ຫາລືການສ້າງສະພາບແວດລ້ອມເອື້ອອໍານວຍ ໃຫ້ຂະແໜງກະສິກໍາ ແລະ ທ່ອງທ່ຽວ

19/06/2024 13:15
Email Print 546
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ສະພາການຄ້າ ແລະ ອຸດສາຫະກຳ (ສຄອ) ແຂວງຈໍາປາສັກ ຈັດກອງປະຊຸມປຶກສາຫາລື ພາກທຸລະກິດ ສໍາລັບ ຂະແໜງກະສິກຳ (ກາເຟ ແລະ ມັນຕົ້ນ) ແລະ ຂະແໜງທ່ອງທ່ຽວ ໃນວັນທີ 18 ມິຖຸນາ 2024 ທີ່ນະຄອນປາກເຊ ແຂວງຈຳປາສັກ



ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ສະພາການຄ້າ ແລະ ອຸດສາຫະກຳ (ສຄອ) ແຂວງຈໍາປາສັກ ຈັດກອງປະຊຸມປຶກສາຫາລື ພາກທຸລະກິດ ສໍາລັບ ຂະແໜງກະສິກຳ (ກາເຟ ແລະ ມັນຕົ້ນ) ແລະ ຂະແໜງທ່ອງທ່ຽວ ໃນວັນທີ
18 ມິຖຸນາ 2024 ທີ່ນະຄອນປາກເຊ ແຂວງຈຳປາສັກ ເພື່ອຊອກຫາວິທີການແກ້ໄຂ ເພື່ອໃຫ້ພາກລັດ ກໍຄືຂະແໜງການ ກ່ຽວຂ້ອງຂອງແຂວງ ນໍາໄປຄົ້ນຄວ້າ ແລະ ພິຈາລະນາ, ປັບປຸງແກ້ໄຂ ນະໂຍບາຍ, ກົດໝາຍ ແລະ ແບບແຜນວິທີເຮັດວຽກ ເພື່ອສ້າງສະພາບແວດລ້ອມ ທີ່ດຶງດູດ ແລະ ເອື້ອອໍານວຍ ແກ່ການຄ້າ, ການລົງທຶນ ແລະ ການນໍາເນີນທຸລະກິດ ຢູ່ແຂວງຈຳປາສັກ ໃຫ້ມີປະສິດທິພາບຍິ່ງຂຶ້ນ.




ທ່ານ ນາງ ບຸນເຮືອງ ແຄຣໍລິດດັງ ປະທານ ສຄອ ແຂວງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອຄົ້ນຄວ້າ ແລະ ຄັດຈ້ອນຫົວຂໍ້ບັນຫາຕ່າງໆ ຈາກສະມາຄົມ ແລະ ກຸ່ມທຸລະກິດ ໃນຂະແໜງກະສິກຳ ແລະ ຂະແໜງທ່ອງທ່ຽວ ພ້ອມທັງຮຽກຮ້ອງໃຫ້ຫົວໜ່ວຍທຸລະກິດ
, ສະຫະກອນ ຫລື ສະມາຄົມທຸລະກິດ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໃຫ້ຄວາມຮ່ວມມື ແລະ ເປັນເຈົ້າການໃນການສະເໜີບັນຫາ ໃນທິດທາງທີ່ສ້າງສັນ ແລະ ສະໜອງຂໍ້ມູນຢ່າງຄົບຖ້ວນ ທີ່ບັນດານັກທຸລະກິດ ໄດ້ພົບພໍ້ ຫລື ບັນຫາທີ່ກີດຂວາງ ຕໍ່ການດໍາເນີນທຸລະກິດ ໂດຍສະເພາະ ບັນຫາທີ່ຕິດພັນກັບນະໂຍບາຍ ຫລື ລະບຽບກົດໝາຍຂອງພາກລັດ ທີ່ເຫັນວ່າ ຍັງບໍ່ທັນສອດຄອງ ກັບການປະຕິບັດຕົວຈິງ ເພື່ອຄົ້ນຄວ້າ-ໄຈ້ແຍກ ເອົາບັນຫາທີ່ເປັນ ບຸລິມະສິດ ພ້ອມທັງສະເໜີວິທີແກ້ໄຂ ຕໍ່ພາກລັດທີ່ກ່ຽວຂ້ອງໃນຂັ້ນແຂວງ ໂດຍຜ່ານກົນໄກປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ທີ່ມີແມ່ແບບໃນລະດັບສູນກາງ ກໍຄືກົນໄກກອງປະຊຸມ ທຸລະກິດລາວ.

