ສປຈີນ ຜະລິດຕິດຕັ້ງພະລັງງານ ເພີ່ມຂຶ້ນຫລາຍກວ່າ 14%

01/07/2024 12:04
Email Print 191
ຂປລ ລວມມີ ປະມານ 3,04 ຕື້ກິໂລວັດ, ເພີ່ມຂຶ້ນ 14,1% ເມື່ອທຽບປີ ຕໍ່ປີ (ຄິດໄລ່ເຖິງ ທ້າຍເດືອນ ພືດສະພາຜ່ານມາ).

ຂປລ. ສຳນັກ​ຂ່າວ ຊິນ​ຮວາ​ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສຳນັກ​ບໍລິຫານ ພະລັງງານ ​ແຫ່ງ​ຊາດ ຈີນ ລາຍ​ງານ​ວ່າ: ກຳລັງ​ ການ​ຜະລິດ ຕິດ​ຕັ້ງ ພະລັງງານ ​ທັງ​ໝົດ​ ຂອງ ຈີນ ລວມມີ ປະມານ 3,04 ຕື້​ກິ​ໂລ​ວັດ, ​ເພີ່ມ​ຂຶ້ນ 14,1% ​ເມື່ອ​ທຽບ​ປີ​ ຕໍ່​ປີ (ຄິດ​ໄລ່​ເຖິງ​ ທ້າຍ​ເດືອນ​ ພືດ​ສະພາ​ຜ່ານ​ມາ).

          ໂດຍ​ກຳລັງ ​ການ​ຜະລິດ ພະລັງງານ​ລົມ ​ແລະ ພະລັງງານ ​ແສງຕາ​ເວັນ ສະ​ສົມ​ ປະມານ  460 ລ້ານ​ກິ​ໂລ​ວັດ ​ແລະ 690 ລ້ານ​ກິ​ໂລ​ວັດ, ​ໄລ່ເຖິງ​ ທ້າຍ​ເດືອນ ພືດ​ສະພາ, ​ເພີ່ມ​ຂຶ້ນ 20,5% ​ແລະ 52,2% ​ເມື່ອ​ທຽບປີ​ຕໍ່​ປີ. ​ກຸ່ມ​ຜູ້​ປະກອບ ທຸລະ​ກິດ ພະລັງງານ ຂະໜາດໃຫຍ່​ ໃນຈີນ ໄດ້ດຳ​ເນີນ​ ການລົງທຶນ ​ໃນ​ໂຄງການ ​ແຈກ​ຢາຍ​ພະລັງງານ ​ໃນ​ໄລຍະ​ເດືອນ ມັງກອນ-​ເດືອນ ພືດ​ສະພາ ຂອງ​ ປີ​ນີ້ ລວມມີ 2,57 ​ແສນ​ລ້ານ​ຢວນ, ​ເພີ່ມ​ຂຶ້ນ 6,5% ​ເມື່ອ​ທຽບປີ​ຕໍ່​ປີ. ສ່ວນ​ການ​ລົງທຶນ ​ໃນ​ໂຄງການ​ໄຟຟ້າ​ ຂອງ ຈີນ ​ໃນ​ໄລຍະ 5 ​ເດືອນ​ທຳ​ອິດ ​ຂອງ​ປີ​ນີ້ ລວມມີ 1,7 ​ແສນ​ລ້ານ​ຢວນ, ​ເພີ່ມ​ຂຶ້ນ 21,6% ​ເມື່ອ​ທຽບ ປີ​ຕໍ່​ປີ./.

KPL

ຂ່າວອື່ນໆ

ads
ads

Top