ລາວ-ຫວຽດ ຈະເປີດໃຫ້ບໍລິການເງິນຂ້າມແດນ

18/06/2024 07:45
Email Print 1900
ຂປລ ສປປ ລາວ ແລະ ສສ ຫວຽດນາມ ຈັບມືຮ່ວມກັນຢືນຢັນຈະເປີດໃຫ້ບໍລິການຊໍາລະສະສາງຄ່າສິນຄ້າ ແລະ ບໍລິການຕ່າງໆຂ້າມແດນຜ່ານ ລະບົບຄີວອາໂຄສ (QR Code), ນີ້ແມ່ນຄວາມພະຍາຍາມຂອງສອງປະເທດ ເພື່ອສົ່ງເສີມວຽກງານການ ທ່ອງທ່ຽວ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມລະຫວ່າງປະເທດ.

     *ສປປ ລາວ ແລະ ສສ ຫວຽດນາມ ຈັບມືຮ່ວມກັນຢືນຢັນຈະເປີດໃຫ້ບໍລິການຊໍາລະສະສາງຄ່າສິນຄ້າ ແລະ ບໍລິການຕ່າງໆຂ້າມແດນຜ່ານ ລະບົບຄີວອາໂຄສ (QR Code), ນີ້ແມ່ນຄວາມພະຍາຍາມຂອງສອງປະເທດ ເພື່ອສົ່ງເສີມວຽກງານການ ທ່ອງທ່ຽວ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມລະຫວ່າງປະເທດ. ຄວາມຄືບໜ້າດ່ັງກ່າວໄດ້ຮັບການລາຍງານໂດຍ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໃນໂອກາດຂຶ້ນຊີ້ແຈງກ່ຽວກັບວຽກງານທະນາຄານກາງໃນກອງປະຊຸມສະພາແຫ່ງຊາດ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນອາທິດຜ່ານມາເຊິ່ງແມ່ນໜຶ່ງໃນຄວາມພະຍາຍາມ ໃນການຊຸກຍູ້ການທ່ອງທ່ຽວ ແລະ ການຈັດເກັບລາຍຮັບເປັນເງິນຕາຈາກນັກ ທ່ອງທ່ຽວໃຫ້ຜ່ານລະບົບທະນາຄານ ໂດຍບໍ່ຈຳເປັນຕ້ອງໃຫ້ນັກທ່ອງທ່ຽວໄປຊອກແລກເງິນ.

  

     ຜູ້ວ່າການທະນາຄານກາງກ່າວ ວ່າ: ຕົ້ນເດືອນ 8 ນີ້ ພວກເຮົາຈະໃຫ້ຫວຽດນາມ ສະແກນ QR Code ລາວໄດ້ ເຮັດໃຫ້ນັກທ່ອງທ່ຽວນັກທຸລະກິດທີ່ມາຈາກຫວຽດນາມ ສາມາດເອົາມືຖືສະແກນຈ່າຍຄ່າບໍລິການ ແລະ ສິນຄ້າຕ່າງໆຢູ່ໃນປະເທດລາວໄດ້ເລີຍ ເຊິ່ງການເຮັດແບບນ້ີຈະເຮັດໃຫ້ແຫລ່ງລາຍຮັບທີ່ເປັນເງິນຕາຕ່າງປະເທດຈາກນັກທ່ອງທ່ຽວ ຫລື ຈາກແຫລ່ງອ່ືນໆໄດ້ເຂົ້າຜ່ານລະບົບທະນາຄານ”.ປັດຈຸບັນປະເທດເຮົາທີ່ກໍາລັງຜະເຊີນໜ້າໃນຖານະເງິນຕາຂອງປະເທດ ຍັງບໍ່ແຂງແຮງເທົ່າທີ່ຄວນ ເນື່ອງຈາກໂຄງສ້າງພື້ນຖານທາງດ້ານເສດຖະກິດ ແລະ ການຜະລິດຂອງພວກເຮົາຍັງບໍ່ທັນສົມດູນກັບການຊົມໃຊ້ ຈຶ່ງສົ່ງຜົນກະທົບລັກສະນະຫຍຸ້ງຍາກ. ປັດຈຸບັນ ລັດຖະບານໂດຍສະເພາະທະນາຄານແຫ່ງ ສປປ ລາວ ພະຍາຍາມຢ່າງໜັກໃນການນຳໃຊ້ ມາດຕະການຕ່າງໆເພື່ອຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ມີສະຖຽນລະພາບຫລາຍຂຶ້ນກວ່າເກົ່າທັງການຊຸກຍູ້ໃຫ້ບັນດາບໍລິສັດ ນຳເຂົ້າ-ສົ່ງອອກ ມາເປີດບັນຊີສະເພາະກັບທະນາຄານ ແລະ ການນຳໃຊ້ເຄື່ອງມືຕ່າງໆ ເຊັ່ນລະບົບຕິດຕາມການໄຫລອອກໄຫລເຂົ້າຂອງເງິນຕາຢ່າງ CMS ເພື່ອເຮັດໃຫ້ບັນຫາເງິນເຟີ້ຫລຸດລົງ.ດັ່ງທີ່ຮູ້ນໍາກັນ, ສປປ ລາວ ໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນທີ່ຖືເອົາ ແລະ ເພີ່ງພາວຽກງານທ່ອງທ່ຽວເປັນບຸລິມະສິດສໍາຄັນອັນດັບຕົ້ນໆຂອງປະເທດເພື່ອຂັບເຄື່ອນເສດຖະກິດ, ສ້າງອາຊີບ, ຫລຸດຜ່ອນຄວາມທຸກຍາກ ແລະ ອື່ນໆ.

