ກຽມເປີດບໍລິການຫໍພິພິທະພັນໃຫຍ່ທີ່ສຸດໃນລາວ

27/06/2024 10:17
Email Print 647
ຂປລ ນັກທຸລະກິດລາວໃຊ້ງົບປະມານ 50 ລ້ານໂດລາສະຫະລັດ ເນລະມິດພື້ນທີ່ໃກ້ແຄມອ່າງເກັບນໍ້າ ຊົນລະປະທານໜອງເຊືອມ ເພື່ອສ້າງ ເປັນຫໍພິພິທະພັນວຽງຈັນ ສິລະປະລາວຮ່ວມສະໄໝ ເຊິ່ງຄາດວ່າ ສະຖານທີ່ດັ່ງກ່າວຈະກາຍແຫລ່ງທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດ ເນື່ອງວ່າ ເພີ່ນຈະນໍາເອົາຜະລິດຕະພັນໄມ້ຫາຍາກ, ພາບສິລະປະ ແລະ ວັດຖຸບູຮານເກົ່າແກ່ອື່ນໆຈໍານວນ 10.000 ລາຍການມາໂຮມໄວ້ນີ້.

    *ນັກທຸລະກິດລາວໃຊ້ງົບປະມານ 50 ລ້ານໂດລາສະຫະລັດ ເນລະມິດພື້ນທີ່ໃກ້ແຄມອ່າງເກັບນໍ້າ ຊົນລະປະທານໜອງເຊືອມ ເພື່ອສ້າງເປັນຫໍພິພິທະພັນວຽງຈັນ ສິລະປະລາວຮ່ວມສະໄໝ ເຊິ່ງຄາດວ່າ ສະຖານທີ່ດັ່ງກ່າວ ຈະກາຍແຫລ່ງທ່ອງທ່ຽວທີ່ໜ້າສົນໃຈ ທີ່ສຸດເນື່ອງ ວ່າເພີ່ນຈະນໍາເອົາຜະລິດຕະພັນໄມ້ຫາຍາກ, ພາບສິລະປະ ແລະ ວັດຖຸບູຮານເກົ່າແກ່ອື່ນໆຈໍານວນ 10.000 ລາຍການມາໂຮມໄວ້ນີ້.

   ມາຮອດປັດຈຸບັນ, ການກໍ່ສ້າງພິພິທະພັນວຽງຈັນສິລະປະລາວຮ່ວມສະໄໝ ຕັ້ງຢູ່ບ້ານໂນນສະອາດ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ສໍາເລັດແລ້ວຫລາຍກວ່າ 80% ຄາດວ່າຈະສົມບູນ ແລະ  ເປີດນໍາໃຊ້ຢ່າງເປັນທາງການພາຍ ໃນປີ 2024 ນີ້ ຊຶ່ງຈະກາຍເປັນໃບໜ້າໃໝ່ໃນການທ່ອງທ່ຽວທີ່ສໍາຄັນ ອີກແຫ່ງໜຶ່ງຂອງນະຄອນຫລວງວຽງຈັນ.

    ທ່ານ ພິຊິດ ໄຊຍະສິດ ເຈົ້າຂອງພິພິທະພັນວຽງຈັນສິລະປະລາວຮ່ວມສະໄໝ ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ການກໍ່ສ້າງພິພິຕະພັນວຽງຈັນສິລະປະລາວຮ່ວມສະໄໝ ເລີ່ມຕົ້ນມາແຕ່ປີ 2021 ໂດຍນໍາໃຊ້ງົບປະມານ 50 ລ້ານກວ່າໂດລາສະຫະລັດ, ມີເນື້ອທີ່ 80 ເຮັກຕາ ເພື່ອສ້າງໃຫ້ເປັນແຫລ່ງທ່ອງທ່ຽວທາງສິລະປະວັດທະນະທຳ ຕິດພັນກັບທຳມະຊາດຢ່າງຄົບວົງຈອນ ປະກອບມີ: ອາຄານນໍາສະເໜີຂໍ້ມູນກ່ຽວກັບຫໍພິພິທະພັນ,

    ອາຄານຕ້ອນຮັບອາຄານວາງສະແດງງານສິລະປະ-ວັດທະນະທໍາຕາມເທສະການຕ່າງໆ, ຫ້ອງໂຖງພັກຜ່ອນຊົມທິວທັດ, ອາຄານອະເນກປະສົງ, ອາຄານສະແດງງານສິລະປະໄມ້ແກະສະຫລັກ ແລະ ຮູບແຕ້ມ,

    ຮ້ານ ຂາຍເຄື່ອງທີ່ລະນຶກ, ໂຮງແຮມ, ຣີສອດ, ອາຄານວາງສະແດງສິນຄ້າ, ຮ້ານອາຫານ, ເຄື່ອງດື່ມ, ນໍ້າຕົກຈໍາລອງ ແລະ ອື່ນໆ.   ທ່ານໃຫ້ຮູ້ຕື່ມວ່າ: ການສ້າງຫໍພິພິທະພັນແຫ່ງນີ້ ເພື່ອຕ້ອນຮັບປີທ່ອງທ່ຽວລາວ ແລະ ການເປັນປະທານອາຊຽນຂອງລາວ ໃນປີ 2024  ແລະ ເປັນອີກສະຖານທ່ີທ່ອງທ່ຽວສໍາຄັນໜຶ່ງໃນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວ ນະຄອນຫລວງວຽງຈັນ ກໍຄື ປະເທດລາວນັບມື້ຫລາຍຂຶ້ນກວ່າເກົ່າ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ກຽມເປີດສະຖານທີ່ທ່ອງທ່ຽວ ອ່າງນໍ້າງື່ມ 1ທ່ອງທ່ຽວ

      ກຽມເປີດສະຖານທີ່ທ່ອງທ່ຽວ ອ່າງນໍ້າງື່ມ 1

      6/26/2024 10:46:16 AM

      ບໍລິສັດ ຄຳຟອງກຣຸບ ຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດຮັບເໝົາໂຄງ ການພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຢູ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ ກຳລັງຂຸ້ນຂ້ຽວກ່ໍສ້າງ ແລະ ຈັດຕັ້ງປະຕິບັດ ບັນດາໜ້າວຽກໃຫ້ໄດ້ຕາມແຜນການທີ່ວາງໄວ້.

