ຂປລ
ຂປລ. ຄະນະຝຶກອົບຮົມວຽກງານ ຄຸ້ມຄອງສື່ມວນຊົນລາວ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານ ການພິມຈຳໜ່າຍ ແລະ ການຄຸ້ມຄອງການພິມຈຳໜ່າຍ ປຶ້ມທິດສະດີການເມືອງ ແລະ ປຶ້ມຕ່າງໆ ເພື່ອຊອກຮູ້, ຊອກເຫັນ ແລະ ຄົ້ນຄວ້າກ່ຽວກັບການພິມຈຳໜ່າຍປຶ້ມຕ່າງໆ ຂອງສຳນັກພິມສຳນັກພິມຈຳໜ່າຍການເມືອງແຫ່ງຊາດສື້ເຖິດ ໃນວັນທີ 26 ກັນຍາ 2024 ໂດຍການຕ້ອນຮັບຂອງ ທ່ານ ຫວູ ຈ້ອງ ເລິ່ມ ເລຂາຄະນະພັກ, ຫົວໜ້າອຳນວຍການ, ບັນນາ ທິການໃຫຍ່ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສື້ເຖິດ ພ້ອມຄະນະ.
ຂປລ. ຄະນະຝຶກອົບຮົມວຽກງານ ຄຸ້ມຄອງສື່ມວນຊົນລາວ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານ ການພິມຈຳໜ່າຍ ແລະ ການຄຸ້ມຄອງການພິມຈຳໜ່າຍ ປຶ້ມທິດສະດີການເມືອງ ແລະ ປຶ້ມຕ່າງໆ ເພື່ອຊອກຮູ້, ຊອກເຫັນ ແລະ ຄົ້ນຄວ້າກ່ຽວກັບການພິມຈຳໜ່າຍປຶ້ມຕ່າງໆ ຂອງສຳນັກພິມສຳນັກພິມຈຳໜ່າຍການເມືອງແຫ່ງຊາດສື້ເຖິດ ໃນວັນທີ 26 ກັນຍາ 2024 ໂດຍການຕ້ອນຮັບຂອງ ທ່ານ ຫວູ ຈ້ອງ ເລິ່ມ ເລຂາຄະນະພັກ, ຫົວໜ້າອຳນວຍການ, ບັນນາ ທິການໃຫຍ່ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສື້ເຖິດ ພ້ອມຄະນະ.
ທ່ານ ຫວູ ຈ້ອງ ເລິ່ມ ໄດ້ໃຫ້ຮູ້ວ່າ: ສຳນັກພິມຈຳໜ່າຍການເມືອງແຫ່ງຊາດສື້ເຖິດ ຂຶ້ນກັບສູນກາງພັກ ໂດຍລົງເລິກການຄົ້ນຄວ້າ, ດັດແກ້, ພິມຈຳໜ່າຍປຶ້ມກ່ຽວກັບການເມືອງ, ແນວຄິດທິດສະດີຂອງລັດທິມາກ-ເລນິນ, ກາກມາກ, ໂຮ່ຈີ່ມິງ, ກົດໝາຍຂອງພັກ-ລັດ ແລະ ບົດຮຽນທີ່ສຳຄັນຂອງບັນ ດາປະເທດໃນໂລກ ລວມທັງມູນເຊື້ອ ແລະ ຜົນງານການຮ່ວມມືຂອງຫວຽດນາມ-ລາວ ໂດຍສະເພາະ ການເຄື່ອນໄຫວວຽກງານ, ແນວທາງນະໂຍບາຍຂອງພັກ ເພື່ອເປັນການໂຄສະນາ ແລະ ຮັບໃຊ້ໜ້າທີ່ການເມືອງ ກໍຄື ວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໃນແຕ່ລະປີສຳນັກພິມ ໄດ້ພິມ ແລະ ຈຳໜ່າຍປຶ້ມຊະນິດຕ່າງໆຫລາຍກວ່າ 1.000 ຫົວ ເປັນຕົ້ນ ປື້ມການເມືອງ, ທິດສະດີລັດທິມາກ-ເລນິນ ແລະ ອຸດົມການ ໂຮ່ຈີ່ມິງ, ໂຄສະນາເຜີຍແຜ່ແນວທາງ, ນະໂຍບາຍ ແລະ ກົດໝາຍຂອງພັກ ແລະ ລັດ ຊຶ່ງໄດ້ປະກອບສ່ວນຢ່າງໃຫຍ່ຫລວງ ໃຫ້ພັກ-ລັດຖະບານ ກໍຄື ກະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນຍຸກປັດຈຸບັນ, ສຳນັກພິມດັ່ງກ່າວ ໄດ້ມີການຫັນປ່ຽນໂດຍນຳໃຊ້ ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການພິມຈຳໜ່າຍປຶ້ມຊະນິດຕ່າງໆ ຈາກການພິມປຶ້ມແບບເຈ້ຍ ໄປສູ່ລະບົບດີຈິຕອນ ເປັນປຶ້ມເອເລັກໂຕຣນິກ (e-book) ຊຶ່ງໄດ້ພິມຈຳໜ່າຍແລ້ວຫລາຍກວ່າ 500 ຊະນິດປຶ້ມ ໂດຍເຜີຍແຜ່ທາງສື່ອອນລາຍ ເປັນຕົ້ນ ເວັບໄຊ, ເຟສບຸກ ແລະ ອື່ນໆ.
ທ່ານ ຫວູ ຈ້ອງ ເລິ່ມ ຍັງໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາ, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສື້ເຖິ້ດ ແຫ່ງ ສສ ຫວຽດນາມ ໄດ້ມີການຮ່ວມມືກັບ ສຳນັກພິມຈຳໜ່າຍແຫ່ງຊາດລາວ ໃນການເຄື່ອນໄຫວວຽກງານພິມຈຳໜ່າຍ, ຈຳໜ່າຍປຶ້ມ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບສະພາບການພິມຈຳໜ່າຍ ແລະ ປະສົບການໃນຫລາຍຂົງເຂດ ຂອງອົງການຈັດຕັ້ງພັກ-ລັດ ເປັນຕົ້ນ ໜັງສືໃບລານ, ການຂຸດຄົ້ນລິຂະສິດ, ການຈັດຕັ້ງພິມຈຳໜ່າຍປຶ້ມ ແລະ ອື່ນໆ. ນອກນີ້, ຍັງໄດ້ຮ່ວມມືກັບກົມພິມຈຳໜ່າຍ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ໂຄສະນາອົບຮົມສູນກາງພັກ ຂອງລາວ ຄົ້ນຄວ້າ ກ່ຽວກັບ ທິດສະດີ ແລະ ການເມືອງທີ່ມີຄຸນຄ່າຂອງຫວຽດນາມ ໂດຍສະເພາະ ວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ສັງລວມ ແລະ ປັບປຸງລະບົບກົດໝາຍ, ປະສົບການໃນການພັດທະນາ ເສດຖະກິດ-ສັງຄົມ ໂດຍແປ ແລະ ເຜີຍແຜ່ເປັນພາສາລາວ ໃຫ້ບັນດາການນຳພັກ, ລັດ, ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ອົງການຈັດຕັ້ງທາງດ້ານການເມືອງ-ສັງຄົມຂອງລາວ ແຕ່ປີ 2018-2023 ໄດ້ຈັດພິມປຶ້ມ 91 ເຫລັ້ມ, ມີ 99.500 ສະບັບ ທີ່ເປັນພາສາລາວ ມອບໃຫ້ບັນດາການນຳຂອງພັກ, ລັດ, ບັນດາກະຊວງ, ທ້ອງຖິ່ນ, ບັນດາອົງການການເມືອງ ແລະ ສັງຄົມຂອງລາວ. ປັດຈຸບັນ, ສຳນັກພິມຈຳໜ່າຍພວມປະຕິບັດ ແຜນການຈັດພິມປຶ້ມທີ່ແປ ໃຫ້ປະເທດລາວ ໃນປີ 2024 ຈຳນວນ 15 ເຫລັ້ມ, ມີ 19.500 ສະບັບ ແລະ ຄາດວ່າຈຳນວນປຶ້ມດັ່ງກ່າວ ຈະຖືກສົ່ງມາລາວໃນເດືອນທັນວາ 2024 ນີ້.
KPL