ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນກອງປະຊຸມ ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ, ອາຊຽນ-ບວກ

27/09/2024 18:59
Email Print 228
ຂປລ ຂປລ. ຕອນບ່າຍວັນທີ 26 ກັນຍາ 2024 ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນ ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ ເຂົ້າຢ້ຽມຂໍ່ານັບ ໃນໂອກາດເດີນທາງ ມາເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ (ADSOM ແລະ ADSOM-Plus) ທີ່ນະຄອນ ຫລວງວຽງຈັນ ສປປ ລາວ ໃນລະຫວ່າງວັນທີ 24-27 ກັນຍາ 2024 ນີ້.




ຂປລ. ຕອນບ່າຍວັນທີ
26 ກັນຍາ 2024 ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນ ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ ເຂົ້າຢ້ຽມຂໍ່ານັບ ໃນໂອກາດເດີນທາງ ມາເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ (ADSOM ແລະ ADSOM-Plus) ທີ່ນະຄອນ ຫລວງວຽງຈັນ ສປປ ລາວ ໃນລະຫວ່າງວັນທີ 24-27 ກັນຍາ 2024 ນີ້.

ໂອກາດນີ້, ທ່ານ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ ໃນນາມປະທານກອງປະຊຸມດັ່ງກ່າວ ໄດ້ລາຍງານໂດຍຫຍໍ້ກ່ຽວກັບຜົນສຳເລັດ ຂອງກອງປະຊຸມເຈົ້າໜ້າທີ່ ອາວຸໂສປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ ໃຫ້ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ຮັບຊາບ.

ໂອກາດດັ່ງກ່າວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຕໍ່ຄະນະຜູ້ແທນເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ ທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມດັ່ງກ່າວ ຢູ່ ສປປ ລາວ ໃນຄັ້ງນີ້,  ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດ ຂອງກອງປະຊຸມ ເຈົ້າໜ້າທີ່ອາວຸໂສປ້ອງກັນ ປະເທດອາຊຽນ ແລະ ອາຊຽນ-ບວກ ທີ່ດຳເນີນໄປດ້ວຍບັນຍາການເບິກບານມ່ວນຊື່ນ, ສ້າງ ສັນ ແລະ ເຕັມໄປດ້ວຍເນື້ອໃນ ທີ່ເປັນພື້ນຖານອັນສໍາຄັນ ໃຫ້ແກ່ການກະກຽມດຳເນີນ ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ ຄັ້ງທີ 18 ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ-ບວກ ຄັ້ງທີ 11  ທີ່ຈະຈັດຂຶ້ນໃນເດືອນພະຈິກ ທີ່ຈະມາເຖິງນີ້. ພ້ອມກັນນັ້ນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ  ຍັງໄດ້ສະແດງຄວາມຂອບໃຈ ຕໍ່ບັນດາປະເທດອາຊຽນ ແລະ ອາຊຽນ-ບວກ ທີ່ໃຫ້ການສະໜັບສະໜູນ ສປປ ລາວ ໃນການເປັນເຈົ້າພາບ ຈັດກອງປະຊຸມ ສຸດຍອດອາຊຽນ ໃນປີ 2024 ນີ້ ໃຫ້ມີຜົນສຳເລັດຢ່າງຈົບງາມ.

KPL

ຂ່າວອື່ນໆ

    • ຄະນະກໍມະການລະດັບຊາດ ຄົ້ນຄວ້າ-ວິໄຈ  ເລືອກເຟັ້ນ ຄໍາສະເໜີ ປັບປຸງລັດຖະທໍາມະນູນການເມືອງ

      ຄະນະກໍມະການລະດັບຊາດ ຄົ້ນຄວ້າ-ວິໄຈ ເລືອກເຟັ້ນ ຄໍາສະເໜີ ປັບປຸງລັດຖະທໍາມະນູນ

      9/27/2024 7:49:06 PM

      ຂປລ. ກອງປະຊຸມຄົ້ນຄວ້າ, ວິໄຈ ແລະ ປັບປຸງເນື້ອໃນລັດຖະທໍາມະນູນ ສະບັບປີ 2015 ຈັດ​ຂຶ້ນ​ໃນວັນທີ 25-26 ກັນຍາ 2024 ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ຜູ້ປະຈຳການຄະນະກໍາມະການ ລະດັບຊາດປັບປຸງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2015 (ຄລຊ), ມີຄະນະກຳມະການ, ກອງເລຂາ, ອະນຸກຳມະການຕ່າງໆ ຂອງ ຄລຊ ແລະ ພາກສ່ວນກ່ຽວຂ້ອງ ​ເຂົ້າ​ຮ່ວມ.

