ້ລົມ ຂອງສະຫາຍ ປະທານສູນກາງສະຫະພັນກຳມະບານລາວ ຕື່ມອີກ.

ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່

KPL

ຂ່າວອື່ນໆ

    • ໂທລະເລກເສົ້າສະຫລົດໃຈການເມືອງ

      ໂທລະເລກເສົ້າສະຫລົດໃຈ

      5/23/2025 6:43:56 PM

      ຂປລ ໃນວັນທີ 22 ພຶດສະພາ 2025 ນີ້, ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດລາວ ໄດ້ສົ່ງໂທລະເລກເສົ້າສະຫລົດໃຈ ເຖິງ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ຕໍ່ການເຖິງແກ່ມໍລະນະກໍາຂອງ ສະຫາຍ ເຈີນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ເມື່ອວັນທີ 20 ພຶດສະພາ 2025 ຜ່ານມາ.

    • ເປີດກອງປະຊຸມໃຫຍ່ແນວລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIIIການເມືອງ

      ເປີດກອງປະຊຸມໃຫຍ່ແນວລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIII

      5/22/2025 7:50:51 PM

      ຂປລ. ກອງປະຊຸມໃຫຍ່ແນວລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2025 ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ພາຍໃຕ້ຄໍາຂວັນ “ເພິ່ມທະວີຄວາມສາມັກຄີປອງດອງບັນດາເຜົ່າ, ຕັ້ງໜ້າປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ປັບປຸງອົງການແນວລາວສ້າງຊາດ ຕິດພັນກັບວຽກງານ 3 ສ້າງ”

    • ຜົນສຳເລັດການເຂົ້າຮ່ວມສວນສະໜາມ ວັນປົດປ່ອຍພາກໃຕ້ຫວຽດນາມການເມືອງ

      ຜົນສຳເລັດການເຂົ້າຮ່ວມສວນສະໜາມ ວັນປົດປ່ອຍພາກໃຕ້ຫວຽດນາມ

      5/22/2025 7:27:52 PM

      ຂປລ. ກ້ອນກຳລັງ ກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມການເດີນຂະບວນສວນສະໜາມ ໃນພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ສາມາດຖອດຖອນບົດຮຽນໄດ້ຫລາຍດ້ານ ເປັນຕົ້ນ ການສຶກສາອົບຮົມການ ເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ເຫັນໄດ້ຄວາມໝາຍຄວາມສຳຄັນ ທີ່ເປັນມູນເຊື້ອ ລະຫວ່າງສອງກອງທັບລາວ-ຫວຽດນາມ

    • ໄຂກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ IIການເມືອງ

      ໄຂກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ II

      5/22/2025 6:39:27 PM

      ຂປລ. ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ລໍາພອຍ ສີອັກຄະຈັນ ຄະນະປະຈໍາພັກ, ຮອງປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ, ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນນະຄອນຫລວງວຽງຈັນ

    • ສະສາງລົດໃຫ້ ອະດີດພະນັກງານການນໍາ ແລະ ພະນັກງານບຳນານ ກະຊວງ ຖວທການເມືອງ

      ສະສາງລົດໃຫ້ ອະດີດພະນັກງານການນໍາ ແລະ ພະນັກງານບຳນານ ກະຊວງ ຖວທ

      5/21/2025 8:47:38 PM

      ຂປລ. ພິທີສະສາງລົດໃຫ້ພະນັກງານບຳນານ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດຂຶ້ນໃນວັນທີ 20 ພຶດສະພາ 2025 ຢູ່ກະຊວງການເງິນ ໂດຍການເປັນປະທານຂອງ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຊັບສິນກະຊວງການເງິນ, ມີບັນດາອະດີດພະນັກ ງານການນຳ ແລະ ພະນັກງານບຳນານ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເຂົ້າຮ່ວມ.

ads
ads

Top