ຂປລ
ຂປລ. ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມ ນະໂຍບາຍຄວາມໝັ້ນຄົງເວທີພາກພື້ນອາຊຽນ ຄັ້ງທີ 21 ຫລື ASPC ໃນລະຫວ່າງວັນທີ 1-3 ກໍລະກົດ 2024 ຢູ່ແຂວງຫລວງພະບາງ ໂດຍການເປັນປະທານຂອງ ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນຂອງ ສປປ ລາວ, ມີຜູ້ແທນຈາກ 19 ປະເທດ, ສະຫະພາບເອີຣົບ ແລະ ກອງເລຂາອາຊຽນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
![](https://kpl.gov.la/Media/Upload/News/Thumb/2024/07/02/30.jpg)
ຂປລ. ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມ ນະໂຍບາຍຄວາມໝັ້ນຄົງເວທີພາກພື້ນອາຊຽນ ຄັ້ງທີ 21 ຫລື ASPC ໃນລະຫວ່າງວັນທີ 1-3 ກໍລະກົດ 2024 ຢູ່ແຂວງຫລວງພະບາງ ໂດຍການເປັນປະທານຂອງ ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນຂອງ ສປປ ລາວ, ມີຜູ້ແທນຈາກ 19 ປະເທດ, ສະຫະພາບເອີຣົບ ແລະ ກອງເລຂາອາຊຽນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
![](https://kpl.gov.la/Media/Upload/News/Thumb/2024/07/02/32.jpg)
ກອງປະຊຸມຄັ້ງນີ້, ບັນດາຄະນະຜູ້ແທນ ໄດ້ແລກປ່ຽນທັດສະນະກ່ຽວກັບ ບັນດາສີ່ງທ້າທາຍຕໍ່ຄວາມໝັ້ນຄົງ ໃນພາກພື້ນ ແລະ ຂົງເຂດອາຊີ-ປາຊີຟິກ ໃນປັດຈຸບັນ ແລະ ອະນາຄົດ ແລະ ປຶກສາຫາລືມາດຕະການທີ່ ເໝາະສົມ ເພື່ອແກ້ໄຂບັນຫາສີ່ງທ້າທາຍຕ່າງໆ; ການສົ່ງເສີມມາດຕະການ ສ້າງຄວາມໄວ້ເນື້ອເຊື່ອໃຈ ເພື່ອເສີມສ້າງໂຄງສ້າງ ຄວາມໝັ້ນຄົງຂອງພາກພື້ນ ແລະ ບົດບາດຂອງກອງທັບ ໃນການຮັບມືກັບຜົນກະທົບ ຈາກການປ່ຽນແປງສະພາບ ຂອງດິນຟ້າອາກາດ ໃນສະຕະວັດທີ 21.
ກອງປະຊຸມຄັ້ງນີ້, ໄດ້ດໍາເນີນໄປດ້ວຍຜົນສໍາເລັດຕາມຈຸດປະສົງ, ຄາດໝາຍທີ່ວາງໄວ້ ແລະ ປະທານກອງປະຊຸມຄັ້ງຕໍ່ໄປແມ່ນ ປະເທດມາເລເຊຍ ເຊິ່ງຈະສືບຕໍ່ເປັນເຈົ້າພາບ ຈັດກອງປະຊຸມນະໂຍບາຍ ຄວາມໝັ້ນຄົງເວທີພາກພື້ນອາຊຽນ ຄັ້ງທີ 22 ໃນປີ 2025.
ຂ່າວ: ໄພນາລິນ ອິນທະແສງ
KPL