ສອງກະຊວງການຕ່າງປະເທດ ລາວ-ເບລາຣຸດຊີ ຫາລືເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

17/07/2025 17:53
Email Print 227
ຂປລ ຂປລ. ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ



ຂປລ. ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
, ທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 16-18 ກໍລະກົດ 2025 ເພື່ອສືບຕໍ່ຮັດແໜ້ນການພົວພັນສອງຝ່າຍ ບົນພື້ນຖານມູນເຊື້ອ ແຫ່ງ ມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ.

ໃນວັນທີ 17 ກໍລະກົດ 2025 ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍຢ່າງເປັນທາງການກັບ ທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເບລາຣຸດຊີ ແລະ ຄະນະ. ໃນໂອກາດນີ້, ທ່ານ ລັດຖະມົນ ຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້, ເຊິ່ງເປັນຄັ້ງທໍາອິດຂອງ ທ່ານລັດຖະມົນຕີ ມາກຊິມ ຣືເຊັນກົບ ແລະ ກໍເປັນໂອກາດດີ ເພື່ອປຶກສາຫາລື ແລະ ແລກ ປ່ຽນຄໍາຄິດເຫັນ ກ່ຽວກັບການຮ່ວມມືສອງຝ່າຍ ແລະ ບັນຫາຕ່າງໆທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ ລວມທັງການຮ່ວມມືໃນຂອບຫລາຍຝ່າຍ. ການຢ້ຽມຢາມຄັ້ງນີ້, ເປັນນິມິດໝາຍອັນດີ ໃນການເສີມຂະຫຍາຍການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ເບລາຣຸດຊີ ໃນແຕ່ລະດ້ານ ໃຫ້ກ້າວສູ່ລວງເລິກ, ມີປະສິດທິພາບ, ປະສິດທິຜົນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.



ໃນໂອກາດດັ່ງກ່າວ
, ສອງຝ່າຍໄດ້ແຈ້ງສະພາບການ ພັດທະນາເສດຖະກິດ-ສັງຄົມ ຢູ່ພາຍໃນປະເທດຂອງຕົນ ໃນໄລຍະຜ່ານມາໃຫ້ກັນຊາບ, ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືຂອງສອງປະເທດ ໃນດ້ານຕ່າງໆ ແມ່ນຢູ່ໃນລະດັບດີ ແລະ ເປັນປົກກະຕິ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 7 ກຸມພາ 1994, ສອງປະເທດ ໄດ້ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ພາກພື້ນ ແລະ ສາກົນ ໂດຍສະເພາະໃນເວທີອົງການສະຫະປະຊາຊາດ. ອັນພົ້ນເດັ່ນແມ່ນມີການແລກປ່ຽນ ແລະ ພົບປະຂອງຄະນະຜູ້ແທນ ການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປະຈໍາ, ຊຶ່ງຫລ້າສຸດແມ່ນການພົບປະລະຫວ່າງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ອາເລັກຊານເດີ ລູກາເຊັນໂກ ປະທານາທິບໍດີ ແຫ່ງ ສ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ BRICS ໃນເດືອນຕຸລາ 2024 ທີ່ ເມືອງກາຊານ, ສ ຣັດເຊຍ. ພ້ອມກັນນັ້ນ, ສອງປະເທດຍັງໄດ້ສືບຕໍ່ຮັດແໜ້ນ ການພົວພັນຮ່ວມມືທີ່ດີນໍາກັນ ໃນຫລາຍດ້ານ ເຊັ່ນ: ການຮ່ວມມື ລະຫວ່າງສອງພັກການເມືອງ, ສະພາແຫ່ງຊາດ, ດ້ານຄວາມໝັ້ນຄົງ ແລະ ປ້ອງກັນຊາດ, ດ້ານການເງິນ-ການທະນາຄານ, ດ້ານເສດຖະກິດ ແລະ ການຄ້າ, ການສຶກສາ, ວັດທະນະທໍາ, ທ່ອງທ່ຽວ, ດ້ານສາທາລະນະສຸກ, ດ້ານພະລັງງານ ແລະ ບໍ່ແຮ່. ນອກຈາກນັ້ນ, ສອງຝ່າຍໄດ້ເຫັນດີຈະສືບຕໍ່ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ເບລາຣຸດຊີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເປັນຮູບປະທໍາຫລາຍຂຶ້ນ; ສືບຕໍ່ຮ່ວມກັນກວດກາຄືນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາການຕົກລົງຂອງການນໍາຂັ້ນສູງ ຂອງສອງປະເທດ ກໍຄື ບັນດາເອກະສານທີ່ສອງຝ່າຍ ໄດ້ລົງນາມຮ່ວມກັນ; ສືບຕໍ່ຊຸກຍູ້ສົ່ງເສີມການຄ້າ-ການລົງທຶນ ລະຫວ່າງສອງປະເທດໃຫ້ຫລາຍຂຶ້ນ ໂດຍສະເພາະໃນບັນດາຂະແໜງການ ທີ່ມີທ່າແຮງຂອງສອງປະເທດ; ສືບຕໍ່ຍົກສູງການຮ່ວມມື ດ້ານການທ່ອງທ່ຽວ ເພາະຈະເປັນກົນໄກໜຶ່ງທີ່ສໍາຄັນ ໃນການພົວພັນລະຫວ່າງ ປະຊາຊົນກັບປະຊາ ຊົນ; ເພີ່ມທະວີການຮ່ວມມືດ້ານການສຶກສາ, ວັດທະນະທໍາ, ສາທາລະນະສຸກ, ພະລັງງານ, ບໍ່ແຮ່ ແລະ ດ້ານອື່ນໆໃຫ້ຫລາຍຂຶ້ນ, ພ້ອມທັງເຫັນດີສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.



