ຂປລ
ຂປລ. ໃນວັນທີ 25 ກັນຍາ 2024 ຜ່ານມາ, ສູນພະລັງງານອາຊຽນ (ACE) ແລະ Huawei Technologies (ມາເລເຊຍ) Sdn Bhd ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈສະບັບໃໝ່ ໃນໂອ ກາດດຳເນີນກອງປະຊຸມອາຊຽນດ້ານທຸລະກິດພະລັງງານ ຄັ້ງທີ 24, ເປັນບາດກ້າວທີ່ສຳຄັນໃນການຊຸກຍູ້ ຄວາມພະຍາຍາມ ດ້ານພະລັງງານທົດແທນ (RE) ໃນທົ່ວພາກພື້ນອາຊຽນ ເຊິ່ງສະແດງໃຫ້ເຫັນເຖິງຂະບວນການ ເພີ່ມຂຶ້ນຢູ່ເວທີປາໄສ ເພື່ອພັດທະນາແບບຍືນຍົງ ການຮ່ວມມືດ້ານພະລັງງານ.
ຂປລ. ໃນວັນທີ 25 ກັນຍາ 2024 ຜ່ານມາ, ສູນພະລັງງານອາຊຽນ (ACE) ແລະ Huawei Technologies (ມາເລເຊຍ) Sdn Bhd ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈສະບັບໃໝ່ ໃນໂອ ກາດດຳເນີນກອງປະຊຸມອາຊຽນດ້ານທຸລະກິດພະລັງງານ ຄັ້ງທີ 24, ເປັນບາດກ້າວທີ່ສຳຄັນໃນການຊຸກຍູ້ ຄວາມພະຍາຍາມ ດ້ານພະລັງງານທົດແທນ (RE) ໃນທົ່ວພາກພື້ນອາຊຽນ ເຊິ່ງສະແດງໃຫ້ເຫັນເຖິງຂະບວນການ ເພີ່ມຂຶ້ນຢູ່ເວທີປາໄສ ເພື່ອພັດທະນາແບບຍືນຍົງ ການຮ່ວມມືດ້ານພະລັງງານ.
ບົດບັນທຶກຄັ້ງນີ້ໄດ້ລົງນາມ ລະຫວ່າງ ໂດຍທ່ານ ເບນີ ຊູຢາດີ (Beni Suryadi) ຮັກສາການຜູ້ອຳນວຍການໃຫຍ່ ACE ແລະ ທ່ານ ເຊຍຈ້ຽນ(XieQian) ຜູ້ອໍານວຍການຝ່າຍການຕະຫລາດຂອງ Huawei APAC Digital Power ໂດຍມີ ທ່ານ ສຸກວິສັນ ຄິນສະໝອນ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງພະລັງງານ ແລະ ບໍ່ແຮ່ (MEM) ສປປ ລາວ, ທ່ານ ເຊິນຢົງ (Chen Yong) ປະທານ Huawei APAC Digital Power Smart PV & ESS Business ແລະ ທ່ານ Andy Tirta ຫົວໜ້າວຽກງານຂອງສູນ ACE ແລະ ປະທານ AEBF-24 ເຊິ່ງຂໍ້ຕົກລົງຍຸດທະສາດນີ້ ເນັ້ນໜັກເຖິງຄວາມໝັ້ນໝາຍຮ່ວມ ຂອງທັງສອງອົງການ ເພື່ອກ້າວໄປທາງໜ້າຢ່າງສະ ຫລາດດ້ວຍເຕັກໂນໂລຊີ photovoltaic (PV) ໂດຍສຸມໃສ່ການປັບປຸງຄວາມປອດໄພພະລັງງານ, ຄວາມຍືນຍົງ ແລະ ການເຂົ້າເຖິງໃນພາກພື້ນ.
