ປະທານສະພາແຫ່ງຊາດ ຕີລາຄາສູງ ຕໍ່ວັນລັດຖະສະພາໂລກ ຄົບຮອບ 135 ປີ

01/07/2024 12:03
Email Print 212
ຂປລ ຂປລ. ເນື່ອງໃນໂອກາດວັນລັດຖະສະພາໂລກ ກໍຄື ວັນສ້າງຕັ້ງ ສະຫະພັນລັດຖະສະພາສາກົນ (IPU) ຄົບຮອບ 135 ປີ (30/6/1889-30/6/2024), ທ່ານ ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດ, ປະທານຄະນະສະຫະພັນລັດຖະສະພາສາກົນ ຂອງສະພາແຫ່ງຊາດລາວ ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໄຊອັນປະເສີດ ໄປຍັງບັນດາການນໍາ, ສະມາຊິກລັດຖະສະພາ ທີ່ເປັນສະມາຊິກຂອງ IPU ທຸກທົ່ວໜ້າ




ຂປລ. ເນື່ອງໃນໂອກາດວັນລັດຖະສະພາໂລກ ກໍຄື ວັນສ້າງຕັ້ງ ສະຫະພັນລັດຖະສະພາສາກົນ  (
IPU) ຄົບຮອບ 135 ປີ (30/6/1889-30/6/2024), ທ່ານ ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດ, ປະທານຄະນະສະຫະພັນລັດຖະສະພາສາກົນ ຂອງສະພາແຫ່ງຊາດລາວ ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໄຊອັນປະເສີດ ໄປຍັງບັນດາການນໍາ, ສະມາຊິກລັດຖະສະພາ ທີ່ເປັນສະມາຊິກຂອງ IPU ທຸກທົ່ວໜ້າ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ຊຸດທີ IX ຂອງ ສປປ ລາວ ຢ່າງສຸດອົກສຸດໃຈ.

ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ວັນທີ 30 ມິຖຸນາ 2024 ສະຫະພັນລັດຖະສະພາສາກົນ ແມ່ນອົງການລັດຖະສະພາລະດັບໂລກ ທີ່ມີສະມາຊິກທັງໝົດ 180 ປະເທດ ແລະ ມີອົງການຈັດຕັ້ງສາກົນ ຫລາຍກວ່າ 15 ອົງການເປັນພາຄີ. ສະຫະພັນລັດ ຖະສະພາສາກົນ ມີຈຸດປະສົງເພື່ອເປັນເວທີສົ່ງເສີມ ການຕິດຕໍ່ພົວພັນ, ການປະສານງານ ແລະ ການແລກປ່ຽນ ປະສົບການ ລະຫວ່າງ ລັດຖະສະພາ ແລະ ສະມາຊິກລັດຖະສະພາສາ ບັນດາປະເທດໃນໂລກ; ພິຈາລະນາບັນຫາສຳຄັນຂອງໂລກ, ສົ່ງເສີມການປົກຄອງ ດ້ວຍລະບຽບ ກົດໝາຍ, ສົ່ງເສີມບົດບາດ ຍິງ-ຊາຍ ແລະ ຊາວໜຸ່ມ, ສົ່ງເສີມສັນ ຕິພາບ, ປະຊາທິປະໄຕ ແລະ ການພັດທະນາແບບຍືນຍົງ.

ນັບແຕ່ໄດ້ເຂົ້າເປັນສະມາຊິກ ສະຫະພັນລັດຖະສະພາສາກົນ ໃນວັນທີ 4 ເມສາ 1990 ເປັນເວລາ 34 ປີ, ສະພາແຫ່ງຊາດລາວ ໄດ້ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຢ່າງຫ້າວຫັນ ໃນກອງປະຊຸມໃຫຍ່ ແລະ ກອງປະຊຸມລະດັບຕ່າງໆ ຂອງສະຫະພັນລັດຖະສະພາສາກົນ ເຊິ່ງເປັນການເຜີຍແຜ່ນະໂຍບາຍ ແລະ ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕໍ່ເວທີລັດຖະສະພາລະດັບໂລກ, ເຂົ້າຮ່ວມຄົ້ນຄວ້າ, ປຶກສາຫາລື ແລະ ສະແດງທັດສະນະທີ່ສ້າງສັນ ຕໍ່ການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ກໍຄື ຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ ຢ່າງເປັນເຈົ້າການ.

