ເຊເວັ່ນ ອີເລຟເວັ່ນ ສົ່ງເສີມນະໂຍບາຍ “ສ້າງຄົນ” ເພື່ອພັດທະນາເສດຖະກິດ-ສັງຄົມລາວໃຫ້ຍືນຍົງ

27/09/2024 12:16
Email Print 287
ຂປລ ເຊເວັ່ນ ອີເລຟເວັ່ນ ໃນ ສປປ ລາວ ເຊິ່ງບໍລິຫານໂດຍ ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມ ບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ດໍາເນີນທຸລະກິດໂດຍຍຶດໝັ້ນ “ຄ່ານິຍົມ 3 ປະໂຫຍດ” ຂອງເຄືອຈະເລີນໂພກກະພັນ (Charoen Pokphand Group) ຄືສ້າງປະໂຫຍດໃຫ້ປະເທດ, ປະຊາຊົນ ແລະ ອົງກອນ ແລະ ຂັບເຄື່ອນນະໂຍບາຍແບບຍືນຍົງໂດຍສະເພາະການ “ສ້າງຄົນ” ເພື່ອຮ່ວມພັດທະນາເສດຖະກິດ ແລະ ສັງຄົມລາວໃຫ້ເຕີບໃຫຍ່ແບບຍືນຍົງ.

ເຊເວັ່ນ ອີເລຟເວັ່ນ ໃນ ສປປ ລາວ ເຊິ່ງບໍລິຫານໂດຍ ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມ ບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ດໍາເນີນທຸລະກິດໂດຍຍຶດໝັ້ນ ຄ່ານິຍົມ 3ປະໂຫຍດ ຂອງເຄືອຈະເລີນໂພກກະພັນ(Charoen Pokphand Group) ຄືສ້າງປະໂຫຍດໃຫ້ປະເທດ, ປະຊາຊົນ ແລະ ອົງກອນ ແລະ ຂັບເຄື່ອນນະໂຍບາຍແບບຍືນຍົງໂດຍສະເພາະການ ສ້າງຄົນ ເພື່ອຮ່ວມພັດທະນາເສດຖະກິດ ແລະ ສັງຄົມລາວໃຫ້ເຕີບໃຫຍ່ແບບຍືນຍົງ.

ໜຶ່ງໃນໂຄງການສ້າງຄົນທີ່  ຊີພີ ອໍລ໌ ດຳເນີນການກໍຄື ໂຄງການທຶນການສຶກສາ ບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ເພື່ອ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (CP ALL SCHOLARSHIP FOR LAOS) ທີ່ດຳເນີນການມາຕັ້ງແຕ່ປີ 2019 ຕໍ່ເນື່ອງມາເປັນປີທີ 6 ແລ້ວ ໂດຍໃຫ້ນັກສຶກສາລາວເຂົ້າມາສຶກສາຕໍ່ໃນສາຂາວິຊາການຈັດການທຸລະກິດການຄ້າສະໄໝໃໝ່ ທີ່ສະຖາບັນການຈັດການປັນຍາພິວັດ (ພີໄອເອັມ) ສະຖາບັນການສຶກສາເພື່ອສັງຄົມໃນກຸ່ມ  ຊີພີ ອໍລ໌ ໃນລະດັບປະລິນຍາຕີພາກພາສາໄທ ແລະ ພາສາອັງກິດ ແລະ ປະລິນຍາໂທດ້ານບໍລິຫານທຸລະກິດ ລວມປິລະ 60 ທຶນ. ດັ່ງທີ່ ທ່ານ ໄຊໂຣດ ທິວັດໝັ້ນຈະເລີນ Managing Director International ຂອງ  ຊີພີ ອໍລ໌ກ່າວວ່າ ການສຶກສາເປັນພື້ນຖານຂອງການພັດທະນາຊັບພະຍາກອນມະນຸດ ປັດຈຸບັນມີນັກສຶກສາລາວຈາກໂຄງການນີ້ສຳເລັດການສຶກສາໄປແລ້ວ 48 ຄົນ ແລະ ກາຍມາເປັນກໍາລັງຫລັກຂອງ  ຊີພີ ອໍລ໌ ລາວ 19 ຄົນ ສ່ວນທີ່ເຫລືອເຖິງແມ່ນວ່າຈະບໍ່ໄດ້ຮ່ວມງານກັບບໍລິສັດ ແຕ່ກໍໄດ້ກັບໄປເປັນກຳລັງສຳຄັນໃນການພັດທະນາປະເທດໃຫ້ເດີນໜ້າໄປຕາມນະໂຍບາຍທີ່ລັດຖະບານລາວໄດ້ວາງໄວ້.