ທ່ານ ນາງ ພັນມະນີ ຄໍາພິລາວົງ ຫົວໜ້າໂຄງການ ສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ ກ່າວວ່າ: ໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ ມີຄວາມຍິນດີທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫລືອທາງດ້ານວິຊາການ ເພື່ອນໍາພາແຂວງຈໍາປາສັກ ຈັດຕັ້ງປະຕິບັດກົນໄກການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ເຊິ່ງເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2021, ເຊິ່ງກົນໄກດັ່ງກ່າວ ໄດ້ກາຍເປັນເວທີໜຶ່ງ ທີ່ມີຄວາມໝາຍຄວາມສໍາຄັນ ຕໍ່ການພັດທະນາທຸລະກິດ ພາກເອກະຊົນ ຢູ່ແຂວງຈໍາປາສັກ ແລະ ກາຍເປັນຊ່ອງທາງການແລກປ່ຽນຂໍ້ຄິດເຫັນ ທີ່ມີລັກສະນະສ້າງສັນ ລະຫວ່າງ ພາກລັດ ແລະ ທຸລະກິດ ມີການເຂົ້າຮ່ວມຢ່າງກວ້າງຂວາງ ຈາກຕົວແທນຂອງ ພາກທຸລະກິດ ຈາກທຸກພາກສ່ວນ.

ໄລຍະຜ່ານມາ, ກົນໄກປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ໄດ້ມີການປະກອບສ່ວນທີ່ສໍາຄັນ ຕໍ່ການປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດ ກໍຄືບັນຍາກາດ ການລົງທຶນ ຂອງແຂວງຈໍາປາສັກ ໂດຍໄດ້ເນັ້ນໃສ່ຂະແໜງການບຸລິມະສິດ ຂອງໂຄງການ ກໍຄືຂະແໜງກະສິກໍາ ແລະ ຂະແໜງທ່ອງທ່ຽວ, ຫົວຂໍ້ ແລະ ບັນຫາທີ່ນໍາມາປຶກສາຫາລື ແມ່ນມີລັກສະນະກວ້າງຂວາງ ເຊິ່ງຕິດພັນກັບການສ້າງ ຫລື ການຈັດຕັ້ງປະຕິບັດລະບຽບກົດໝາຍ ໃນຂົງເຂດເສດຖະກິດຂອງແຂວງ. ພ້ອມນີ້, ມັນຍັງມີບົດບາດທີ່ສໍາຄັນ ຕໍ່ການສົ່ງເສີມ ການຄ້າ-ການລົງທຶນ ແລະ ແກ້ໄຂບັນຫາທີ່ພາກທຸລະກິດ ໃນຂະແໜງກະສິກຳ ແລະ ທ່ອງທ່ຽວ ກໍາລັງພົບພໍ້. ແຕ່ເຖິງຢ່າງໃດກໍຕາມ ຜ່ານມາຍັງມີຫລາຍບັນຫາ ທີ່ພາກທຸລະກິດໃນ 2 ຂະແໜງ ໄດ້ສະເໜີ ແລະ ໄດ້ຮັບການແກ້ໄຂ ເປັນຕົ້ນ ບັນຫາການຈັດສັນ-ການຄຸ້ມຄອງແຮງງານຮັບຈ້າງ ແລະ ຄ່າແຮງງານ ໃນປີ 2021 ແລະ ມີອີກຫລາຍໆບັນຫາ ທີ່ໄດ້ຮັບການແກ້ໄຂ ຢ່າງເປັນຮູບປະທໍາ.

ຂ່າວ: ທູນທອງໃຈ, ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ກຽມເປີດບໍລິການຫໍພິພິທະພັນໃຫຍ່ທີ່ສຸດໃນລາວທ່ອງທ່ຽວ

      ກຽມເປີດບໍລິການຫໍພິພິທະພັນໃຫຍ່ທີ່ສຸດໃນລາວ

      6/27/2024 10:17:33 AM

      ນັກທຸລະກິດລາວໃຊ້ງົບປະມານ 50 ລ້ານໂດລາສະຫະລັດ ເນລະມິດພື້ນທີ່ໃກ້ແຄມອ່າງເກັບນໍ້າ ຊົນລະປະທານໜອງເຊືອມ ເພື່ອສ້າງ ເປັນຫໍພິພິທະພັນວຽງຈັນ ສິລະປະລາວຮ່ວມສະໄໝ ເຊິ່ງຄາດວ່າ ສະຖານທີ່ດັ່ງກ່າວຈະກາຍແຫລ່ງທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດ ເນື່ອງວ່າ ເພີ່ນຈະນໍາເອົາຜະລິດຕະພັນໄມ້ຫາຍາກ, ພາບສິລະປະ ແລະ ວັດຖຸບູຮານເກົ່າແກ່ອື່ນໆຈໍານວນ 10.000 ລາຍການມາໂຮມໄວ້ນີ້.