ທ່ານ ມາກຊິມ ຣືເຊັນກົບ
  ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຮູ້ສຶກເປັນກຽດທີ່ໄດ້ນໍາພາຄະນະຜູ້ແທນ ສ ເບລາຣຸດຊີ ເດີນທາງມາຢ້ຽມຢາມ ສປປ ລາວ ເປັນຄັ້ງທໍາອິດ ໃນຄັ້ງນີ້
, ພ້ອມທັງໄດ້ສະແດງຄວາມມຸ່ງໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ເບລາຣຸດຊີ-ລາວ ໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືສາກົນ, ພ້ອມທັງສະເໜີ ຊຸກຍູ້ ແລະ ເຊື້ອເຊີນ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມທາງລັດຖະກິດ ທີ່ ສ ເບລາຣຸດຊີ ໃນເວລາທີ່ສະດວກ ເພື່ອສືບຕໍ່ສົ່ງເສີມການຮ່ວມມືໃນທຸກດ້ານ ເຊິ່ງຈະເປັນການຍົກລະດັບການຮ່ວມມືທີ່ສໍາຄັນໃນອະນາຄົດ.

ພາຍຫລັງສໍາເລັດການພົບປະ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ເບລາຣຸດຊີ ກໍໄດ້ຮ່ວມກັນລົງນາມສັນຍາຍົກເວັ້ນວີຊາ ສໍາລັບບຸກຄົນທີ່ຖືໜັງສືຜ່ານແດນທົ່ວໄປ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ ເພື່ອອໍານວຍຄວາມສະດວກໃຫ້ແກ່ ການເດີນທາງຂອງປະຊາຊົນ ທັງສອງປະເທດ ແລະ ສົ່ງເສີມການໄປມາຫາສູ່ ລະ ຫວ່າງ ປະຊາຊົນ ກັບປະຊາຊົນ.

ໃນຕອນບ່າຍວັນດຽວກັນ, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ກໍໄດ້ຈັດງານລ້ຽງຕ້ອນຮັບ ເພື່ອເປັນກຽດໃຫ້ແກ່ ທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເບລາຣຸດຊີ ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢຢ່າງເປັນທາງການໃນຄັ້ງນີ້

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

ads
ads

Top