ຂປລ
ທ່ານ ເຈິ່ນດຶກເລືອງ, ອະດີດ ກຳມະການ ກົມການເມືອງ, ອະດີດ ປະທານ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເຖິງແກ່ ມໍລະນະກຳ ໃນວັນທີ 20 ພຶດສະພາ 2025 ຢູ່ເຮືອນສ່ວນຕົວ.
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ທ່ານ ເຈິ່ນດຶກເລືອງ, ອະດີດ ກຳມະການ ກົມການເມືອງ, ອະດີດ ປະທານ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເຖິງແກ່ ມໍລະນະກຳ ໃນວັນທີ 20 ພຶດສະພາ 2025 ຢູ່ເຮືອນສ່ວນຕົວ. ຕາມຂໍ້ມູນ ຈາກສະພາ ວິຊາສະເພາະ ປົກປັກຮັກສາ ສຸຂະພາບ ພະນັກງານ ສູນກາງ, ທ່ານ ເຈິ່ນດຶກເລືອງ ອະດີດກຳມະການກົມການເມືອງ, ອະດີດ ປະທານ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເກີດວັນທີ 5 ພຶດສະພາ 1937 ພາຍຫລັງ ໄລຍະໜຶ່ງ ເປັນພະຍາດ ເຖິງວ່າ ໄດ້ຮັບປິ່ນປົວ ຢ່າງສຸດຈິດຈາກພັກ, ລັດ, ໝູ່ຄະນະສາດສະດາຈານ, ແພດໝໍ; ການເບິ່ງແຍງດູແລ ຈາກຄອບຄົວ, ແຕ່ຍ້ອນ ມີອາຍຸສູງ, ເພິ່ນຈຶ່ງໄດ້ເຖິງ ແກ່ມໍລະນະກຳ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL