ກຳປູເຈຍ ມອບຫລຽນເຊີດຊູກຽດ ໃຫ້ທີມແພດແຜນຈີນ

28/06/2024 17:53
Email Print 241
ຂປລ ກຳປູເຈຍ ໄດ້ມອບຫລຽນ ລາງວັນ ເຊີດຊູກຽດຂອງ ລັດຖະບານ ໃຫ້ແກ່ ທີມຊ່ວຍເຫລືອ ທາງການແພດ ແຜນຈີນ (TCM) ຊຸດທີ 2 ຫລັງຈາກ ທີມດັ່ງກ່າວ ໄດ້ ຊ່ວຍກຳປູເຈຍ ຕໍ່ສູ້ ກັບ ພະຍາດໂຄວິດ-19 ແລະ ພະຍາດອື່ນໆ ໃນໄລຍະ ເວລາ 1 ປີ ຢ່າງປະສົບຄວາມສຳເລັດ.

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ,  ວັນທີ 27 ມິຖຸນາ, ກຳປູເຈຍ ໄດ້ມອບຫລຽນ ລາງວັນ ເຊີດຊູກຽດຂອງ ລັດຖະບານ ໃຫ້ແກ່ ທີມຊ່ວຍເຫລືອ ທາງການແພດ ແຜນຈີນ (TCM) ຊຸດທີ 2 ຫລັງຈາກ ທີມດັ່ງກ່າວ ໄດ້ ຊ່ວຍກຳປູເຈຍ ຕໍ່ສູ້ ກັບ ພະຍາດໂຄວິດ-19 ແລະ ພະຍາດອື່ນໆ ໃນໄລຍະ ເວລາ 1 ປີ ຢ່າງປະສົບຄວາມສຳເລັດ.

ທ່ານ ຊຽງ ຣາ ລັດຖະມົນຕີ ກະຊວງ ສາທາລະນະສຸກ ຂອງ ກຳປູເຈຍ ໄດ້ມອບຫລຽນ ເຄື່ອງຣາຊອີສຣີຢາກອນ ມະໜິດຣາພອນ ໃຫ້ແກ່ ທ່ານ ຫລີວເຈີ້ນ ປະທານ ໂຮງໝໍ ກວ່າງອັນເຫມິນ ສັງກັດ ສະຖາບັນ ວິທະຍາ ສາດການແພດ ແຜນຈີນ ແຫ່ງປະເທດ ຈີນ ແລະ ຜູ້ຊ່ຽວຊານ ດ້ານການແພດ ແຜນຈີນ ຈາກ ທີມງານ ຊຸດທີ 2 ຈຳນວນ 8 ຄົນ ໃນພິທີດັ່ງກ່າວ ທີ່ ຈັດຂຶ້ນ ຢູ່ນະຄອນຫລວງ ພະນົມເປັນ. ທ່ານ ຊຽງ ຣາ ກ່າວວ່າ ຫລຽນ ລາງວັນ ດັ່ງກ່າວ  ເພື່ອເປັນກຽດ ໃຫ້ແກ່ ຜູ້ຊ່ຽວຊານ ໃນການ ມີສ່ວນຮ່ວມ ຊ່ວຍປິ່ນປົວ ຄົນເຈັບ ແລະ ຝຶກອົບຮົມ ບຸກຄະລາກອນ ທາງການແພດ ກຳປູເຈຍ ໃຫ້ນຳໃຊ້ ປະໂຫຍດ ຈາກ ການແພດ ແຜນຈີນ.

ທີມຊ່ວຍເຫລືອ ດັ່ງກ່າວ ບໍ່ພຽງແຕ່ ຊ່ວຍຊີວິດ ຄົນເຈັບ ຊາວກຳປູເຈຍ ເທົ່ານັ້ນ ຫາກຍັງ ມີສ່ວນຊ່ວຍ ຍົກລະດັບ ມິດຕະພາບ ລະຫວ່າງ ຈີນ ແລະ ກຳປູເຈຍ ໃຫ້ແໜ້ນແຟ້ນຂຶ້ນ ແລະ ເປັນແບບຢ່າງ ຂອງ ມິດຕະພາບ ແລະ ຄວາມຮ່ວມມື ໃນໄລຍະຍາວ ລະຫວ່າງ ສອງປະເທດນີ້ ໃນດ້ານສຸຂະພາບ . ນອກຈາກນີ້ ກຳປູເຈຍ ຍັງຢືນຢັນວ່າ ມີຄວາມຍິນດີ ທີ່ໄດ້ຮ່ວມມື ກັບ ຈີນ ໃນການສົ່ງເສີມ ແລະ ພັດທະນາ ແພດແຜນຈີນ ໃນກຳປູເຈຍ ຢ່າງຕໍ່ເນື່ອງ. /

KPL

ຂ່າວອື່ນໆ

ads
ads

Top