ອູແກຣນ ລົງນາມຂໍ້ຕົກລົງຮ່ວມມືກັບສະຫະພາບ ເອີຣົບ ໄລຍະເວລາ 10 ປີ

28/06/2024 17:52
Email Print 281
ຂປລ ທ່ານ ໂວໂລດີເມຍ ເຊເລນສກີ ປະທານາທິບໍດີ ອູແກຣນ ລົງນາມຂໍ້ຕົກລົງ ດ້ານຄວາມໝັ້ນຄົງ ໄລຍະເວລາ 10 ປີ ກັບຄະນະ ຜູ້ບໍລິຫານ ສະຫະພາບ ເອີຣົບ (ອີຢູ) ທີ່ນະຄອນຫລວງ ບຣຸກແຊນ ປະເທດ ແບນຊິກ ຫລັງຈາກ ອີຢູ ເລີ່ມການເຈລະຈາ ຢ່າງເປັນທາງການ ກັບອູແກຣນ ກ່ຽວກັບ ການເຂົ້າເປັນ ສະມາຊິກຂອງ ສະຫະພາບ ເອີຣົບ.

ຂປລ.ສຳນັກຂ່າວ ຕ່າງປະເທດ ລາຍງານຈາກຈາກ ນະຄອນຫລວງ ບຣຸກແຊນ ປະເທດ ແບນຊິກ ເມື່ອວັນທີ 28 ມິຖຸນາວ່າ: ທ່ານ ໂວໂລດີເມຍ ເຊເລນສກີ ປະທານາທິບໍດີ ອູແກຣນ ລົງນາມຂໍ້ຕົກລົງ ດ້ານຄວາມໝັ້ນຄົງ ໄລຍະເວລາ 10 ປີ ກັບຄະນະ ຜູ້ບໍລິຫານ ສະຫະພາບ ເອີຣົບ (ອີຢູ) ທີ່ນະຄອນຫລວງ ບຣຸກແຊນ ປະເທດ ແບນຊິກ  ຫລັງຈາກ ອີຢູ ເລີ່ມການເຈລະຈາ ຢ່າງເປັນທາງການ ກັບອູແກຣນ ກ່ຽວກັບ ການເຂົ້າເປັນ ສະມາຊິກຂອງ ສະຫະພາບ ເອີຣົບ.

 ໂດຍເນື້ອໃນສ່ວນໃຫຍ່ ຂອງຂໍ້ຕົກລົງ ຄ້າຍຄືກັບ ທີ່ອູແກຣນ ລົງນາມ ຮ່ວມມືກັບ ອີກຫລາຍປະເທດ ລວມເຖິງ ເຢຍລະມັນ ແລະ ຝຣ່ັ່ງ ຊຶ່ງເປັນສະມາຊິກ ແຖວໜ້າຂອງ ອີຢູ . ນອກຈາກນັ້ນ ຍັງມີ ສ.ອາເມລິກາ, ການາດາ , ອັງກິດ ແລະ ຍີ່ປຸ່ນ , ຊຶ່ງເປັນການ ລະບຸແຜນການ ມອບຄວາມ ໜັບສະໜູນ ທາງທະຫານ, ການເງິນ ແລະ ມະນຸດສະທຳ ໃຫ້ແກ່ ອູແກຣນ ຕະຫລອດໄລຍະ ເວລາທີ່ກຳນົດ ໃນຂໍ້ຕົກລົງ.

ຢ່າງໃດກໍ່ຕາມ ທ່ານ ໂວໂລດີເມຍຣ ເຊເລນສກີ ຍັງສະແດງ ຄວາມເຊື່ອໝັ້ນວ່າ ການລົງນາມ ໃນກອບຄວາມຮ່ວມມື ຮ່ວມກັບ ອີຢູ ຈະຊ່ວຍເປີດທາງ ສູ່ການເຂົ້າເປັນ ສະມາຊິກ ອີຢູ ແລະ ອົງການສົນທິ ສັນຍາ ອັດລັງຕິກເໜືອ (ນາໂຕ) ໃນອານາຄົດ.

KPL

ຂ່າວອື່ນໆ

ads
ads

Top