ໃນກອງປະຊຸມ ສະຫະພັນລັດຖະສະພາສາກົນ ຄັ້ງທີ 129 ແລະ ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ໃນປີ 2018 ໄດ້ມີການຮັບຮອງເອົາມະຕິ ໂດຍໄດ້ກໍານົດເອົາວັນທີ 30 ມິຖຸນາ ຂອງທຸກປີເປັນວັນລັດຖະສະພາໂລກ ຂອງທຸກປະເທດສະມາຊິກ IPU ເພື່ອເປັນການປະຕິບັດໜ້າທີ່ ໃນຖານະເປັນອົງການນິຕິບັນຍັດ, ອົງການຕົວແທນແຫ່ງ ສິດ-ຜົນປະ ໂຫຍດ ແລະ ຄວາມ, ມຸ່ງມາດປາຖະໜາຂອງປະຊາຊົນ ທີ່ມີຄວາມຕ້ອງການຢາກຢູ່ດີກິນດີ ແລະ ປະກອບສ່ວນເຂົ້າໃນ ການສົ່ງເສີມສັນຕິ ພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ໃນທົ່ວໂລກ.

ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ຢ້ຳຄືນ ຖະແຫລງການເຈນີວາ ວ່າດ້ວຍ ການທູດລັດຖະສະພາ: ສ້າງຂົວເຊື່ອມຕໍ່ ສູ່ສັນຕິພາບ ແລະ ຄວາມເຂົ້າອົກເຂົ້າໃຈ, ທີ່ໄດ້ຮັບຮອງ ໃນກອງປະຊຸມໃຫຍ່ IPU ຄັ້ງທີ 148 ໃນເດືອນມີນາ 2024 ທີ່ຜ່ານມາ ເພື່ອເນັ້ນເຖິງບົດບາດສຳຄັນຂອງລັດຖະສະພາ ໃນການຈັດຕັ້ງປະຕິບັດ ວຽກງານການທູດ ໂດຍການເພີ່ມທະວີ ການພົວພັນ ແລະ ການຮ່ວມມືກັນ ເພື່ອຊຸກຍູ້ການປຶກສາຫາລື ກ່ຽວກັບຂະບວນສັນຕິພາບ, ສົ່ງເສີມການແກ້ໄຂບັນຫາຂໍ້ຂັດແຍ່ງ ຜ່ານການພົບປະເຈລະຈາ ໂດຍສັນຕິວິທີ, ປະຕິບັດຕາມສົນທິສັນຍາ ແລະ ສັນຍາສາກົນ ຕາມຄວາມຮຽກຮ້ອງຂອງປະຊາຊົນ ທີ່ຮັກຫອມສັນຕິພາບ.

ທີ່ສຳຄັນ, ໃນປີນີ້ ໃນຖານະທີ່ສະພາແຫ່ງຊາດລາວ ເປັນປະທານສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ ຄັ້ງທີ 45, ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ ເປັນເຈົ້າການປະສານສົມທົບ ກັບລັດ ຖະສະພາສະມາຊິກໄອປາອື່ນໆ, ລວມເຖິງລັດຖະສະພາ ປະເທດສັງເກດການ ແລະ ຄູ່ຮ່ວມພັດທະນາ ຂອງໄອປາ ເພື່ອປຶກສາຫາລືກັນຢ່າງໃກ້ຊິດ ກ່ຽວກັບສິ່ງທ້າ ທາຍຕ່າງໆ ທີ່ພວມປະເຊີນໃນປັດຈຸບັນ ແລະ ພ້ອມກັນຊຸກຍູ້ສົ່ງເສີມ ການເຊື່ອມໂຍງ-ເຊື່ອມຈອດ ແລະ ການເຕີບໂຕແບບກວມລວມ, ຊຸກຍູ້ໃຫ້ລັດຖະບານຂອງປະເທດຕົນ ຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມື ແລະ ແຜນດຳເນີນງານຕ່າງໆ ໃຫ້ບັນລຸເປົ້າໝາຍການສ້າງປະຊາຄົມອາຊຽນ ໃນປີ 2025 ເພື່ອນຳເອົາຜົນປະໂຫຍດ, ຄວາມສະຫງົບສຸກ, ການຢູ່ດີກິນດີ ແລະ ຄວາມຈະເລີນຮຸ່ງເຮືອງ ມາສູ່ປະຊາຊົນຂອງພວກເຮົາ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ທຸກບັນຫາທີ່ປະຊາຊົນສ່ອງແສງ ໄດ້ຖືກສະເໜີຢູ່ກອງປະຊຸມສະພາແຫ່ງຊາດການເມືອງ