ພີໄອເອັມ ເປັນມະຫາວິທະຍາໄລແຫ່ງເຄືອຂ່າຍ (Network University) ທີ່ຈັດການຮຽນການສອນໃນຮູບແບບ Work-based Education ຄືຮຽນໄປນຳເຮັດວຽກໄປນຳ ນັກສຶກສາຈະໄດ້ເຝິກປະຕິບັດງານກັບສະຖານປະກອບການຊັ້ນນຳເຊິ່ງເປັນເຄືອຂ່າຍຂອງມະຫາວິທະຍາໄລທັງພາຍໃນ ແລະ ພາຍນອກເຄືອຈະເລີນໂພກກະພັນເພື່ອເກັບກ່ຽວປະສົບການຈິງ ກຽມພ້ອມເປັນບັນດິດທີ່ກົງກັບຄວາມຕ້ອງການຂອງຕະຫຼາດແຮງງານ. ນາງ ອ່ອນຈັນ ວົງມາລາ ນັກສຶກສາຮຸ່ນທໍາອິດທີ່ໄດ້ຮັບທຶນເມື່ອປີ 2019 ແລະ ສໍາເລັດການສຶກສາກັບມາເປັນຂຸມກຳລັງຮຸ່ນບຸກເບີກຂອງ ເຊເວັ່ນ ອີເລຟເວັ່ນ ລາວ ຕັ້ງແຕ່ເປີດສາຂາທຳອິດສຸພານຸວົງ ອະເວນິວ ເມື່ອເດືອນ ກັນຍາ 2023 ແລະ ປັດຈຸບັນເຮັດວຽກຕໍາແໜ່ງຜູ້ຊ່ວຍຜູ້ຈັດການຮ້ານ ກ່າວວ່າ ການຮຽນໄປນໍາເຝິກງານໄປນໍາເຮັດໃຫ້ມີທັກສະໃນການເຮັດວຽກຫຼາຍຂຶ້ນ ແລະ ຍັງໄດ້ຮັບຄ່າຕອບແທນໃນລະຫວ່າງເຝິກງານ ເຮັດໃຫ້ບໍ່ຕ້ອງເດືອດຮ້ອນຄອບຄົວເລື່ອງຄ່າໃຊ້ຈ່າຍ. ນາງ ອ່ອນຈັນໃຫ້ຮູ້ອີກວ່າ: ແຕ່ກ່ອນເປັນຄົນຂີ້ອາຍ ບໍ່ກ້າເວົ້າ ແຕ່ເມື່ອມາຮຽນຢູ່ພີໄອເອັມ ໄດ້ເຝິກງານໃນຮ້ານ ເຊເວັ່ນ ອີເລຟເວັ່ນ ພົບປະຄົນຫຼາຍ ເຮັດໃຫ້ກ້າສະແດງອອກຫຼາຍຂຶ້ນ ກ້າເວົ້າ ຮູ້ຈັກແກ້ໄຂບັນຫາສະເພາະໜ້າ ຂອບໃຈ ຊີພີ ອໍລ໌ ທີ່ນອກຈະໃຫ້ທຶນແລ້ວຍັງເຂົ້າມາສ້າງວຽກ ສ້າງອາຊີບໃຫ້ຄົນລາວອີກດ້ວຍ

