ລັດຖະມົນຕີກະຊວງ ຖວທ ຕ້ອນຮັບ ຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ

20/05/2025 10:49
Email Print 321
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ທ່ານ ຈ່ອງ-ກາບຣີແຢຣ ດຸສ (Jean Gabriel Duss) ຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ, ຫ້ອງການຮ່ວມມື ແລະ ກົງສູນສະວິດ (SDC)



ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້,
ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ທ່ານ ຈ່ອງ-ກາບຣີແຢຣ ດຸສ (Jean Gabriel Duss) ຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ, ຫ້ອງການຮ່ວມມື ແລະ ກົງສູນສະວິດ (SDC) ເພື່ອລາຍງານ ແລະ ທົບທວນຄືນການຈັດຕັ້ງ ປະຕິບັດໂຄງການຮ່ວມມື ລະຫວ່າງ ກະຊວງ ຖວທ ແລະ ຫ້ອງການ SDC ທີ່ຈັດຕັ້ງປະຕິບັດໂດຍ ບັນດາອົງການຈັດຕັ້ງສາກົນ ຂອງປະເທດສະວິດ ໂດຍສະເພາະ ບັນດາກິດຈະກໍາ ທີ່ຊຸກຍູ້ສົ່ງເສີມນະໂຍບາຍ ຂະແໜງການທ່ອງທ່ຽວ, ພ້ອມທັງປຶກສາຫາລືກ່ຽວກັບ ແຜນການຮ່ວມມືຮ່ວມກັນໃນຕໍ່ໜ້າ.

ໃນໂອກາດນີ້, ທ່ານ ລັດຖະມົນຕີ ກະຊວງ ຖວທ ໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອ ຂອງຫ້ອງການ SDC ໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນສຳຄັນ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ​ໂດຍສະເພາະ ວຽກງານການຍົກສູງດ້ານທັກສະວິຊາການ ແລະ ການພັດທະນາບຸກຄະລາກອນ ດ້ານການທ່ອງທ່ຽວ ທີ່ເປັນວຽກບຸລິມະສິດ ສໍາຄັນອັນໜຶ່ງ ໃນການພັດທະ ນາວຽກງານຂອງ ກະຊວງ ຖວທ.

ພ້ອມກັນນີ້, ສອງຝ່າຍໄດ້ສະແດງຄວາມເປັນເອກະພາບ ແລະ ຕີລາຄາສູງ ຕໍ່ໝາກຜົນຂອງບັນ ດາວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ​ໂດຍ ທ່ານ ຈ່ອງ-ກາບຣີແຢຣ ດູສ ໄດ້ສະແດງຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືກັບ ກະຊວງ ຖວທ ໃນສ້າງຄວາມເຂັ້ມແຂງ ໃຫ້ແກ່ບຸກຄະລາກອນ, ລົງເລິກການຈັດຝຶກອົບຮົມ ດ້ານວິຊາຊີບການທ່ອງທ່ຽວ, ວຽກງານສົ່ງເສີມການພັດທະນາ ທັກສະຄວາມຮູ້-ຄວາມສາມາດ ແລະ ວິເຄາະ-ວິໄຈດ້ານການທ່ອງທ່ຽວໃຫ້ຫລາຍຂື້ນ.

ຈາກນັ້ນ, ທ່ານ ນາງ ສວນສະຫວັນ ວິຍະເກດ ກໍໄດ້ສະແດງຄວາມຂອບໃຈ ແລະ ສະແດງຄວາມພ້ອມທີ່ຈະສືບຕໍ່ຮ່ວມມື ແລະ ຮ່ວມເຮັດວຽກຢ່າງໃກ້ຊິດກັບ ຫ້ອງການ SDC ເພື່ອເຮັດໃຫ້ວຽກງານຮ່ວມມື ຂອງສອງຝ່າຍບັນລຸຜົນສຳເລັດ ຕາມເປົ້າໝາຍທີ່ວາງໄວ້.

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ໂທລະເລກເສົ້າສະຫລົດໃຈການເມືອງ

      ໂທລະເລກເສົ້າສະຫລົດໃຈ

      5/23/2025 6:43:56 PM

      ຂປລ ໃນວັນທີ 22 ພຶດສະພາ 2025 ນີ້, ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດລາວ ໄດ້ສົ່ງໂທລະເລກເສົ້າສະຫລົດໃຈ ເຖິງ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ຕໍ່ການເຖິງແກ່ມໍລະນະກໍາຂອງ ສະຫາຍ ເຈີນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ເມື່ອວັນທີ 20 ພຶດສະພາ 2025 ຜ່ານມາ.

    • ເປີດກອງປະຊຸມໃຫຍ່ແນວລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIIIການເມືອງ

      ເປີດກອງປະຊຸມໃຫຍ່ແນວລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIII

      5/22/2025 7:50:51 PM

      ຂປລ. ກອງປະຊຸມໃຫຍ່ແນວລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2025 ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ພາຍໃຕ້ຄໍາຂວັນ “ເພິ່ມທະວີຄວາມສາມັກຄີປອງດອງບັນດາເຜົ່າ, ຕັ້ງໜ້າປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ປັບປຸງອົງການແນວລາວສ້າງຊາດ ຕິດພັນກັບວຽກງານ 3 ສ້າງ”

    • ຜົນສຳເລັດການເຂົ້າຮ່ວມສວນສະໜາມ ວັນປົດປ່ອຍພາກໃຕ້ຫວຽດນາມການເມືອງ

      ຜົນສຳເລັດການເຂົ້າຮ່ວມສວນສະໜາມ ວັນປົດປ່ອຍພາກໃຕ້ຫວຽດນາມ

      5/22/2025 7:27:52 PM

      ຂປລ. ກ້ອນກຳລັງ ກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມການເດີນຂະບວນສວນສະໜາມ ໃນພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ສາມາດຖອດຖອນບົດຮຽນໄດ້ຫລາຍດ້ານ ເປັນຕົ້ນ ການສຶກສາອົບຮົມການ ເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ເຫັນໄດ້ຄວາມໝາຍຄວາມສຳຄັນ ທີ່ເປັນມູນເຊື້ອ ລະຫວ່າງສອງກອງທັບລາວ-ຫວຽດນາມ

    • ໄຂກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ IIການເມືອງ

      ໄຂກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ II

      5/22/2025 6:39:27 PM

      ຂປລ. ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ລໍາພອຍ ສີອັກຄະຈັນ ຄະນະປະຈໍາພັກ, ຮອງປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ, ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນນະຄອນຫລວງວຽງຈັນ

    • ສະສາງລົດໃຫ້ ອະດີດພະນັກງານການນໍາ ແລະ ພະນັກງານບຳນານ ກະຊວງ ຖວທການເມືອງ

      ສະສາງລົດໃຫ້ ອະດີດພະນັກງານການນໍາ ແລະ ພະນັກງານບຳນານ ກະຊວງ ຖວທ

      5/21/2025 8:47:38 PM

      ຂປລ. ພິທີສະສາງລົດໃຫ້ພະນັກງານບຳນານ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດຂຶ້ນໃນວັນທີ 20 ພຶດສະພາ 2025 ຢູ່ກະຊວງການເງິນ ໂດຍການເປັນປະທານຂອງ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຊັບສິນກະຊວງການເງິນ, ມີບັນດາອະດີດພະນັກ ງານການນຳ ແລະ ພະນັກງານບຳນານ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເຂົ້າຮ່ວມ.

ads
ads

Top