      ທຸກບັນຫາທີ່ປະຊາຊົນສ່ອງແສງ ໄດ້ຖືກສະເໜີຢູ່ກອງປະຊຸມສະພາແຫ່ງຊາດ

      7/3/2024 10:03:26 AM

      ທຸກໆບັນຫາສຳຄັນທີ່ປະຊາຊົນສະເໜີຕໍ່ຜູ້ແທນ ກໍຄືສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງຂອງຕົນ ທີ່ລົງພົບປະຜ່ານມາລ້ວນແຕ່ໄດ້ສະເໜີໃນກອງປະຊຸມສະໄໝ ສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄປຍັງລັດຖະບານ ເພື່ອພິຈາລະນາແກ້ໄຂ ແລະ ຈັດສັນງົບປະມານພັດທະນາສິ່ງທີ່ຈຳເປັນ ຕິດພັນກັບການຊີວິດການເປັນຢູ່ ສຸມໃສ່ເຮັດໃຫ້ການດຳລົງຊີວິດໄດ້ຮັບການປັບປຸງດີຂຶ້ນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກໃນຕໍ່ໜ້າ.

    • ກວດກາຄວາມສ່ອດຄ່ອງ ຮ່າງລັດຖະບັນ ຍັດວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດການເມືອງ

      ກວດກາຄວາມສ່ອດຄ່ອງ ຮ່າງລັດຖະບັນ ຍັດວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດ

      7/2/2024 5:26:59 PM

      ຂປລ. ກອງປະຊຸມກວດກາຄວາມສ່ອດຄ່ອງ ທາງດ້ານກົດໝາຍ ຂອງຮ່າງລັດຖະບັນຍັດວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດ ຈັດ​ຂຶ້ນ​ໃນ​ວັນ​ທີ 2 ກໍລະກົດ 2024 ທີ່ກະຊວງປ້ອງກັນປະເທດ ໄດ້ຈັດ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸດຕິທຳ, ມີຜູ້ຕາງໜ້າກົມກົດໝາຍ ກະຊວງປ້ອງກັນປະເທດ ແລະ ພະນັກ ງານ ກ່ຽວຂ້ອງເຂົ້າຮ່ວມ.

    • ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງກວດກາວຽກກະກຽມຊ້ອມຮົບຮ່ວມລາວ-ຈີນການເມືອງ

      ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງກວດກາວຽກກະກຽມຊ້ອມຮົບຮ່ວມລາວ-ຈີນ

      7/2/2024 5:19:43 PM

      ຂປລ. ໃນວັນທີ 1 ກໍລະກົດ 2024 ຜ່ານ​ມາ, ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ ໄດ້ລົງຊີ້ນໍາ-ກວດກາ ວຽກງານ ກະກຽມຊ້ອມຮົບຮ່ວມລາວ-ຈີນ ພາຍໃຕ້ຫົວຂໍ້ "ໂລ້ກໍາບັງມິດຕະພາບ 2024", ມີບັນດາຄະນະຊີ້ນໍາລວມ, ອະນຸກໍາມະການດ້ານຕ່າງໆ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດເຢຍລະມັນ ອຳລາການເມືອງ

      ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດເຢຍລະມັນ ອຳລາ

      7/2/2024 5:11:16 PM

      ຂປລ. ໃນວັນທີ 2 ກໍລະກົດ 2024 ນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບ ທ່ານ ນາງ ແອນເນັດ ຄະນົບລັອກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ສປປ ລາວ ໃນໂອກາດ ສຳເລັດການປະຕິບັດໜ້າທີ່ທາງການທູດ ຢູ່ ສປປ ລາວ.

    • ຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານກົດໜາຍການເມືອງ

      ຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານກົດໜາຍ

      7/2/2024 5:01:15 PM

      ຂປລ. ຊຸດຝຶກອົບຮົມ ວຽກງານສ້າງຄວາມເຂັ້ມແຂງທາງດ້ານກົດໜາຍ ໃຫ້ແກ່ພະນັກງານອົງ ການໄອຍະການປະຊາຊົນ, ສານປະຊາຊົນ ແລະ ອົງການສຶບສວນ-ສອບສວນ ຈັດ​ຂຶ້ນ​ໃນ​ວັນ​ທີ 1-3 ກໍລະ ກົດ 2024 ຢູ່​ແຂວງ​ຄຳ​ມ່ວນ

ads
ads

Top