          ໃນຂະນະທີ່ ນາງ ກິຕ້າ ສິລິປັນຍາ ນັກສຶກສາທຶນທີ່ສໍາເລັດທຶນການສຶກສາດ້ວຍກຽດນິຍົມອັນດັບ 1 ປັດຈຸບັນເຮັດວຽກໃນຕຳແໜ່ງບຸກຄະລາກອນຂອງ ຊີພີ ອໍລ໌ ລາວ ກ່າວວ່າ ບໍ່ເຄີຍຄິດມາກ່ອນວ່າຈະມີໂອກາດມາຮຽນຕໍ່ຕ່າງປະເທດເຊິ່ງຢູ່ ພີໄອເອັມ ທັງຫລັກສູດ ແລະ ອຸປະກອນການສຶກສາທັນສະໄໝ ຄູອາຈານມີປະສົບການສູງ ແລະ ໄດ້​ມີ​ໂອ​ກາດ​ເຫັນເຕັກ​ໂນ​ໂລ​ຊີ​ ນະວັດຕະກໍາທີ່ທັນສະໄໝ ປະສົບການຈາກການຮຽນໄປນໍາ ແລະ ເຮັດວຽກໄປນໍາ ເຮັດໃຫ້ໄດ້ນໍາມາໃຊ້ໃນການເຮັດວຽກຕົວຈິງ ແລະ​ ຢາກ​ນຳ​ໃຊ້​ຄວາມ​ຮູ້​ທີ່​ໄດ້​ມາ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ບ້ານ​ເກີດ​.

ສ່ວນນາງ ນິຊາ ຂັນຕິສຸກ ອາຍຸ 21 ປີ ຈາກນະຄອນຫລວງວຽງຈັນ ປັດຈຸບັນຮຽນຢູ່ປີ 3 ເລົ່າເຖິງຊີວິດໃນຮົ້ວມະຫາວິທະຍາໄລວ່າ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຕັ້ງແຕ່ມື້ທໍາອິດ ມີກິດຈະກໍາໃຫ້ເຮັດຢູ່ຕະຫຼອດ ສະໜັບສະໜູນ​ໃຫ້​ພັດທະນາ​ຕົນ​ເອງ ໄດ້ເຕີມເຕັມ​ຄວາມ​ຝັນ​ທີ່ຢາກ​ເປັນ​ພິທີ​ກອນຈາກການ​ເຂົ້າ​ຮ່ວມ​ກິດຈະກຳ​ຢູ່​ສະ​ຖາ​ບັນ ແລະ ຢາກຂອບໃຈ ຊີພີ ອໍລ໌ ທີ່ສະໜັບສະໜູນທຶນນີ້ໃຫ້ນັກສຶກສາທີ່ຂາດແຄນ ບໍ່​ພຽງ​ແຕ່​ຄ່າ​ຮຽນ​ເທົ່າ​ນັ້ນ, ແຕ່​ຍັງ​ມີ​ການ​ສະ​ໜັບ​ສະ​ໜູນ​ ແລະ ​ຄ່າຕອບແທນຈາກການເຝິກງານ ບໍ່ຕ້ອງເປັນພາລະຄອບຄົວ ການເຝິກງານເຮັດໃຫ້ໄດ້ຮຽນຮູ້ການເຮັດວຽກເປັນທີມ ເຝິກການສື່ສານ ຮູ້ຈັກຮັບຜິດຊອບ ແລະ ສາມາດ ເຮັດວຽກພາຍໃຕ້ຄວາມກົດດັນໄດ້ດີ.

