ປະທານສູນກາງແນວລາວສ້າງຊາດ ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ

24/09/2024 21:32
Email Print 562
ຂປລ ຂປລ. ໃນລະຫວ່າງວັນທີ 20-21 ກັນຍາ ຜ່ານມາ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວ ສ້າງຊາດ, ຜູ້ຊີ້ນຳແຂວງອຸດົມໄຊ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ ພ້ອມທັງມອບເງິນ ຈຳນວນ 200 ລ້ານກີບ ໃຫ້ອົງການປົກຄອງແຂວງອຸດົມໄຊ ເພື່ອນຳໃຊ້ເຂົ້າໃນການຕ້ານໄພນ້ຳຖ້ວມ.

ຂປລ. ໃນລະຫວ່າງວັນທີ 20-21 ກັນຍາ ຜ່ານມາ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວ ສ້າງຊາດ, ຜູ້ຊີ້ນຳແຂວງອຸດົມໄຊ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ ພ້ອມທັງມອບເງິນ ຈຳນວນ 200 ລ້ານກີບ ໃຫ້ອົງການປົກຄອງແຂວງອຸດົມໄຊ ເພື່ອນຳໃຊ້ເຂົ້າໃນການຕ້ານໄພນ້ຳຖ້ວມ.

ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາກ ພ້ອມຄະນະ ໄປພົບປະກັບການນຳເມືອງໄຊ ທີ່ແລະໄດ້ຮັບຟັງລາຍງານ ການດຳເນີນກອງປະຊຸມໃຫຍ່ຮາກຖານພັກ ແລະ ການກະກຽມກອງປະຊຸມໃຫຍ່ ອົງຄະນະພັກ ເມືອງໄຊ. ຈາກນັ້ນ, ທ່ານກໍໄດ້ເນັ້ນໃຫ້ການນຳເມືອງໄຊ ກໍຄື ແຕ່ລະອະນຸກຳມະການ ສືບຕໍ່ຈັດຕັ້ງປະຕິບັດບັນດາ ຄາດໝາຍ ໃຫ້ໄດ້ຮັບຜົນສຳເລັດ ຕາມແຜນການທີ່ວາງໄວ້, ຖືເອົາວຽກງານການເມືອງແນວຄິດເປັນສຳຄັນ ຕິດພັນກັບຂະບວນການດ້ານຕ່າງໆ ໂດຍສະເພາະແມ່ນ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ການປັບປຸງຮາກ ຖານພັກໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຍູ້ແຮງຂະບວນການຜະລິດ ຂອງປະຊາຊົນໃຫ້ນັບມື້ຂະຫຍາຍຕົວ ແລະ ຫລຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ, ສ້າງເມືອງໄຊ ໃຫ້ກາຍເປັນເມືອງຕົວແບບ ດ້ານການພັດທະນາ ທີ່ ທັນສະໄໆ.

