ຂປລ
ຂປລ. ໄລຍະ 6 ເດືອນຕົ້ນປີ 2025, ການຈັດຕັ້ງປະຕິບັດ-ຄຸ້ມຄອງ ການຈັດເກັບລາຍຮັບ ຢູ່ແຂວງຫລວງພະບາງ ປະຕິບັດໄດ້ 1,2 ຕື້ກວ່າກີບ, ເທົ່າກັບ 61,79% ເຊິ່ງທ່າແຮງພື້ນຖານ ໃນການສ້າງລາຍຮັບຫລັກ ແມ່ນການບໍລິການດ້ານການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ.

ຂປລ. ໄລຍະ 6 ເດືອນຕົ້ນປີ 2025, ການຈັດຕັ້ງປະຕິບັດ-ຄຸ້ມຄອງ ການຈັດເກັບລາຍຮັບ ຢູ່ແຂວງຫລວງພະບາງ ປະຕິບັດໄດ້ 1,2 ຕື້ກວ່າກີບ, ເທົ່າກັບ 61,79% ເຊິ່ງທ່າແຮງ ພື້ນຖານໃນການສ້າງລາຍຮັບຫລັກ ແມ່ນການບໍລິການດ້ານການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ.
ທ່ານ ຄໍາມ່ວນ ຄໍາບຸນມີ ຫົວໜ້າສ່ວຍສາອາກອນປະຈໍາ ແຂວງຫລວງພະບາງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນນີ້ວ່າ: ແຂວງຫລວງພະບາງ ເປັນແຂວງໜຶ່ງທີ່ໄດ້ທົດລອງ ຫັນເປັນແຂວງກຸ້ມຕົນເອງ ທາງດ້ານງົບປະມານ ໃນປີ 2025, ຜ່ານການຈັດຕັ້ງປະຕິບັດໄລຍະ 6 ເດືອນຕົ້ນປີ ເຫັນວ່າ ການຈັດເກັຍລາຍຮັບເຂົ້າງົບປະມານແມ່ນເກີນແຜນການທີ່ກໍານົດ, ປັດຈຸບັນກໍາລັງສຸມໃສ່ເອົາຫົວໜ່ວຍ ທຸລະກິດເຂົ້າສູ່ລະບົບ TaxRis, ຄຸ້ມຄອງຫົວໜ່ວຍທຸລະກິດດ້ວຍລະບົບທັນໄໝ ແລະ ອໍານວຍຄວາມສະດວກ ໃຫ້ແກ່ພາກທຸລະກິດ, ອົງການຈັດຕັ້ງ ລັດໃນການຈັດເກັບ ຫລື ການແຈ້ງມອບຜ່ານລະບົບອອນລາຍຊ່ອງທາງ ຫລາຍຮູບແບບເຮັດໃຫ້ມີການສະດວກສະບາຍ. ພ້ອມນີ້, ໄດ້ໂຄສະນາບັນດາລະບຽບການ, ນິຕິກໍາ ກົດໜາຍຕໍ່ ພາກທຸລະກິດ, ຕໍ່ສັງຄົມ ແລະ ສື່ຕ່າງໆດ້ວຍຫລາຍຮູບແບບ ແລະ ໄດ້ເຊີນເອົາພາກທຸລະກິດ ທີ່ເປັນຕົ້ນຕໍຂອງແຂວງ ເພື່ອຫັນເຂົ້າມາສູ່ລະບົບ ອາກອນມູນຄ່າເພີ່ມ ໃຫ້ຖືບັນຊີນໍາໃຊ້ ເກັບເງິນເພີ່ມຂຶ້ນ.

ທ່ານ ຄໍາມ່ວນ ຄໍາບຸນມີ ຍັງໃຫ້ຮູ້ຕື່ມວ່າ: ໃນທິດທາງຕໍ່ໜ້າ ເພື່ອເຮັດໃຫ້ບັນລຸຕາມແຜນການ 6 ເດືອນທ້າຍປີ ສ່ວຍສາອາກອນ ແຂວງຫລວງພະບາງ ໄດ້ມີຫລາຍມາດຕະການ ເປັນຕົ້ນ ສືບຕໍ່ໃກ້ຊິດຕິດແທດ ກັບທຸກແຫລ່ງລາຍຮັບ ເພື່ອເກັບກໍາຂໍ້ມູນລະອຽດ, ຊັດເຈນ, ຊຸກຍູ້ການຄຸ້ມຄອງ ການຈັດເກັບລາຍຮັບຢ່າງລວມສູນ, ເປັນລະບົບ ທີ່ທັນສະໄໝ ຢ່າງແຂງແຮງ; ສືບຕໍ່ເຜີຍແຜ່ໂຄສະນາ, ນິຕິກໍາ, ກົດໝາຍຜ່ານສື່ຕ່າງໆຕໍ່ສັງຄົມ ຕໍ່ພາກທຸລະກິດໃຫ້ຫລາຍຂຶ້ນ. ພ້ອມກັນນັ້ນ, ຍັງຈະແຕ່ງຄະນະຮັບຜິດຊອບ ລົງເດີນສໍາຫລວດຫົວໜ່ວຍ ທຸລະກິດຕື່ມ ຢູ່ນະຄອນຫລວງພະບາງ ແລະ ເມືອງນໍ້າບາກ, ພາຍຫລັງສໍາຫລວດ ຖານຂໍ້ມູນລະອຽດແລ້ວ ຄາດວ່າຈະສ້າງຖານລາຍຮັບທີ່ໝັ້ນຄົງ, ຈະເຮັດໃຫ້ເກັບລາຍຮັບເພີ່ມຂຶ້ນ ໂດຍສະເພາະຢູ່ 2 ຈຸດດັ່ງກ່າວຄື: ນະຄອນຫລວງພະບາງ ແລະ ເມືອງນໍ້າບາກ ເພື່ອຫັນຫົວໜ່ວຍຈຸນລະວິສາຫະກິດ ເຂົ້າສູ່ລະບົບລວມທັງຫົວໜ່ວຍ ສ້າງຕັ້ງໃໝ່ທີ່ມີເງື່ອນໄຂ ໃຫ້ຖືບັນຊີ ນໍາໃຊ້ໃບເກັບເງິນ ແຈ້ງມອບອາກອນດ້ວຍຕົນເອງໃຫ້ຫລາຍຂຶ້ນ, ສຸມໃສ່ເກັບອາກອນມູນຄ່າເພີ່ມ, ອາກອນຊົມໃຊ້ ເຊັ່ນ: ເຮືອນພັກ, ໂຮງແຮມ, ຮ້ານອາຫານ, ຮ້ານບັນເທີງ ແລະ ແຫລ່ງທ່ອງທ່ຽວຕ່າງໆ.
ຂ່າວ-ພາບ: ວີລະວັນ
KPL