ທ້າວ ຄຳປັນ ສິລາເພັດ ອາຍຸ 20 ປີ ຈາກແຂວງຈໍາປາສັກ ນັກສຶກສາຊັ້ນປີທີ 2 ກ່າວວ່າພີໄອເອັມເປັນສະຖາບັນທີ່ມີຊື່ສຽງ ພໍເຂົ້າມາຮຽນແລ້ວກໍປະທັບໃຈໃນລະບົບການຮຽນຄວບຄູ່ໄປກັບການເຝິກປະຕິບັດວຽກຕົວຈິງ ເນັ້ນການປະຍຸກນຳຄວາມຮູ້ມາໃຊ້ໃນຊີວິດຈິງ. ຜ່ານປະສົບການເຝິກງານທີ່ຮ້ານ ເຊເວັ່ນ ອີເລຟເວັ່ນ ມີຄຸນຄ່າຫລາຍ ໃນອະນາຄົດວາງແຜນຈະນຳຄວາມຮູ້ທຸກຢ່າງທີ່ໄດ້ຮັບໄປໃຊ້ໃນການປະກອບອາຊີບໃນສາຍງານທີ່ຕົວເອງສົນໃຈເພື່ອກ້າວໄປສູ່ອານາຄົດທີ່ດີ ຂອບໃຈ ຊີພີ ອໍລ໌ ຫລາຍໆ ທີ່ສະໜັບສະໜູນໂອກາດນີ້ໃຫ້ຂ້ອຍ.

ເຊເວັ່ນ ອີເລຟເວັ່ນ ເຂົ້າໄປເປີດໃຫ້ບໍລິການໃນ ສປປ.ລາວ ໄດ້ກວ່າ 1 ປີແລ້ວ ປັດຈຸບັນຂະຫຍາຍໄປແລ້ວ 9ສາຂາ ມີທັງທີ່ຢູ່ໃນຊຸມຊົນ ແລະ ສະຖານີບໍລິການນ້ຳມັນ ທັງໃນນະຄອນຫລວງວຽງຈັນ ແຂວງຈຳປາສັກ ແຂວງສະຫວັນນະເຂດ ແລະ ແຂວງວຽງຈັນໂດຍ ຊີພີ ອໍລ໌ ມີຄວາມຕັ້ງໃຈໃຫ້ ເຊເວັ່ນ ອີເລຟເວັ່ນ ເປັນອີກໜຶ່ງໃນຄວາມພາກພູມໃຈຂອງຄົນລາວ ບໍລິຫານໂດຍຄົນລາວ ເພື່ອປະໂຫຍດຂອງຄົນລາວ ເຕີບໃຫຍ່ຄຽງຄູ່ໄປກັບ ສປປ ລາວ ແບບຍືນຍົງ.

KPL

ຂ່າວອື່ນໆ

    • ສູນພະລັງງານອາຊຽນ ແລະ ຫົວເຫວີຍ ຊຸກຍູ້ດ້ານພະລັງງານທົດແທນ ໃນພາກພື້ນອາຊຽນວັດທະນະທຳ-ສັງຄົມ

      ສູນພະລັງງານອາຊຽນ ແລະ ຫົວເຫວີຍ ຊຸກຍູ້ດ້ານພະລັງງານທົດແທນ ໃນພາກພື້ນອາຊຽນ

      9/27/2024 7:16:28 PM

      ຂປລ. ໃນວັນທີ 25 ກັນຍາ 2024 ຜ່ານ​ມາ, ສູນພະລັງງານອາຊຽນ (ACE) ແລະ Huawei Technologies (ມາເລເຊຍ) Sdn Bhd ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈສະບັບໃໝ່ ໃນ​ໂອ ກາດ​ດຳ​ເນີນກອງປະຊຸມອາຊຽນດ້ານທຸລະກິດພະລັງງານ ຄັ້ງທີ 24, ​ເປັນບາດກ້າວທີ່ສຳຄັນໃນການຊຸກຍູ້ ຄວາມພະຍາຍາມ ດ້ານພະລັງງານທົດແທນ (RE) ໃນທົ່ວພາກພື້ນອາຊຽນ ​ເຊິ່ງສະແດງໃຫ້ເຫັນເຖິງຂະບວນການ ເພີ່ມຂຶ້ນຢູ່ເວທີປາໄສ ເພື່ອພັດທະນາແບບຍືນຍົງ ການຮ່ວມມືດ້ານພະລັງງານ.