ໃນໂອກາດດຽວກັນ, ທ່ານ ສິນລະວົງ ຄຸດໄພທູນ ພ້ອມຄະນະ ກໍໄດ້ໄປຢ້ຽມຢາມເບິ່ງງົວຊົນ ຂອງປະຊາ ຊົນ ບ້ານນາແສນຄຳ ເມືອງໄຊ ເຊິ່ງປະຊາຊົນບ້ານນາແສນຄຳ ມີ 293 ຫລັງຄາ, ມີ 320 ຄອບຄົວ, ມີພົນລະເມືອງ ທັງໝົດ 1.779 ຄົນ, ຍິງ 891 ຄົນ, ອາຊີບຕົ້ນຕໍ່ຂອງປະຊາຊົນແມ່ນ ປຸກຝັງ-ລ້ຽງສັດ ພາຍໃນບ້ານມີງົວ ທັງໝົດ 480 ໂຕ, ຄວາຍ 35 ໂຕ, ການລ້ຽງງົວຂອງປະຊາຊົນ ນອກຈາກລ້ຽງເພື່ອເປັນສິນຄ້າ ແລະ ໄວ້ບໍລິໂພກພາຍໃນ ຄອບຄົວແລ້ວ, ບາງຄອບຄົວຍັງໄດ້ລ້ຽງ ເພື່ອໄວ້ແຂ່ງຂັນໃນບຸນປະເພນີຂອງເຜົ່າ ໂດຍສະເພາະແມ່ນ ບຸນກິນຈຽງ ເພື່ອໃຫ້ສັງຄົມໄດ້ເບິ່ງໄດ້ຊົມ. ພ້ອມກັນນີ້, ທ່ານຍັງໄດ້ມອບເງິນ ຈຳນວນໜຶ່ງ ເພື່ອສົ່ງເສີມກິດຈະກຳການ ລ້ຽງງົວ ຊົນ ຂອງປະຊາຊົນບ້ານນາແສນຄຳ ແລະ ໄດ້ພົບປະໂອ້ລົມອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ  ໃຫ້ພ້ອມ ກັນເຕົ້າໂຮມຄວາມສາມັກຄີ ພາຍໃນບ້ານໃຫ້ເປັນປຶກແຜ່ນ, ພ້ອມກັນຕ້ານທຸກປາກົດການຫຍໍ້ທໍ້ ພາຍໃນບ້ານໃຫ້ໝົດໄປ, ສືບຕໍ່ຮັກສາມູນເຊື້ອການລ້ຽງງົວຊົນ ໃຫ້ກາຍເປັນກິດຈະກຳການທ່ອງທ່ຽວຂອງບ້ານ ເພື່ອດຶງນັກທ່ອງທ່ຽວ ເຂົ້າມາແຂວງອຸດົມໄຊ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນພາຍໃນບ້ານ, ສ້າງໃຫ້ກາຍເປັນບ້ານພັດທະນາທຸກດ້ານ.

ຈາກນັ້ໜ, ທ່ານປະທານສູນກາງແນວລາວສ້າງຊາດ ຍັງໄດ້ໄປຢ້ຽມຢາມໂຮງງານ ປຸ່ງແຕ່ງນ້ຳຢາງພາລາ ຂອງ ບໍລິສັດ ຈົງອູ ຢູ່ ບ້ານກໍນ້ອຍ ເຊິ່ງເປັນໂຄງການປູກພືດທົດແທນການປູກຝິ່ນ ໂດຍໄດ້ສົ່ງເສີມປະຊາຊົນປູກຢາງ ພາລາ ຢູ່ 5 ບ້ານ ແລະ ໄດ້ສ້າງຕັ້ງໂຮງງານປຸງແຕ່ງສຳເລັດຮູບຂຶ້ນໃນປີ 2012 ເປັນຕົ້ນມາ ໃນແຕ່ລະປີທາງໂຮງງານ ມີ ຄວາມຕອ້ງການວັດຖຸດິບ ຫລື ນໍ້າຢາງດິບມາປ້ອນໂຮງງານ 32.000 ໂຕນຕໍ່ປີ, ນັບຕັ້ງແຕ່ສ້າງໄດ້ໂຮງງານມາ ໄດ້ສ້າງວຽກເຮັດງານທຳ ໃຫ້ກັບປະຊາຊົນ ໃນເຂດພື້ນທີ່ຈໍານວນຫລວງຫລາຍ, ລວມທັງແຮງງານລາຍວັນ ອັນໄດ້ແກ້ ໄຂຊີວິດການເປັນຢູ່ ຂອງປະຊາຊົນດີຂຶ້ນ. ຫລັງຈາກນັ້ນ, ກໍໄດ້ໄປເບິ່ງໂຄງການ ປູກມອນລ້ຽງມ້ອນ ຂອງ ບໍລິສັດ ຊ່ວງໄຊພັດທະນາກະສິກຳ ຈຳກັດ ເຊິ່ງໂຄງການດັ່ງກ່າວໄດ້ສົ່ງເສີມ ປູກມອນ-ລ້ຽງມ້ອນ ເປັນສິນຄ້າ ເພື່ອສົ່ງອອກ ເລີ່ມແຕ່ປີ 2019 ເປັນຕົ້ນມາ, ປັດຈຸບັນ ມີເນື້ອທີ່ປູກໃບມອນ ທັງໝົດ 410 ເຮັກຕາ ໃນ 4 ເມືອງ ຄື: ເມືອງໄຊ, ເມືອງແບງ, ເມືອງງາ ແລະ ເມືອງຮຸນ. ໂຄງການດັ່ງກ່າວ, ເປັນການເຮັດຮ່ວມກັບປະຊາຊົນ ຮູບແບນ 2+3 ໂດຍປະຊາຊົນເປັນດິນ ແລະ ແຮງງານ, ສ່ວນບໍລິສັດ ເປັນທຶນ, ຕະຫລາດ, ເຕັກນິກ ແລະ ແບບ 4+1 ໂດຍປະຊາຊົນເປັນດິນໃຫ້ບໍລິສັດເຊົ່າ, ປີ 2023 ຜ່ານມາ ບໍລິສັດໄດ້ດໍາເນີນການລ້ຽງມ້ອນໄດ້ ທັງໝົດ 11 ຊຸດ, ຜະລິດຝັກຫລອກໄດ້ປະມານ 200 ໂຕນ; ຕໍ່ມາ ກໍໄດ້ໄປຢ້ຽມຢາມໂຮງງານ ອຸດສາຫະກຳປຸ່ງແຕ່ງໄມ້ສຳເລັດຮູບ ຂອງ ບໍລິສັດ ຊ່ວງໄຊ ເຊິ່ງໂຮງງານດັ່ງກ່າວໄດ້ສ້າງຂຶ້ນໃນປີ 2016 ເປັນຕົ້ນມາ ລວມມີເນື້ອທີ່ພາຍໃນໂຮງງານ ປະມານ 5 ເຮັກຕາ ເຊິ່ງລົງທຶນໂດຍ ນັກທຸລະກິດ ຈາກ ສປ ຈີນ ເຊິ່ງຜະລິດຕະພັນຂອງໂຮງງານສ່ວນໃຫຍ່ແມ່ນ ໂຕະຕັ່ງ, ຕຽງນອນ, ຕູ້ໂຊ ແລະ ອື່ນໆ.