ທ່ານ Chen Yong ກ່າວວ່າ: ໂດຍຜ່ານການຮ່ວມມືນີ້, Huawei ມີບົດບາດສໍາຄັນໃນການຂັບເຄື່ອນ ການຫັນປ່ຽນພະລັງງານຂອງພາກພື້ນ ໂດຍການເຊື່ອມໂຍງດີຈິຕອນ ທີ່ທັນສະໄໝ ແລະພະ ລັງງານເຕັກໂນໂລຊີເອເລັກໂຕຣນິກ ເຊັ່ນດຽວກັນກັບວິທີແກ້ໄຂ ພະລັງງານທົດແທນ ດ້ວຍການສຸມໃສ່ຄວາມຍືນຍົງ, Huawei ມຸ່ງໝັ້ນສະໜັບສະໜູນເປົ້າໝາຍພະລັງງານຂອງອາຊຽນ ໂດຍການສະໜອງເຕັກໂນໂລຊີ ທັນສະໄໝ ທີ່ສົ່ງເສີມປະສິດທິພາບ ຄວາມໜ້າເຊື່ອຖື ແລະ ການພັດທະນາ ພື້ນຖານໂຄງລ່າງທີສະຫລາດໃນທົ່ວພາກພື້ນ.
ການຮ່ວມມືຈະມີການລິເລີ່ມ ຄົ້ນຄວ້າຮ່ວມກັນ ດ້ານວິຊາການກອງປະຊຸມ ແລະ ໂຄງການສ້າງຄວາມສາມາດ ແນໃສ່ເພີ່ມທະວີ ການພັດທະນາການແກ້ໄຂ ພະລັງງານທົດແທນໃນພາກພື້ນ, ຄວາມພະຍາຍາມນີ້ ປະຕິບັດຕາມຜົນສໍາເລັດ ຂອງສູນຂໍ້ມູນພະລັງງານອາຊຽນ ເຊິ່ງໄດ້ເປັນສ່ວນໜຶ່ງຂອງຄຳໝັ້ນສັນຍາ ຢ່າງຕໍ່ເນື່ອງໃນ ການສ້າງປະສິດທິພາບພະລັງງານ ແລະ ການຫັນເປັນດີຈິຕອນໃນອາຊຽນ ລະ ຫວ່າງ ACE ແລະ Huawei.
ໃນປັດຈຸບັນ, ACE ແລະ Huawei ກໍາລັງສຶກສາຮ່ວມກັນ ເພື່ອເພີ່ມປະສິດທິພາບດ້ານໄຟ ຟ້າ, ມາດຕະຖານ ຄວາມປອດໄພດ້ານຫລັງຄາເຮືອນ PV ແລະ BESS ໃນປະເທດອາຊຽນ. ບົດສະຫລຸບກ່ຽວກັບນະໂຍບາຍ ການສ້າງແຜນທີ່ເບື້ອງຕົ້ນ ກ່ຽວກັບມາດຕະຖານ ຄວາມປອດໄພທາງໄຟ ຟ້າ ແລະ ລະບຽບການຕ່າງໆ ເປັນສ່ວນໜຶ່ງ ຂອງການລິເລີ່ມໂຄງການນີ້, ກອງປະຊຸມກ່ຽວກັບເຕັກໂນໂລຊີ Smart PV ແລະ ມາດຕະຖານຄວາມປອດໄພດ້ານໄຟຟ້າສໍາລັບ PV ແລະ BESS ຈະຈັດຂຶ້ນໃນເດືອນຕຸລາ 2024, ຈາກນັ້ນຈະໄດ້ເຜີຍແຜ່ບົດສຶກສາໃນເດືອນພຶດສະພາ 2025.
ການຮ່ວມມືໃນຄັ້ງນີ້ປະກອບມີ, ການຮ່ວມມືຄົ້ນຄວ້າຄວາມສາມາດການກໍ່ສ້າງ ແລະ ການແລກປ່ຽນດ້ານວິຊາການ ໂດຍສຸມໃສ່ເຕັກໂນໂລຊີ PV smart ເພື່ອຂັບເຄື່ອນການຫັນປ່ຽນ ດ້ານພະລັງງານຂອງອາຊຽນ ເພື່ອຊຸກຍູ້ນະວັດຕະກໍາ ໃນລະບົບພະລັງງານ ແລະ ການສົ່ງເສີມການແກ້ໄຂພະລັງ ງານສີຂຽວໃນພາກພື້ນ.
ຂ່າວ-ພາບ: ວຽງສະຫວັນ
KPL