    • ເພີ່ມຄວາມຮັບຮູ້ ວຽກຕ້ານການຟອກເງິນ- ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍວັດທະນະທຳ-ສັງຄົມ

      ເພີ່ມຄວາມຮັບຮູ້ ວຽກຕ້ານການຟອກເງິນ- ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ

      9/25/2024 12:45:26 PM

      ຂປລ. ວັນທີ 17-18 ກັນຍາ 2024 ຜ່ານມາ, ກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ ຈັດສຳມະນາ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ ການກໍ່ການຮ້າຍ (AML/CFT) ສໍາລັບພະນັກງານກະຊວງການຕ່າງປະເທດ ຢູ່ເມືອງວັງວຽງ ແຂວງວຽງຈັນ

    • ປະທານສູນກາງແນວລາວສ້າງຊາດ ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊວັດທະນະທຳ-ສັງຄົມ

      ປະທານສູນກາງແນວລາວສ້າງຊາດ ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ

      9/24/2024 9:32:27 PM

      ຂປລ. ໃນລະຫວ່າງວັນທີ 20-21 ກັນຍາ ຜ່ານມາ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວ ສ້າງຊາດ, ຜູ້ຊີ້ນຳແຂວງອຸດົມໄຊ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ ພ້ອມທັງມອບເງິນ ຈຳນວນ 200 ລ້ານກີບ ໃຫ້ອົງການປົກຄອງແຂວງອຸດົມໄຊ ເພື່ອນຳໃຊ້ເຂົ້າໃນການຕ້ານໄພນ້ຳຖ້ວມ.

    • ທາບທາມບຸກຄະລາກອນສະໝັກຮັບ ເລືອກຕັ້ງ ຄະນະບໍລິຫານງານພັກ ຮວຜທວັດທະນະທຳ-ສັງຄົມ

      ທາບທາມບຸກຄະລາກອນສະໝັກຮັບ ເລືອກຕັ້ງ ຄະນະບໍລິຫານງານພັກ ຮວຜທ

      9/24/2024 9:24:12 PM

      ຂປລ. ວັນທີ 24 ກັນຍາ 2024 ນີ້, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ເປີດກອງປະຊຸມ ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງ ເຂົ້າຄະນະບໍລິຫານງານພັກ ສະໄໝທີ I ຮອບທີ 3 ໂດຍການເປັນ ປະທານຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວ ໜ້າການເມືອງໂຮງຮຽນ, ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຮອງເລຂາຄະນະພັກ, ຫົວໜ້າການທະ ຫານໂຮງຮຽນ, ວິຊາການຈາກກົມຈັດຕັ້ງພັກ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.

    • ກະຊວງພະລັງງານ ແລະ ບໍ່ແຮ່ ມອບເງິນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມວັດທະນະທຳ-ສັງຄົມ

      ກະຊວງພະລັງງານ ແລະ ບໍ່ແຮ່ ມອບເງິນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ

      9/24/2024 2:27:47 PM

      ຂປລ. ວັນທີ 23 ກັນຍາ 2024 ຜ່ານມາ, ຢູ່ສະພາແຫ່ງຊາດ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມອບເງິນຈຳນວນ 50 ລ້ານກີບ ໃຫ້ ສະພາແຫ່ງຊາດເພື່ອນຳໄປມອບຕໍ່ ໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບ ຈາກໄພພິບັດ ນໍ້າຖ້ວມຢູ່ບັນດາແຂວງພາກເໜືອ ແລະ ພາກໃຕ້, ຕາງໜ້າຮັບໂດຍທ່ານ ບຸນຕາ ເທບພະວົງ ປະທານກຳມາທິການ ວັດທະນະທຳ-ສັງຄົມ ໂດຍມີທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ads
ads

Top