ຂ່າວ: ໄມພອນ

KPL

ຂ່າວອື່ນໆ

    • ສູນພະລັງງານອາຊຽນ ແລະ ຫົວເຫວີຍ ຊຸກຍູ້ດ້ານພະລັງງານທົດແທນ ໃນພາກພື້ນອາຊຽນວັດທະນະທຳ-ສັງຄົມ

      ສູນພະລັງງານອາຊຽນ ແລະ ຫົວເຫວີຍ ຊຸກຍູ້ດ້ານພະລັງງານທົດແທນ ໃນພາກພື້ນອາຊຽນ

      9/27/2024 7:16:28 PM

      ຂປລ. ໃນວັນທີ 25 ກັນຍາ 2024 ຜ່ານ​ມາ, ສູນພະລັງງານອາຊຽນ (ACE) ແລະ Huawei Technologies (ມາເລເຊຍ) Sdn Bhd ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈສະບັບໃໝ່ ໃນ​ໂອ ກາດ​ດຳ​ເນີນກອງປະຊຸມອາຊຽນດ້ານທຸລະກິດພະລັງງານ ຄັ້ງທີ 24, ​ເປັນບາດກ້າວທີ່ສຳຄັນໃນການຊຸກຍູ້ ຄວາມພະຍາຍາມ ດ້ານພະລັງງານທົດແທນ (RE) ໃນທົ່ວພາກພື້ນອາຊຽນ ​ເຊິ່ງສະແດງໃຫ້ເຫັນເຖິງຂະບວນການ ເພີ່ມຂຶ້ນຢູ່ເວທີປາໄສ ເພື່ອພັດທະນາແບບຍືນຍົງ ການຮ່ວມມືດ້ານພະລັງງານ.