    • ບ້ານຄອນ-ດອນເດດປາຍທາງທ່ອງທ່ຽວທີ່ໜ້າຄົ້ນຫາທ່ອງທ່ຽວ

      ບ້ານຄອນ-ດອນເດດປາຍທາງທ່ອງທ່ຽວທີ່ໜ້າຄົ້ນຫາ

      6/20/2024 10:18:17 AM

      ບ້ານຄອນ-ດອນເດດ ເມືອງໂຂງ ແຂວງຈຳປາສັກ ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທໍາມະຊາດ ທີ່ໄດ້ຮັບຄວາມນິຍົມອັນດັບຕົ້ນໆຂອງປະເທດລາວ ເຊິ່ງຕັ້ງຢູ່ສະພາບແວດລ້ອມທີ່ມີເກາະດອນນ້ອຍໃຫຍ່ສະຫລັບສັບຊ້ອນກັນ“4.000 ດອນ“, ຫລີຜີໄຂ່ມຸກແຫ່ງອາຊີ, ຕໍານານລົດໄຟຍຸກຝຣັ່ງເຂົ້າມາລາວ 100 ກວ່າປີ ເຊິ່ງກາຍທ່າແຮງບົມຊ້ອນຢ່າງໃຫຍ່ຫລວງສໍາລັບການທ່ອງທ່ຽວ.

    • ຫາລືການສ້າງສະພາບແວດລ້ອມເອື້ອອໍານວຍ  ໃຫ້ຂະແໜງກະສິກໍາ ແລະ ທ່ອງທ່ຽວທ່ອງທ່ຽວ

      ຫາລືການສ້າງສະພາບແວດລ້ອມເອື້ອອໍານວຍ ໃຫ້ຂະແໜງກະສິກໍາ ແລະ ທ່ອງທ່ຽວ

      6/19/2024 1:15:23 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ສະພາການຄ້າ ແລະ ອຸດສາຫະກຳ (ສຄອ) ແຂວງຈໍາປາສັກ ຈັດກອງປະຊຸມປຶກສາຫາລື ພາກທຸລະກິດ ສໍາລັບ ຂະແໜງກະສິກຳ (ກາເຟ ແລະ ມັນຕົ້ນ) ແລະ ຂະແໜງທ່ອງທ່ຽວ ໃນວັນທີ 18 ມິຖຸນາ 2024 ທີ່ນະຄອນປາກເຊ ແຂວງຈຳປາສັກ

    • ລາວ-ຫວຽດ ຈະເປີດໃຫ້ບໍລິການເງິນຂ້າມແດນທ່ອງທ່ຽວ

      ລາວ-ຫວຽດ ຈະເປີດໃຫ້ບໍລິການເງິນຂ້າມແດນ

      6/18/2024 7:45:21 AM

      ສປປ ລາວ ແລະ ສສ ຫວຽດນາມ ຈັບມືຮ່ວມກັນຢືນຢັນຈະເປີດໃຫ້ບໍລິການຊໍາລະສະສາງຄ່າສິນຄ້າ ແລະ ບໍລິການຕ່າງໆຂ້າມແດນຜ່ານ ລະບົບຄີວອາໂຄສ (QR Code), ນີ້ແມ່ນຄວາມພະຍາຍາມຂອງສອງປະເທດ ເພື່ອສົ່ງເສີມວຽກງານການ ທ່ອງທ່ຽວ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມລະຫວ່າງປະເທດ.

    • ເຊັນສັນຍາ ສ້າງຕັ້ງບໍລິສັດ ລັດຮຸ້ນສ່ວນອຸດສະຫະກຳທ່ອງທ່ຽວລາວທ່ອງທ່ຽວ

      ເຊັນສັນຍາ ສ້າງຕັ້ງບໍລິສັດ ລັດຮຸ້ນສ່ວນອຸດສະຫະກຳທ່ອງທ່ຽວລາວ

      6/15/2024 1:13:21 PM

      ຂປລ. ພິທີເຊັນສັນຍາ ສ້າງຕັ້ງບໍລິສັດລັດຮຸ້ນສ່ວນອຸດສະຫະກຳທ່ອງທ່ຽວລາວ ລະຫວ່າງ ກະຊວງການເງິນ ຕາງໜ້າໂດຍທ່ານ ໄພທູນ ທ່ຽງລະໄມ ວ່າການຫົວໜ້າ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ແລະ ທ່ານ ພັນຊີຫລິວ ປະທານບໍລິສັດພັດທະນາ ອຸດສາຫະກຳ ທ່ອງທ່ຽວລາວ ຈໍາກັດ ຈັດຂຶ້ນໃນວັນທີ 14 ມິຖຸນາ 2024 ໂດຍມີ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top