ສະພາປະຊາຊົນ ນວ ກຽມພິຈາລະນາ -ຮອງຮັບການສະເໜີສ້າງຕັ້ງຕາແສງ

20/05/2025 10:53
Email Print 443
ຂປລ ຂປລ. ສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ກຽມເປີດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ໃນມໍ່ໆມານີ້ ເພື່ອພິຈາລະນາ ແລະ ຮັບຮອງເອົາການສະເໜີສ້າງຕັ້ງຕາແສງ ທົດລອງຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ.



ຂປລ. ສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ກຽມເປີດກອງປະຊຸມສະໄໝວິສາມັນເທື່ອທີ
1 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ໃນມໍ່ໆມານີ້ ເພື່ອພິຈາລະນາ ແລະ ຮັບຮອງເອົາການສະເໜີສ້າງຕັ້ງຕາແສງ ທົດລອງຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ.

ສະພາປະຊາຊົນ ນະຄອນຫລວງວຽງຈັນ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບການດໍາເນີນ ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ໃນວັນທີ 19 ພຶດສະພາ 2025 ນີ້ວ່າ: ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນ ນະຄອນ ຫລວງວຽງຈັນ ຊຸດທີ II ຈະໄດ້ດໍາເນີນໃນວັນທີ 22 ພຶດສະພາ 2025 ທີ່ຈະມາເຖິງນີ້, ເພື່ອພິຈາລະ ນາ ແລະ ຮັບຮອງເອົາການສະເໜີສ້າງຕັ້ງຕາແສງ (ທົດລອງ) ຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ.

ໃນໂອກາດດຳເນີນກອງປະຊຸມດັ່ງກ່າວ, ເຊີນຊວນບັນດາອົງການຈັດຕັ້ງພັກ-ລັດ ອົງການຈັດຕັ້ງສັງຄົມທຸກພາກສ່ວນ, ພະນັກງານ, ທະຫານ, ຕໍາຫລວດ, ຕະຫລອດຮອດພໍ່ແມ່ປະຊາຊົນ ບັນດາເຜົ່າ ໂດຍສະເພາະ ​ໃນນະຄອນຫລວງວຽງຈັນ ຈົ່ງພ້ອມກັນຕິດຕາມຂ່າວສານ ການດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຄັ້ງນີ້, ຜ່ານໂທລະພາບ, ສື່ສິ່ງພິມຕ່າງໆ.

ໄລຍະດຳເນີນກອງປະຊຸມ ສະພາປະຊາຊົນນະຄອນຫລວງວຽງຈັນ ໄດ້ຈັດຕັ້ງໜ່ວຍງານ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ ຜ່ານທາງໂທ ລະສັບສາຍດ່ວນໝາຍເລກ 1156 ຫລື ໝາຍເລກໂທລະສັບ 021 260251, 021 260242 ເຊິ່ງເລີ່ມເປີດຮັບຄຳສະເໜີ ຄຳຄິດຄຳເຫັນຕໍ່ກອງປະຊຸມ ນັບແຕ່ມື້ນີ້ເປັນຕົ້ນໄປ.

ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່

KPL

ຂ່າວອື່ນໆ

    • ໂທລະເລກເສົ້າສະຫລົດໃຈການເມືອງ

      ໂທລະເລກເສົ້າສະຫລົດໃຈ

      5/23/2025 6:43:56 PM

      ຂປລ ໃນວັນທີ 22 ພຶດສະພາ 2025 ນີ້, ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດລາວ ໄດ້ສົ່ງໂທລະເລກເສົ້າສະຫລົດໃຈ ເຖິງ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ຕໍ່ການເຖິງແກ່ມໍລະນະກໍາຂອງ ສະຫາຍ ເຈີນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ເມື່ອວັນທີ 20 ພຶດສະພາ 2025 ຜ່ານມາ.

    • ເປີດກອງປະຊຸມໃຫຍ່ແນວລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIIIການເມືອງ

      ເປີດກອງປະຊຸມໃຫຍ່ແນວລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIII

      5/22/2025 7:50:51 PM

      ຂປລ. ກອງປະຊຸມໃຫຍ່ແນວລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2025 ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ພາຍໃຕ້ຄໍາຂວັນ “ເພິ່ມທະວີຄວາມສາມັກຄີປອງດອງບັນດາເຜົ່າ, ຕັ້ງໜ້າປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ປັບປຸງອົງການແນວລາວສ້າງຊາດ ຕິດພັນກັບວຽກງານ 3 ສ້າງ”

    • ຜົນສຳເລັດການເຂົ້າຮ່ວມສວນສະໜາມ ວັນປົດປ່ອຍພາກໃຕ້ຫວຽດນາມການເມືອງ

      ຜົນສຳເລັດການເຂົ້າຮ່ວມສວນສະໜາມ ວັນປົດປ່ອຍພາກໃຕ້ຫວຽດນາມ

      5/22/2025 7:27:52 PM

      ຂປລ. ກ້ອນກຳລັງ ກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມການເດີນຂະບວນສວນສະໜາມ ໃນພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ສາມາດຖອດຖອນບົດຮຽນໄດ້ຫລາຍດ້ານ ເປັນຕົ້ນ ການສຶກສາອົບຮົມການ ເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ເຫັນໄດ້ຄວາມໝາຍຄວາມສຳຄັນ ທີ່ເປັນມູນເຊື້ອ ລະຫວ່າງສອງກອງທັບລາວ-ຫວຽດນາມ

    • ໄຂກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ IIການເມືອງ

      ໄຂກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ II

      5/22/2025 6:39:27 PM

      ຂປລ. ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ລໍາພອຍ ສີອັກຄະຈັນ ຄະນະປະຈໍາພັກ, ຮອງປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ, ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນນະຄອນຫລວງວຽງຈັນ

    • ສະສາງລົດໃຫ້ ອະດີດພະນັກງານການນໍາ ແລະ ພະນັກງານບຳນານ ກະຊວງ ຖວທການເມືອງ

      ສະສາງລົດໃຫ້ ອະດີດພະນັກງານການນໍາ ແລະ ພະນັກງານບຳນານ ກະຊວງ ຖວທ

      5/21/2025 8:47:38 PM

      ຂປລ. ພິທີສະສາງລົດໃຫ້ພະນັກງານບຳນານ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດຂຶ້ນໃນວັນທີ 20 ພຶດສະພາ 2025 ຢູ່ກະຊວງການເງິນ ໂດຍການເປັນປະທານຂອງ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຊັບສິນກະຊວງການເງິນ, ມີບັນດາອະດີດພະນັກ ງານການນຳ ແລະ ພະນັກງານບຳນານ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເຂົ້າຮ່ວມ.

ads
ads

Top