     ຈາກການລາຍງານຂອງກົມສົ່ງເສີມທ່ອງທ່ຽວ, ກະຊວງຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ເປີດເຜີຍວ່າລະຫວ່າງປີ  2018- 2019 ສປປ ລາວ ມີນັກທ່ອງທ່ຽວເຂົ້າມາຢ້ຽມລາວເກືອບ 5 ລ້ານຄົນ, ສ້າງລາຍຮັບເຂົ້າປະເທດປະມານ 700  ລ້ານໂດລາ ໃນນັ້ນມີນັກທ່ອງທ່ຽວຈີນ ປະມານ 1 ລ້ານຄົນ, ສ່ວນເຫລືອແມ່ນນັກທ່ອງທ່ຽວຈາກອາຊຽນ, ເອີໂຣບ, ອາເມລິກາ, ສ ເກົາ ຫລີ ແລະ ຊາດອື່ນໆ. ຕໍ່ມາພາຍຫລັງພະຍາດໂຄວິດຈາງຫາຍໄປໃນປີ 2022 ນັກທ່ອງທ່ຽວໄດ້ເຂ້ົາມາຄືນໃໝ່ເຖິງ 2 ລ້ານກວ່າຄົນ. ໃນນັ້ນອັນ ດັບທີ 1 ແມ່ນນັກທ່ອງທ່ຽວຊາວໄທ, ອັນດັບທີ 2 ແມ່ນນັກທ່ອງທ່ຽວຫວຽດນາມ.

    ເຖິງແນວໃດກໍດີປັດຈຸບັນນີ້ພຽງ 3 ເດືອນມີນັກທ່ອງທ່ຽວເຂົ້າມາລາວເຖິງ 1,3 ລ້ານຄົນ ແລະ ຄາດວ່າໝົດປີ 2024 ຈະສາມາດດຶງດູດນັກທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 3,5 ລ້ານຄົນ. ມີບາງ ສສຊ ໄດ້ໃຫ້ທັດສະນະວ່າພາກອຸດສາຫະກໍາທ່ອງທ່ຽວແມ່ນບ່ອນສ້າງລາຍຮັບ ແລະ ດຶງດູດເງິນຕາເຂົ້າປະເທດແທ້ໆ ແຕ່ຕ້ອງຄວນລະວັງໃນການຈັດການບໍລິຫານຄຸ້ມຄອງໃຫ້ດີມີຄຸນນະພາບສູງເຊັ່ນ: ແຫລ່ງທ່ອງທ່ຽວ, ການປົກປັກຮັກສາອະນຸລັກທໍາມະຊາດ, ວັດທະນະທໍາ, ປະຫວັດສາດ, ຄ່າບໍລິການປິ່ນອ້ອມ, ຄວາມປອດໄພ ແລະ ອື່ນໆຕ້ອງເອົາໃຈໃສ່ເປັນພິເສດ. ສິ່ງສໍາຄັນຢ່າເຮັດໃຫ້ນັກທ່ອງທ່ຽວມີຄວາມຮູ້ສຶກເບື່ອໜ່າຍ ແລະ ບໍ່ມີຄວາມໂປ່ງໃສໃນຂອດບໍລິການ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ, ສ້າງຫລາຍກິດຈະກໍາສໍາລັບການທ່ອງທ່ຽວ ກໍເປັນອີກວິທີໜຶ່ງຈະດຶງດູດ ແລະ ເຮັດໃຫ້ນັກທ່ອງທ່ຽວຢູ່ລາວໄດ້ຫລາຍວັນຂຶ້ນກວ່າເກົ່າ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top