ຢູນິເຊຟ - ອິດສະຣາແອນ ບັນລຸຂໍ້ຕົກລົງ ເພີ່ມກຳລັງການຜະລິດນໍ້າ ໃນເຂດກາຊາ

28/06/2024 17:50
Email Print 391
ຂປລ ກອງທຶນເພື່ອເດັກແຫ່ງ ສະຫະປະຊາຊາດ (ຢູນິເຊຟ) ໄດ້ອອກ ຖະແຫລງການ ວ່າ: ບັນລຸ ຂໍ້ຕົກລົງ ຮ່ວມກັບ ລັດຖະບານ ແລະ ກອງທັບ ອິດສະຣາແອນ ໃນການກັບຄືນມາ ຕິດຕັ້ງ ລະບົບ ໄຟຟ້າ ແຮງດັນ ປານກາງ ໃຫ້ແກ່ ໂຮງງານ ຜະລິດນໍ້າຈືດ ຈາກ ນໍ້າທະເລ ໃນເມືອງຂ່ານ ທາງພາກໃຕ້ຂອງ ເຂດກາຊາ.

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ເມືອງເຈນິວາ ປະເທດ ສະວິດ ເມື່ອວັນທີ 28 ມິຖຸນາ, ກອງທຶນເພື່ອເດັກແຫ່ງ ສະຫະປະຊາຊາດ (ຢູນິເຊຟ) ໄດ້ອອກ ຖະແຫລງການ ວ່າ: ບັນລຸ ຂໍ້ຕົກລົງ ຮ່ວມກັບ ລັດຖະບານ ແລະ ກອງທັບ ອິດສະຣາແອນ ໃນການກັບຄືນມາ ຕິດຕັ້ງ ລະບົບ ໄຟຟ້າ ແຮງດັນ ປານກາງ ໃຫ້ແກ່ ໂຮງງານ ຜະລິດນໍ້າຈືດ ຈາກ ນໍ້າທະເລ ໃນເມືອງຂ່ານ ທາງພາກໃຕ້ຂອງ ເຂດກາຊາ.

ໂດຍເບື້ອງຕົ້ນ ຢູ່ນິເຊຟ ໄດ້ປະເມີນວ່າ ຖ້າຫາກ ໂຮງງານນີ້ ໄດ້ຮັບ ກະແສໄຟຟ້າ ພຽງພໍ ຕາມຂໍ້ຕົກລົງ ຈະສາມາດ ກັ່ນນໍ້າຈືດ ຈາກ ນໍ້າທະເລ ລວມມີເຖິງ 15 ລ້ານລິດຕໍ່ວັນ, ຊຶ່ງຈະພຽງພໍ ຕາມມາດຕະຖານ ຂັ້ນຕໍ່າ ທາງດ້ານມະນຸດສະທຳ ຄື: ນໍ້າສະອາດ 15 ລິດຕໍ່ຄົນ, ສຳລັບ ປະຊາກອນ ຜູ້ທີ່ບໍ່ມີ ທີ່ຢູ່ ອາໄສ ເກືອບ 1 ລ້ານຄົນ. ນອກຈາກນັ້ນ, ເຈົ້າໜ້າທີ່ ຂອງ ຢູນິເຊຟ ຍັງລະບຸວ່າ: ຫລາຍກວ່າ 60% ຂອງ ລະບົບ ແຈກຢາຍນໍ້າ ໃນເຂດສະນວນ ກາຊາ ໄດ້ຮັບຄວາມ ເສຍຫາຍ ຢ່າງໜັກ ຈາກ ສົງຄາມ ລະຫວ່າງ ອິດສະຣາແອນ ກັບ ກຸ່ມ ຮາມາສ ./

KPL

ຂ່າວອື່ນໆ

ads
ads

Top