    • ເຊເວັ່ນ ອີເລຟເວັ່ນ ສົ່ງເສີມນະໂຍບາຍ “ສ້າງຄົນ” ເພື່ອພັດທະນາເສດຖະກິດ-ສັງຄົມລາວໃຫ້ຍືນຍົງວັດທະນະທຳ-ສັງຄົມ

      ເຊເວັ່ນ ອີເລຟເວັ່ນ ສົ່ງເສີມນະໂຍບາຍ “ສ້າງຄົນ” ເພື່ອພັດທະນາເສດຖະກິດ-ສັງຄົມລາວໃຫ້ຍືນຍົງ

      9/27/2024 12:16:08 PM

      ເຊເວັ່ນ ອີເລຟເວັ່ນ ໃນ ສປປ ລາວ ເຊິ່ງບໍລິຫານໂດຍ ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມ ບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ດໍາເນີນທຸລະກິດໂດຍຍຶດໝັ້ນ “ຄ່ານິຍົມ 3 ປະໂຫຍດ” ຂອງເຄືອຈະເລີນໂພກກະພັນ (Charoen Pokphand Group) ຄືສ້າງປະໂຫຍດໃຫ້ປະເທດ, ປະຊາຊົນ ແລະ ອົງກອນ ແລະ ຂັບເຄື່ອນນະໂຍບາຍແບບຍືນຍົງໂດຍສະເພາະການ “ສ້າງຄົນ” ເພື່ອຮ່ວມພັດທະນາເສດຖະກິດ ແລະ ສັງຄົມລາວໃຫ້ເຕີບໃຫຍ່ແບບຍືນຍົງ.

    • ເພີ່ມຄວາມຮັບຮູ້ ວຽກຕ້ານການຟອກເງິນ- ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍວັດທະນະທຳ-ສັງຄົມ

      ເພີ່ມຄວາມຮັບຮູ້ ວຽກຕ້ານການຟອກເງິນ- ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ

      9/25/2024 12:45:26 PM

      ຂປລ. ວັນທີ 17-18 ກັນຍາ 2024 ຜ່ານມາ, ກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ ຈັດສຳມະນາ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ ການກໍ່ການຮ້າຍ (AML/CFT) ສໍາລັບພະນັກງານກະຊວງການຕ່າງປະເທດ ຢູ່ເມືອງວັງວຽງ ແຂວງວຽງຈັນ

    • ທາບທາມບຸກຄະລາກອນສະໝັກຮັບ ເລືອກຕັ້ງ ຄະນະບໍລິຫານງານພັກ ຮວຜທວັດທະນະທຳ-ສັງຄົມ

      ທາບທາມບຸກຄະລາກອນສະໝັກຮັບ ເລືອກຕັ້ງ ຄະນະບໍລິຫານງານພັກ ຮວຜທ

      9/24/2024 9:24:12 PM

      ຂປລ. ວັນທີ 24 ກັນຍາ 2024 ນີ້, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ເປີດກອງປະຊຸມ ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງ ເຂົ້າຄະນະບໍລິຫານງານພັກ ສະໄໝທີ I ຮອບທີ 3 ໂດຍການເປັນ ປະທານຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວ ໜ້າການເມືອງໂຮງຮຽນ, ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຮອງເລຂາຄະນະພັກ, ຫົວໜ້າການທະ ຫານໂຮງຮຽນ, ວິຊາການຈາກກົມຈັດຕັ້ງພັກ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.

    • ກະຊວງພະລັງງານ ແລະ ບໍ່ແຮ່ ມອບເງິນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມວັດທະນະທຳ-ສັງຄົມ

      ກະຊວງພະລັງງານ ແລະ ບໍ່ແຮ່ ມອບເງິນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ

      9/24/2024 2:27:47 PM

      ຂປລ. ວັນທີ 23 ກັນຍາ 2024 ຜ່ານມາ, ຢູ່ສະພາແຫ່ງຊາດ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມອບເງິນຈຳນວນ 50 ລ້ານກີບ ໃຫ້ ສະພາແຫ່ງຊາດເພື່ອນຳໄປມອບຕໍ່ ໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບ ຈາກໄພພິບັດ ນໍ້າຖ້ວມຢູ່ບັນດາແຂວງພາກເໜືອ ແລະ ພາກໃຕ້, ຕາງໜ້າຮັບໂດຍທ່ານ ບຸນຕາ ເທບພະວົງ ປະທານກຳມາທິການ ວັດທະນະທຳ-ສັງຄົມ ໂດຍມີທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ads
ads

Top