    • ຄະນະຝຶກອົບຮົມວຽກຄຸ້ມຄອງສື່ມວນຊົນລາວ ຢ້ຽມຢາມ ສຳນັກພິມຈຳໜ່າຍການເມືອງ ແຫ່ງຊາດ ສື້ເຖິດການເມືອງ

      ຄະນະຝຶກອົບຮົມວຽກຄຸ້ມຄອງສື່ມວນຊົນລາວ ຢ້ຽມຢາມ ສຳນັກພິມຈຳໜ່າຍການເມືອງ ແຫ່ງຊາດ ສື້ເຖິດ

      9/27/2024 7:37:25 PM

      ຂປລ. ຄະນະຝຶກອົບຮົມວຽກງານ ຄຸ້ມຄອງສື່ມວນຊົນລາວ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານ ການພິມຈຳໜ່າຍ ແລະ ການຄຸ້ມຄອງການພິມຈຳໜ່າຍ ປຶ້ມທິດສະດີການເມືອງ ແລະ ປຶ້ມຕ່າງໆ ເພື່ອຊອກຮູ້, ຊອກເຫັນ ແລະ ຄົ້ນຄວ້າກ່ຽວກັບການພິມຈຳໜ່າຍປຶ້ມຕ່າງໆ ຂອງສຳນັກພິມສຳນັກພິມຈຳໜ່າຍການເມືອງແຫ່ງຊາດສື້ເຖິດ ​ໃນ​ວັນ​ທີ 26 ກັນຍາ 2024 ໂດຍການຕ້ອນຮັບຂອງ ທ່ານ ຫວູ ຈ້ອງ ເລິ່ມ ເລຂາຄະນະພັກ, ຫົວໜ້າອຳນວຍການ, ບັນນາ ທິການໃຫຍ່ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສື້ເຖິດ ພ້ອມຄະນະ.

    • ນາຍົກລັດຖະມົນຕີ ເດີນທາງເຂົ້າຮ່ວມກອງປະຊຸມ ອະພິປາຍທົ່ວໄປຂອງສະມັດຊາໃຫຍ່ ອົງການ ສປຊການເມືອງ

      ນາຍົກລັດຖະມົນຕີ ເດີນທາງເຂົ້າຮ່ວມກອງປະຊຸມ ອະພິປາຍທົ່ວໄປຂອງສະມັດຊາໃຫຍ່ ອົງການ ສປຊ

      9/26/2024 4:42:07 PM

      ຂປລ. ໃນວັນທີ 25 ກັນຍາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງນິວຢອກ, ສ ອາເມລິກາ ເພື່ອເຂົ້າຮ່ວມກອງປະຊຸມອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະໄໝທີ 79 ເຊິ່ງມີເເຜນຈະຂຶ້ນກ່າວບົດປາໄສ ໃນວັນທີ 27 ກັນຍາ 2024.

    • ປະດັບຫລຽນໃຫ້ຜູ້ມີຜົນງານ ໃນບັ້ນສະຫລອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ 2022ການເມືອງ

      ປະດັບຫລຽນໃຫ້ຜູ້ມີຜົນງານ ໃນບັ້ນສະຫລອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ 2022

      9/26/2024 4:04:07 PM

      ຂປລ. ຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ ຈັດຕັ້ງພິທີປະດັບຫລຽນໄຊ, ຫລຽນກາ ແລະ ມອບໃບຍ້ອງຍໍ ໃຫ້ບັນດາສະຫາຍທີ່ມີຜົນງານ, ຄຸນງາມຄວາມດີ ໃນການເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ

    • ຮອງນາຍົກລັດຖະມົນຕີ ຮ່ວມກອງປະຊຸມ ອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ສປຊ ການເມືອງ

      ຮອງນາຍົກລັດຖະມົນຕີ ຮ່ວມກອງປະຊຸມ ອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ສປຊ

      9/26/2024 12:10:22 PM

      ຂປລ. ໃນວັນທີ 24 ກັນຍາ 2024 ຜ່ານ​ມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 79 ພາຍໃຕ້ຫົວຂໍ້: “ພວກເຮົາພ້ອມກັນກ້າວໄປ: ຮ່ວມກັນລົງມືປະຕິບັດວຽກງານ ເພື່ອຮັກສາສັນຕິພາບ, ການພັດທະນາເເບບຍືນຍົງ ເເລະ ກຽດສັກສີຄວາມເປັນມະນຸດ ສໍາລັບຄົນຮຸ່ນປັດຈຸບັນ ເເລະ ອະນາຄົດ” ຢູ່ ນິວຢອກ, ສ ອາເມລິກາ.

ads
ads

Top