    • ກຽມເປີດສະຖານທີ່ທ່ອງທ່ຽວ ອ່າງນໍ້າງື່ມ 1ທ່ອງທ່ຽວ

      ກຽມເປີດສະຖານທີ່ທ່ອງທ່ຽວ ອ່າງນໍ້າງື່ມ 1

      6/26/2024 10:46:16 AM

      ບໍລິສັດ ຄຳຟອງກຣຸບ ຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດຮັບເໝົາໂຄງ ການພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຢູ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ ກຳລັງຂຸ້ນຂ້ຽວກ່ໍສ້າງ ແລະ ຈັດຕັ້ງປະຕິບັດ ບັນດາໜ້າວຽກໃຫ້ໄດ້ຕາມແຜນການທີ່ວາງໄວ້.

    • ບ້ານຄອນ-ດອນເດດປາຍທາງທ່ອງທ່ຽວທີ່ໜ້າຄົ້ນຫາທ່ອງທ່ຽວ

      ບ້ານຄອນ-ດອນເດດປາຍທາງທ່ອງທ່ຽວທີ່ໜ້າຄົ້ນຫາ

      6/20/2024 10:18:17 AM

      ບ້ານຄອນ-ດອນເດດ ເມືອງໂຂງ ແຂວງຈຳປາສັກ ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທໍາມະຊາດ ທີ່ໄດ້ຮັບຄວາມນິຍົມອັນດັບຕົ້ນໆຂອງປະເທດລາວ ເຊິ່ງຕັ້ງຢູ່ສະພາບແວດລ້ອມທີ່ມີເກາະດອນນ້ອຍໃຫຍ່ສະຫລັບສັບຊ້ອນກັນ“4.000 ດອນ“, ຫລີຜີໄຂ່ມຸກແຫ່ງອາຊີ, ຕໍານານລົດໄຟຍຸກຝຣັ່ງເຂົ້າມາລາວ 100 ກວ່າປີ ເຊິ່ງກາຍທ່າແຮງບົມຊ້ອນຢ່າງໃຫຍ່ຫລວງສໍາລັບການທ່ອງທ່ຽວ.

    • ລາວ-ຫວຽດ ຈະເປີດໃຫ້ບໍລິການເງິນຂ້າມແດນທ່ອງທ່ຽວ

      ລາວ-ຫວຽດ ຈະເປີດໃຫ້ບໍລິການເງິນຂ້າມແດນ

      6/18/2024 7:45:21 AM

      ສປປ ລາວ ແລະ ສສ ຫວຽດນາມ ຈັບມືຮ່ວມກັນຢືນຢັນຈະເປີດໃຫ້ບໍລິການຊໍາລະສະສາງຄ່າສິນຄ້າ ແລະ ບໍລິການຕ່າງໆຂ້າມແດນຜ່ານ ລະບົບຄີວອາໂຄສ (QR Code), ນີ້ແມ່ນຄວາມພະຍາຍາມຂອງສອງປະເທດ ເພື່ອສົ່ງເສີມວຽກງານການ ທ່ອງທ່ຽວ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມລະຫວ່າງປະເທດ.

    • ເຊັນສັນຍາ ສ້າງຕັ້ງບໍລິສັດ ລັດຮຸ້ນສ່ວນອຸດສະຫະກຳທ່ອງທ່ຽວລາວທ່ອງທ່ຽວ

      ເຊັນສັນຍາ ສ້າງຕັ້ງບໍລິສັດ ລັດຮຸ້ນສ່ວນອຸດສະຫະກຳທ່ອງທ່ຽວລາວ

      6/15/2024 1:13:21 PM

      ຂປລ. ພິທີເຊັນສັນຍາ ສ້າງຕັ້ງບໍລິສັດລັດຮຸ້ນສ່ວນອຸດສະຫະກຳທ່ອງທ່ຽວລາວ ລະຫວ່າງ ກະຊວງການເງິນ ຕາງໜ້າໂດຍທ່ານ ໄພທູນ ທ່ຽງລະໄມ ວ່າການຫົວໜ້າ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ແລະ ທ່ານ ພັນຊີຫລິວ ປະທານບໍລິສັດພັດທະນາ ອຸດສາຫະກຳ ທ່ອງທ່ຽວລາວ ຈໍາກັດ ຈັດຂຶ້ນໃນວັນທີ 14 ມິຖຸນາ 2024 ໂດຍມີ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top